ນັກ​ຮຽນຮູ້​ຈີນ ​ຢືນ​ຢັນ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະ​ຊາ​ຄົມ​ສາ​ກົນ​ທີ່​ມີ​ຕໍ່​ຫວຽດ​ນາມ​ໃນ​ໜ້າທີ່​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ

09:31 | 17/10/2022

ຍສໝ - ນັກ​ຮຽນຮູ້​ຈີນ​ ຖື​ວ່າ ພາຍຫຼັງ 35 ປີ​ແຫ່ງ​ການດໍາເນີນພາລະກິດປ່ຽນແປງໃໝ່​​ໃນ​ທຸກ​ຂົງ​ເຂດຂອງ​ການດຳເນີນຊີວິດ​ການ​ເມືອງ, ​ເສດຖະກິດ, ສັງຄົມ, ຫວຽດນາມ ​ບັນລຸ​ໄດ້​ບັນດາ​ຜົນງານ​ທີ່​ສຳຄັນ​ຫຼາຍ​ຢ່າງ, ໃນນັ້ນ, ພົ້ນເດັ່ນແມ່ນ​ການ​ປັບປຸງ​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດໃຈ​ຂອງ​ປະຊາຊົນ, ລົບ​ລ້າງ​ຄວາມ​ອຶດ​ຫີ​ວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ​ເພີ່ມ​ລາຍ​ຮັບ, ສ້າງ​ວຽກ​ເຮັດ​ງານ​ທຳມຸ່ງໄປເຖິງສັງຄົມທີ່​ມີ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ ມີ​ຄວາມ​ຜາ​ສຸກ.

ສ​ປ​ຊ ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ການ​ກະ​ທຳ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາ​ກາດຢ່າງ​ເຂັ້ມ​ງວດ ສ​ປ​ຊ ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ການ​ກະ​ທຳ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາ​ກາດຢ່າງ​ເຂັ້ມ​ງວດ
ຫວຽດ​ນາມ ມີ​ຄວາມ​ປາດ​ຖ​ະ​ໜາຢາກ​ປະ​ກອບ​ສ່​ວນ​ເຂົ້າ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ຂອງ​ໂລກ ເພື່ອ​ແນ​ໃສ່​ຊຸກ​ຍູ້ ແລະ ປົກ​ປ້ອງ​ສິດ​ທິ​ມະ​ນຸດ ຫວຽດ​ນາມ ມີ​ຄວາມ​ປາດ​ຖ​ະ​ໜາຢາກ​ປະ​ກອບ​ສ່​ວນ​ເຂົ້າ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ຂອງ​ໂລກ ເພື່ອ​ແນ​ໃສ່​ຊຸກ​ຍູ້ ແລະ ປົກ​ປ້ອງ​ສິດ​ທິ​ມະ​ນຸດ

ໂດຍຕີລາຄາສູງເລື່ອງ​ຫວຽດນາມ ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນສະມາຊິກສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ ​ອາຍຸ​ການ 2023-2025, ທ່ານ ສາດສະດາຈານ Gu Yuanyang ສັງກັດ​ສະຖາບັນ​ວິທະຍາສາດ​ສັງຄົມ​ຈີນ ​ໃຫ້​ຮູ້​ວ່າ: ນີ້​ແມ່ນ​ຄັ້ງ​ທີ 2 ທີ່ ຫວຽດນາມ ​ໄດ້​ຮັບ​ດໍາລົງຕຳແໜ່ງທີ່​ສຳຄັນດັ່ງກ່າວ, ສະ​ແດງ​ໃຫ້​ເຫັນ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະຊາ​ຄົມ​ໂລກຕໍ່​ບົດບາດ ​ແລະ ທີ່​ຕັ້ງ​ຂອງ​ຫວຽດນາມ ພາຍຫຼັງ​ຫຼາຍ​ປີ​ທີ່​ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ໂລກ​ຢ່າງ​ເລິກ​ເຊິ່ງກວ້າງຂວາງ.

ນັກ​ຮຽນຮູ້​ຈີນ ​ຢືນ​ຢັນ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະ​ຊາ​ຄົມ​ສາ​ກົນ​ທີ່​ມີ​ຕໍ່​ຫວຽດ​ນາມ​ໃນ​ໜ້າທີ່​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ
ທ່ານສາດສະດາຈານ Gu Yuanyang. ພາບ: ວີຊາ
ນັກ​ຮຽນຮູ້​ຈີນ ​ຢືນ​ຢັນ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະ​ຊາ​ຄົມ​ສາ​ກົນ​ທີ່​ມີ​ຕໍ່​ຫວຽດ​ນາມ​ໃນ​ໜ້າທີ່​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ
ທ່ານສາດສະດາຈານ Gu Yuanyang ແລະ ພັນລະຍາ. ພາບ: ວີຊາ

ນັກ​ຮຽນຮູ້​ຈີນ​ ຖື​ວ່າ ພາຍຫຼັງ 35 ປີ​ແຫ່ງ​ການດໍາເນີນພາລະກິດປ່ຽນແປງໃໝ່​​ໃນ​ທຸກ​ຂົງ​ເຂດຂອງ​ການດຳເນີນຊີວິດ​ການ​ເມືອງ, ​ເສດຖະກິດ, ສັງຄົມ, ຫວຽດນາມ ​ບັນລຸ​ໄດ້​ບັນດາ​ຜົນງານ​ທີ່​ສຳຄັນ​ຫຼາຍ​ຢ່າງ, ໃນນັ້ນ, ພົ້ນເດັ່ນແມ່ນ​ການ​ປັບປຸງ​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດໃຈ​ຂອງ​ປະຊາຊົນ, ລົບ​ລ້າງ​ຄວາມ​ອຶດ​ຫີ​ວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ​ເພີ່ມ​ລາຍ​ຮັບ, ສ້າງ​ວຽກ​ເຮັດ​ງານ​ທຳມຸ່ງໄປເຖິງສັງຄົມທີ່​ມີ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ ມີ​ຄວາມ​ຜາ​ສຸກ.

ຕາມ​ທ່ານ​ສາດສະດາຈານ Gu Yuanyang ​ແລ້ວ, ໂດຍປະຕິບັດ​ຕາມ​ໜ້າ​ທີ່​ຮັບຜິດຊອບ​ເຊິ່ງ ຫວຽດນາມ ດໍາລົງຕຳແໜ່ງ​ໃນ​ບັນດາ​ກົນ​ໄກ​ຮ່ວມ​ມື​ຫຼາຍ​ຝ່າຍ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ, ດ້ວຍ​ບັນດາ​ປະສົບ​ການ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ປ້ອງ​ກັນ, ຕ້ານໂລກລະບາດ ​ແລະ ຮັບປະກັນ​ສິດທິ​ມະນຸດ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້. ຫວຽດນາມ ​ສາມາດ​ປະຕິບັດ​ບົດບາດ​ເປັນ​ສະມາຊິກ​ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ​ໄລຍະ 2023-2025 ໄດ້​ເປັນຢ່າງດີ.

ນັກ​ຮຽນຮູ້​ຈີນ ​ຢືນ​ຢັນ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະ​ຊາ​ຄົມ​ສາ​ກົນ​ທີ່​ມີ​ຕໍ່​ຫວຽດ​ນາມ​ໃນ​ໜ້າທີ່​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ
ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລົງ​ຄະ​ແນນ​ສຽງ ​ແລະ ປະກາດ​ໝາກຜົນ​ການ​ເຂົ້າ​ເປັນ​ສະມາຊິກ​ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ. ພາບ: TTXVN

ບູນມີ

ເຫດການ
302 Found

Found

The document has moved here.