ເພີ່ມຫຼາຍມາດຕະການການເພີ່ມ​ທະວີ​ຄວາມ​ສາມັກຄີ​ຂອງ​ສາມ​ປະ​ເທດ​ອິນ​ດູ​ຈີນ

14:45 | 15/06/2024

ຍສໝ - ບັນດາ​ຜູ້​ແທນ​ ສະ​ເໜີ​ບັນດາ​ມາດການ​ເພື່ອ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ຮັກສາ​ການ​ພົວພັນ​ທີ່ເປັນມູນເຊື້ອລະຫວ່າງ 3 ຊາດ, ກອງທັບ​ຂອງ 3 ປະ​ເທດ, ຮັກສາ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ, ພັດທະນາ​ແບບ​ຍືນ​ຍົງ​ໃນ​ສະພາບ​ການ​ໃໝ່.

ຫວຽດນາມ ສະໜັບສະໜູນ​ບັນດາ​ປະ​ເທດ​ ອາ​ຟຣິກາ ​ເພີ່ມ​ທະວີ​ບົດບາດ​​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ທົ່ວ​ໂລກ
ຂີດ​ໝາຍ​ແຫ່ງ​ຄວາມ​ສາມັກຄີ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ-ກູ​ບາ ບົນ​ດິນ​ແດນ ​ໄຕ​ນິງ

ວັນ​ທີ 14 ມິຖຸນາ, ຢູ່​ຮ່າ​ໂນ້ຍ, ກະຊວງ​ປ້ອງ​ກັນ​ປະ​ເທດ ໄດ້​ຈັດ​ຕັ້ງ​ການສຳມະນາວິທະຍາສາດ​ລະດັບ​ຊາດ​ຄັ້ງ​ທຳ​ອິດ​ກ່ຽວກັບ“ຄວາມ​ສາມັກຄີ​ສາມ​ປະ​ເທດ​ ຫວຽດນາມ - ລາວ - ກຳປູ​ເຈຍ” ​ໂດຍ​ທ່ານ ພົນເອກ ປອ. ຟານວັນ​ຢາງ, ກຳມະການ​ກົມ​ການ​ເມືອງ, ຮອງເລຂາຄະນະພັກທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເປັນຫົວໜ້າຮັບຜິດຊອບຫົວຂໍ້.

ທ່ານພົນໂທ ຫງວຽນເຕີ່ນເກືອງ, ກໍາມະການສູນກາງພັກ, ກໍາມະການ​ປະຈຳ​ຄະນະພັກທະຫານສູນກາງ, ຫົວໜ້າເສນາທິການໃຫຍ່ກອງທັບ ປະຊາຊົນຫວຽດນາມ, ທ່ານພົນໂທ ຫງວຽນຈ້ອງເຫງ້ຍ, ກໍາມະການສູນກາງພັກ, ເລຂາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເປັນປະທານການສຳມະນາ.

ເພີ່ມຫຼາຍມາດຕະການການເພີ່ມ​ທະວີ​ຄວາມ​ສາມັກຄີ​ຂອງ​ສາມ​ປະ​ເທດ​ອິນ​ດູ​ຈີນ

ທ່ານພົນໂທ ຫງວຽນເຕີ່ນເກືອງ ກ່າວຄຳປາໄສທີ່ການສຳມະນາ. (ທີ່ມາ; ໜັງສືພິມກອງທັບປະຊາຊົນ)

ຄະນະ​ຈັດ​ຕັ້ງສຳມະນາ ໄດ້​ຮັບ​ບົດ​ປະກອບຄຳເຫັນ 30 ບົດຂອງບັນດານາຍທະຫານ, ນັກ​ຊ່ຽວຊານ, ນັກວິທະຍາສາດ​ພາຍ​ໃນ​ປະ​ເທດ. ບັນດາ​ບົດປະກອບຄຳເຫັນ ລ້ວນ​ແຕ່​ໄດ້​ກະກຽມ​ຢ່າງລະອຽດລະອໍ, ມີ​ຄຸນ​ນະພາ​ບສູງ, ຍົກອອກຫຼາຍຂໍ້ໂຕ້ແຍ້ງ, ບົດວິພາກ, ທັດສະນະ, ການຕີລາຄາ, ວິເຄາະຢ່າງເລິກເຊິ່ງ, ພາວະວິໄສ, ຮອບດ້ານກ່ຽວກັບຄວາມສາມັກຄີ, ມິດຕະພາບ ຫວຽດນາມ - ລາວ - ກຳປູເຈຍ ໃນປະຫວັດສາດ ແລະ ປະຈຸບັນ, ເປັນພື້ນຖານ ເພື່ອຄະນະຫົວໜ້າຮັບຜິດຊອບຫົວຂໍ້ການຄົ້ນຄວ້າ, ຮຽບຮຽງຫົວຂໍ້.

ທີ່​ສຳມະນາ, ບັນດາ​ຜູ້​ແທນ ໄດ້​ວິ​ເຄາະ, ຊີ້​ແຈງ​ບັນດາ​ບັນຫາ​ພື້ນຖານກ່ຽວກັບທິດສະດີ, ຕົວຈິງປະຫວັດສາດໃນ​ຂະ​ບວນການ​ກໍ່ສ້າງ, ພັດທະນາ​ຄວາມ​ສາມັກຄີ ຫວຽດນາມ - ລາວ - ກຳປູ​ເຈຍ ​ໃນ​ບັນດາໄລຍະ: 1930-1945, 1945-1954, 1954-1975; ສະ​ເໜີ​ບັນດາ​ມາດ​ຕະການຕົວຈິງ ເພື່ອເພີ່ມ​ທະວີ​ຄວາມ​ສາມັກຄີ, ຮັກສາ​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງສາມປະ​ເທດຊາດ, ກອງທັບ​ສາມປະ​ເທດ ຫວຽດນາມ - ລາວ - ກຳປູ​ເຈຍ, ຮັກສາ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ສະພາບການໃໝ່.

ໂດຍຕີ​ລາຄາ​ສູງ​ການ​ສົມທົບ​ກັນ​ຢ່າງ​ມີ​ປະສິດທິ​ຜົນ​ຂອງ​ບັນດາຄະນະ, ກະຊວງ, ຂະແໜງການສູນ​ກາງ, ບັນດາອົງການ, ຫົວໜ່ວຍ​ທີ່​ກ່ຽວຂ້ອງ ແລະ ບັນດາການ​ປະກອບຄຳເຫັນ, ຄຳເຫັນປະກອບທີ່ຈິງໃຈ, ມີ​ຄຸນຄ່າ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ການສຳມະນາ, ທ່ານພົນໂທ ຫງວຽນເຕີ່ນເກືອງ ໄດ້ສະເໜີຄະນະຫົວໜ້າຮັບຜິດຊອບຫົວຂໍ້ ຮັບເອົາຢ່າງສູງສຸດບັນດາຄໍາ​ເຫັນປະກອບ​; ສຸມ​ໃສ່ວິເຄາະ, ຕີ​ລາຄາ​ຢ່າງ​ເລິກ​ເຊິ່ງ, ຮອບດ້ານ​ກ່ວາອີກກ່ຽວ​ກັບ​ທີ່​ຕັ້ງ, ບົດບາດ, ພື້ນຖານສ້າງຕັ້ງ​ສາຍ​ພົວພັນ​ຫວຽດນາມ - ລາວ - ກຳປູ​ເຈຍ ​ໃນ​ປະຫວັດສາດ; ສະພາບ​ການ​ໃນ​ປະຈຸ​ບັນ​ຂອງ​ການ​ພົວພັນ​ລະຫວ່າງສາມປະເທດຊາດ, ສາມລັດຖະບານ ​ແລະ ກອງທັບ​ ຫວຽດນາມ - ລາວ - ກຳປູ​ເຈຍ, ບັນດາປັດໄຈທີ່ສົ່ງຜົນ​​ກະທົບຕໍ່ການ​ພົວພັນສາມປະ​ເທດ​ໃນ​ສະພາບ​ການ​ໃໝ່, ບົນ​ພື້ນຖານ​ນັ້ນ ກໍ່ສະ​ເໜີແນະບັນດາມາດຕະການທີ່ອາດຈະເປັນໄປໄດ້ ເພື່ອສືບ​ຕໍ່ປັບປຸງ, ເພີ່ມທະວີຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ​ລະ​ຫວ່າງສາມປະ​ເທດຊາດ.

ນອກຈາກນັ້ນ, ທ່ານພົນໂທ ຫງວຽນເຕີ່ນເກືອງ ກໍ່ສະເໜີໃຫ້ຫົວໜ່ວຍ ຮັບຜິດຊອບປະຕິບັດຫົວຂໍ້ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການທີ່ກ່ຽວຂ້ອງ ເພື່ອຜັນຂະຫຍາຍບັນດາໜ້າທີ່ຄົ້ນຄວ້າຖືກຕາມລະດັບຄວາມຄືບໜ້າ, ຮັບປະກັນຄຸນນະພາບ.

ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ແຮງ​ງານ​ທີ່​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ແຮງ​ງານ​ທີ່​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ

ຍສໝ - ​ເພື່ອ​ຍົກສູງ​ຄວາມ​ຮັບຜິດຊອບ​ຂອງ​ທຸກ​ຂັ້ນ, ຂະ​ແໜງ​ການ​ໃນ​ການປະຕິບັດງານການ​ຄຸ້ມ​ຄອງ​ແຮງ​ງານທີ່​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ​ຕາມ​ສັນຍາ, ຄະນະ​ກຳມະການ​ປະຊາຊົນ​ແຂວງ ກອນ​ຕູມ ​ໄດ້​ອອກ​ຖະ​ແຫຼ​ງການ​ສະບັບ​ເລກທີ 1298/UBND-KGVX ກ່ຽວກັບການ​ເພີ່ມ​ທະວີ​ວຽກງານ​ຄຸ້ມ​ຄອງແຮງງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ​ຕາມ​ສັນຍາ.

ພີ່ມ​ທະວີ​ການ​ຮ່ວມ​ມື, ພົບພະແລກປ່ຽນ​ປະຊາຊົນ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ ​ຫວຽດນາມ ກັບ​ແຂວງ ​ກວາງຊີ (ຈີນ) ພີ່ມ​ທະວີ​ການ​ຮ່ວມ​ມື, ພົບພະແລກປ່ຽນ​ປະຊາຊົນ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ ​ຫວຽດນາມ ກັບ​ແຂວງ ​ກວາງຊີ (ຈີນ)

ຍສໝ - ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ ຈີນ ​ຢ່າງ​ເປັນ​ທາງ​ການ, ວັນ​ທີ 3 ເມ​ສາ 2024, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດນາມ ບຸ່ຍ​ແທງ​ເຊີນ ໄດ້​ຕ້ອນ​ຮັບ​ທ່ານ ລິວນິງ, ເລ​ຂາ​ຄະ​ນະ​ພັກ​ເຂດ​ປົກຄອງຕົນເອງຊົນເຜົ່າ Choang ​ກວາງຊີ (ຈີນ)

ມິງດຶກ

ເຫດການ
302 Found

Found

The document has moved here.