ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 95 ປີ (3-2-1930 / 3-2-2025), ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ມີບົດຂຽນດ້ວຍຫົວຂໍ້: “ຫວຽດນາມ ຮຸ່ງເຮືອງເຫຼືອງເຫຼື້ອມ”.
ຍສໝ - ຕາມ Brand Finance, ຄູນຄ່າເຄື່ອງໝາຍການຄ້າ (ຍີ່ຫໍ້) ຂອງຫວຽດນາມ ໃນປີ 2024 ຈບັນລຸ 507 ຕື້ USD, ຢືນຢູ່ອັນດັບທີ 32 ໃນຈຳນວນ 193 ປະເທດທີ່ໄດ້ຕີລາຄາ, ເພີ່ມຂັ້ນໜຶ່ງກ່ຽວກັບອັນດັບ ແລະ ເພີ່ມ 2% ກ່ຽວກັບຄູນຄ່າເມື່ອທຽບໃສ່ປີ 2023. ບັນດາຕົວເລກຊີ້ບອກທີ່ໜ້າປະທັບໃຈດັ່ງກ່າວໄດ້ມາຈາກຄວາມພະຍາຍາມຂອງລັດຖະບານ ໃນການປະຕິຮູບສະພາບແວດລ້ອມແຫ່ງການລົງທຶນ, ຍູ້ແຮງການນຳເຂົ້າ ແລະ ສົ່ງອອກ, ໜູນຊ່ວຍການພັດທະນາຍີ່ຫໍ້ຜະລິດຕະພັນ ແລະ ຄວາມຕັດສິນໃຈຂອງວິສາຫະກິດ.
ໜຶ່ງໃນບັນດາຈຸດພົ້ນເດັ່ນຂອງງານວາງສະແດງສາກົນປ້ອງກັນຊາດ ຫວຽດນາມ ປີ 2024 ແມ່ນບັນດາຜະລິດຕະພັນອາວຸດຍຸດໂທປະກອນການທະຫານທັນສະໄໝໂດຍຫວຽດນາມ ຜະລິດທີ່ແນະນຳຢູ່ງານວາງສະແດງ.
ຍສໝ - ໃນປີ 2024, ນະຄອນ ໂຮ່ຈິມິນ ພວມຄ່ອຍໆກັບຄືນສູ່ວົງໂຄຈອນພັດທະນາຂອງຕົນ ເມື່ອຕົວເລກສະແດງການເຕີບໂຕບັນລຸໄດ້ໝາກຜົນຢ່າງຕັ້ງໜ້າ. ການຜັນຂະຫຍາຍກົນໄກສະເພາະພວມຊ່ວຍໃຫ້ນະຄອນແກ້ໄຂບັນດາສິ່ງກີດຂວາງ, ລຸລ່ວງບັນດາແຫຼ່ງກຳລັງພັດທະນາ, ສືບຕໍ່ຢືນຢັນຖານະເປັນໃຈກາງເສດຖະກິດໃຫຍ່ຂອງທົ່ວປະເທດ.
ຍສໝ -
ເນື່ອງໃນໂອກາດສົ່ງ້າຍປີເກົ່າ ຕ້ອຍຮັບປີໃໝ່ປະຈຳຊາດປີມະເສັງ 2025, ທ່ານປະທານປະເທດ ເລືອງເກື່ອງ ໃນນາມການນຳພັກ ແລະ ລັດ ໄດ້ສົ່ງຄຳອວຍພອນປີໃໝ່ອັນດີງາມມາຍັງພີ່ນ້ອງຮ່ວມຊາດ, ສະຫາຍ, ນັກຮົບໃນທົ່ວປະເທດ ແລະ ພໍ່ແມ່ແະຊາຊົນຢູ່ຕ່າງປະເທດ.
ຫວຽດນາມ ໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນຂອງໂລກໃນການຍາດແຍ່ງກາລະໂອກາດເຂົ້າຮ່ວມຕ່ອງໂສ້ການສະໜອງທີ່ຫາກໍ່ໄດ້ຮັບການສ້າງຕັ້ງ, ຈາກນັ້ນສ້າງກຳລັງໜູນເຕີບໂຕໃໝ່ໃຫ້ແກ່ພື້ນຖານເສດຖະກິດ.
ປີ 2024 ໄດ້ດໍາເນີນບັນດາເຫດການພິເສດ, ມີຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ແຕ່ພາຍໃຕ້ການນຳພາຂອງພັກ, ດ້ວຍຄວາມມານະພະຍາຍາມ ແລະ ຄວາມເຫັນດີເຫັນພ້ອມຂອງທົ່ວລະບົບການເມືອງ, ທົ່ວປວງຊົນ, ທົ່ວກອງທັບ, ຫວຽດນາມ ບັນລຸໄດ້ຜົນງານດີເດັ່ນຫຼາຍຢ່າງ.
ຍສໝ - ປັບປຸງລະບົບການເມືອງໃຫ້ກະທັດຮັດ ແລະການຫັນປ່ຽນດີຈີຕອນຢ່າງຂ້ຽວຂາດແມ່ນສອງການປະຕິວັດທີ່ພວມດຳເນີນໄປຄຽງຄູ່ກັນແນໃສ່ເພີ່ມທະວີປະສິດທິພາບ, ປະສິດທິຜົນ, ປະຕິບັດ, ລົບລ້າງມຸມທີ່ເຊື່ອງຊ້ອນເພື່ອຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້, ຟຸ່ມເຟືອຍ. ສອງວິວັດທະນາການນັ້ນ, ສົມທົບກັບການປັບປຸງລະບອບລະບຽບການແມ່ນປັດໄຈຕັດສິນໄຊຊະນະຂອງໜ້າທີ່ພັດທະນາປະເທດໃນໄລຍະຈະມາເຖິງ.
ຍສໝ - ປີ 2024, ການສົ່ງອອກຂອງຫວຽດນາມ ບັນລຸສະຖິຕິ ເມື່ອລື່ນກາຍ 400 ຕື້ໂດລາສະຫະລັດ, ນໍາວົງເງິນສົ່ງອອກນໍາເຂົ້າ ເປັນຄັ້ງທໍາອິດທີ່ລື່ນກາຍລະດັບ 700 ຕື້ໂດລາສະຫະລັດ, ຍິ່ງໄປກວ່ານັ້ນແມ່ນບັນລຸເກືອບ 800 ຕື້ໂດລາສະຫະລັດ. ປີ 2025, ຍັງຊ້ອນແຝງຫຼາຍປັດໄຈການຜັນແປທີ່ຄາດເດົາໄດ້ຍາກ, ແຕ່ກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ຍັງສະແດງໃຫ້ເຫັນການຕັດສິນໃຈສູງ ເມື່ອວາງເປົ້າໝາຍການເຕີບໂຕສົ່ງອອກ ແມ່ນປະມານ 12%.
ຍສໝ - ຫວ່າງມໍ່ໆມານີ້, ຢູ່ ຮ່າໂນ້ຍ, ກອງປະຊຸມຄະນະປະຈຳ - ຄະນະປະທານຄະນະກຳມະການສັນຕິພາບ ຫວຽດນາມ ໄດ້ດຳເນີນເພື່ອແນໃສ່ສະຫຼຸບວຽກງານປີ 2024 ແລະ ກຳນົດທິດທາງ ແລະ ໜ້າທີ່ປີ 2025. ກອງປະຊຸມໄດ້ກຳນົດການສຶກສາສັນຕິພາບແມ່ນການເຄື່ອນໄຫວໃຈກາງຂອງຄະນະກຳມະການສັນຕິພາບ ຫວຽດນາມ ໃນປີ 2025.
ຍສໝ - ໂອກາດບຸນເຕັດນີ້, ງານບຸນວັດທະນະທຳ ແລະ ມູນເຊື້ອທີ່ເປັນເອກະລັກພິເສດຫຼາຍຢ່າງຈະດຳເນີນໄປໃນທົ່ວປະເທດ ຫວຽດນາມ. ບາງອົງການທ່ອງທ່ຽວຍັງໄດ້ຮັບຮູ້ທ່າອ່ຽງການເຄື່ອນຍ້າຍຕະຫຼອດບຸນເຕັດເພີ່ມຂຶ້ນຂອງນັກທ່ອງທ່ຽວທີ່ເດີນທາງໃນລະຫວ່າງບັນດາຕົວເມືອງໃຫຍ່.
ຍສໝ - ສະຫະພັນບັນດາອົງການມິດຕະພາບນະຄອນ ດານັງ ຫາກໍ່ຈັດຕັ້ງກອງປະຊຸມສະຫຼູບວຽກງານການທູດປະຊາຊົນໃນປີ 2024 ແລະ ຜັນຂະຫຍາຍໜ້າທີ່ປີ 2025.
ຍສໝ - ໜຶ່ງໃນບັນດາໜ້າທີ່ຈຸດສຸມຂອງປີ 2025 ໂດຍສະຫະພັນບັນດາອົງການມິຕະພາບແຂວງ (ສະຫະພັນ) ແລະ ບັນດາສະມາຄົມມິດຕະພາບທີ່ເປັນສະມາຊິກ ໄດ້ກຳນົດແມ່ນການເສີມຂະຫຍາຍບົດບາດຫຼັກແຫຼ່ງຂອງສະມາຊິກ, ພ້ອມກັນນັ້ນກໍ່ສ້າງອົງການຈັດຕັ້ງສະມາຄົມມິດຕະພາບທີ່ເຄື່ອນໄຫວຢູ່ເຂດຊຸມຊົນ.
ໃນປີ 2024, ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຫຼາຍຢ່າງກໍ່ຕາມ, ແຕ່ເສດຖະກິດຫວຽດນາມ ຍັງຄົງຮັກສາລະດັບເຕີບໂຕ 7,09% ດ້ວຍບັນດາໝາກຜົນສຳຄັນທີ່ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ, ວິສາຫະກິດ. ເສດຖະກິດໃນປີ 2025 ຄາດວ່າຈະຟື້ນຕົວຢ່າງແຂງແຮງ, ມຸ່ງໄປເຖິງບັນລຸເປົ້າໝາຍເຕີບໂຕສູງກວ່າ 8%.
ພ້ອມກັບແງ່ຫວັງເປັນໜ້າປະເອີບໃຈຂອງເສດຖະກິດໂລກ, ເສດຖະກິດຫວຽດນາມ ກໍ່ໄດ້ຮັບການຕີລາຄາວ່າ ສືບຕໍ່ເຕີບໂຕຢ່າງໝັ້ນຄົງໃນປີ 2025.
ຍສໝ - ສະຫະພັນແຮງງານແຂວງ ກວາງບິ່ງ ຫາກໍ່ຈັດຕັ້ງລາຍການ “ບຸນເຕັດປຸ້ມລຸມກັນ - ລະດູບານໃໝ່ສະແດງຄວາມຮູ້ບຸນຄຸນຕໍ່ພັກ” ແລະ ງານຕະຫຼາດນັດອົງການກຳມະບານ ປີ 2025 ດ້ວຍຫຼາຍການເຄື່ອນໄຫວທີ່ມີຄວາມໝາຍ ແລະ ມີມະນຸດສະທຳ ໃຫ້ບັນດາສະມາຊິກສະຫະພັນ, ຜູ້ອອກແຮງງານ.
ຍສໝ - ຕອນເຊົ້າວັນທີ 14 ມັງກອນ, ຢູ່ຮ່າໂນ້ຍ, ກ່າວຄຳປາໄສທີ່ກອງປະຊຸມພົບປະສື່ມວນຊົນເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີມະເສັງ 2025, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຫວຍດນາມ ບຸຍແທງເຊີນ ໃຫ້ຮູ້ວ່າ ປີນີ້ ຫວຽດນາມ ຈະມີບັນດາການເຄື່ອນໄຫວທາງການທູດສອງຝ່າຍ, ຫຼາຍຝ່າຍທີ່ຟົດຟື້ນ, ພ້ອມກັນນັ້ນ ກໍຮັບຜິດຊອບການຈັດຕັ້ງເຫດການການທູດຫຼາຍຝ່າຍທີ່ສຳຄັນເຊັ່ນ: ເວທີປາໄສອະນາຄົດອາຊຽນ ຄັ້ງທີ 2, ກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍທົ່ວໂລກ2030 (P4G), ກອງປະຊຸມສະຫະປະຊາຊາດກ່ຽວກັບການຄ້າ ແລະ ການພັດທະນາ (UNCTAD)...
ຮຽນບັນດາສະຫາຍການນໍາພັກ, ລັດ, ລັດຖະບານ, ບັນດາຄະນະ, ກະຊວງ, ຂະແໜງການສູນກາງ, ທ້ອງຖິ່ນ ແລະບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຢູ່ທີ່ນີ້ ແລະບັນດາສະຖານທີ່ເຊື່ອມຕໍ່.
ຍສໝ - ທ່ານ ບຸ່ຍແທງເຊີນ, ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ມີບົດຂຽນ “ວຽກງານການຕ່າງປະເທດ ຫວຽດນາມ ໃນປີ 2024: ຕັ້ງໜ້າ, ເປັນເຈົ້າການປະກອບສ່ວນເຂົ້າໃນທ່ວງທ່າການນຳປະເທດຊາດກ້າວເຂົ້າສູ່ສັງກາດໃໝ່”, ໄດ້ເນັ້ນໜັກເຖິງບັນດາຜົນງານ “ຄວາມສຳຄັນ, ຄວາມໝາຍທາງປະຫວັດສາດ” ຂອງວຽກງານການຕ່າງປະເທດຕັ້ງແຕ່ຕົ້ນອາຍຸການຈົນເຖິງປະຈຸບັນ. ບົດຂຽນມີເນື້ອໃນດັ່ງຕໍ່ໄປນີ້:
ຍສໝ - ຕອນຄ່ຳວັນທີ 5 ມັງກອນ, ຢູ່ຮ່າໂນ້ຍ ໄດ້ດຳເນີນພິທີມອບລາງວັນສື່ມວນຊົນແຫ່ງຊາດກ່ຽວກັບສະພາແຫ່ງຊາດ ແລະ ສະພາປະຊາຊົນ (ລາງວັນ ຢຽນຮົ່ງ) ຄັ້ງທີ 3 ປີ 2025, ທ່ານກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ເຈີ່ນແທັງເມິ້ນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສຊີ້ນຳໃນພິທີມອບລາງວັນ.
ຍສໝ - ຕອນຄ່ຳວັນທີ 5 ມັງກອນນີ້, ພາຍຫຼັງທິມບານເຕະ ຫວຽດນາມ ເອົາຊະນະທິມບານເຕະ ໄທ ແລະ ເອົາຊະນະເລີດ AFF Cup 2024, ປະຊາຊົນທົ່ວປະເທດນຳທຸງຊາດອອກເດີທທາງເພື່ອສະເຫຼີມສະຫຼອງໄຊຊະນະ
ຍສໝ - ຕາມການຄາດຄະເນຂອງອົງການຮ່ວມມື ແລະພັດທະນາເສດຖະກິດ (OECD) ພ້ອມກັບກອງທຶນເງິນຕາສາກົນ (IMF) ແລ້ວ, ການເຕີບໂຕຂອງເສດຖະກິດໂລກບັນລຸ 3,2% ໃນປີ 2024 ແລະກ້າວໄປສູ່ລະດັບ 3,3% ໃນປີ 2025.
ຍສໝ - ປີ 2025, ເຖິງວ່າຍັງປະສົບຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ, ແຕ່ກໍ່ມີໂອກາດຫຼາຍຢ່າງທີ່ພວມເປີດອອກ. ຖ້າຫາກ ຫວຽດນາມ ນຳໃຊ້ບັນດາໂອກາດນັ້ນໃຫ້ເປັນຢ່າງດີ, ເປົ້າໝາຍການເຕີບໂຕປະມານ 8% ແມ່ນສາມາດບັນລຸໄດ້.
ຍສໝ - ຫວ່າງມໍ່ໆມານີ້, ອົງການ Samaritan’s Purse (ອາເມລິກາ) - ຫ້ອງການຕາງໜ້າຢູ່ ຫວຽດນາມ ໄດ້ສົມທົບກັບສະຫະພັນບັນດາອົງການມິດຕະພາບແຂວງ ກວາງບິ່ງ ມອບເຄື່ອງຂອງ 250 ພູດໃຫ້ແກ່ບັນດາຄອບຄົວທີ່ຖືກຜົນກະທົບຈາກພະຍຸເລກ 6 (ຈ່າມີ) ປີ 2024 ທີ່ເກີດຢູ່ແຂວງ ເຈືອງຖຸ້ຍ, ເມືອງ ເລ້ຖຸ້ຍ (ແຂວງກວາງບິ່ງ).
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີ ແຫ່ງວັນສ້າງຕັ້ງ ກອງທັບປະຊາຊົນຫວຽດນາມ, 35 ປີແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ, ຕອນເຊົ້າວັນທີ 11 ທັນວາ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງການໄປຖະຫວາຍດອກໄມ້, ທູບທຽນອາໄລຫາພົນເອກ ຫວໍງວຽນຢາບ ແລະນັກຮົບກອງທະຫານໂຄສະນາປົດປ່ອຍຫວຽດນາມ 34 ຄົນ ຢູ່ເຂດປູສະນີຍະສະຖານແຫ່ງຊາດພິເສດປ່າເຈິ່ນຮືງດ້າວ, ຕາແສງ ຕາມກີມ, ເມືອງງວຽນບິ່ງ, ແຂວງກາວບັ່ງ. ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ເປັນປະທານພິທີ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, 35 ປີແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ, ວັນທີ 10 ທັນວາ, ຢູ່ຮ່າໂນ້ຍ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດໄດ້ຈັດຕັ້ງການພົບປະສັງສັນກັບບັນດາຜູ້ແທນນັກຮົບເກົ່າຫວຽດນາມ. ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເປັນປະທານການພົບປະສັງສັນ.
ຍສໝ - ສິລະປະຍຸດການທະຫານຫວຽດນາມ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນໄຊຊະນະຂອງການປະຕິວັດ. ຄົ້ນ ຄວ້າ, ພັດທະນາສິລະປະຍຸດການທະຫານຫວຽດນາມ ແມ່ນບັນຫາຮີບດ່ວນ ແລະຈຳເປັນທັງດ້ານທິດສະດີ ແລະພຶດຕິກຳ, ຕອບສະໜອງຄວາມຮຽກຮ້ອງຂອງໜ້າທີ່ ກຽມພ້ອມສູ້ຮົບ ແລະສູ້ຮົບ ປົກປັກຮັກສາປະເທດຊາດຫວຽດນາມ ສັງຄົມນິຍົມໃນສະພາບການໃໝ່.
ຍສໝ - ປີ 2024 ຫວຽດນາມ ໄດ້ສ້າງຄວາມປະທັບໃຈໃນສາຍຕາຂອງເພື່ອນມິດສາກົນ. ເພື່ອມີຄວາມເຂົ້າໃຈຈະແຈ້ງກວ່າກ່ຽວກັບຜົນງານດັ່ງກ່າວ, ນັກຂ່າວສໍານັກຂ່າວສານຫວຽດນາມ ປະຈຳນິວເດລີ ໄດ້ມີການສຳພາດທ່ານ SD Pradhan ອະດີດຮອງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດອິນເດຍ.
ຍສໝ - ຕອນເຊົ້າວັນທີ 9 ທັນວາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເຮັດວຽກກັບຄະນະເສດຖະກິດສູນກາງພັກ ກ່ຽວກັບຜົນການປະຕິບັດໜ້າທີ່ວຽກງານ ນັບແຕ່ຕົ້ນອາຍຸການ ຊຸດທີ XIII ມາຮອດປະຈຸບັນ ແລະທິດທາງໜ້າທີ່ ຈົນເຖິງໝົດອາຍຸການ.
ຕາມທ່ານ ໂຕເລີມ ເລຂາທິການໃຫຍ່ແລ້ວ, ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຈະເປັນຂີດໝາຍເປີດໄລຍະບືນຕົວຂຶ້ນຂອງຫວຽດນາມ, ໄລຍະພັດທະນາ, ໄລຍະຮັ່ງມີເຂັ້ມແຂງ, ສັງກາດວັດທະນາຖາວອນ, ເມື່ອປະຊາຊົນຫວຽດນາມ ທຸກຄົນ, ລ້ານຄົນເປັນຈິດໜຶ່ງໃຈດຽວ, ພາຍໃຕ້ການນຳພາຂອງພັກ, ຍາດແຍ່ງກາລະໂອກາດ, ຄວາມສະດວກຢ່າງສຸດຂີດ, ຍູ້ຄວາມສ່ຽງ, ສິ່ງທ້າທາຍໃຫ້ຖອຍໄປ, ນຳປະເທດພັດທະນາຮອບດ້ານ, ຢ່າງແຮງ, ບຸກທະລຸ ແລະບືນຕົວຂຶ້ນ; ສ້າງປະເທດຫວຽດນາມ ແມ່ນປະເທດປະຊາຊົນຮັ່ງມີ, ປະເທດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສິວິໄລ, ຫັນຄວາມມຸ່ງຫວັງເປັນປະເທດເຂັ້ມແຂງແຮງກ້າໃຫ້ປະກົດຜົນເປັນຈິງ, ທຽບເທົ່າກັບບັນດາປະເທດມະຫາອໍານາດຢູ່ຫ້າທະວີບຕາມພິໃນກຳອັນສັກກະລະບູຊາຂອງປະທານ ໂຮ່ຈີມິນ.