ຍສໝ - ວັນທີ 14 ເມສາ, ຢູ່ມະຫາວິທະຍາໄລການເງິນພາຍໃຕ້ລັດຖະບານສະຫະພັນລັດເຊຍ ໄດ້ເກີດຂຶ້ນລາຍການສິລະປະທີ່ມີຊື່ວ່າ “ຈິດໃຈຫວຽດນາມ ໃນຫົວໃຈລັດເຊຍ: ພື້ນເມືອງອັນເລິກເຊິ່ງ”, ໄດ້ນັກສຶກສາຫວຽດນາມ ແລະ ລັດເຊຍສົມທົບກັນຈັດຕັ້ງ ແລະ ສະແດງ.
ຍສໝ - ວັນທີ 15 ເມສາ, ຢູ່ສູນປະຊຸມສາກົນ (ຮ່າໂນ້ຍ) ໄດ້ດຳເນີນໂຄງການ “ພົບປະມິດຕະພາບຫວຽດນາມ - ຈີນ”. ທ່ານເລຂາທິການໃຫຍ່ ໂຕເລີມ; ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສທີ່ການພົບປະ.
ຍສໝ - ໂດຍປະເຊີນໜ້າກັບນະໂຍບາຍອັດຕາພາສີຂອງອາເມລິກາ, ອາຊຽນໄດ້ເລືອກເຟັ້ນເອົາວິທີທີ່ຄ່ອງຕົວ, ສົມທົບກັນລະຫ່ວາງຫຼັກໝັ້ນລວມ ແລະ ພື້ນທີ່ເຈລະຈາທີ່ສະເພາະຂອງແຕ່ລະປະເທດສະມາຊິກ. ຕາມບັນດານັກຊ່ຽວຊານສາກົນແລ້ວ, ນີ້ແມ່ນວິທີແກ້ໄຂທີ່ແທດຈິງທີ່ທັງສອງຝ່າຍໄດ້ຊ່ວຍໃຫ້ພາກພື້ນຮັກສາຊ່ອງທາງການເຈລະຈາ ແລະ ປົກປັກຮັກສາຜົນປະໂຫຍດຂອງຊາດໃນສະພາບການເພີ່ມທະວີການແຂ່ງຂັນຍຸດທະສາດ ແລະ ລັດທິປົກປ້ອງການຄ້າທົ່ວໂລກ.
ຍສໝ - ເນື່ອງໃນໂອກາດບຸນປີໃໝ່ຂອງ ສປປ ລາວ ແລະປີໃໝ່ Chol Chnam Thmay ຂອງລາຊະອານາຈັກກໍາປູເຈຍ, ການນໍາຫວຽດນາມ ສົ່ງຈົດໝາຍ ແລະກະເຊົ້າດອກໄມ້ອວຍພອນ.
ຍສໝ - ວັນທີ 14 ເມສາ, ຢູ່ທີ່ສຳນັກງານສູນກາງພັກ, ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ.
ຍສໝ - ຕອນບ່າຍວັນທີ 14 ເມສາ, ຢູ່ສຳນັກງານສູນກາງພັກ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ມີການພົບປະກັບທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ.
ຍສໝ - ນີ້ແມ່ນເນື້ອໃນທີ່ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາຊະອານາຈັກ ແບນຊິກ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສະຫະພາບເອີລົບ (EU) ຫງວຽນວັນຖາວ ພິຈາລະນາເມື່ອເຮັດວຽກກັບທ່ານຮອງລັດຖະມົນຕີຜູ້ປະຈຳການ ເລຫາຍບິ່ງ ໃນວັນທີ 9 ເມສາ ຢູ່ ຮ່າໂນ້ຍ.
ຍສໝ - ວັນທີ 30 ເມສາ 1975, ແມ່ນຈຸດເວລາປະຫວັດສາດທີ່ ຫວຽດນາມ ໄດ້ຮັບການປົດປ່ອຍຢ່າງສິ້ນເຊີງ, ໂຮມປະເທດຊາດເປັນເອກະພາບ, ໄດ້ຝາກຄວາມໄວ້ເນື້ອເຊື່ອໃຈຢ່າງເລິກເຊິ່ງໃນຄວາມຊົງຈຳຂອງບັນດາເພື່ອນມິດສາກົນ.
ຍສໝ - ຕອນບ່າຍວັນທີ 14 ເມສາ, ພາຍໃຕ້ການເປັນປະທານຂອງທ່ານ ໂຕເລິມ, ພິທີຕ້ອນຮັບທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ມາຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ໄດ້ໄຂຂຶ້ນຢ່າງສົມກຽດຢູ່ທຳນຽບປະທານປະເທດ.
ຍສໝ - ທ່ານປະທານສະມາຄົມມິດຕະພາບຈີເລ - ຫວຽດນາມ Abarzúa ເນັ້ນໜັກວ່າ ຫວຽດນາມ ບໍ່ພຽງແຕ່ໄດ້ຮັບເອກະລາດ ແລະ ໂຮມປະເທດຊາດເປັນເອກະພາບເທົ່ານັ້ນ ຫາກຍັງໄດ້ສະແດງໃຫ້ເຫັນເຖິງຄວາມສຳຄັນຂອງຈິດໃຈສາມັກຄີແຫ່ງຊາດ.
ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ຢືນຢັນວ່າ: “ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂດຍສະຫາຍ ໂຕເລີມ ເປັນນຳໜ້າ, ຫວຽດນາມ ຈະສືບຕໍ່ເດີນຕາມເສັ້ນທາງສັງຄົມນິຍົມຢ່າງໜັກແໜ້ນຕາມເງື່ອນໄຂຕົວຈິງຂອງປະເທດ”.
ຍສໝ - ວັນທີ 11 ເມສາ, ຄະນະຊາວໜຸ່ມແຂວງອານຢາງ ໄດ້ຈັດຕັ້ງການພົບປະສັງສັນ ແລະມອບຂອງຂວັນໃຫ້ແກ່ນັກສຶກສາກຳປູເຈຍ ແລະ ລາວ ທີ່ພວມຮໍ່າຮຽນຢູ່ແຂວງອານຢາງ ພ້ອມກັບພະນັກງານຄະນະຊາວໜຸ່ມ, ຊາວເຜົ່າຂະແມ ເນື່ອງໃນໂອກາດບຸນເຕັດ Chol Chnăm Thmay ແລະບຸນປີໃໝ່ລາວ 2025.
ຍສໝ - ຕາງໜ້າໃຫ້ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ, ທ່ານ ຫງວຽນເຟືອກລົກ ອວຍພອນໃຫ້ປະເທດລາວ ພັດທະນາແບບຍືນຍົງ, ປະຊາຊົນລາວບັນດາເຜົ່າ ມີຊີວິດການເປັນຢູ່ນັບມື້ນັບຮັ່ງມີເຂັ້ມແຂງ ແລະມີຄວາມຜາສຸກ.
ຍສໝ - ພິທີເລີ່ມລົງມືກໍ່ສ້າງກິດຈະກຳເຮືອນຮ້ານ ປະທານໂຮ່ຈີມິນ ໄດ້ດຳເນີນໃນວັນທີ 9 ເມສາຢູ່ເຂດປູສະນີຍະສະຖານປະທານໂຮ່ຈີມິນ ທີ່ບ້ານ ໜອງໂອນ, ເທດສະບານເມືອງ, ແຂວງ ອຸດອນທານີ, ພາກອີສານ ໄທ.
ຍສໝ - ຕອນບ່າຍວັນທີ 9 ເມສາ (ເວລາທ້ອງຖິ່ນ), ໃນຂອບເຂດການຢ້ຽມຢາມ ອາເມລິກາ ດ້ວຍມາລະຍາດເປັນທູດພິເສດຂອງທ່ານເລຂາທິການໃຫຍ່ ໂຕ່ເລີມ ເພື່ອປຶກສາຫາລືກ່ຽວກັບບັນດາບັນຫາເສດຖະກິດ - ການຄ້າສອງຝ່າຍ, ທ່ານຮອງນາຍົກລັດຖະມົນຕີ ໂຮດືກເຟີກ ໄດ້ພົບປະຜູ້ຕາງໜ້າການຄ້າ ອາເມລິກາ ທ່ານ Jamieson Greer.
ຍສໝ - ວັນທີ 10 ເມສາ, ຢູ່ຮ່າໂນ້ຍ, ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຟ້າມທູຮັ່ງ ໄດ້ຂໍ້ມູນກ່ຽວກັບຄຳເຫັນຂອງກະຊວງການຕ່າງປະເທດ ແລະ ບັນດາມາດຕະການທີ່ຈະມາເຖິງຂອງຫວຽດນາມ ກ່ອນທີ່ທ່ານປະທານາທິບໍດີ ອາເມລິກາ Donald Trump ທີ່ຈະໂຈະອັດຕາພາສີສົມທົບຊົ່ວຄາວເປັນເວລາ 90 ວັນ.
ຍສໝ - ວັນທີ 11 ເມສາ, ຢູ່ນະຄອນຫຼວງວຽງຈັນ, ຄະນະປະຕິບັດງານຂອງກອງບັນຊາການທະຫານເຂດ 4 ນໍາໂດຍທ່ານພົນຕີ ຮ່າເຖາະບິ່ງ, ຜູ້ບັນຊາການທະຫານເຂດ 4 ໄດ້ມາເຂົ້າຢ້ຽມຂໍ່ານັບ ແລະອວຍພອນປີໃໝ່ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ.
ຍສໝ - ຕອນບ່າຍວັນທີ 8 ເມສາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕີມ ໄດ້ໄປອວຍພອນທ່ານ ບໍ່ວຽງຄຳ ວົງດາລາ, ກຳມະການຄະນະຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ສື່ສານ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ.
ຍສໝ - ຕອນບ່າຍວັນທີ 8 ເມສາ, ຄະນະຜູ້ແທນຂັ້ນສູງແຂວງ ຢາລາຍ ໂດຍທ່ານ ຫງວຽນຕ໋ວນແອງ ກຳມະການຄະນະປະຈຳພັກແຂວງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ເປັນຫົວໜ້າຄະນະໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ເຖິງການນໍາ ແລະ ປະຊາຊົນບັນດາເຜົ່າຢູ່ແຂວງ ອັດຕະປື (ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ) ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ.
ຍສໝ - ນັ້ນແມ່ນຂໍ້ມູນຂອງທ່ານເອກອັກຄະລັດຖະທູດ ເມັກຊິໂກ ປະຈຳ ຫວຽດນາມ Alejandro Negrín Munoz ໃນການພົບປະກັບທ່ານ ເຈີນສີແທັງ ຮອງເລຂາພັກນະຄອນ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໃນວັນທີ 8 ເມສາ ຢູ່ ຮ່າໂນ້ຍ. ທ່ານເອກອັກຄະລັດຖະທູດໃຫ້ຮູ້ວ່າ ເພື່ອແນໃສ່ມຸ່ງໄປເຖິງຂີດໝາຍ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ສະຖານທູດ ເມັກຊິໂກ ປະຈຳ ຫວຽດນາມ ຈະຈັດຕັ້ງບັນດາການເຄື່ອນໄຫວແລກປ່ຽນວັດທະນະທຳທີ່ດີເດັ່ນໃນປີ 2025.
ຍສໝ - ເນື່ອງໃນໂອກາດນີ້ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄປເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 150 ສະຫະພັນລັດຖະສະພາສາກົນ (IPU-150); ຢ້ຽມຢາມສາທາລະນະລັດ ອຸຊະເບັກກິດສະຖານ ແລະສາທາລະນະລັດ ອາກເມນີ ຢ່າງເປັນທາງການປະສົບຜົນສໍາເລັດ, ທ່ານ ເລກວາງຕູ່ງ ກໍາມະການສູນກາງພັກ, ເລຂາທິການສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໄດ້ຕອບສໍາພາດຕໍ່ສື່ມວນຊົນກ່ຽວກັບໝາກຜົນການປະຕິບັດງານຂອງປະທານສະພາແຫ່ງຊາດ.
ຍສໝ - ຕອນເຊົ້າວັນທີ 8 ເມສາ, ຢູ່ຮ່າໂນ້ຍ, ທ່ານຮອງປະທານສະຫະພັນອົງການມິດຕະພາບຫວຽດນາມ ດົງຮຸຍເກື່ອງ ໄດ້ຕ້ອນຮັບທ່ານ Steven Charles Morrissey ແລະ ທ່ານນາງ Joyceleane Claire Morrissey, ພີ່ນ້ອງຂອງອະດີດນັກບິນ ອາເມລິກາ ທີ່ຫາຍສາບສູນຢູ່ຫວຽດນາມ.
ຍສໝ - ເນື່ອງໃນໂອກາດບຸນປີໃໝ່ຂອງບັນດາຊາວເຜົ່າລາວ, ວັນທີ 6 ແລະ 7 ເມສາ, ສະຫາຍ ຫງວຽນຢວ້ານແອັງ, ກຳມະການສູນກາງພັກ, ເລຂາພັກແຂວງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງແຂວງ ແທັງຮ໋ວາ ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ໃຫ້ຄະນະພັກ ແລະ ອຳນາດການປົກຄອງແຂວງ ຫົວພັນ (ສປປ ລາວ).
Chiều 6/4, theo đề nghị của phía Malaysia, Thủ tướng Phạm Minh Chính đã có cuộc điện đàm với Thủ tướng Malaysia Anwar Ibrahim để trao đổi về tình hình quan hệ song phương và đánh giá về một số ...
ຍສໝ - ເນື່ອງໃນໂອກາດບຸນເປີໃໝ່ Chol Chnam Thmay ຂອງ ກຳປູເຈຍ ແລະ ບຸນປີໃໝ່ຂອງລາວ ປີ 2025, ຄະນະຜູ້ແທນ ຫວຽດນາມ ຫຼາຍແຫ່ງ ໄດ້ຈັດຕັ້ງການເຄື່ອນໄຫວກວດ ແລະ ປິ່ນປົວພະຍາດໂດຍບໍ່ເສຍຄ່າ ແລະ ມອບຂອງຂວັນໃຫ້ປະຊາຊົນ 2 ປະເທດ.
ຍສໝ - ວັນທີ 6 ເມສາ, ຢູ່ນະຄອນໂຮ່ຈີມິນ ໄດ້ດຳເນີນບຸນປີໃໝ່ຂອງປະຊາຊົນກຳປູເຈຍ, ລາວ, ມຽນມາ ແລະ ໄທ. ງານບຸນໄດ້ຮັບການສົມທົບກັບສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈິມິນ (HUFO) ເພື່ອຈັດຕັ້ງ.
ຍສໝ - ວັນທີ 3 ເມສາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ, ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ຣູມານີ ແລະ ສະຖານທູດ ຣູມານີ ປະຈໍາ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມແບ່ງປັນຂໍ້ມູນກ່ຽວກັບ ຣູມານີ, ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ (3 ກຸມພາ 1950 – 3 ກຸມພາ 2025).
ຍສໝ - ຕອນເຊົ້າວັນທີ 6 ເມສາ, ຢູ່ນອກກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 150 ຂອງສະຫະພັນລັດຖະສະພາສາກົນ (IPU - 150) ຢູ່ນະຄອນຫຼວງ Tashkent, ອຸຊະເບັກກິດສະຖານ, ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດສະພາແຫ່ງຊາດລາວ.
ຍສໝ - ຕອນເຊົ້າວັນທີ 7 ເມສາ 2025, ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ສະຫາຍ ຟ້າມ ມິງ ຈິງ, ກຳມະການກົມການເມືອງສູນກາງພັກ ກອມມູນິດ ຫວຽດນາມ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ,ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາໄວ້ອາໄລ ເຖິງດວງວິນຍານຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 2 ເມສາ 2025.
ຍສໝ - ສະຫາຍພົນເອກ ຄຳໄຕ ສີພັນດອນ, ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ - ລູກຜູ້ດີເລີດຂອງປະຊາຊົນລາວບັນດາເຜົ່າ, ການນຳທີ່ດີເລີດ, ນັກຮົບປະຕິວັດທີ່ອົງອາດກ້າຫານຂອງພັກ ແລະປະຊາຊົນລາວ; ທ່ານເປັນເພື່ອນຜູ້ຍິ່ງໃຫຍ່, ສະໜິດສະໜົມຂອງພັກ, ລັດ ແລະປະຊາຊົນຫວຽດນາມ.