ລາຍການເຄື່ອນໄຫວ “ຂ້ອຍຮັກປະເທດຂອງຂ້ອຍ” ມອບຂອງຂວັນໃຫ້ຄູອາຈານ, ນັກຮຽນຢູ່ເຂດພູສູງ ແລະນັກສຶກສາລາວ | |
ດານັງ: ນັກສຶກສາ ລາວ ຫຼາຍຄົນໄປວັດເພື່ອອະທິຖານກ່ອນລະດູສອບເສັງ |
ບ້ານເກີດເມືອງນອນ ຫວຽດນາມ - ລາວ
ສຸດທິດາ ຕັນພານິດ (ຊື່ ຫວຽດນາມ: ຫງວຽນທິເຟືອງວີ) - ອະດີດນັກສຶກສາລຸ້ນທີ 47 (ຄະນະການເມືອງສາກົນ ແລະ ການທູດ, ສະຖາບັນພົວພັນຕ່າງປະເທດ) ແມ່ນຄົນລາວ ທີ່ມີເຊື້ອຊາດ ຫວຽດນາມ, ເກີດ ແລະ ເຕີບໃຫຍ່ຢູ່ ລາວ. ພໍ່ເຖົ້າແມ່ເຖົ້າ ແລະ ພໍ່ແມ່ຂອງ ສຸດທິດາ ຕັນພານິດ ໄດ້ມາຕັ້ງຖິ່ນຖານຢູ່ປະເທດລາວ ເປັນເວລາຫຼາຍກວ່າເຄິ່ງສະຕະວັດ. ລະດູແລ້ງປີ 2008, ສຸດທິດາ ຕັນພານິດ ມີອາຍຸໄດ້ 6 ປີ. ປີນັ້ນກໍເປັນຄັ້ງທຳອິດທີ່ນາງ ແລະ ຄອບຄົວກັບຄືນມາຢ້ຽມຢາມບ້ານເກີດເມືອງນອນ ຫວຽດນາມ. ນັບແຕ່ນັ້ນມາ, ແຕ່ລະປີໃນລະດູແລ້ງ, ນາງ ສຸດທິດາ ຕັນພານິດ ກັບພໍ່ແມ່ລ້ວນແຕ່ກັບເມືອ ຫວຽດນາມ, ໄປທ່ອງທ່ຽວບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງບ້ານເກີດເມືອງນອນຄື: ກວາງບິ່ງ, ເຫວ້, ນະຄອນ ໂຮ່ຈີມິນ, ນິງບິ່ງ, ດານັງ...
ຮູບພາບທີ່ລະນຶກຂອງຄອບຄົວ ສຸດທິດາ ຕັນພານິດ ຢູ່ ຫວຽດນາມ. |
“ບັນດາການເດີນທາງໄດ້ເຮັດໃຫ້ຂ້າພະເຈົ້າມີຄວາມປະທັບໃຈກ່ຽວກັບປະເທດຫວຽດນາມ ທີ່ພັດທະນາ ດ້ວຍສະຖານທີ່ທ່ອງທ່ຽວ ແລະ ບັນເທີງທີ່ດຶງດູດໃຈຫຼາຍແຫ່ງ. ຄວາມຮັກຂອງຂ້າພະເຈົ້າຕໍ່ຫວຽດນາມ ໄດ້ຮັບການເພີ່ມພູນຄູນສ້າງນັບແຕ່ນັ້ນມາ. ເມື່ອມີອາຍຸ 18 ປີ, ຂ້າພະເຈົ້າພະຍາຍາມຍາດເອົາທຶນການສຶກສາ ໂດຍກະຊວງສຶກສາ ແລະ ກໍ່ສ້າງຂອງສອງປະເທດສົມທົບກັນມອບໝາຍໃຫ້ ເພື່ອມີໂອກາດໄປຮ່ຳຮຽນຢູ່ ຫວຽດນາມ.
ໃນໄລຍະ 4 ປີທີ່ຮຽນຢູ່ຫວຽດນາມ, ຂ້າພະເຈົ້າໄດ້ໃຊ້ເວລາຫວ່າງເພື່ອໄປທ່ອງທ່ຽວ ແລະ ຄົ້ນຫາກ່ຽວກັບບ້ານເກີດເມືອງນອນຂອງຕົນ. ຂ້າພະເຈົ້າກັບເພື່ອນມິດຢູ່ມະຫາວິທະຍາໄລໄດ້ໄປຢ້ຽມຢາມຫຼາຍຈຸດ ຊົມທັດສະນີຍະພາບຄື: ກຳແພງເມືອງພະລາຊະວັງ ທັງລອງ, ວັນມ໊ຽວ ກວັ໋ກຕື້ຢ໋າມ, ວັດ ບ໋າຍດິ໋ງ, ຈ່າງອານ...
ຂ້າພະເຈົ້າຍັງບໍ່ທັນເວົ້າພາສາຫວຽດນາມ ໄດ້ຢ່າງຊຳນານ, ແຕ່ຂ້າພະເຈົ້າກໍ່ບໍ່ປະສົບກັບຄວາມຫຍຸ້ງຍາກໃນການເດີນທາງຫຼາຍປານໃດ. ການບໍລິການທ່ອງທ່ຽວຢູ່ຫວຽດນາມ ແມ່ນສະດວກ ແລະ ລາຄາກໍ່ເໝາະສົມ. ຂ້າພະເຈົ້າຈື່ໄດ້ວ່າຄັ້ງໜຶ່ງໄດ້ກະກຽມ 500.000 ດົ່ງສຳລັບຄ່າລົດ, ແຕ່ໃນທີ່ສຸດ ຕ້ອງຈ່າຍພຽງແຕ່ 200.000 ດົ່ງເທົ່ານັ້ນ.
ການເດີນທາງທີ່ສ້າງຄວາມປະທັບໃຈທີ່ສຸດໃຫ້ຂ້າພະເຈົ້າແມ່ນການເດີນທາງໄປ ມົກເຈົາ ກັບຄູອາຈານຄົນຫວຽດນາມ. ຂ້າພະເຈົ້າໄດ້ສຳຜັດກັບການເດີນທາງຜ່ານທາງພູຫຼາຍກວ່າ 20 ກິໂລແມັດດ້ວຍລົດຈັກ, ເຖິງວ່າມັນເປັນຕາຢ້ານແຕ່ກໍ່ມ່ວນຫຼາຍ.
ຂ້າພະເຈົ້າໄດ້ຊົມບັນດາຫ້ວຍນ້ຳ, ທົ່ງນາຂັ້ນໄດ ແລະ ຊິມເຍື່ອງອາຫານ ຈຸ່ມປາເຕິ່ມ ຢູ່ຮ້ານອາຫານແຄມເປີ້ນພູ. ຂ້າພະເຈົ້າຍັງຮູ້ສຶກອົບອຸ່ນໃຈເມື່ອໄດ້ປະຊາຊົນຢູ່ເມືອງ ມົກເຈົາ ຖາມຂ່າວຄາວ ແລະ ຊີ້ທາງໃຫ້ເມື່ອຫຼົງທາງ.
ຍິ່ງອາໄສຢູ່ຫວຽດນາມ ດົນ, ຂ້າພະເຈົ້າຍິ່ງຮູ້ສຶກເຖິງການເຊື່ອມໂຍງຢ່າງເລິກເຊິ່ງລະຫວ່າງຕົນເອງກັບວັດທະນະທຳ ແລະ ປະຊາຊົນຫວຽດນາມ.
ພາຍຫຼັງຮຽນຈົບແລ້ວ, ຂ້າພະເຈົ້າຈະຊອກຫາໂອກາດເພຶ່ອດຳລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ ເພື່ອເຂົ້າໃຈກ່ຽວກັບປະເທດທີ່ຕົນມີເລືອດເນື້ອຕື່ມອີກ,” ນາງ ສຸດທິດາ ຕັນພານິດ ແບ່ງປັນ.
ສຸດທິດາ ຕັນພານິດ ປະທັບໃຈທີ່ສຸດກັບການເດີນທາງໄປ ມົກເຈົາ, ເຊີນລາ. |
ຮັກແພງພາສາປະເທດເພື່ອນ ຫວຽດນາມ
ແຕ່ຕອນຍັງເປັນເດັກນ້ອຍ, ແສງເພັດ ພົມສີຈັນ, ອະດີດນັກສຶກສາວຸ້ນທີ 47 (ຄະນະການເມືອງສາກົນ ແລະ ການທູດ, ສະຖາບັນພົວພັນຕ່າງປະເທດ) ໄດ້ຮັບຟັງການເລົ່າເລື່ອງປະຫວັດສາດຈາກພໍ່ກ່ຽວກັບສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຂອງປະຊາຊົນຫວຽດນາມ - ລາວ. ແສງເພັດ ພົມສີຈັນ ປາດຖະໜາຢາກໄປທ່ຽວຫວຽດນາມ ແລະ ຮຽນພາສາຫວຽດນາມ ເປັນພາສາທີສອງຂອງຕົນ. ເມື່ອອາຍຸ 15 ປີ, ຄວາມຝັນຂອງ ແສງເພັດ ພົມສີຈັນ ໄດ້ກາຍເປັນຄວາມຈິງ ເມື່ອໄດ້ຮັບທຶນການສຶກສາຢູ່ໂຮງຮຽນມັດທະຍົມຕອນຕົ້ນ-ຕອນປາຍ ເຈີ່ນກວັ໋ກຕວ໋ນ.
ແສງເພັດ ພົມສີຈັນ (ເສື້ອແດງ, ຢືນກາງ) ພ້ອມກັບບັນດານັກຮຽນລາວ ຢູ່ໂຮງຮຽນມັດທະຍົມຕອນຕົ້ນ-ຕອນປາຍ ເຈີ່ນກວັ໋ກຕວ໋ນ. |
ຕາມຄຳເລົ່າຂອງ ແສງເພັດ ພົມສີຈັນ, ເມື່ອຮຽນພາສາຫວຽດນາມ ໄລຍະທຳອິດ, ລາວປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຍ້ອນພາສາລາວ ແລະ ພາສາຫວຽດນາມ ມີການຂຽນ, ການອອກສຽງ ແລະ ວັກຕອນທີ່ແຕກຕ່າງກັນ. ຄຳສັບທີ່ອອກສຽງຍາກໃນພາສາຫວຽດ ເຊັ່ນ: "ຮູ້ຄວາມ", "ນອນເດິກ",... ແສງເພັດ ພົມສີຈັນ ຕ້ອງຮຽນເປັນເວລາດົນ ແລ້ວຈຶ່ງສາມາດອອກສຽງໄດ້ຢ່າງຖືກຕ້ອງ.
“ຂ້າພະເຈົ້າໄດ້ປັບປຸງທັກສະໃນການປາກເວົ້າຂອງຕົນໂດຍການຟັງ ແລະ ຮ້ອງເພງບົດເພງຂອງຫວຽດນາມ ຫຼາຍເພງ. ເວລາຮຽນຢູ່ມະຫາວິທະຍາໄລ, ຂ້າພະເຈົ້າມີຫມູ່ເພື່ອນຫວຽດນາມ ທີ່ສະຫນິດສະຫນົມ ແລະ ພວກຂ້າພະເຈົ້າມັກພົບປະແລກປ່ຽນ, ເລົ່າຄວາມໃນໃຈຂອງກັນ. ກ່ອນນີ້, ຂ້າພະເຈົ້າອອກສຽງຄໍາ "ຂໍ້ຕົກລົງ" ຫຼື "ຝຶກຝົນຫຼໍ່ຫຼອມ" ໄດ້ບໍ່ຖືກປານໃດ, ແຕ່ເມື່ອໄດ້ຍິນຄໍາຄິດເຫັນຂອງໝູ່ເພື່ອນ, ຂ້າພະເຈົ້າຈື່ ແລະ ບໍ່ເວົ້າຜິດອີກ. ການຮຽນພາສາຫວຽດນາມ ແມ່ນງ່າຍກວ່າ ແລະ ເປັນໜ້າສົນໃຈກວ່າ, ເພາະມີການຊ່ວຍເຫຼືອຂອງບັນດາເພື່ອນມິດຫວຽດນາມ.
ຍ້ອນມີທັກສະໃນການສື່ສານທີ່ດີ, ຂ້າພະເຈົ້າໄດ້ມີໂອກາດສຳຜັດຢ່າງເລິກເຊິ່ງກ່ຽວກັບວັດທະນະທຳ, ງານບຸນຫວຽດນາມ, ພ້ອມກັນນັ້ນ ກໍ່ໄດ້ເຜີຍແຜ່ວັດທະນະທຳລາວ ສູ່ຊາວຫວຽດນາມ ນຳອີກ.
ປີກາຍນີ້, ໃນໂອກາດບຸນປີໃໝ່, ສະຖາບັນພົວພັນຕ່າງປະເທດ ໄດ້ຈັດງານແຂ່ງຂັນປຸງແຕ່ງອາຫານພື້ນເມືອງຂອງທັງ ລາວ ແລະ ຫວຽດນາມ, ຂ້າພະເຈົ້າໄດ້ເປັນກຽດຕາງໜ້າໃຫ້ບັນດານັກຮຽນລາວ ແນະນຳອາຫານການກິນຂອງປະເທດຕົນໃຫ້ບັນດາຄູອາຈານ ແລະ ໝູ່ເພື່ອນຫວຽດນາມ.
ບັນດາຄວາມຊົງຈຳເຫຼົ່ານັ້ນໄດ້ຊ່ວຍໃຫ້ຂ້າພະເຈົ້າຮູ້ສຶກເຖິງຄວາມຜູກພັນລະຫວ່າງວັດທະນະທຳສອງປະເທດຢ່າງຈະແຈ້ງ, ພ້ອມດຽວກັນນັ້ນ ກໍ່ມີແຮງຈູງໃຈໃນການຝຶກຝົນພາສາຫວຽດນາມ”, ທ້າວ ແສງເພັດ ພົມສີຈັນ ກ່າວກັບນັກຂ່າວຈາກວາລະສານ ເທີຍດ້າຍ.
ແສງເພັດ ພົມສີຈັນ ຈົບການສຶກສາຈາກສະຖາບັນພົວພັນຕ່າງປະເທດ ໃນເດືອນ ກໍລະກົດ ປີ 2024. |
ເອົາອາຫານຫວຽດນາມ ເຂົ້າໃນພາເຂົ້າລາວ
ເກດສະໜາ ແກ້ວບຸນມີ, ຫົວໜ້າຄະນະນັກສຶກສາລາວ ປະຈຳ ສະຖາບັນພົວພັນຕ່າງປະເທດ ໄດ້ໄປຮ່ຳຮຽນຢູ່ຫວຽດນາມ ແຕ່ປີ 2017. ຈາກທີ່ນີ້, ເກດສະໜາ ແກ້ວບຸນມີ ໄດ້ມີໂອກາດຊິມບັນດາເຍື່ອງອາຫານພິເສດຂອງບັນດາທ້ອງຖິ່ນ ແລະ ຄ່ອຍໆມີຄວາມຮັກກັບອາຫານການກິນຫວຽດນາມ.
ເກດສະໜາ ແກ້ວບຸນມີ ໃນການເດີນທາງໄປທ່ອງທ່ຽວຢູ່ນະຄອນ ໂຮ້ຍອານ, ກວາງນາມ. |
“ເຍື່ອງອາຫານຫວຽດນາມ ທີ່ສ້າງຄວາມປະທັບໃຈທີ່ສຸດຕໍ່ຂ້າພະເຈົ້າແມ່ນ ເຂົ້າປູ້ນຊີ້ນປີ້ງ, ບໍ່ພຽງແຕ່ຍ້ອນລົດຊາດຫອມແຊບຂອງມັນເທົ່ານັ້ນ, ຫາກຍັງເປັນຍ້ອນມັນຕິດພັນກັບອາຈານຄົນຫວຽດນາມ ທີ່ຂ້າພະເຈົ້າຮັກແພງຫຼາຍ. ຄັ້ງທໍາອິດທີ່ຂ້າພະເຈົ້າໄດ້ກິນເຂົ້າປູ້ນຊີ້ນປີ້ງ ແມ່ນຢູ່ເຮືອນຂອງອາຈານໃນລະດູແລ້ງທຳອິດທີ່ຂ້າພະເຈົ້າມາຫວຽດນາມ.
ເຖິງວ່າໄດ້ຜ່ານໄປຫຼາຍປີແລ້ວ, ແຕ່ຂ້າພະເຈົ້າຍັງຈື່ໄດ້ວ່າ ອາຈານໄດ້ແນະນຳກ່ຽວກັບບັນດາເຄື່ອງປະກອບໃນການເຮັດ ເຂົ້າປູ້ນຊີ້ນປີ້ງ, ໃນນັ້ນມີຊີ້ນໝູ, ນ້ຳປາ, ນ້ຳຕານ, ຜັກບົ່ວແຫ້ງ, ໝາກເຜັດ, ໝາກນາວ, ຜັກສົດ ແລະ ອື່ນໆ,….
ຄັ້ງທໍາອິດທີ່ຂ້າພະເຈົ້າກິນເຂົ້າປູ້ນຊີ້ນປີ້ງ, ຂ້າພະເຈົ້າບໍ່ຮູ້ວ່າຈະຊິມເຍື່ອງອາຫານນີ້ແນວໃດ. ສະນັ້ນ ອາຈານຈຶ່ງແນະນຳໃຫ້ພວກຂ້າພະເຈົ້າຕື່ມເຂົ້າປູ້ນ, ຊີ້ນປີ້ງ ແລະ ຜັກສົດ ແນວລະໜ້ອຍ ໃສ່ຖ້ວຍນ້ຳປາ, ແຕ່ບໍ່ໃຫ້ໃສ່ໝົດເທື່ອດຽວ, ເຊິ່ງກິນສ່ຳໃດແມ່ນເອົາໃສ່ສ່ຳນັ້ນ ແລະ ຄ່ອຍໆກິນ. ໃນຄວາມຄິດເຫັນຂອງຂ້າພະເຈົ້າ, "ຈິດວິນຍານ" ຂອງເຍື່ອງອາຫານນີ້ແມ່ນຖ້ວຍນ້ຳປາ, ຖ້ານ້ຳປາແຊບ, ລົດຊາດຈະສຸດຍອດຫຼາຍ", ເກດສະໜາ ແກ້ວບຸນມີ ເລົ່າ.
ເກດສະໜາ ແກ້ວບຸນມີ ໃຫ້ຮູ້ວ່າ: ຕົນເອງໄດ້ປຸງແຕ່ງອາຫານຫວຽດນາມ ຫຼາຍເຍື່ອງໃຫ້ແກ່ເພື່ອນລາວ ຢູ່ຫໍພັກ. “ເຄື່ອງປຸງແຕ່ງອາຫານທີ່ຂ້າພະເຈົ້າປຸງແຕ່ງແມ່ນໄດ້ຊື້ຢູ່ຕະຫລາດທ້ອງຖິ່ນໃກ້ກັບໂຮງຮຽນ ເພາະລາຄາຖືກ ແລະ ເຄື່ອງປະກອບທີ່ຈຳເປັນລ້ວນແຕ່ຫາໄດ້ງ່າຍ.
ເຍື່ອງອາຫານທີ່ຂ້າພະເຈົ້າມັກປຸງແຕ່ງ ແລະ ແຕ່ງໄດ້ດີທີ່ສຸດແມ່ນໄກ່ອ່ອມເຫັດ. ຫຼັງຈາກທີ່ເຄີຍຊິມເຍື່ອງອາຫານນີ້ຢູ່ຫ້ອງອາຫານຂອງໂຮງຮຽນ ແລະ ປະທັບໃຈກັບລົດຊາດຂອງມັນ, ຂ້າພະເຈົ້າໄດ້ຖາມບັນດາອາຢູ່ໃນເຮືອນຄົວ ໃຫ້ແນະນຳໃຫ້ວິທີປຸງແຕ່ງມັນ.
ເມື່ອກັບຄືນປະເທດລາວ ແລ້ວ, ຂ້າພະເຈົ້າຈະຮັກສານິໄສການປຸງແຕ່ງ ແລະ ກິນອາຫານຫວຽດນາມ ໃນຊີວິດປະຈຳວັນ. ອັນນີ້ຍັງຈະເປັນວິທີເພື່ອໃຫ້ຂ້າພະເຈົ້າບັນເທົາຄວາມຄິດຮອດກັບດິນແດນທີ່ຕົນເຄີຍຕິດພັນມາຕະຫຼອດການຮຽນມັດທະຍົມຕອນປາຍ ແລະ ເປັນນັກສຶກສາ,” ທ້າວ ເກດສະໜາ ແກ້ວບຸນມີ ກ່າວ.
ເພີ່ມລະດັບຄວາມຮູ້ພາສາຫວຽດນາມ ໃຫ້ແກ່ນັກສຶກສາລາວ ຈາກບັນດາການເດີນທາງຕົວຈິງ ຍສໝ - ໄປຮຽນກຽມພາສາຫວຽດນາມ ຢູ່ມະຫາວິທະຍາໄລສ້າງຄູ-ມະຫາວິທະຍາໄລ ດານັງ, ບັນດານັກສຶກສາຕ່າງປະເທດ ໄດ້ຮັບການຝຶກອົບຮົມພ້ອມກັນ 4 ທັກສະ (ຟັງ, ເວົ້າ, ອ່ານ, ຂຽນ); ເຂົ້າຮ່ວມການໄປໄປລົງຕົວຈິງຫຼາຍຄັ້ງ... ໂດຍຜ່ານນັ້ນ ຈຶ່ງຊ່ວຍໃຫ້ບັນດານັກສຶກສາຕ່າງປະເທດມີຄວາມໝັ້ນໃຈຕົນເອງກ່ວາໃນການສື່ສານ ດ້ວຍພາສາຫວຽດນາມ. |
ນັກສຶກສາລາວ: ປາດຖະໜາຢາກນຳຄວາມຮູ້ດ້ານສື່ມວນຊົນທີ່ຮຽນຢູ່ຫວຽດນາມ ມາປະຕິບັດຢູ່ລາວ ຍສໝ - ນັ້ນແມ່ນການແບ່ງປັນຂອງນັກສຶກສາລາວ ທີ່ຮ່ຳຮຽນຂະແໜງການສະເພາະດ້ານສື່ມວນຊົນຢູ່ ຫວຽດນາມ ຫຼາຍຄົນ ກັບນັກຂ່າວວາລະສານຍຸກສະໄໝເນື່ອງໃນໂອກາດສະເຫຼີມສະຫຼອງ 99 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21 ມີຖຸນາ 1925-21 ມີຖຸນາ 2024). |
ມິງດຶກ