ທະຫານ ຫວຽດນາມ ມອບຫ້ອງຮຽນ ແລະ ຫ້ອງອາຫານໃຫ້ເດັກນ້ອຍຊາວ ອາຟຣີກາ

08:48 | 15/06/2024

ຍສໝ - ວັນທີ 12 ມິຖຸນາ, ຄະນະປະຕິບັດງານນຳໂດຍທ່ານພົນຕີ ຟ້າມເຈືອງເຊີນ (ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນ ຫວຽດນາມ) ໄດ້ເຂົ້າຮ່ວມພິທີເປີດສະຫຼອງ, ມອບຫ້ອງຮຽນ 30 m2 ຈຳນວນ 2 ຫ້ອງ ແລະ ເຮືອນຄົວໃຫ້ໂຮງຮຽນປະຖົມສຶກສາ E.C.S.S.S.Nyinkuac ຢູ່ Abyei (​ອາ​ຟຣີກາ).

ກອນຕູມ: ທະຫານ ແລະປະຊາຊົນ ຮ່ວມແຮງຮ່ວມໃຈປົກປັກຮັກສາອະທິປະໄຕຊາຍແດນແຫ່ງຊາດໄວ້ຢ່າງໝັ້ນຄົງ
ມອບ​ຂອງ​ກອງ​ບັນຊາ​ການ​ທະຫານ​ບົກ​ທີ 1, ​ເປັນ​ຂອງຂວັນ​ຂອງ​ກອງທັບ​ຫວຽດນາມ ​ໃຫ້​ກອງທັບ​ລາວ

ຕາມ​ການ​ລາຍ​ງານ​ຂອງກອງທະຫານຊ່າງແສງ​​ແລ້ວ, ​ໂຮງຮຽນ​ດັ່ງກ່າວ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 2006, ປະຈຸ​ບັນ, ພື້ນຖານ​ໂຄງ​ລ່າງ​ໄດ້ຊຸດໂຊມ​ຢ່າງ​ໜັກໜ່ວງ​ຍ້ອນ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ອາວຸດ. ໂດຍຕັ້ງຢູ່ກາງດິນທີ່ກວ້າງໃຫຍ່ ແລະ ໂດດດ່ຽວ ບໍ່ມີຮົ້ວ, ໂຮງຮຽນແຫ່ງນີ້ຍັງຂາດຫ້ອງຮຽນ ແລະ ຫ້ອງອາຫານສຳລັບນັກຮຽນຫຼາຍກວ່າ 300 ຄົນ ແລະ ຄູສອນ 11 ຄົນ.

ນັກຮຽນຊັ້ນ ປ1 ແລະ ມ3 ຕ້ອງຮຽນຢູ່ໃຕ້ຮົ່ມຕົ້ນໄມ້ໃນຍາມອາກາດຮ້ອນເອົ້າຂອງລະດູແລ້ງ ແລະ ອາກາດປຽກຊຸ່ມຂອງລະດູຝົນ. ເມື່ອເຖິງເວລາກິນເຂົ້າ, ຄູສອນ ແລະ ເດັກນ້ອຍກິນເຂົ້າທ່ຽງພາຍໃຕ້ຕົ້ນໄມ້ ແລະ ໃນລະບຽງ.

ຕໍ່ກັບສະຖານະການດັ່ງກ່າວ, ກອງທະຫານຊ່າງແສງ ໄດ້ຍາດແຍ່ງເວລາຈາກມື້ພັກ ແລະ ນໍາໃຊ້ວັດຖຸເກົ່າຈາກບັນດາໂຄງການທີ່ໄດ້ສ້າງສໍາເລັດແລ້ວນັ້ນ ເພື່ອຊ່ວຍໂຮງຮຽນ. ຫຼັງຈາກ 10 ມື້, ຫ້ອງຮຽນ 2 ຫ້ອງທີ່ມີເນື້ອທີ່ປະມານ 30 m2, ແຕ່ລະຫ້ອງບັນຈຸນັກຮຽນໄດ້ 30 ຄົນ ແລະ ເຮືອນຄົວ 12 m2 ກໍ່ໄດ້ສ້າງສໍາເລັດ.

ທະຫານ ຫວຽດນາມ ມອບຫ້ອງຮຽນ ແລະ ຫ້ອງອາຫານໃຫ້ເດັກນ້ອຍຊາວ ອາຟຣີກາ

ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເປີດນຳໃຊ້​ຫ້ອງ​ຮຽນ 2 ຫ້ອງ​ໃຫ້ແກ່​ເດັກ​ນ້ອຍ ​ອາ​ຟຣີກາ.

ທ່ານ Garang Mithiang Arop, ຄູ​ສອນ​ວິຊາຄະ​ນິດ​ສາດ​ຂອງ​ໂຮງ​ຮຽນ​ໄດ້​ແບ່ງ​ປັນ​ວ່າ: “ເດັກ​ນ້ອຍ​ບໍ່​ຕ້ອງ​ໄປຮຽນ​ຢູ່ນອກ​ອີກ​ແລ້ວ, ຂໍ​ຂອບ​ໃຈບັນດາສະຫາຍ, ຂໍ​ຂອບ​ໃຈ​ຫວຽດ​ນາມ”.

ທ່ານ Luar Mayol, ຜູ້ຕາງໜ້າປະຊາຄົມຊາວ Mijak ແບ່ງປັນວ່າ: “ຫວຽດນາມ ບໍ່ພຽງແຕ່ມານະພະຍາຍາມໃນໜ້າທີ່ວິຊາສະເພາະເທົ່ານັ້ນ, ຫາກຍັງຕິດພັນກັບປະຊາຄົມທ້ອງຖິ່ນ, ສ້າງຄວາມຫວັງໃຫ້ພວກຂ້າພະເຈົ້າຈະມີຊີວິດທີ່ດີຂຶ້ນ".

​ໃນ​ວັນ​ດຽວ​ກັນ, ຄະນະ​ປະຕິບັດ​ງານ​ຂອງ​ທ່ານ​ພົນ​ຕີ ຟ້າມເຈືອງເຊີນ ​ໄດ້​ມາ​ຍັງ​ບ້ານ Mijak ​ເພື່ອ​ເຂົ້າ​ຮ່ວມ​ພິທີ​ມອບ​ເຮືອ​ໃຫ້​ປະຊາຊົນ​ຢູ່​ທີ່​ນີ້. ຜູ້ຕາງຫນ້າຂອງກອງທະຫານຊ່າງແສງ ໃຫ້ຮູ້ວ່າ ບ້ານດັ່ງກ່າວຕິດກັບຖະຫນົນຈະລາຈອນສາຍຫຼັກ, ໃກ້ກັບແມ່ນ້ຳລຳເຊຂະຫນາດໃຫຍ່ Khor Bumbelo ຢູ່ເຂດພາກໃຕ້. ປະຊາຊົນຢູ່ທີ່ນີ້ ສ່ວນຫຼາຍແມ່ນທຳມາຫາກິນຢູ່ຕາມແມ່ນ້ຳແລະ ເດີນທາງດ້ວຍເຮືອເຫຼັກ ຫຼື ເຮືອໄມ້.

ຂອງຂວັນປີໃໝ່ຫລາຍກວ່າ 10,000 ສ່ວນສໍາລັບຜູ້ອອກແຮງງານ, ຊາວປະມົງ ແລະ ທະຫານ ຂອງຂວັນປີໃໝ່ຫລາຍກວ່າ 10,000 ສ່ວນສໍາລັບຜູ້ອອກແຮງງານ, ຊາວປະມົງ ແລະ ທະຫານ

ຍສໝ - ຄະນະຊາວໜຸ່ມສູນກາງ ແລະ Sabeco ຈະມອບຂອງຂວັນ 10.400 ສ່ວນໃຫ້ແກ່ກຳມະກອນ, ຊາວປະມົງ, ທະຫານຊາຍແດນ, ທະຫານເຂດທະເລຢູ່ 25 ແຂວງ, ນະຄອນ.

ພົບປະແລກປ່ຽນພະນັກງານນາຍ​ທະຫານ​ໜຸ່ມກອງທັບປະຊາຊົນຫວຽດນາມ - ລາວ ພົບປະແລກປ່ຽນພະນັກງານນາຍ​ທະຫານ​ໜຸ່ມກອງທັບປະຊາຊົນຫວຽດນາມ - ລາວ

ຍສໝ - ຫວ່າງ​ມໍ່ໆ​ມາ​ນີ້, ຄະນະ​ຜູ້​ແທນ​ນາຍ​ທະຫານ​ໜຸ່ມ​ກອງທັບ​ປະຊາຊົນ​ລາວ ​ໄດ້​ມີ​ການ​ຢ້ຽມຢາມ, ​ແລກປ່ຽນ, ປຶກສາ​ຫາລື​ກັບ​ນາຍ​ທະຫານ​ໜຸ່ມ​ຂອງ​ວິທະຍາຄານ​ເຕັກນິກ​ການ​ທະຫານຫວຽດນາມ.

ມິງດຶກ

ເຫດການ
302 Found

Found

The document has moved here.