ທ່ານປະທານປະເທດ ຫວໍວັນເຖືອງ ຢ້ຽມຢາມສະຖານທູດຫວຽດນາມ ປະຈຳ ລາວ ແລະປະຊາຄົມຊາວຫວຽດນາມ ອາໄສ ຢູ່ ລາວ | |
ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ພົບປະເຈລະຈາກັບຜູ້ນຳຂັ້ນສູງຂອງ ສປປ.ລາວ |
ໂດຍສືບຕໍ່ລາຍການເຂົ້າຮ່ວມພິທີຂຶ້ນຄອງລາດຂອງກະສັດອັງກິດ Charles III, ທ່ານປະທານປະເທດ ຫວໍວັນເຖືອງ ແລະ ຄະນະຜູ້ແທນຫວຽດນາມ ໄດ້ວາງດອກໄມ້ຢູ່ສະຖານອານຸສອນລຸງໂຮ່ ຢູ່ອາຄານ New Zealand House, ຖະໜົນ Hay Market, ລອນດອນ.
ທີ່ພິທີ, ທ່ານປະທານປະເທດ ຫວໍວັນເຖືອງ ແລະ ບັນດາສະມາຊິກຄະນະໄດ້ວາງພວງມາລາດ້ວຍຄວາມເຄົາລົບນັບຖື ຕໍ່ຜູ້ນຳທີ່ຮັກແພງຂອງປະຊາຊົນຫວຽດນາມ, ວິລະຊົນປົດປ່ອຍຊາດ, ບຸລຸດວັດທະນະທຳຜູ້ມີຊື່ສຽງຂອງໂລກ.
![]() |
ຕາມທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອັງກິດ ຫງວຽນຮ່ວາງລອງ ແລ້ວ, ການດຳລົງຊີວິດຂອງປະທານໂຮ່ຈິມິນ ໄດ້ສ້າງພື້ນຖານໃຫ້ແກ່ສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ອັງກິດ.
ຮ່ອງຮອຍປະຫວັດສາດດັ່ງກ່າວ ຢູ່ອາຄານ New Zealand House ແລະ ບັນດາສະຖານທີ່ສຳຄັນອື່ນໆຢູ່ ລອນດອນ - ເປັນບ່ອນຮັກສາຮອຍກ້າວຂອງປະທານ ໂຮ່ຈີມິນ, ມີຄວາມໝາຍສຳຄັນເພື່ອແນະນຳເຖິງເພື່ອນມິດ ອັງກິດ ແລະ ສາກົນ ກ່ຽວກັບປະຫວັດສາດ, ພາລະກິດປົດປ່ອຍຊາດ ຫວຽດນາມ ແລະ ພ້ອມກັນນັ້ນ ກໍເປັນການຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ, ປະຊາຊົນ 2 ປະເທດ ຫວຽດນາມ ແລະ ອັງກິດ.
ຄຳຮຸ່ງ