ມີລຸງ ໃນປັດຈຸບັນ
ພວກຂ້າພະເຈົ້າໄດ້ໄປເຮືອນຂອງລຸງ ໂຮ່ວັນນີ (ຊາວເຜົ່າ ເຊດັງ) ຢູ່ຕາແສງ ຈ່າກວາງ, ນາມຈ່າໝິ່, ກວາງນາມ ໃນວັນເພັງ. ຕາມປົກກະຕິ, ໃນວັນທີ 1, ວັນເພັງຂອງທຸກໆເດືອນ, ເພິ່ນໄດ້ໄປສວນເລືອກເອົາໝາກພຸກໃຫຍ່ ແລະ ງາມກວ່າໝູ່ ແລ້ວນຳມາເຮືອນເພື່ອບູຊາ. ຢູ່ຊັ້ນທີ 2, ບ່ອນທີ່ສະຫງ່າຜ່າເຜີຍທີ່ສຸດແມ່ນບ່ອນທີ່ເພິ່ນໄດ້ຕັ້ງແທ່ນບູຊາເພື່ອບູຊາລຸງໂຮ່ ແລະ ບູຊາບັນພະບຸລຸດຂອງເພິ່ນ. ຮູບປັ້ນສີຂາວຂອງລຸງໂຮ່ ຖືກວາງໄວ້ຢ່າງສະຫງ່າຜ່າເຜີຍຢູ່ເຄິ່ງກາງ ແລະ ສູງກວ່າໝູ່. ຂ້າງລຸ່ມແມ່ນຮູບຂອງບັນພະບຸລຸດ ແລະ ເເຕ່ລະຄົນໃນຕະກຸນທີ່ເສຍຊີວິດໄປແລ້ວ. ດັ່ງທີ່ຮູ້ກັນວ່າ ແຕ່ລະເດືອນ ແລະ ແຕ່ລະປີ ເພິ່ນໄດ້ບູຊາລຸງໂຮ່, ພິເສດແມ່ນວັນທີ 2 ກັນຍາ, ລຸງນີຈະເຮັດພາເຂົ້າບູຊາລຸງໂຮ່ ກໍ່ຄືການໄຫວ້ບັນພະບຸລຸດຂອງຊາວຫວຽດນາມ. ນອກຈາກຮູບປັ້ນລຸງໂຮ່ແລ້ວ, ຢູ່ຫ້ອງບູຊານີ້ຍັງມີຮູບເຄິ່ງຄີງຂອງລຸງໂຮ່ ຂະໜາດໃຫຍ່ ປະມານ 2 ແມັດ. ຕາມລຸງນີແລ້ວ, ນັບແຕ່ເມື່ອເຮືອນຫຼັງນີ້ສ້າງສຳເລັດ, ຮູບພາບລຸງໂຮ່ ກໍ່ໄດ້ຖືກວາງໄວ້ຢູ່ທີ່ນີ້.
ເມື່ອເວົ້າເຖິງເລື່ອງລາວຂອງຫຼາຍຄົນຢູ່ນາມຈ່າໝິ່ ໃສ່ນາມສະກຸນລຸງໂຮ່, ລຸງນີ ໄດ້ແບ່ງປັນວ່າ: ຊົນເຜົ່າເຊດັງເດີມບໍ່ມີນາມສະກຸນ, ມີພຽງແຕ່ຊື່ເທົ່ານັ້ນ. ປະຊາຊົນດຳລົງຊີວິດຢູ່ເຂດພູດອຍ, ຫ່າງໄກ, ຖືກຜົນສະທ້ອນຂອງສົງຄາມທີ່ໂຫດຮ້າຍໃນເມື່ອກ່ອນ, ຊີວິດການເປັນຢູ່ຂອງປະຊາຊົນຢູ່ທີ່ນີ້ ຍາມໃດກໍ່ອຶດຫິວ, ຂາດເຂົ້າ, ເກືອ, ພະຍາດຊ້ເຮື້ອ ພ້ອມກັບຮີດຄອງປະເພນີທີ່ຫຼ້າຫຼັງ. ແຕ່ເມື່ອເດີນຕາມພັກ, ລຸງໂຮ່, ປະຊາຊົນ ຈ່າໝິ່ ໄດ້ມີທິດທາງອັນສະຫລາດສ່ອງໄສ, ຊີວິດການເປັນຢູ່ນັບມື້ນັບມີຄວາມອີ່ມໜຳສຳລານ, ເສລີພາບ, ມີຄວາມສາມັກຄີ ແລະ ສີວິໄລ. ເຖິງວ່າຍັງບໍ່ທັນມີໂອກາດໄດ້ພົບປະລຸງໂຮ່, ຂ້າພະເຈົ້າພຽງແຕ່ໄດ້ຍິນເລົ່າເລື່ອງກ່ຽວກັບລຸງໂຮ່, ໄດ້ຟັງສຽງລຸງໂຮ່ ຜ່ານທາງສະຖານີຫວຽດນາມ, ຜ່ານການເລົ່າຂອງພະນັກງານ, ນັກຮົບກ່ຽວກັບຄຳສອນຂອງລຸງໂຮ່ ແລະ ໝາກຜົນຕົວຈິງທີ່ນຳມາຈາກການຟັງ ແລະ ເຮັດຕາມ ໄດ້ສະແດງໃຫ້ເຫັນເຖິງຄວາມເຄົາລົບ ແລະ ຮູ້ບຸນຄຸນຂອງລຸງໂຮ່ຢ່າງເລິກເຊິ່ງ. ພວກເຮົານຶກສະເໝີວ່າ ຈະຕ້ອງເຮັດສິ່ງໃດສິ່ງໜຶ່ງເພື່ອຕອບແທນ. ຊາວເຜົ່າ ຈ່າໝິ່ ຂ້ອຍຄິດຫາວິທີເອົານາມສະກຸນຂອງລຸງໂຮ່.
ທ່ານ ໂຮ່ວັນນີ (ຊາວເຜົ່າ ເຊດັ້ງ) ຢູ່ຕາແສງ ຈ່າກວາງ, ນາມຈ່າໝິ່, ກວາງນາມ. |
ຂ້າພະເຈົ້າກໍ່ຄືກັນ, ຂ້າພະເຈົ້າເອົານາມສະກຸນລຸງໂຮ່ ໃສ່ໃຫ້ຕົນເອງ ແລະ ລູກໆຂອງຂ້າພະເຈົ້າ. ລຸງໂຮ່ ເກີດໃນວັນທີ 19 ເດືອນພຶດສະພາ, ຂ້າພະເຈົ້າກໍ່ຖືເອົາວັນເກີດຂອງຂ້ອຍເປັນວັນທີ 20 ພຶດສະພາ. ໃນຂະບວນການເຂົ້າຮ່ວມການປະຕິວັດ, ຂ້າພະເຈົ້າໄດ້ໄປທົ່ວທຸກແຫ່ງ ແລະ ໄດ້ເຫັນຊາວກິງ ເສັ່ນໄຫວ້ບູຊາພໍ່ແມ່ບັນພະບຸລຸດ, ສະແດງໃຫ້ເຫັນຄວາມຮັກແພງຂອງລູກຫຼານທີ່ມີຕໍ່ຜູ້ທີ່ໄດ້ເສຍຊີວິດໄປ, ດັ່ງນັ້ນ ຂ້າພະເຈົ້າຈຶ່ງໄດ້ຮຽນເຮັດຕາມ. ຂ້າພະເຈົ້າເປັນຄົນໄຫວ້ ແລະ ສ້າງຂຸມຝັງສົບຂອງພໍ່ແມ່ຂອງຂ້າພະເຈົ້າ. ໃນວັນທີ 1 ແລະ ມື້ເດືອນເພັງ, ໄຕ້ທູບທຽນໃຫ້ພໍ່ແມ່. ຮອດທ້າຍປີ, ປີໃໝ່ກໍ່ຊື້ໝາກໄມ້ ແລະ ເຂົ້າໜົມ ໄຕ້ທູບທຽນເພື່ອລະນຶກເຖິງພໍ່ແມ່. ພວກນ້ອງ ແລະ ທຸກຄົນໃນບ້ານກໍ່ປະຕິບັດຕາມ. ຄົນຕາຍຈະບໍ່ໄປຝັງຢູ່ປ່າຊ້າອີກ, ແຕ່ຝັງຢູ່ໃນຂຸມຝັງສົບໃກ້ເຮືອນ.
ທ່ານ ໂຮ່ວັນຮວນ (ນາມຈ່າໝິ່, ກວາງນາມ) ໄດ້ເອົານາມສະກຸນ ໂຮ່ ມາຈາກນາມສະກຸນຂອງພໍ່ຜູ່ ເພາະວ່າພໍປູ່ບໍ່ເຄີຍມີນາມສະກຸນມາກ່ອນ. ພໍ່ປູ່ໄປຕາມການປະຕິວັດ ເຂົ້າຮ່ວມການຕໍ່ສູ້ຕ້ານຈັກກະພັດຝຣັ່ງ; ຫົວເມືອງຂຶ້ນ ອາເມລິກາ ແລະ ໄດ້ຮັບນາມສະກຸນ ໂຮ່. ພໍ່ປູ່ຂອງລຸງ ຮວນ ໄດ້ຮັບຫຼຽນໄຊຕໍ່ຕ້ານຊັ້ນສອງ. ເມື່ອເວົ້າເຖິງນາມສະກຸນຂອງຕົນ, ລຸງ ຮວນ ເວົ້າຢ່າງຕື່ນເຕັ້ນວ່າ: "ຂ້າພະເຈົ້າເອກອ້າງທະນົງໃຈທີ່ມີນາມສະກຸນໂຮ".
ອ້າຍ ໂຮ່ວັນນ່າຍ ໄດ້ເລົ່າເລື່ອງໃຫ້ລູກຟັງກ່ຽວກັບບັນດາໃບຍ້ອງຍໍທີ່ຢັ້ງຢືນບັນດາຜົນງານຂອງສະມາຊິກໃນຄອບຄົວ. ພາບ: ຫງວຽນຮົ່ງ. |
ອ້າຍ ໂຮ່ວັນນ່າຍ ຊົນເຜົ່າເຊດັງ, ເຖິງວ່າເກີດໃນໄລຍະຕໍ່ມາ, ໃນປີ 1980, ໃນຂະນະທີ່ປະຊາຊົນຫຼາຍຄົນຢູ່ແຫ່ງນີ້ໄດ້ເລືອກເອົານາມສະກຸນ ຫງວຽນ, ຟ້າມ, ເຈີ່ນ... ເປັນນາມສະກຸນຂອງເຂົາເຈົ້າ, ແຕ່ທ່ານຍັງເລືອກນາມສະກຸນ ໂຮ່. ອ້າຍ ນ່າຍ ກ່າວວ່າ: “ຄອບຄົວຂ້າພະເຈົ້າຖືນາມສະກຸນ ໂຮ່ ຕັ້ງແຕ່ພໍ່ເຖົ້າມາ. ຂ້າພະເຈົ້າດີໃຈ ແລະພູມໃຈທີ່ໄດ້ນາມສະກຸນໂຮ່. ລຸງໂຮ່ມາທີ່ນີ້ເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນ. ໃນເວລານັ້ນຍັງບໍ່ມີອາຫານ ຫຼື ເຄື່ອງນຸ່ງຫົ່ມ, ເຂົາເຈົ້າໄດ້ເອົາໃບໄມ້ມາເພື່ອເຮັດໂສ້ງ. ນັບແຕ່ລຸງໂຮ່ມາເບິ່ງແຍງດູແລທຸກຢ່າງ, ບ່ອນນີ້ກໍ່ມີໂຮງຮຽນ. ຢູ່ບ້ານເກີດຂອງຂ້າພະເຈົ້າ, ໝູ່ບ້ານ 2, ຕາແສງ ຈ່າກາມ, ມີປະຊາຊົນຫຼາຍຄົນມີນາມສະກຸນ ໂຮ່”.
ແບ່ງປັນນ້ຳໃຈກັບລຸງ
ຕາມທ່ານ ເລມິນທັ່ງ, ຫົວໜ້າຊົນເຜົ່າຂອງເມືອງນາມຈ່າໝິ່ ແລ້ວ: ເມືອງນາມຈ່າໝິ່ ລວມມີ 10 ຕາແສງ ໂດຍມີ 3 ຊົນເຜົ່າຕົ້ນຕໍຄື: ເບີນອງ, ເຊດັງ ແລະ ກາຢອງ ກວມ 97% ໃນທົ່ວບໍລິເວນ. ໃນເມື່ອກ່ອນ, ປະຊາຊົນຢູ່ທີ່ນີ້ບໍ່ມີນາມສະກຸນ, ມີແຕ່ຊື່ເທົ່ານັ້ນ. ຫຼັງຈາກມີລຸງໂຮ່ ມາ, ປະຊາຊົນກໍ່ເອົານາມສະກຸນໂຮ່ໝົດ. ເມືອງນາມຈ່າໝິ່ ເວົ້າສະເພາະ, ຊາວຊົນເຜົ່າສ່ວນໜ້ອຍຢູ່ເມືອງອື່ນໃນແຂວງສ່ວນຫຼາຍແມ່ນໃຊ້ນາມສະກຸນໂຮ່. ເມືອງນາມຈ່າໝິ່ ມີ 85% ຂອງຈຳນວນຄົນມີນາມສະກຸນໂຮ່ ເພາະແຕ່ກ່ອນຮອດປັດຈຸບັນ, ປະຊາຊົນລ້ວນແຕ່ຮັກແພງ, ຕິດພັນກັບລຸງໂຮ່.
ເມື່ອໄປເຂດຊົນເຜົ່າສ່ວນໜ້ອຍນາມຈ່າໝິ່, ທຸກບ້ານລ້ວນແຕ່ມີຮູບພາບ, ບັນດາເຮືອນທີ່ມີເງື່ອນໄຂດີກ່ວາແມ່ນໄດ້ວາງຮູບປັ້ນລຸງໂຮ່. ມີບາງເຮືອນ, ເຖິງວ່າແມ່ນເຮືອນທີ່ລຽບງ່າຍກໍ່ຕາມ, ແຕ່ກໍ່ຍັງມີຮູບລຸງໂຮ່ຢູ່ ເພາະຢູ່ໃນໃຈຂອງປະຊາຊົນຢູ່ທີ່ນີ້ ບໍ່ອາດຂາດລຸງໂຮ່ໄດ້. ຜູ້ເຖົ້າ ແລະ ຜູ້ໜຸ່ມທີ່ເກີດ ແລະ ເຕີບໃຫຍ່ຢູ່ທີ່ນີ້ລ້ວນແຕ່ຮູ້ຈັກລຸງໂຮ່. ເມື່ອເກີດລູກ, ພໍ່ແມ່ຍາມໃດກໍ່ສອນໃຫ້ລູກເຮັດຕາມແບບຢ່າງຂອງລຸງໂຮ່.
ຍ້ອນຄວາມຮັກແພງຂອງຂ້າພະເຈົ້າທີ່ມີຕໍ່ລຸງໂຮ່, ສະນັ້ນ ການໂຄສະນາ ແລະ ການຈັດຕັ້ງບັນດາເຄື່ອນໄຫວເພື່ອປຸກລະດົມປະຊາຊົນຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດສິນທຳຂອງລຸງໂຮ່ ກໍ່ໄດ້ສົມທົບເຂົ້າໃນບັນດາການດຳເນີນຊີວິດລວມ, ກິດຈະກຳນອນໂມງ... ກໍ່ໄດ້ດຳເນີນຢ່າງສະດວກສະບາຍຫຼາຍ. ນັບມື້ປະຊາຊົນກໍ່ຍິ່ງຊາບຊຶມ ແລະ ປະຕິບັດ 100% ຕາມແບບຢ່າງຂອງລຸງໂຮ່ໄດ້ເປັນຢ່າງດີ.
ເມື່ອເວົ້າເຖິງຄວາມມຸ່ງມາດປາດຖະໜາຂອງປະຊາຊົນເມືອງນາມຈ່າໝິ່ ກັບລຸງໂຮ່ແລ້ວ, ລຸງ ໂຮ່ວັນນີ, ອະດີດປະທານເມືອງນາມຈ່າໝິ່ ໃຫ້ຮູ້ວ່າ: ປະຊາຊົນຕາແສງ ຈ່າໝິ່ ບໍ່ເຄີຍໄດ້ພົບລຸງໂຮ່. ພວກເຮົາພຽງແຕ່ຮູ້ຈັກເພິ່ນໂດຍຜ່ານເລື່ອງລາວ ແລະ ຮູບພາບ. ໃນເມື່ອກ່ອນ, ທຸກຄັ້ງທີ່ລຸງໂຮ່ ເວົ້າທາງວິທະຍຸກະຈາຍສຽງຫວຽດນາມ, ຜູ້ທີ່ຮູ້ຈັກພາສາກິ່ງໃນວົງຄະນະຍາດກໍ່ໄດ້ແປແຕ່ລະປະໂຫຍກ ແລະ ຄຳສັບໃຫ້ທຸກຄົນເຂົ້າໃຈ. ຂ້າພະເຈົ້າໄດ້ມີໂອກາດໄປຢາມສຸສານລຸງໂຮ່. ປະຈຸບັນ, ຊາວເມືອງນາມຈ່າໝິ່ ໄດ້ພະຍາຍາມຜ່ານຜ່າຄວາມທຸກຍາກ ແລະ ສ້າງຄວາມຮັ່ງມີ ເພື່ອຈະໄດ້ໄປຢາມລຸງໂຮ່ ໃນໄລຍະຈະມາເຖິງ.
ດີງເລື້ອງ