ການພົບປະແລກປ່ຽນວັດທະນະທຳ - ມິດຕະພາບ 2025: ເຊື່ອມຕໍ່ກັບປະຊາຄົມ, ເຜີຍແຜ່ຮູບພາບຫວຽດນາມເປັນມິດ

16:00 | 20/06/2025

ຍສໝ - ວັນທີ 15 ມິຖຸນາ, ຢູ່ເຂດທ່ອງທ່ຽວວັດທະນະທໍາ ຊວຍຕ໋ຽນ (ນະຄອນໂຮ່ຈີມິນ), ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງໂຄງການພົບປະແລກປ່ຽນ​ວັດ​ທະ​ນະ​ທຳ - ມິດ​ຕະ​ພາບ 2025.

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ, ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ​ເຂົ້າ​ຮ່ວມ​ພິທີໄວ້ອາໄລທ່ານພົນ​ເອກ ຄຳ​ໄຕ ສີ​ພັນ​ດອນ
3 ໜ້າ​ທີ່ຈຸດສຸມ​ຂອງ​ສະມາຄົມ​ມິດຕະພາບ ​ຫວຽດນາມ - ລາວ ​ໃນຂົງເຂດຕຳຫຼວດ​ປະຊາຊົນອາຍຸການ 2025 - 2030

ເຫດການມີການເຂົ້າ​ຮ່ວມ​ຂອງ ​ທ່ານ ເອກ​ອັກຄະ​ລັດຖະທູດ ຟີ​ລິບ​ປິນ ປະຈຳ ຫວຽດນາມ Meynardo Los Banos Montealegre, ພ້ອມ​ດ້ວຍບັນດາກົງສຸນໃຫຍ່, ຮອງ​ກົງສຸນໃຫຍ່ ​ແລະ ຜູ້ຕາງໜ້າບັນດາ​ສະຖານ​ກົງສຸນ​ໃຫຍ່ ລາວ, ກຳປູ​ເຈຍ, ​ໄທ, ອິນ​ໂດ​ເນ​ເຊຍ, ສ.​ເກົາຫຼີ, ອັງກິດ, ລັດ​ເຊຍ, ກູ​ບາ...

​ໂຄງການ​ໄດ້​ແນະນຳ​ກວ່າ 20 ລາຍການ​​ສິລະ​ປະ​ທີ່​ດີເດັ່ນພິເສດ, ເຂັ້ມໄປດ້ວຍສີສັນ​​ວັດທະນະທຳ​ມູນເຊື້ອ​ຂອງ​ຫຼາຍ​ປະ​ເທດ, ປະກອບສ່ວນ​ສ້າງພື້ນທີ່​ແລກປ່ຽນ​ທີ່​ມີ​ຊີວິດ​ຊີວາ, ຫຼາຍສີສັນ.

ການພົບປະແລກປ່ຽນວັດທະນະທຳ - ມິດຕະພາບ 2025: ເຊື່ອມຕໍ່ກັບປະຊາຄົມ, ເຜີຍແຜ່ຮູບພາບຫວຽດນາມເປັນມິດ

ລາຍການສະແດງໜຶ່ງທີ່ສະແດງຢູ່ລາຍການພົບປະແລກປ່ຽນວັດທະນະທຳ - ມິດຕະພາບປີ 2025. (ຮູບ: ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ)

ກ່າວຄຳປາໄສ​ທີ່ເຫດການ​ນີ້, ທ່ານ ​ໂຮ່ຊວນ​ເລີມ, ຮອງ​ປະທານ - ​ເລຂາທິການ​ໃຫຍ່ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ, ​ໃຫ້​ຮູ້​ວ່າ: ​ໂຄງການ​ດັ່ງກ່າວ​ແມ່ນ​ນອນຢູ່​ໃນ​ຂອບ​ເຂດ​ການ​ຮ່ວມ​ມືທາງການທູດ​ລະຫວ່າງ​ປະຊາຊົນ​ໄລຍະ 2023 – 2025 ລະຫວ່າງ​ໜ່ວຍ​ງານ​ນີ້ ​ແລະ ​ເຂດ​ທ່ອງ​ທ່ຽວ​ວັດທະນະທຳ ​ຊວຍຕ໋ຽນ, ​ເພື່ອເພີ່ມທະວີຄວາມເຂົ້ົ້າໃຈ, ​ສະໜິດຕິດພັນລະຫວ່າງປະຊາຊົນຫວຽດນາມ ກັບ ໝູ່ເພື່ອນສາກົນ, ຜ່ານນັ້ນ ກໍ່ປະກອບສ່ວນແຜ່ຮູບພາບປະເທດຊາດ.

ທ່ານຢັ້ງຢືນວ່າ ວັດທະນະທຳ - ສິລະ​ປະ​ແມ່ນ​ຂົວເຊື່ອມ​ຕໍ່​ທີ່​ສຳຄັນ​ໃນວຽກງານ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ປະຊາຊົນ, ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ສີສັນສະເພາະ​ຂອງ​ແຕ່ລະ​ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ຊ່ວຍ​ເພີ່ມ​ທະວີ​ຄວາມ​ສາມັກຄີ ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ​ ແລະ ​ກັນ​ລະຫວ່າງ​ບັນດາປະ​ເທດ.

ທ່ານ​ເຊື່ອ​ໝັ້ນ​ວ່າ​ໂຄງການ​ຈະ​ປະກອບສ່ວນ​ສົ່ງ​ເສີມ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ຫວຽດນາມ​​ເປັນມິດ, ​ຄວາມໃນໃຈ1ຢ່າງຕັ້ງໜ້າ; ພ້ອມ​ກັນ​ນັ້ນ ສ້າງ​ກາລະ​ໂອກາດ​ແລກປ່ຽນ, ຮຽນ​ຮູ້​ໃຫ້​ປະຊາ​ຄົມ​ຊາວ​ຕ່າງປະ​ເທດ​ທີ່ພວມ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ ​ໂຮ່ຈີ​ມິນ, ປະກອບສ່ວນ​ຊຸກຍູ້​ສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາ.

ການພົບປະແລກປ່ຽນວັດທະນະທຳ - ມິດຕະພາບ 2025: ເຊື່ອມຕໍ່ກັບປະຊາຄົມ, ເຜີຍແຜ່ຮູບພາບຫວຽດນາມເປັນມິດ

ບັນດາຫົວໜ່ວຍ​ທີ່​ໄດ້​ຮັບ​ຫຼຽນ​ກາ​ລະ​ນຶກ​ຈາກ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ​ ໂຮ່ຈິ​ມິນ. (ຮູບ: ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ)

ເນື່ອງ​ໃນ​ໂອກາດ​ນີ້, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ​ ໂຮ່ຈິ​ມິນ ​ໄດ້​ມອບ​ຫຼຽນ​ກາ​ທີ່​ລະນຶກ​ໃຫ້​ບັນດາ​ຫົວໜ່ວຍ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ທີ່​ເຂົ້າ​ຮ່ວມ​ລາຍການ​ສະ​ແດງ​ສິລະ​ປະ.

ສະຫະພັນ​ມິດຕະພາບ​ແຂວງ ດົ່ງ​ນາຍ ບັນລຸ​ໄດ້​ບັນດາ​ໝາກຜົນ​ຕັ້ງໜ້າ​ໃນ​ການ​ພັດທະນາບັນດາ​ສະມາຄົມ​ມິດຕະພາບ​ສະມາຊິກ ສະຫະພັນ​ມິດຕະພາບ​ແຂວງ ດົ່ງ​ນາຍ ບັນລຸ​ໄດ້​ບັນດາ​ໝາກຜົນ​ຕັ້ງໜ້າ​ໃນ​ການ​ພັດທະນາບັນດາ​ສະມາຄົມ​ມິດຕະພາບ​ສະມາຊິກ

ຍສໝ - ສິ່ງ​ດັ່ງກ່າວ​ປະກອບສ່ວນ​ແຜ່ຂະຫຍາຍ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຫວຽດນາມ ​ເວົ້າລວມ ​ແລະ ດົ່ງ​ນາຍ ​ເວົ້າ​ສະ​ເພາະ​ກັບ​ເພື່ອນ​ມິດສາ​ກົນ, ພິ​ເສດ​ແມ່ນ​ບັນດາ​ປະ​ເທດທີ່ພວມລົງທຶນ​ຢູ່ ດົ່ງ​ນາຍ.

“ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ: 74 ປີ​ແຫ່ງ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ສາກົນ” “ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ: 74 ປີ​ແຫ່ງ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ສາກົນ”

ຍສໝ - ວັນ​ທີ 17 ພະຈິກ 1950 ​ໄດ້​ເຂົ້າໃນ​ປະຫວັດສາດ​ຄືເປັນ​ຂີດ​ໝາຍ​ສຳຄັນ, ​ສະໜິດຕິດພັນ​ການ​ປະຕິວັດ​ ຫວຽດນາມ ກັບ​ຂະບວນການ​ກ້າວ​ໜ້າ​ຂອງ​ປະຊາ​ຊົນ​ໂລກ ​ແລະ ຫຼັງຈາກນັ້ນ ​ໄດ້​ຮັບຮູ້​​ຢ່າງ​ເປັນ​ທາງ​ການ​ວ່າ​ແມ່ນ​ວັນ​ມູນເຊື້ອ​ຂອງ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ, ກຳລັງ​ຫຼັກ​ແຫຼ່ງ​ໃນວຽກງານການທູດ​ປະຊາຊົນ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ