ຫວຽດນາມ ແລະ ຍີ່ປຸ່ນ ຍູ້ແຮງການຮ່ວມມືດ້ານຮູບເງົາ

07:55 | 01/11/2022

ໃນຂອບເຂດງານມະໂຫລານຮູບເງົາສາກົນໂຕກຽວ (ຍີ່ປຸ່ນ) ຄັ້ງທີ 35 ທີ່ດຳເນີນໄປແຕ່ວັນທີ 24 ຕຸລາ - ວັນທີ 2 ພະຈິກ, ສະຫະສະມາຄົມສົ່ງເສີມ ແລະພັດທະນາຮູບເງົາຫວຽດນາມ ໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງ ເພື່ອແນໃສ່ເພີ່ມທະວີການຮ່ວມມືດ້ານຮູບເງົາລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ.

ການເຄື່ອນໄຫວຫຼາຍຢ່າງມຸ່ງໄປເຖິງເຫດການ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ ການເຄື່ອນໄຫວຫຼາຍຢ່າງມຸ່ງໄປເຖິງເຫດການ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ
ເປີດຕົວສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຢູ່ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລ ດານັງ ເປີດຕົວສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຢູ່ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລ ດານັງ
ຫວຽດນາມ ແລະ ຍີ່ປຸ່ນ ຍູ້ແຮງການຮ່ວມມືດ້ານຮູບເງົາ
ຜູ້ແທນເຂົ້າຮ່ວມກອງປະຊຸມສໍາມະນາ. ພາບ: qdnd.vn

ຈຸດພົ້ນເດັ່ນແມ່ນກອງປະຊຸມສໍາມະນາ “ຫວຽດນາມ - ສະຖານທີ່ດຶງດູດນັກຜະລິດຮູບເງົາໂລກ”, ແນະນຳບັນດາຈຸດໃໝ່ໃນກົດໝາຍວ່າດ້ວຍຮູບເງົາ (ສະບັບປັບປຸງ), ມີຜົນສັກສິດແຕ່ວັນທີ 1 ມັງກອນ 2023; ໂຄສະນາສະພາບແວດລ້ອມແຫ່ງການຜະລິດຮູບເງົາຫວຽດນາມ; ແນະນໍາຄວາມສາມາດໃນການຜະລິດຮູບເງົາກະຕູນ ແລະຄວາມຕ້ອງການຂອງການຮ່ວມມືຜະລິດຮູບເງົາກະຕູນ. ຜູ້ຕາງໜ້າສະຫະສະມາຄົມໄດ້ຢ້ຽມຢາມ ແລະເຮັດວຽກກັບບໍລິສັດຮູບເງົາກະຕູນຂອງຍີ່ປຸ່ນ ບາງແຫ່ງ. ເປົ້າໝາຍແມ່ນຊອກຫາການຮ່ວມມືເພື່ອໃຫ້ຮູບເງົາກະຕູນຫວຽດນາມ ນັບມື້ນັບພັດທະນາ, ຜະລິດໄດ້ບັນດາຮູບເງົາທີ່ມີຄູນນະພາບ, ທັນສະໄໝ.

la.qdnd.vn

ເຫດການ
302 Found

Found

The document has moved here.