![]() |
ທ່ານຮອງນາຍົກລັດຖະມົນຕີ ໂຮດືກເຟີກ ແລະ ຜູ້ຕາງໜ້າການຄ້າ ອາເມລິກາ Jamieson Greer. (ຮູບ: VGP/ເຈີນແມ້ງ) |
ທ່ານຮອງນາຍົກລັດຖະມົນຕີ ໂຮດືກເຟີກ ຢືນຢັນ ຫວຽດນາມ ປາດຖະໜາຢາກສືບຕໍ່ເພີ່ມທະວີ ແລະ ເຮັດໃຫ້ເລິກເຊິ່ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ອາເມລິກາ; ຂອບໃຈລັດຖະບານ ອາເມລິກາ ທີ່ຍາມໃດກໍ່ສະໜັບສະໜູນຫວຽດນາມທີ່ “ເຂັ້ມແຂງ, ເອກະລາດ, ເຂັ້ມແຂງດ້ວຍຕົນເອງ ແລະ ຈະເລີນຮັ່ງມີ”; ເນັ້ນໜັກ ຫວຽດນາມ ຢຶດໝັ້ນກໍ່ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ຍຶດໝັ້ນນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ, ຄວາມຫຼາກຫຼາຍຂອງການພົວພັນຕ່າງປະເທດ.
ທ່ານຮອງນາຍົກລັດຖະມົນຕີ ໂຮດືກເຟີກ ຢືນຢັນ ຫວຽດນາມ ປາດຖະໜາຢາກສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງ ອາເມລິກາ ຜັນຂະຫຍາຍບັນດາເນື້ອໃນການສົນທະນາລະຫວ່າງທ່ານເລຂາທິການໃຫຍ່ ໂຕ່ເລີມ ແລະປະທານາທິບໍດີ ອາເມລິກາ Donald Trump ວັນທີ 4/4/2025, ຜ່ານນັ້ນ ສືບຕໍ່ຮັກສາການພົວພັນດ້ານເສດຖະກິດ - ການຄ້າສົມທົບໃຫ້ປົກກະຕິ ແລະ ໝັ້ນຄົງ ເພື່ອຜົນປະໂຫຍດຂອງວິສາຫະກິດ ແລະ ປະຊາຊົນ 2 ປະເທດ.
![]() |
ທ່ານຮອງນາຍົກລັດຖະມົນຕີ ສະເໜີ, ເຖິງວ່າ ອາເມລິກາ ໄດ້ຕັດສິນໃຈເລື່ອນການວາງອັດຕາພາສີເປັນເວລາ 90 ວັນ, ແຕ່ 2 ປະເທດຕ້ອງເຈລະຈາສັນຍາການຄ້າສອງຝ່າຍໂດຍໄວ ເພື່ອສ້າງກອບໄລຍະຍາວເພື່ອຊຸກຍູ້ການພົວພັນເສດຖະກິດ - ການຄ້າທີ່ໝັ້ນຄົງ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສອດຄ່ອງກັບຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ. (ຮູບ: VGP/ເຈີນແມ້ງ) |
ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ, ຫວ່າງມໍ່ໆມານີ້ ຫວຽດນາມ ໄດ້ຕັ້ງໜ້າຜັນຂະຫຍາຍຫຼາຍມາດຕະການເພື່ອປະກອບສ່ວນແກ້ໄຂການຂາດດຸນການຄ້າລະຫວ່າງ 2 ຝ່າຍ, ຕອບສະໜອງຄວາມເປັນຫ່ວງຂອງ ອາເມລິກາ; ຕາມນັ້ນແລ້ວ, ການນຳ ອາເມລິກາ ວາງອັດຕາພາສີສູງຕໍ່ການສົ່ງອອກຂອງຫວຽດນາມ ບໍ່ສອດຄ່ອງກັບການພົວພັນດ້ານເສດຖະກິດ ການຄ້າທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ບໍ່ສະທ້ອນເຖິງຈິດໃຈຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ.
ຜູ້ຕາງໜ້າການຄ້າ ອາເມລິກາ Jamieson Greer ຕີລາຄາສູງການຢ້ຽມຢາມຂອງທ່ານຮອງນາຍົກລັດຖະມົນຕີ ໂຮດືກເຟີກ ໃນມາລະຍາດຖານະທູດພິເສດຂອງທ່ານເລຂາທິການໃຫຍ່ ໂຕ່ເລີມ, ສະແດງຄວາມຂອບອົກຂອບໃຈ ແລະ ຕີລາຄາສູງບັນດາບາດກ້າວພັດທະນາຢ່າງຕັ້ງໜ້າ, ເປັນເຈົ້າການຂອງຫວຽດນາມ, ສະແດງໃຫ້ເຫັນຄໍາໝັ້ນສັນຍາຂອງຫວຽດນາມ ໃນການຊຸກຍູ້ການພົວພັນດ້ານເສດຖະກິດການຄ້າ ຫວຽດນາມ - ອາເມລິກາ.
ຜູ້ຕາງໜ້າການຄ້າ ອາເມລິກາ ຢືນຢັນວ່າ ອາເມລິກາ ຖືເປັນສຳຄັນການພົວພັນ 2 ຝ່າຍກັບ ຫວຽດນາມ ແລະ ປາດຖະໜາຢາກສົມທົບກັນຢ່າງແໜ້ນແຟ້ນເພື່ອແກ້ໄຂບັນຫາການຂາດດຸນການຄ້າ, ມຸ່ງໄປເຖິງການການພົວພັນນັບມື້ນັບເລິກເຊິ່ງໃນທຸກຂົງເຂດ.
ຜູ້ຕາງຫນ້າການຄ້າ ອາເມລິກາ ແບ່ງປັນບັນດາເຫດຜົນ ແລະ ສິ່ງທ້າທາຍທີ່ວາງອອກສຳລັບພື້ນຖານເສດຖະກິດອາເມລິກ ບັງຄັບໃຫ້ລັດຖະບານ Trump ຕ້ອງປະຕິບັດນະໂຍບາຍພາສີທີ່ຜ່ານມາ.
![]() |
ທ່ານຮອງນາຍົກລັດຖະມົນຕີ ໂຮດືກເຟີກ ປຶກສາກັບສະມາຊິກສະພາສູງ Bill Hagerty (ພັກສາທາລະນະລັດ- Tennessee). (ຮູບ: VGP/ເຈີນແມ້ງ) |
2 ຝ່າຍເຫັນດີເປັນເອກະພາບຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ສະດວກ, ເປັນເຈົ້າການກວດກາຄືນ ແລະ ພິຈາລະນາຫຼຸດຜ່ອນສິ່ງກີດຂວາງບໍ່ພາສີໃຫ້ສິນຄ້າຂອງກັນແລະກັນ, ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ອາເມລິກາ ເພີ່ມທະວີການລົງທຶນ ແລະ ດຳເນີນທຸລະກິດຢູ່ ຫວຽດນາມ, ເພີ່ມທະວີການສົມທົບກັນຄວບຄຸມ ແລະ ສະກັດກັ້ນບັນດາການກະທຳສໍ້ໂກງການຄ້າ.
ໃນລະຫວ່າງວັນທີ 8-9 ເມສາ 2025, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ອາເມລິກາ, ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟີກ ໄດ້ມີບັນດາການພົບປະກັບສະມາຊິກສະພາສູງ Bill Hagerty (ພັກສາທາລະນະລັດ - ລັດ Tennessee), ສະມາຊິກສະພາສູງ Steve Daines (ພັກສາທາລະນະລັດ -ລັດ Montana) ແລະ ບັນດາອົງການ, ວິສາຫະກິດ ອາເມລິກາ.
ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟີກ ຕີລາຄາສູງການສະໜັບສະໜູນຂອງສະພາອາເມລິກາ ແລະ ບັນດາສະມາຊິກສະພາສູງອາເມລິກາ ໃນການພົວພັນ ຫວຽດນາມ - ອາເມລິກາ, ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງຕັ້ງໜ້າໃນການພົວພັນ ຫວຽດນາມ - ອາເມລິກາ ພາຍຫຼັງສອງປະເທດໄດ້ກຳນົດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ເນັ້ນໜັກເຖິງຄວາມໝາຍຂອງປີ 2025 ແມ່ນປີ 30 ປີແຫ່ງການສ້າງການພົວພັນລະຫວ່າງ 2 ປະເທດເປັນປົກກະຕິ.
ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ສະພາອາເມລິກາ ສືບຕໍ່ສະໜັບສະໜູນ ແລະ ມີສຽງເວົ້າເພື່ອໃຫ້ ອາເມລິກາ ຍົກອອກບັນດາມາດຕະການເກັບພາສີສຳລັບສິນຄ້າ ຫວຽດນາມ, ສະໜັບສະໜູນການເຈລະຈາ ແລະ ປຶກສາຫາລືລະຫວ່າງສອງປະເທດ ເພື່ອບັນລຸຂໍ້ຕົກລົງການຮ່ວມມືດ້ານການຄ້າສອງຝ່າຍແບບຍືນຍົງ ແລະ ຍາວນານ, ຕອບສະໜອງຜົນປະໂຫຍດຂອງປະຊາຊົນ ແລະ ວິສາຫະກິດຂອງ 2 ປະເທດ.
ສະມາຊິກສະພາສູງ 2 ທ່ານໄດ້ຫວນຄືນບັນດາຄວາມຊົງຈຳທີ່ດີໃນການຢ້ຽມຢາມ ຫວຽດນາມ; ຫວັງວ່າການພົວພັນຫວຽດນາມ - ອາເມລິກາ ຈະສືບຕໍ່ພັດທະນາ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ ກວ່າອີກ.
ສະມາຊິກສະພາສູງ 2 ທ່ານໄດ້ຕີລາຄາສູງຫວຽດນາມ ທີ່ມີການເຂົ້າເຖິງຢ່າງຕັ້ງໜ້າໃນການແກ້ໄຂບັນດາບັນຫາພາສີກັບອາເມລິກາ; ຢືນຢັນການສະໜັບສະໜູນການພົວພັນດ້ານການຄ້າຫວຽດນາມ - ອາເມລິກາ ບົນພື້ນຖານທັງໝົດບັນດາຜົນປະໂຫຍດດ້ານຍຸດທະສາດໃນການພົວພັນ 2 ຝ່າຍ.
![]() |
ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟີກ ໄດ້ເປັນສັກຂີພິຍານພິທີມອບບົດບັນທຶກຊ່ວຍຈຳລະຫວ່າງບໍລິສັດຫຸ້ນສ່ວນການບິນ Vietjet ແລະ ບໍລິສັດ Air Finance ຂອງອາເມລິກາ. (ຮູບ: VGP/ເຈີນແມ້ງ) |
ໃນໄລຍະເຮັດວຽກຢູ່ອາເມລິກາ, ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟີກ ຍັງໄດ້ດຳເນີນການພົບປະຫຼາຍຢ່າງກັບບັນດາກຸ່ມນັກຊ່ຽວຊານ, ນັກປັນຍາຊົນ, ບັນດາວິສາຫະກິດໃຫຍ່ຂອງ ອາເມລິກາ ແລະ ຫວຽດນາມ, ໃນນັ້ນ ເປັນສັກຂີພິຍານພິທີມອບບົດບັນທຶກຊ່ວຍຈຳລະຫວ່າງບໍລິສັດຫຸ້ນສ່ວນການບິນ Vietjet ແລະ ບໍລິສັດ Air Finance ຂອງອາເມລິກາ.
![]() | ຫວຽດນາມ ສືບຕໍ່ປະສານສົມທົບ ແລະ ແລກປ່ຽນກັບ ອາເມລິກາ ຍສໝ - ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຟ້າມທູຮັ່ງ ອອກສຽງກ່ຽວກັບປະຕິກິລິຍາຂອງຫວຽດນາມ ຕໍ່ການປະກາດຂອງອາເມລິກາ ກ່ຽວກັບການຕັດສິນໃຈເກັບພາສີສົ່ງອອກຂອງຫວຽດນາມ ໄປຍັງອາເມລິກາ. |
![]() | ຍສໝ - ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມເປັນວຽກງານທີ່ໄດ້ຮັບຄວາມບູລິມະສິດທີສຸດໃນການຮ່ວມມືລະຫວ່າງສອງປະເທດ. |
ແທັງຮັ່ງ