ຫວຽດນາມ ແລະ ລາວ ຜັນຂະຫຍາຍບັນດາການເຄື່ອນໄຫວຄຸ້ມຄອງ ແລະ ພັດທະນາແຫຼ່ງຊັບພະຍາກອນອິນເຕີເນັດ

06:00 | 14/06/2024

ຍສໝ - ຈັດຕັ້ງປະຕິບັດ​ບົດ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ສອງ​ຝ່າຍ ​(MoU) ທີ່ໄດ້​ລົງ​ນາມ​ລະຫວ່າງ​ສູນ​​​ອິນ​ເຕີ​ເນັດ ​ຫວຽດນາມ (VNNIC) ​ແລະ ສູນ​ອິນ​ເຕີ​ເນັດ​ແຫ່ງ​ຊາດ​ ລາວ (LANIC), ອົງການ​ໂທລະ​ຄົມມະນາຄົມ​ ລາວ (LTRA), ​ແຕ່​ວັນ​ທີ 15 – 17 ພຶດສະພາ​ນີ້, ຢູ່​ນະຄອນຫຼວງ​ ວຽງ​ຈັນ, ປະ​ເທດ​ ລາວ.

ໄວ້ອາໄລ ແລະ ເຮັດພິທີທາງສາສະໜາອັດຖິນັກຮົບອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ ລາວ ແລະ ກຳປູເຈຍ
ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືໃນວຽກງານກວດກາພັກ
ຫວຽດນາມ ແລະ ລາວ ຜັນຂະຫຍາຍບັນດາການເຄື່ອນໄຫວຄຸ້ມຄອງ ແລະ ພັດທະນາແຫຼ່ງຊັບພະຍາກອນອິນເຕີເນັດ

​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ໜູນຊ່ວຍບັນດາ​ຄູ່​ຮ່ວມ​ມື​ຂອງ​ ລາວ ​ໃນ​ການ​ຄຸ້ມ​ຄອງ ​ແລະ ພັດທະນາ​ຊັບພະຍາກອນ​ອິນ​ເຕີ​ເນັດ ​ແລະ ພື້ນຖານ​ໂຄງ​ລ່າງ​ອິນ​ເຕີ​ເນັດ

ນັບແຕ່ປີ 2005, ສູນອິນເຕີເນັດ ຫວຽດນາມ (VNNIC) ໄດ້ສ້າງຕັ້ງການຮ່ວມມືສອງຝ່າຍ ແລະ ໜູນຊ່ວຍສູນອິນເຕີເນັດແຫ່ງຊາດ ລາວ (LANIC) ໃນການຮັບ ແລະ ຄຸ້ມຄອງຊື່ໂດເມນແຫ່ງຊາດ ລາວ .la, ຝຶກອົບຮົມຊັບພະຍາກອນມະນຸດໃນການຄຸ້ມຄອງ ແລະ ພັດທະນາຊັບພະຍາກອນອິນເຕີເນັດຢູ່ ລາວ.

ຜັນຂະຫຍາຍການປະຕິບັດສັນຍາການຮ່ວມມືສອງຝ່າຍ (MoU) ກັບສູນອິນເຕີເນັດ ລາວ (LANIC) ແລະ ອົງການໂທລະຄົມມະນາຄົມ ລາວ (LTRA), ເພື່ອໃຫ້ການໜູນຊ່ວຍ LANIC ແລະ LTRA ໃນການຄຸ້ມຄອງ, ພັດທະນາ, ຮັບປະກັນຄວາມປອດໄພ ແລະ ຄວາມໜ້າເຊື່ອຖືຂອງຊັບພະຍາກອນອິນເຕີເນັດ, ສະຖິຕິ, ຕິດຕາມການເຄື່ອນໄຫວຊັບພະຍາກອນອິນເຕີເນັດ, ວັດແທກການເຂົ້າເຖິງອິນເຕີເນັດ. ​ແຕ່​ວັນ​ທີ 15-17 ພຶດສະພາ 2024, VNNIC ​ໄດ້​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສອງ​ຝ່າຍ​ຢູ່​ນະຄອນຫຼວງ​ ວຽງ​ຈັນ, ລາວ.

​ໃນ​ຂອບ​ເຂດ​ການ​ຮ່ວມ​ມື ​ແລະ ໜູນ​ຊ່ວຍ LANIC, VNNIC ໄດ້ດຳ​ເນີນ​ໂຄງການ​ໃຫ້​ຄຳ​ປຶກສາ​ກ່ຽວ​ກັບ​​ນະ​ໂຍບາຍ, ຮູບ​ແບບ​ການ​ຄຸ້ມ​ຄອງ ​ແລະ ຍຸດ​ທະ​ສາດ​ພັດທະນາ​ຊື່​ໂດ​ເມນ​ແຫ່ງ​ຊາດ​ ລາວ “.la”, ຜັນຂະຫຍາຍ Workshop ​ກ່ຽວ​ກັບ​ຄວາມ​ປອດໄພດ້ານ​ພື້ນຖານ​ໂຄງ​ລ່າງ​ອິນ​ເຕີ​ເນັດ​ທີ່​ສຳຄັນ​ຂອງ​ຊາດ, ສຸມໃສ່ຮັບປະກັນຄວາມປອດໄພຂອງລະບົບ Registry ແລະ ບັນດາວິທີແກ້ໄຂດ້ານວິຊາການ ເພື່ອແນ່ໃສ່ຍົກສູງຄວາມຫນ້າເຊື່ອຖືຂອງການເຄື່ອນໄຫວຊື່ໂດເມນລະຫັດປະເທດ. ພາຍໃນຂອບການຮ່ວມມື ແລະ ໜູນຊ່ວຍ LTRA, VNNIC ດຳເນີນໂຄງການໃຫ້ຄຳປຶກສາດ້ານເຕັກໂນໂລຊີ ແລະ ແຜນທີ່ເສັ້ນທາງເພື່ອສ້າງລະບົບວັດແທກຄວາມໄວອິນເຕີເນັດຢູ່ ລາວ, ຜັນຂະຫຍາຍ Workshop ກ່ຽວກັບເຕັກໂນໂລຊີ, ການດໍາເນີນງານ, ສະຖິຕິ ແລະ ວິເຄາະຂໍ້ມູນຄວາມໄວອິນເຕີເນັດ.

​ໃນ​ໄລຍະ​ທີ່​ຄະນະ​ຜູ້​ແທນ​ທີ່​ມາ​ເຮັດ​ວຽກ​ຢູ່​ ລາວ, ບັນດາທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ເຕັກ​ໂນ​ໂລ​ຊີ ​ແລະ ການສື່ສານ​ ລາວ ຄື: ທ່ານຮອງ​ລັດຖະມົນຕີ ​ແກ້ວ​ວີສຸກ ໂສລະພົນ (​ຮັບຜິດຊອບ​ການ​ຫັນ​ເປັນ​ດິຈິ​ຕອນ, ຄວາມ​ປອດ​ໄພ​ຂໍ້​ມູນ​ຂ່າວສານ...), ທ່ານຮອງ​ລັດຖະມົນຕີ ​ໄຊ​ລູຊາ ອິນ​ສີ​ຊຽງໃໝ່ (ຮັບຜິດຊອບດ້ານໂທລະຄົມ​ມະນາຄົມ​ ແລະ ​ຄື້ນຄວາມ​ຖີ່. ..) ໄດ້ມີກອງປະຊຸມເຮັດວຽກກັບ VNNIC, LANIC, LTRA ກ່ຽວກັບໝາກຜົນການຮ່ວມມືລະຫວ່າງບັນດາຝ່າຍ ແລະ ແຜນການສົມທົບກັນເຄື່ອນໄຫວໃນໄລຍະຈະມາເຖິງ ຕາມສັນຍາຮ່ວມມືສອງຝ່າຍທີ່ໄດ້ລົງນາມ.

ປະຕິບັດ​ໂຄງການ​ຮ່ວມ​ມື​ສອງ​ຝ່າຍ​ລະຫວ່າງ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ການສື່ສານ ຫວຽດນາມ ​ແລະ ກະຊວງ​ເຕັກ​ໂນ​ໂລ​ຊີ ​ແລະ ການສື່ສານ (ລາວ) ດ້ວຍ​ຄວາມ​ຮຽກຮ້ອງ​ຕ້ອງການ​ພັດທະນາ​ອິນ​ເຕີ​ເນັດ​ລຸ້ນ​ໃໝ່, ຮັບປະກັນ​ຄວາມ​ປອດ​ໄພ ​ແລະ ຄວາມ​ໜ້າ​ເຊື່ອ​ຖື​ຂອງ​ຊັບພະຍາກອນອິນ​ເຕີ​ເນັດ, ພື້ນຖານ​ໂຄງ​ລ່າງ​ອິນ​ເຕີ​ເນັດ​ທີ່​ສຳຄັນ​ຂອງ​ຊາດ, ​​ວັນ​ທີ 10 ມັງກອນ ປີ 2024 ​ໃນ​ຂອບ​ເຂດ​ການ​ຫັນປ່ຽນ​ດີ​ຈີ​ຕອນ​ຢູ່ ​ລາວ, ​ດ້ວຍ​ການເປັນສັກຂີພະຍານຂອງ ທ່ານ​ຮອງ​ລັດຖະມົນຕີ ຫງວຽນ​ຮຸຍ​ຢຸງ, ຮອງ​ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ການສື່ສານ (ຫວຽດນາມ) ​ແລະ ທ່ານຮອງ​ລັດຖະມົນຕີ​​ ແກ້ວ​ວີສຸກ ໂສລະພົນ, ຮອງ​ລັດຖະມົນຕີ​ກະຊວງ​ເຕັກ​ໂນ​ໂລ​ຢີ ​ແລະ ການສື່ສານ (ລາວ), VNNIC ​ໄດ້​ລົງ​ນາມສັນຍາຮ່ວມມື MoU ກັບ LANIC, LTRA.

ການປະຕິບັດສັນຍາຮ່ວມມື MoU ທີ່ໄດ້ລົງນາມ, VNNIC ຈະປະຕິບັດບັນດາການເຄື່ອນໄຫວໃຫ້ຄໍາປຶກສາ, ບຳລຸງສ້າງ, ການຝຶກອົບຮົມ, ແບ່ງປັນປະສົບການ ແລະ ຫນູນຊ່ວຍຝ່າຍ ລາວ ກ່ຽວກັບຍຸດທະສາດການຄຸ້ມຄອງ, ການພັດທະນາຊື່ໂດເມນລະຫັດປະເທດ, ຫັນປ່ຽນໄປສູ່ອິນເຕີເນັດລຸ້ນໃຫມ່ - IPv6, ສະຖິຕິ, ຕິດຕາມການເຄື່ອນໄຫວຊັບພະຍາກອນອິນເຕີເນັດ, ການວັດແທກຄວາມໄວໃນການເຂົ້ານຳໃຊ້ອິນເຕີເນັດ...

ຫວຽດນາມ - ລາວ ຊຸກຍູ້ການຮ່ວມມືດ້ານເຕັກໂນໂລຊີ ແລະ ນະວັດຕະກຳ ຫວຽດນາມ - ລາວ ຊຸກຍູ້ການຮ່ວມມືດ້ານເຕັກໂນໂລຊີ ແລະ ນະວັດຕະກຳ

ຍສໝ - ຕາມ​ສຳນັກ​ຂ່າວສານ​ຫວຽດນາມ​ປະຈຳ​ລາວ, ຕອນ​ບ່າຍ​ວັນ​ທີ 28 ພຶດສະພາ​ນີ້, ຢູ່​ນະຄອນຫຼວງ​ວຽງ​ຈັນ, ກອງ​ປະຊຸມ​ຄັ້ງ​ທີ 1 ຄະນະ​ກຳມະການ​ຮ່ວມ​ມື​ດ້ານ​ເຕັກ​ໂນ​ໂລ​ຊີ ​ແລະ ນະ​ວັດຕະກຳ ຫວຽດນາມ - ລາວ.

ຫວຽດນາມ ແລະ ລາວ ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນການຮ່ວມມືດ້ານການທ່ອງທ່ຽວ ຫວຽດນາມ ແລະ ລາວ ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນການຮ່ວມມືດ້ານການທ່ອງທ່ຽວ

ຍສໝ - ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ​ ລະ​ຫວ່າງ​ຫວຽດ​ນາມ ແລະ ລາວ ພວມ​ຢູ່​ໃນ​ຂະ​ບວນ​ການ​ເຕີບ​ໂຕ​ທີ່​ດີ, ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ຍັງ​ໃຫຍ່​ຫຼວງ ແລະ ມີ​ແງ່​ຫວັງ​ຫຼາຍ​ຢ່າງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ມິງດຶກ

ເຫດການ
302 Found

Found

The document has moved here.