ກວ໋າງບິງ ໜູນຊ່ວຍແຂວງ ສາລະວັນ (ລາວ) ບຳລຸງສ້າງພະນັກງານ, ນັກສຶກສາຮຽນພາສາ ຫວຽດນາມ 10 ຄົນໃນແຕ່ລະປີ

09:43 | 24/04/2024

ຍສໝ - ກວ໋າງບິງ ຈະໜູນຊ່ວຍແຂວງ ສາລະວັນ ບຳລຸງສ້າງພະນັກງານ ແລະ ນັກ​ສຶກສາ​​ລົງເລິກຂະແໜງ​ຮຽນພາສາ ຫວຽດນາມ 10 ຄົນຢູ່ບັນດາຮາກຖານບຳລຸງສ້າງຂອງແຂວງໃນແຕ່ລະປີ. ​ແຂວງ ​ສາລະ​ວັນ ຈະ​ໜູນ​ຊ່ວຍ​ແຂວງ ກວ໋າງບິ່ງ ບຳລຸງ​ສ້າງ​ພະນັກງານ/ນັກ​ສຶກສາ ຄົນໜຶ່ງຮຽນ​ລະດັບ​ປະລິນຍາ​ຕີ​ຢູ່​ມະຫາວິທະຍາ​ໄລ​ແຫ່ງ​ຊາດລາວ.

ລາວ ປັບເພີ່ມອັດຕາພາສີ VAT 10% ຄືນ ລາວ ປັບເພີ່ມອັດຕາພາສີ VAT 10% ຄືນ
ເທື່ອທຽນເຫວ້ - ສາລະວັນ ເພີ່ມທະວີການປະສານງານໃນວຽກງານຍຸຕິທຳ ເທື່ອທຽນເຫວ້ - ສາລະວັນ ເພີ່ມທະວີການປະສານງານໃນວຽກງານຍຸຕິທຳ

ຕອນ​ບ່າຍ​ວັນ​ທີ 23 ​ເມສາ​ນີ້, ຢູ່ນະຄອນ ດົ່ງ​ເຮີຍ, ກວາງ​ບິ່ງ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງສອງແຂວງ ກວາງ​ບິ່ງ ​ແລະ ສາລະ​ວັນ ​ໄດ້​ດຳ​ເນີນ​ການພົບປະເຈລະຈາ ​ແລະ ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື.

ທີ່​ການ​ພົບ​ປະ​ເຈລະຈາ, ຫົວໜ້າຄະນະຂອງສອງ​ແຂວງ ​ໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບ​ການ​ເສດຖະກິດ - ສັງຄົມ, ການປ້ອງ​ກັນຊາດ​ - ປ້ອງກັນຄວາມສະຫງົບ, ວຽກງານ​ກໍ່ສ້າງ​ພັກ, ອຳນາດການປົກຄອງຂອງ​ແຕ່ລະ​ແຂວງ; ພ້ອມ​ກັນ​ນັ້ນ ກໍ່ສະ​ເໜີ​ບາງ​ເນື້ອ​ໃນ​ການ​ຮ່ວມ​ມື​ລະຫວ່າງ 2 ທ້ອງ​ຖິ່ນ.

ກວ໋າງບິງ ໜູນຊ່ວຍແຂວງ ສາລະວັນ (ລາວ) ບຳລຸງສ້າງພະນັກງານ, ນັກສຶກສາຮຽນພາສາ ຫວຽດນາມ 10 ຄົນໃນແຕ່ລະປີ

ສະຫາຍ ​ເລຂາຄະນະພັກແຂວງ ກວາງ​ບິ່ງ ຫວູດ້າຍຖັງ (ຂວາ) ​ມອບ​ຂອງຂວັນ​ໃຫ້​ ສະຫາຍ ​ເລຂາພັກ​, ເຈົ້າ​ແຂວງ​ສາລະ​ວັນ (ພາບ: ໜັງສືພິມ Nhan Dan).

ສະຫາຍ ​ເລຂາຄະນະພັກແຂວງ ກວາງ​ບິ່ງ ຫວູດ້າຍຖັງ ໄດ້​ແບ່ງປັນຕື່ມກ່ຽວກັບບັນດາຂໍ້ມູນ​ເສດຖະກິດ - ສັງຄົມ, ການປ້ອງ​ກັນຊາດ​ - ປ້ອງກັນຄວາມສະຫງົບ​ຂອງ​ແຂວງ ກວາງ​ບິ່ງ ​ແລະ ຕີ​ລາຄາກ່ຽວກັບສາຍ​ພົວພັນ​ລະຫວ່າງ​ແຂວງ ກວາງ​ບິ່ງ ກັບ​ບັນດາ​ແຂວງ​ຂອງ​ລາວ.

ຕາມ​ນັ້ນ​ແລ້ວ, ນອກຈາກ​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​​ອັນ​ຍາວ​ນານ​ກັບ​ບັນດາ​ແຂວງຕິດກັບຊາຍແດນຄື ແຂວງ​ ຄຳ​ມ່ວນ, ສະ​ຫວັນ​ນະ​ເຂດ, ກວາງ​ບິ່ງ ກໍ່ໄດ້​ເປີດກ້ວາງການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ແຂວງ ຈຳປາ​ສັກ, ​ໄຊ​ສົມບູນ, ບໍລິ​ຄຳ​ໄຊ...

ສ່ວນແຂວງ ສາລະວັນ, ເຖິງວ່າບໍ່ມີຊາຍແດນຕິດຈອດກັນກໍ່ຕາມ, ແຕ່ສອງແຂວງກໍ່ມີຄວາມຄ້າຍຄືກັນ ແລະ ສາຍພົວພັນຕິດພັນກັບການເຄື່ອນໄຫວຫຼາຍຢ່າງ. ປີ 2022, ຕາມ​ຄຳ​ເຊີນ​ຂອງ​ການ​ນຳ​ແຂວງ​ ສາລະ​ວັນ, ຄະນະ​ຜູ້​ແທນ​ແຂວງ ກວາງ​ບິ່ງ ​ໂດຍ​ທ່ານ ເຈີ່ນຖັງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ເປັນຫົວໜ້າຄະນະ​ໄປ​ຢ້ຽມຢາມ, ເຮັດ​ວຽກ​ຢູ່​ແຂວງ​ ສາລະ​ວັນ.

ໃນເດືອນ ມິຖຸນາ 2023, ແຂວງ ສາລະວັນ ກໍ່ໄດ້ຈັດຕັ້ງຄະນະໂດຍທ່ານຮອງເຈົ້າແຂວງນຳໜ້າ​ ​ມາ​ຢ້ຽມຢາມ, ເຮັດ​ວຽກ​ຢູ່ແຂວງ ກວາງບິ່ງ. ນັບແຕ່​ປີ 2022 ມາຮອດປະຈຸ​ບັນ, ​ແຕ່ລະ​ປີ ​ແຂວງ ກວາງ​ບິ່ງ ກໍ່​ໄດ້​ໜູນ​ຊ່ວຍ​ການບຳລຸງສ້າງພາສາ ຫວຽດນາມ ໃຫ້​ແກ່​ພະນັກງານ 2 ທ່ານ ​ແລະ ບຳລຸງ​ສ້າງ​ວິຊາ​ສະ​ເພາະ​ໃຫ້​ນັກ​ສຶກສາ 5 ຄົນ ຢູ່​ບັນດາຮາກຖານບຳລຸງສ້າງຂອງແຂວງ ກວາງບິ່ງ.

ບົນ​ຈິດ​ໃຈ​ສາຍພົວພັນມິດຕະພາບ​ອັນ​ຍິ່ງ​ໃຫຍ່​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ ​ຫວຽດນາມ - ລາວ, ນອກຈາກ​ ເນື້ອໃນຍູ້ແຮງການ​ເຜີຍ​ແຜ່, ສຶກສາພະນັກງານ, ປະຊາຊົນ, ພິ​ເສດ​ແມ່ນ​ລຸ້ນໜຸ່ມ, ຊາວ​ໜຸ່ມ​ກ່ຽວ​ກັບສາຍພົວພັນມິດຕະພາບ​ອັນ​ຍິ່ງ​ໃຫຍ່​, ຄວາມ​ສາມັກຄີ​ແບບ​ພິ​ເສດລະຫວ່າງ ຫວຽດນາມ ​ແລະ ລາວ ແລ້ວ, ຄະນະ​ຜູ້​ແທນ​ຂັ້ນ​ສູງສອງ​ແຂວງ ກວາງ​ບິ່ງ ​ແລະ ​ແຂວງ​ ສາລະ​ວັນ ກໍ່​ໄດ້​ປຶກສາ​ຫາລື ​ແລະ ​ເຫັນ​ດີ​ເປັນ​ເອກະ​ພາບ​ລົງ​ນາມ​ໃນ​ບົດ​ບັນທຶກ​ການ​ພົບປະເຈລະຈາ​ໂດຍ​ມີ​ເນື້ອ​ໃນ​ຄື:

​ແຕ່ລະ​ປີ, ​ແຂວງ ກວາງ​ບິ່ງ ຈະໜູນ​ຊ່ວຍ​ແຂວງ ​ສາລະ​ວັນ ​ໃນ​ການບຳລຸງສ້າງພະນັກງານ ແລະ ນັກ​ສຶກສາ​​ລົງເລິກຂະແໜງ​ຮຽນພາສາ ຫວຽດນາມ 10 ຄົນຢູ່ບັນດາຮາກຖານບຳລຸງສ້າງຂອງແຂວງ.

ແຂວງ​ ສາລະ​ວັນ ຈະໜູນ​ຊ່ວຍ​ແຂວງ ກວາງ​ບິ່ງ ໃນ​ການບຳລຸງສ້າງ​ພະນັກງານ/ນັກ​ສຶກສາ ຄົນໜຶ່ງຮຽນ​ລະດັບ​ປະລິນຍາ​ຕີ​ຢູ່​ມະຫາວິທະຍາ​ໄລ​ແຫ່ງ​ຊາດລາວ.

ສອງ​ແຂວງ ໄດ້ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການທ່ອງທ່ຽວ... ຢ່າງຕັ້ງໜ້າ; ສົ່ງເສີມ ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ​ລົງທຶນທຳການ​ຜະລິດ, ດຳ​ເນີນ​ທຸລະ​ກິດ​ໃນບັນດາ​ຂົງ​ເຂດ​ທີ່​ເໝາະ​ສົມ​ກັບ​ກຳລັງບົ່ມຊ້ອນ, ​ທ່າ​ແຮງຂອງ​ແຕ່ລະ​ແຂວງ.

​ໃນ​ໄລຍະ​ຈະ​ມາ​ເຖິງ, ສອງ​ແຂວງ ຈະ​ສືບ​ຕໍ່ຍູ້ແຮງການ​ເຜີຍ​ແຜ່, ສຶກສາພະນັກງານ, ປະຊາຊົນ, ພິ​ເສດ​ແມ່ນ​ລຸ້ນໜຸ່ມ, ຊາວ​ໜຸ່ມ​ກ່ຽວ​ກັບສາຍພົວພັນມິດຕະພາບ​ອັນ​ຍິ່ງ​ໃຫຍ່​, ຄວາມ​ສາມັກຄີ​ແບບ​ພິ​ເສດລະຫວ່າງ ຫວຽດນາມ ​ແລະ ລາວ. ສອງ​ແຂວງ ​ໄດ້​ສົ່ງໂທລະເລກຊົມ​ເຊີຍ, ຢ້ຽມຢາມ​ເຊິ່ງກັນ ​ແລະ ກັນ​ໃນບັນດາ​ວັນ​ບຸນ, ເຕັດ ​ແລະ ວັນ​ສະ​ເຫຼີ​ມສະຫຼອງຂອງ 2 ປະ​ເທດ; ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເມື່ອເກີດໄພພິບັດທຳມະຊາດ, ພະຍາດລະບາດ.

ມິງດຶກ

ເຫດການ
302 Found

Found

The document has moved here.