ເພີ່ມຫຼາຍມາດຕະການການເພີ່ມ​ທະວີ​ຄວາມ​ສາມັກຄີ​ຂອງ​ສາມ​ປະ​ເທດ​ອິນ​ດູ​ຈີນ

ເພີ່ມຫຼາຍມາດຕະການການເພີ່ມ​ທະວີ​ຄວາມ​ສາມັກຄີ​ຂອງ​ສາມ​ປະ​ເທດ​ອິນ​ດູ​ຈີນ

ຍສໝ - ບັນດາ​ຜູ້​ແທນ​ ສະ​ເໜີ​ບັນດາ​ມາດການ​ເພື່ອ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ຮັກສາ​ການ​ພົວພັນ​ທີ່ເປັນມູນເຊື້ອລະຫວ່າງ 3 ຊາດ, ກອງທັບ​ຂອງ 3 ປະ​ເທດ, ຮັກສາ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ, ພັດທະນາ​ແບບ​ຍືນ​ຍົງ​ໃນ​ສະພາບ​ການ​ໃໝ່.

ຫວຽດນາມ ຈະຊ່ວຍລາວ ເຊື່ອມຕໍ່ທະເລ

ຫວຽດນາມ ຈະຊ່ວຍລາວ ເຊື່ອມຕໍ່ທະເລ

ຍສໝ - ສອງຝ່າຍຕ້ອງເພີ່ມທະວີການເຊື່ອມຕໍ່ ແລະເພີ່ມເຕີມລະຫວ່າງສອງພື້ນຖານເສດຖະກິດ; ສ້າງແລວທາງດ້ານກົດໝາຍທີ່ໝັ້ນຄົງ, ໂປ່ງໃສ ແລະສະພາບແວດລ້ອມທີ່ສະດວກ; ມີກົນໄກຈຳເພາະໃຫ້ບັນດາໂຄງການຈຸດສຸມກ່ຽວກັບການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ຊຸກຍູ້ວົງເງິນການຄ້າໃຫ້ເຕີບໂຕ (10-15%);

ຮັດແໜ້ນນໍ້າໃຈສາມັກຄີລະຫວ່າງແມ່ຍິງກອງທັບສອງປະເທດຫວຽດນາມ-ລາວ

ຮັດແໜ້ນນໍ້າໃຈສາມັກຄີລະຫວ່າງແມ່ຍິງກອງທັບສອງປະເທດຫວຽດນາມ-ລາວ

ຍສໝ - ທ່ານນາງພັນເອກພິເສດ ຫງວຽນທິທູຮ່ຽນ, ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ຢືນຢັນວ່າ: ຜົນສຳເລັດຂອງຊຸດຝຶກອົບຮົມໄດ້ສະແດງໃຫ້ເຫັນຄວາມຮັກແພງ, ຄວາມຮັບຜິດຊອບ, ຄວາມສາມັກຄີ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນຂອງແມ່ຍິງກອງທັບຂອງສອງປະເທດ, ປະກອບສ່ວນເຂົ້າໃນມູນເຊື້ອສາມັກຄີມິດຕະພາບແບບພິເສດ, ຄວາມສະໜິດຕິດພັນລະຫວ່າງກອງທັບ ແລະປະຊາຊົນສອງປະເທດຫວຽດນາມ-ລາວ ອ້າຍນ້ອງ.

ຊຸມມື້ທີ່ສວຍງາມຢູ່ ຫວຽດນາມ

ຊຸມມື້ທີ່ສວຍງາມຢູ່ ຫວຽດນາມ

ຍສໝ - ຫວຽດນາມ​ ແມ່ນ​ປະ​ເທດ​ທີ່​ສວຍ​ງາມ. ຊາວ​ຫວຽດ​ນາມ ມີ​​ໃຈກຸສົນ​, ຮັກແພງແຂກຄົນ ແລະ ມອບນ້ຳ​ໃຈ​ຮັກ​ແພງໃຫ້ແກ່ເພື່ອນມິດ ​ຊາວ​ລາວ. ນັ້ນ​ແມ່ນ​ຄວາມ​ຮູ້ສຶກ​ຂອງ​ນັກ​ສຶກສາ​ລາວ ​ຫຼາຍ​ຄົນ​ໃນ​ໄລຍະສຶກສາຮ່ຳ​ຮຽນ​ຢູ່​ ຫວຽດນາມ.

ທະຫານ ຫວຽດນາມ ມອບຫ້ອງຮຽນ ແລະ ຫ້ອງອາຫານໃຫ້ເດັກນ້ອຍຊາວ ອາຟຣີກາ

ທະຫານ ຫວຽດນາມ ມອບຫ້ອງຮຽນ ແລະ ຫ້ອງອາຫານໃຫ້ເດັກນ້ອຍຊາວ ອາຟຣີກາ

ຍສໝ - ວັນທີ 12 ມິຖຸນາ, ຄະນະປະຕິບັດງານນຳໂດຍທ່ານພົນຕີ ຟ້າມເຈືອງເຊີນ (ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນ ຫວຽດນາມ) ໄດ້ເຂົ້າຮ່ວມພິທີເປີດສະຫຼອງ, ມອບຫ້ອງຮຽນ 30 m2 ຈຳນວນ 2 ຫ້ອງ ແລະ ເຮືອນຄົວໃຫ້ໂຮງຮຽນປະຖົມສຶກສາ E.C.S.S.S.Nyinkuac ຢູ່ Abyei (​ອາ​ຟຣີກາ).

ເຊີນລາ ໜູນຊ່ວຍແຂວງ ຫົວພັນ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ

ເຊີນລາ ໜູນຊ່ວຍແຂວງ ຫົວພັນ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ

ຍສໝ - ວັນ​ທີ 7 ພະຈິກ, ຢູ່​ດ່ານ​ຊາຍ​ແດນ​ສາກົນ​ ຈຽງເຄືອງ, ເມືອງ ຊົງ​ມ້າ, ສະຫາຍ ​ເລ​ດິງ​ຟອງ, ຮອງ​ປະທານ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແຂວງ ເຊີນ​ລາ ພ້ອມກັນກັບຄະນະປະຕິບັດງານ ໄດ້ມອບເງິນຊ່ວຍເຫຼືອແຂວງຫົວພັນ (ສປປ ລາວ) ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ: ນຳແຂວງ ​ຢຸນໜານ ​ແລະ ແຂວງ ​ລາວ​ກາຍ ກາຍເປັນ​ສູນ​ເຊື່ອມ​ຕໍ່​ການ​ຄ້າ​ລະ​ຫວ່າງ​ຈີນ​ ກັບ​ ອາ​ຊຽນ

ທ່ານນາຍົກລັດຖະມົນຕີ ຫວຽດນາມ: ນຳແຂວງ ​ຢຸນໜານ ​ແລະ ແຂວງ ​ລາວ​ກາຍ ກາຍເປັນ​ສູນ​ເຊື່ອມ​ຕໍ່​ການ​ຄ້າ​ລະ​ຫວ່າງ​ຈີນ​ ກັບ​ ອາ​ຊຽນ

ຍສໝ - ​ໃນ​ຂອບ​ເຂດ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ການ​ຮ່ວມ​ມືອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ ເປີດກວ້າງ ຄັ້ງ​ທີ 8 ​ແລະ ການປະຕິບັດງານຢູ່ຈີນ, ຕອນ​ເຊົ້າ​ວັນ​ທີ 6 ພະຈິກ​ນີ້, ຢູ່​ນະຄອນ​ ​ຄຸນ​ໝິງ, ສະຫາຍ ຟ້າມມິງຈິງ ​ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບ​ສະຫາຍ ຫວ່າງນິງ, ກຳມະການຄະນະບໍລິຫານງານສູນກາງພັກກອມມູນິດ​ຈີນ, ​ເລຂາ​ພັກ​ແຂວງ​ ຢຸນນານ.

ຂຸດຄົ້ນຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງ ຫວຽດນາມ ແລະແອັດສໂຕນີ ໃນຂົງເຂດຫັນເປັນດີຈີຕອນ

ຂຸດຄົ້ນຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງ ຫວຽດນາມ ແລະແອັດສໂຕນີ ໃນຂົງເຂດຫັນເປັນດີຈີຕອນ

ຍສໝ - ຄະນະຜູ້ແທນວິສາຫະກິດເຕັກໂນໂລຊີທີ່ມາຈາກ ແອັດສໂຕນີ ພວມມີການຢ້ຽມຢາມຫວຽດນາມ, ແຕ່ວັນທີ 4-8 ພະຈິກ, ເພື່ອຊອກຫາໂອກາດຮ່ວມມືກັບບັນດາບໍລິສັດ, ອົງການຈັດຕັ້ງ ແລະສຳນັກງານປົກຄອງຫວຽດນາມ ໃນຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ ແລະການຫັນເປັນດີຈີຕອນ.

ເຮັດການ​ພົວ​ພັນ​ຄູ່​ຮ່ວມແຮກສ່ຽວລະ​ຫວ່າງ​ ແຂວງ ເລີ່ມ​ດົງ ແລະ ບັນ​ດາ​ທ້ອງ​ຖິ່ນ​ຂອງ​ລາວ ໃຫ້ເລິກເຊິ່ງຂຶ້ນຕື່ມ

ເຮັດການ​ພົວ​ພັນ​ຄູ່​ຮ່ວມແຮກສ່ຽວລະ​ຫວ່າງ​ ແຂວງ ເລີ່ມ​ດົງ ແລະ ບັນ​ດາ​ທ້ອງ​ຖິ່ນ​ຂອງ​ລາວ ໃຫ້ເລິກເຊິ່ງຂຶ້ນຕື່ມ

ຍສໝ - ຄະນະ​ຜູ້​ແທນ​ພະນັກງານ ​ແລະ ສະມາຊິກ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ແຂວງ​ເລີ່ມດົງ ​ໂດຍ​ທ່ານ ຫງວຽນ​ບານ​, ປະທານ​ສະມາຄົມ ​ເປັນຫົວໜ້າຄະນະ ​ໄດ້​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ບັນດາ​ທ້ອງ​ຖິ່ນ ແຮກສ່ຽວ​ຂອງ​ປະເທດລາວ ​ແຕ່​ວັນ​ທີ 26 ພຶດສະພາ ຫາ​ວັນ​ທີ 2 ມິຖຸນາ.

ຫວຽດນາມ ແລະ ລາວ ຜັນຂະຫຍາຍບັນດາການເຄື່ອນໄຫວຄຸ້ມຄອງ ແລະ ພັດທະນາແຫຼ່ງຊັບພະຍາກອນອິນເຕີເນັດ

ຫວຽດນາມ ແລະ ລາວ ຜັນຂະຫຍາຍບັນດາການເຄື່ອນໄຫວຄຸ້ມຄອງ ແລະ ພັດທະນາແຫຼ່ງຊັບພະຍາກອນອິນເຕີເນັດ

ຍສໝ - ຈັດຕັ້ງປະຕິບັດ​ບົດ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ສອງ​ຝ່າຍ ​(MoU) ທີ່ໄດ້​ລົງ​ນາມ​ລະຫວ່າງ​ສູນ​​​ອິນ​ເຕີ​ເນັດ ​ຫວຽດນາມ (VNNIC) ​ແລະ ສູນ​ອິນ​ເຕີ​ເນັດ​ແຫ່ງ​ຊາດ​ ລາວ (LANIC), ອົງການ​ໂທລະ​ຄົມມະນາຄົມ​ ລາວ (LTRA), ​ແຕ່​ວັນ​ທີ 15 – 17 ພຶດສະພາ​ນີ້, ຢູ່​ນະຄອນຫຼວງ​ ວຽງ​ຈັນ, ປະ​ເທດ​ ລາວ.

ຄະນະພະນັກງານແມ່ຍິງກອງທັບປະຊາຊົນ ລາວ ຢ້ຽມຢາມໂຮງໝໍກອງທັບ 354

ຄະນະພະນັກງານແມ່ຍິງກອງທັບປະຊາຊົນ ລາວ ຢ້ຽມຢາມໂຮງໝໍກອງທັບ 354

ຍສໝ - ຕອນບ່າຍວັນທີ 6 ພະຈິກ, ຄະນະພະນັກງານແມ່ຍິງກອງທັບປະຊາຊົນ ລາວ ໄດ້ມາຢ້ຽມຢາມ, ແລກປ່ຽນບົດຮຽນການເຄື່ອນໄຫວວຽກງານແມ່ຍິງຢູ່ໂຮງໝໍກອງທັບ 354, ກົມໃຫຍ່ພະລາທິການ.

UNESCO ປາດຖະໜາຢາກ ຮ່າໂນ້ຍ ໃຫ້ກາຍເປັນສະມາຊິກໃນເຄືອຂ່າຍນະຄອນແຫ່ງການຮໍ່າຮຽນທົ່ວໂລກ

UNESCO ປາດຖະໜາຢາກ ຮ່າໂນ້ຍ ໃຫ້ກາຍເປັນສະມາຊິກໃນເຄືອຂ່າຍນະຄອນແຫ່ງການຮໍ່າຮຽນທົ່ວໂລກ

ຍສໝ - ​ນັ້ນແມ່ນເນື້ອໃນໂດຍທ່ານ ເຈິ່ນເທ໊ເກືອງ, ຫົວໜ້າພະແນກສຶກສາ ແລະກໍ່ສ້າງ ນະຄອນຮ່າໂນ້ຍ ຍົກອອກທີ່ກອງປະຊຸມຖະແຫຼງຂ່າວກ່ຽວກັບບັນດາກິດຈະກໍາເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງຂະແໜງສຶກສາ ແລະກໍ່ສ້າງນະຄອນຫຼວງ (1954-2024) ໃນຕອນບ່າຍວັນທີ 6 ພະຈິກ.

ໄຕນິງ: ເຄື່ອນທັບໄປຊອກຄົ້ນ ແລະທ້ອນໂຮມອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ ກຳປູເຈຍ

ໄຕນິງ: ເຄື່ອນທັບໄປຊອກຄົ້ນ ແລະທ້ອນໂຮມອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ ກຳປູເຈຍ

ຍສໝ - ວັນທີ 7 ພະຈິກ, ຢູ່ແຂວງ ໄຕນິງ, ທະຫານເຂດ 7 ໄດ້ຈັດຕັ້ງພິທີເຄື່ອນທັບ, ມອບໜ້າທີ່ໃຫ້ 4 ກອງຊອກຄົ້ນ ແລະ ທ້ອນໂຮມ​ອັດຖິ​ຂອງ​ນັກຮົບ​ຜູ້ເສຍ​ສະຫຼະຊີວິດເພື່ອຊາດ​ຢູ່​ ກຳປູເຈຍ ໄລຍະ 24 (ລະດູແລ້ງ 2024 – 2025).

ຫໍ​ພັກ​ນັກ​ສຶກ​ສາ​ລາວ ຢູ່​ນະ​ຄອນ​ໂຮ່​ຈິ​ມິນ ແມ່ນ​ຊາຍຄາລວມຂອງ​ນັກ​ສຶກ​ສາ ​ຫວຽດ​ນາມ - ກຳ​ປູ​ເຈຍ - ລາວ

ຫໍ​ພັກ​ນັກ​ສຶກ​ສາ​ລາວ ຢູ່​ນະ​ຄອນ​ໂຮ່​ຈິ​ມິນ ແມ່ນ​ຊາຍຄາລວມຂອງ​ນັກ​ສຶກ​ສາ ​ຫວຽດ​ນາມ - ກຳ​ປູ​ເຈຍ - ລາວ

ຍສໝ - ນີ້​ແມ່ນຄຳປາໄສຂອງ​ທ່ານ ຟ້າ​ມ​ເລ​ມິງ​ແຄງ, ຫົວໜ້າ​ຄະນະ​ຊາວ​ໜຸ່ມໂຮງຮຽນ ແທ່ງດວ່ານ, ຜູ້ອຳນວຍການ​ຫໍ​ພັກ​ນັກຮຽນ​ລາວ ນະຄອນ ​ໂຮ່ຈີ​ມິນ ​ເມື່ອ​ມາ​ຢ້ຽມຢາມ ​ແລະ ອວຍພອນ​ສະຖານ​ກົງ​ສູນ​ໃຫຍ່ ລາຊະອານາຈັກ ກຳປູ​ເຈຍ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ໃນວັນ​ທີ 7 ພະຈິກ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 71 ປີ​ແຫ່ງ​ວັນ​ຊາດ​ລາຊະອານາຈັກ​ ກຳປູ​ເຈຍ.

ຄະນະຜູ້ແທນທະຫານອາກາດຟີລິບປິນ ມາຢ້ຽມຢາມ ແລະເຮັດວຽກຢູ່ກອງພັນໃຫຍ່ 930

ຄະນະຜູ້ແທນທະຫານອາກາດຟີລິບປິນ ມາຢ້ຽມຢາມ ແລະເຮັດວຽກຢູ່ກອງພັນໃຫຍ່ 930

ວັນທີ 6 ພະຈິກ, ຄະນະຜູ້ແທນທະຫານອາກາດຟີລິບປິນ ນໍາໂດຍ ທ່ານພັນເອກ Marvin D Suficienca, ຮອງຫົວໜ້າຫ້ອງການເສນາທິການກ່ຽວກັບແຜນການ ໄດ້ມາຢ້ຽມຢາມ, ເຮັດວຽກຢູ່ກອງພັນໃຫຍ່ 930, ກອງພົນ 372, ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ.

ທະຫານຊາຍແດນແຂວງດັກນົງ ອວຍພອນກໍາລັງປະກອບອາວຸດແຂວງ Mondulkiri

ທະຫານຊາຍແດນແຂວງດັກນົງ ອວຍພອນກໍາລັງປະກອບອາວຸດແຂວງ Mondulkiri

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນຊາດ ລາຊະອານາຈັກ ກຳປູເຈຍ (9-11-1953 / 9-11-2024), ວັນທີ 6 ພະຈິກ, ຄະນະປະຕິບັດງານ ນຳໂດຍທ່ານພັນເອກພິເສດ ຫງວຽນແທັ່ງດິງ, ຫົວໜ້າການທະຫານກອງບັນຊາການທະຫານຊາຍແດນແຂວງດັກນົງ ໄດ້ໄປຢ້ຽມຢາມ ແລະອວຍພອນບັນດາກຳລັງຕຳຫຼວດ, ​ກອງ​ບັນ​ຊາ​ການ​ທະ​ຫານ ແລະສາລະວັດລາດຊະວົງ ແຂວງ Mondulkiri (ກຳປູເຈຍ).

ການໂອ້ລົມສົນທະນາວຽກງານແມ່ຍິງກອງທັບ ຫວຽດນາມ-ລາວ

ການໂອ້ລົມສົນທະນາວຽກງານແມ່ຍິງກອງທັບ ຫວຽດນາມ-ລາວ

ຍສໝ - ວັນທີ 5 ພະຈິກ, ຫ້ອງການສະຫະພັນແມ່ຍິງກອງທັບ ຈັດຕັ້ງລາຍການໂອ້ລົມສົນທະນາກ່ຽວກັບວຽກງານແມ່ຍິງກອງທັບກັບຄະນະພະນັກງານແມ່ຍິງກອງທັບປະຊາຊົນລາວ ປີ 2024.

ກໍາປັ່ນຕໍາຫຼວດທະເລ 8004 ເລີ່ມຕົ້ນການຢ້ຽມຢາມ ແລະພົບປະແລກປ່ຽນຢູ່ ສ.ເກົາຫຼີ

ກໍາປັ່ນຕໍາຫຼວດທະເລ 8004 ເລີ່ມຕົ້ນການຢ້ຽມຢາມ ແລະພົບປະແລກປ່ຽນຢູ່ ສ.ເກົາຫຼີ

ວັນທີ 4 ພະຈິກ, ກໍາປັ່ນຕໍາຫຼວດທະເລ 8004 ພ້ອມດ້ວຍຄະນະປະຕິບັດງານຕໍາຫຼວດທະເລຫວຽດນາມ ນໍາໂດຍທ່ານພັນເອກພິເສດ ເລແທັງຫາຍ, ຮອງຜູ້ບັນຊາການຕໍາຫຼວດທະເລເຂດ 1 ໄດ້ເຂົ້າທຽບທ່າກໍາປັ່ນ Yeosu (ສ.ເກົາຫຼີ) ເລີ່ມຕົ້ນການຢ້ຽມຢາມ ແລະເຮັດວຽກຢູ່ ສ.ເກົາຫຼີ.

ວາລະປະຊຸມຄົບຄະນະຂອງອະນຸກໍາມະການຫວຽດນາມ ໃນຄະນະກຳມະການປະສານງານລະຫວ່າງລັດຖະບານ ກ່ຽວກັບສູນເຂດຮ້ອນ ຫວຽດນາມ - ລັດເຊຍ

ວາລະປະຊຸມຄົບຄະນະຂອງອະນຸກໍາມະການຫວຽດນາມ ໃນຄະນະກຳມະການປະສານງານລະຫວ່າງລັດຖະບານ ກ່ຽວກັບສູນເຂດຮ້ອນ ຫວຽດນາມ - ລັດເຊຍ

ຍສໝ - ອນເຊົ້າວັນທີ 4 ພະຈິກ, ຢູ່ຮ່າໂນ້ຍ, ວາລະປະຊຸມຄົບຄະນະຂອງອະນຸກໍາມະການຫວຽດນາມ ໃນຄະນະກຳມະການປະສານງານລະຫວ່າງລັດຖະບານກ່ຽວກັບສູນເຂດຮ້ອນ ຫວຽດນາມ - ລັດເຊຍ ໄດ້ໄຂຂຶ້ນ.

ຮ່າໂນ້ຍ - ວຽງຈັນ: ຊຸກຍູ້ການຮ່ວມມືດ້ານການຄ້າລະຫວ່າງສອງນະຄອນຫຼວງ

ຮ່າໂນ້ຍ - ວຽງຈັນ: ຊຸກຍູ້ການຮ່ວມມືດ້ານການຄ້າລະຫວ່າງສອງນະຄອນຫຼວງ

ຍສໝ - ຕອນບ່າຍວັນທີ 2 ພະຈິກ, ພະແນກອຸດສາຫະກໍາ ແລະການຄ້ານະຄອນຫຼວງວຽງຈັນ ໄດ້ມີການເຮັດວຽກກັບພະແນກອຸດສາຫະກໍາ ແລະການຄ້ານະຄອນຫຼວງຮ່າໂນ້ຍ ແລະຢ້ຽມຊົມສູນການຄ້າ AEON Mall ຮ່າດົງ (ຮ່າໂນ້ຍ).

ການພົບປະເຈລະຈາຂັ້ນສູງ ຫວຽດນາມ - ກູບາ

ການພົບປະເຈລະຈາຂັ້ນສູງ ຫວຽດນາມ - ກູບາ

ຍສໝ - ໂດຍໄດ້ຮັບຄຳເຊີນຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ເຈິ່ນແທັງເໝີນ, ທ່ານປະທານສະພາແຫ່ງຊາດກູບາ Esteban Lazo Hernandez ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແຕ່ວັນທີ 2-3 ພະຈິກ. ຕອນເຊົ້າວັນທີ 2 ພະຈິກ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ໄດ້ເປັນປະທານພິທີຕ້ອນຮັບ. ພາຍຫຼັງພິທີຕ້ອນຮັບ, ສອງຝ່າຍໄດ້ດຳເນີນການພົບປະເຈລະຈາ.

ແນະນໍາວັດທະນະທໍາອິນເດຍ ຢູ່ ຮ່າໂນ້ຍ

ແນະນໍາວັດທະນະທໍາອິນເດຍ ຢູ່ ຮ່າໂນ້ຍ

ຍສໝ - ວັນທີ 2 ພະຈິກ, ທີ່ຮ່າໂນ້ຍ ໄດ້ດໍາເນີນງານຕະຫຼາດນັດອິນເດຍ. ງານຕະຫຼາດນັດ ໄດ້ຈັດຂຶ້ນໃນຂອບເຂດຂອງສະຖານທູດອິນເດຍ ປະຈໍາຮ່າໂນ້ຍ ເພື່ອເຊີດຊູຄວາມຫຼາກຫຼາຍຂອງອິນເດຍ ແລະແນະນໍາບັນດາຜະລິດຕະພັນວັດທະນະທໍາ, ສິລະປະທີ່ໂດດເດັ່ນຂອງອິນເດຍ ໃຫ້ປະຊາຊົນຫວຽດນາມ; ເພີ່ມທະວີການພົວພັນທາງດ້ານວັດທະນະທໍາໃນປະຊາຄົມຊາວອິນເດຍ, ໂຄສະນາກ່ຽວກັບອິນເດຍ ໃຫ້ປະຊາຄົມຊາວຫວຽດນາມ ແລະເຊີດຊູນໍ້າໃຈມິດຕະພາບທີ່ເປັນມູນເຊື້ອອັນເລິກເຊິ່ງລະຫວ່າງປະຊາຊົນສອງປະເທດ

ຫວຽດນາມ - ກູບາ ເພີ່ມທະວີຢ່າງແຂງແຮງ ແລະຍົກສູງປະສິດທິຜົນການຮ່ວມມືຮອບດ້ານ

ຫວຽດນາມ - ກູບາ ເພີ່ມທະວີຢ່າງແຂງແຮງ ແລະຍົກສູງປະສິດທິຜົນການຮ່ວມມືຮອບດ້ານ

ຍສໝ - ຕອນບ່າຍວັນທີ 2 ພະຈິກ, ທີ່ສໍານັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ໄດ້ຕ້ອນຮັບທ່ານ Esteban Lazo Hernandez ກໍາມະການກົມການເມືອງພັກກອມມູນິດກູບາ, ປະທານສະພາແຫ່ງຊາດ ອໍານາດການປົກຄອງປະຊາຊົນ, ປະທານສະພາແຫ່ງລັດກູບາ ເນື່ອງໃນໂອກາດມາຢ້ຽມຢາມ ແລະເຮັດວຽກ ຢູ່ຫວຽດນາມ.

ປະເທດໄທເຊື່ອມຕໍ່ທາງລົດໄຟຈີນ-ລາວ ເພື່ອສົ່ງເສີມການຄ້າ

ປະເທດໄທເຊື່ອມຕໍ່ທາງລົດໄຟຈີນ-ລາວ ເພື່ອສົ່ງເສີມການຄ້າ

ຍສໝ - ປະເທດໄທກຳລັງເຊື່ອມຕໍ່ທາງລົດໄຟແຫ່ງຊາດກັບຕາໜ່າງທາງລົດໄຟລາວ-ຈີນ ເພື່ອສົ່ງເສີມການຄ້າລະຫວ່າງສາມປະເທດ ໂດຍຄາດວ່າໄທຈະເປັນສູນກາງທາງດ້ານການຂົນສົ່ງຂອງພາກພື້ນ.

ນະຄອນໂຮ່ຈີມິນ ເພີ່ມທະວີວຽກງານຫັນເປັນດີຈີຕອນໃນຂະແໜງສຶກສາ

ນະຄອນໂຮ່ຈີມິນ ເພີ່ມທະວີວຽກງານຫັນເປັນດີຈີຕອນໃນຂະແໜງສຶກສາ

ຍສໝ - ວັນທີ 1 ພະຈິກ, ທ່ານ ບຸ່ຍຊວນເກື່ອງ ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບທ່ານ Tim Paolini, ຜູ້ອຳນວຍການໂຄງການ Google for Education ພາກພື້ນອາຊີ - ປາຊີຟິກ, ຕາເວັນອອກກາງ ທີ່ພວມມີການປະຕິບັດງານຢູ່ນະຄອນ.

ກອງປະຊຸມສະຫຼຸບງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ - ລາວ ຄັ້ງທີ 2

ກອງປະຊຸມສະຫຼຸບງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ - ລາວ ຄັ້ງທີ 2

ຍສໝ - ຕອນບ່າຍວັນທີ 1 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ - ລາວ ຄັ້ງທີ 2. ບັນດາຄໍາຄິດເຫັນທີ່ກອງປະຊຸມຕີລາຄາສູງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ - ລາວ ຄັ້ງທີ 2 ໄດ້ຈັດຂຶ້ນດ້ວຍການເຄື່ອນໄຫວຫຼາຍຢ່າງທີ່ອຸດົມສົມບູນ ແລະມີຄວາມໝາຍ. ຈຸດພົ້ນເດັ່ນຂອງງານພົບປະຄັ້ງນີ້ ນັ້ນແມ່ນເປັນຄັ້ງທຳອິດທີ່ສອງຝ່າຍໄດ້ສົມທົບກັນຈັດຕັ້ງການພົບປະແລກປ່ຽນວຽກງານການເມືອງ ແລະນາຍທະຫານໜຸ່ມຂອງກອງທັບສອງປະເທດດ້ວຍຫົວຂໍ້ວ່າ “ຄວາມເຊື່ອໝັ້ນທີ່ບໍລິສຸດຢ່າງສະເໝີຕົ້ນສະເໝີປາຍ” ດ້ວຍຮູບການໂອ້ລົມສົນທະນາ ແລະໄດ້ຮັບການຖ່າຍທອດສົດທາງໂທລະພາບ.

ຮ່າໂນ້ຍ ຍູ້ແຮງການເຊື່ອມຕໍ່ລະຫວ່າງວິສາຫະກິດກັບຮາກຖານບໍາລຸງສ້າງເພື່ອພັດທະນາຢ່າງວ່ອງໄວ ແລະເຊື່ອມໂຍງເຂົ້າກັບເສດຖະກິດສາກົນ

ຮ່າໂນ້ຍ ຍູ້ແຮງການເຊື່ອມຕໍ່ລະຫວ່າງວິສາຫະກິດກັບຮາກຖານບໍາລຸງສ້າງເພື່ອພັດທະນາຢ່າງວ່ອງໄວ ແລະເຊື່ອມໂຍງເຂົ້າກັບເສດຖະກິດສາກົນ

ຍສໝ - ຕອນເຊົ້າວັນທີ 1 ພະຈິກ, ຢູ່ຮ່າໂນ້ຍ, ພະແນກອຸດສາຫະກຳ ແລະການຄ້າຮ່າໂນ້ຍ ໄດ້ສົມທົບກັບສະມາຄົມວິສາຫະກິດຜະລິດຜະລິດຕະພັນອຸດສາຫະກຳຕົ້ນຕໍນະຄອນຮ່າໂນ້ຍ ຈັດຕັ້ງກອງປະຊຸມ “ເຊື່ອມຕໍ່ວິສາຫະກິດຜະລິດຜະລິດຕະພັນອຸດສາຫະກຳຕົ້ນຕໍກັບຮາກຖານບຳລຸງສ້າງ, ສອນວິຊາອາຊີບປີ 2024”.

ເຊື່ອມຕໍ່ແລກປ່ຽນການຄ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະສິນໃນນໍ້າລະຫວ່າງຫວຽດນາມ ແລະຈີນ

ເຊື່ອມຕໍ່ແລກປ່ຽນການຄ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະສິນໃນນໍ້າລະຫວ່າງຫວຽດນາມ ແລະຈີນ

ຍສໝ - ຕອນບ່າຍວັນທີ 1 ພະຈິກ, ຢູ່ນະຄອນລາວກາຍ ໄດ້ດຳເນີນກອງປະຊຸມສົ່ງເສີມເຊື່ອມຕໍ່ການສົ່ງອອກ-ນໍາເຂົ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະສິນໃນນໍ້າຂ້າມຊາຍແດນ.

ທ່ານ ເລຮ່ວາຍຈູງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບເອກອັກຄະລັດຖະທູດຈີນ

ທ່ານ ເລຮ່ວາຍຈູງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບເອກອັກຄະລັດຖະທູດຈີນ

ຍສໝ - ຕອນເຊົ້າວັນທີ 1 ພະຈິກ, ຢູ່ຮ່າໂນ້ຍ, ທ່ານ ເລຮ່ວາຍຈູງ, ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ He Wei ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ຫວຽດນາມ ເນື່ອງໃນໂອກາດເລີ່ມຕົ້ນປະຕິບັດໜ້າທີ່ການທູດ ຢູ່ຫວຽດນາມ.

ສ້າງພື້ນຖານເຮັດໃຫ້ການພົວພັນ ຫວຽດນາມ-ກາຕາ ເລິກເຊິ່ງກວ່າອີກ

ສ້າງພື້ນຖານເຮັດໃຫ້ການພົວພັນ ຫວຽດນາມ-ກາຕາ ເລິກເຊິ່ງກວ່າອີກ

ຍສໝ - ຕອນເຊົ້າວັນທີ 31 ຕຸລາ, ໃນຂອບເຂດການຢ້ຽມຢາມກາຕາ ຢ່າງເປັນທາງການ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະກັບທ່ານ Tamim bin Hamad Al Thani ມະຫາກະສັດກາຕາ.

|< < 1 2 3 4 5 > >|
ເຫດການ
ອ່ານຫຼາຍທີ່ສຸດ