ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ອວຍພອນບຸນປີໃໝ່ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ

23:25 | 11/04/2025

ຍສໝ - ຕອນບ່າຍວັນທີ 8 ເມສາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕີມ ໄດ້ໄປອວຍ​ພອນທ່ານ ບໍ່ວຽງຄຳ ວົງດາລາ, ກຳມະການຄະນະຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ສື່ສານ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ.

​ເພີ່ມພຸນຄຸນສ້າງນ້ຳໃຈມິດຕະພາບ​ຫວຽດນາມ - ລາວ ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ
ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ຫວຽດນາມ ເຂົ້າຮ່ວມ​ພິທີ​ໄຫວ້ລາຊະທິດາໂຍ່ຍຮວາ

ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນມິງເຕີມ ໄດ້​ສົ່ງ​ຄຳ​ອວຍ​ພອນ​ປີ​ໃໝ່​ມາ​ຍັງ​ທ່ານ ບໍ່​ວຽງ​ຄຳ ວົງ​ດາ​ລາ ແລະ ຄອບ​ຄົວ, ພ້ອມ​ທັງ​ບັນ​ດາ​ພະ​ນັກ​ງານ​ສະ​ມາ​ຄົມ​ມິດ​ຕະ​ພາບ ລາວ-ຫວຽດ​ນາມ. ທ່ານເອກອັກຄະລັດຖະທູດ ສະແດງຄວາມປິຕິຊົມຊື່ນຕໍ່ບັນດາສັນຍານຢ່າງຕັ້ງໜ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວໃນໄລຍະມໍ່ໆມານີ້. ທ່ານເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກ, ການຄຸ້ມຄອງຂອງລັດຖະບານ ແລະ ການຕິດຕາມກວດກາຂອງສະພາແຫ່ງຊາດ, ປະຊາຊົນລາວ ຈະສືບຕໍ່ບັນລຸໄດ້ບັນດາຜົນງານໃໝ່ໃນທຸກຂົງເຂດ.

ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ອວຍພອນບຸນປີໃໝ່ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ ລາວ ຫງວຽນ​ມິງເຕີມ (ຢືນ​ຢູ່​ກາງ) ອວຍພອນບຸນ​ປີໃໝ່ ທ່ານ ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ລາວ-ຫວຽດ​ນາມ ບໍ່​ວຽງ​ຄຳ ວົງ​ດາ​ລາ (ທີ 4 ຈາກ​ຂວາ). (ພາບ: ສະຖານທູດ ຫວຽດນາມ ປະຈຳ ລາວ)

ທ່ານ​ເອກ​ອັກຄະ​ລັດຖະທູດ​ຢືນຢັນ​ວ່າ ການພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ ​ແມ່ນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ​ຂອງ​ປະທານ ​ໂຮ່ຈີ​ມິນ, ປະທານ​ປະ​ເທດ ​ໄກສອນ ພົມວິຫານ ​ແລະ ທ່ານປະທານ ສຸພາ​ນຸວົງ. ການ​ພົວພັນ​ນີ້​ໄດ້​ຮັບ​ການ​ຮັກສາ, ອອກເຫື່ອເທແຮງເພີ່ມພູນຄູນສ້າງ, ນັບ​ມື້​ນັບ​ເລິກ​ເຊິ່ງ, ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນຈາກບັນດາ​ລຸ້ນ​ການ​ນຳ​ ​ແລະ ປະຊາຊົນ​ສອງ​ປະ​ເທດ.

​ເນັ້ນ​ໜັກ​ເຖິງ​​ມູນ​ເຊື້ອ​ຕິດພັນກັນ​ລະຫວ່າງ​ສອງ​ຊາດ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ໄດ້​ຂອບ​ອົກ​ຂອບ​ໃຈ​ພັກ, ລັດ ​ແລະ ປະຊາຊົນ​ລາວ ເພື່ອໜູນຊ່ວຍ​​ສຸດ​ຈິດ​ສຸດ​ໃຈທີ່ມີຕໍ່ຫວຽດນາມ ໃນຂະບວນການ​ຕໍ່ສູ້​ຍາດ​ເອົາ​ເອກະລາດ ​ແລະ ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ພິ​ເສດ​ແມ່ນ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ກອງທັບ ​ແລະ ປະຊາຊົນ​ຫວຽດນາມ ​ເຂົ້າ​ມາ​ປົດ​ປ່ອຍ​ພາກ​ໃຕ້.

ທ່ານ​ເອກ​ອັກຄະ​ລັດຖະທູດ​ຢືນຢັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ປັບປຸງ​ການ​ພົວພັນ​ພິ​ເສດ​ກັບ​ລາວ. ທ່ານຕີລາຄາສູງບົດບາດຂອງສະມາຄົມມິດຕະພາບລາວ-ຫວຽດນາມ ໃນວຽກງານການໂຄສະນາເຜີຍແຜ່, ສຶກສາອົບຮົມລຸ້ນໜຸ່ມກ່ຽວກັບຄວາມສາມັກຄີລະຫວ່າງສອງປະເທດ, ຊຸກຍູ້ການພົບປະແລກປ່ຽນປະຊາຊົນ. ທ່ານ​ໄດ້​ຂອບ​ໃຈ​ທ່ານ​ປະທານ​ສະມາຄົມ ​ບໍ່​ວຽງ​ຄຳ ວົງ​ດາລາ ທີ່​ໄດ້ສ້າງ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ບັນດາການ​ເຄື່ອນ​ໄຫວ​ຂອງ​ສະຖານທູດ ຫວຽດນາມ ປະຈຳ ລາວ, ພິ​ເສດ​ແມ່ນ​ການ​ປະສານ​ງານ​ໃນການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້.

ທ່ານ​ເອກ​ອັກຄະ​ລັດຖະທູດ ປາດ​ຖະໜາ​ວ່າ ສະມາຄົມ​ມິດຕະພາບ​ລາວ-ຫວຽດນາມ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ດີງາມ, ​ເປັນ​ຂົວເຊື່ອມ​ຕໍ່​ສຳຄັນ​ໃນບັນດາ​ການ​ເຄື່ອນ​ໄຫວ​ການ​ທູດ​ປະຊາຊົນ, ປະກອບສ່ວນ​ເພີ່ມພູນຄູນສ້າງ​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ​ຫວຽດນາມ - ລາວ ​ຂຽວສົດງົດງາມຕະຫຼອດໄປ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ.

ທ່ານ​ປະທານ​ສະມາຄົມ​ມິດຕະພາບ​ລາວ-ຫວຽດນາມ ບໍ່​ວຽງ​ຄຳ ວົງ​ດາລາ ​ໄດ້​ເຫັນ​ດີ​ກັບ​ການ​ຕີ​ລາຄາ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ມິງເຕີມ ​ໂດຍ​ຢືນຢັນ​ວ່າ ຄວາມ​ໝາຍ​ຂອງ​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ 2 ປະ​ເທດ ຕ້ອງ​ສືບ​ຕໍ່​ສຶກສາ ​ແລະ ​ໂຄສະນາ​ໃຫ້​ແກ່​ບັນດາ​ລຸ້ນອະນາຄົດ.

​ໃນ​ສະພາບ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ​ຂອງ​ໂລກ, ທ່ານ​ຢືນຢັນ​ວ່າ ພັກ, ລັດ ​ແລະ ປະຊາຊົນ​ລາວ ຍາມ​ໃດ​ກໍ່​ຢືນ​ຄຽງ​ຂ້າງ​ຫວຽດນາມ ​ເພື່ອ​ປົກ​ປັກ​ຮັກສາ ​ແລະ ເສີມ​ຂະຫຍາຍ​ຄວາມ​ສາມັກຄີ​ແບບ​ພິ​ເສດ. ສະມາຄົມ​ມິດຕະພາບ​ລາວ-ຫວຽດນາມ ສືບ​ຕໍ່​ຊຸກຍູ້ບັນດາ​ການ​ເຄື່ອນ​ໄຫວ​ສາມັກຄີ ​ແລະ ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ, ປະກອບສ່ວນ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ພັກ ​ແລະ ສອງ​ລັດ ຢ່າງມີປະສິດທິ​ຜົນ.

ສະມາຄົມມິດຕະພາບ ຫວຽດນາມ - ລາວ: ເຄິ່ງສະຕະວັດເພີ່ມພູນຄູນສ້າງມິດຕະພາບແບບພິເສດ ຫວຽດນາມ - ລາວ

ສະມາຄົມມິດຕະພາບ ຫວຽດນາມ - ລາວ: ເຄິ່ງສະຕະວັດເພີ່ມພູນຄູນສ້າງມິດຕະພາບແບບພິເສດ ຫວຽດນາມ - ລາວ

ຍສໝ - ວັນ​ທີ 15 ມັງກອນ 1975, ສະມາຄົມ​ມິດຕະພາບ ​ຫວຽດນາມ - ລາວ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ, ​ເປັນ​ຂີດ​ໝາຍ​ສຳຄັນ​ໃນ​ການ​ເພີ່ມ​ທະວີ​ການ​ແລກປ່ຽນ ​ແລະ ຄວາມ​ເຂົ້າ​ໃຈ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ. 50 ປີຜ່ານມາ, ສະມາຄົມ​ໄດ້​ປັບປຸງ ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ ຫວຽດນາມ - ລາວ ...

ຄະນະຜູ້ແທນສະຖານທູດຫວຽດນາມ ປະຈຳ ສປປ ລາວ ໄດ້ມາເຄື່ອນໄຫວ ເຮັດວຽກ ຢູ່ແຂວງໄຊສົມບູນ

ຄະນະຜູ້ແທນສະຖານທູດຫວຽດນາມ ປະຈຳ ສປປ ລາວ ໄດ້ມາເຄື່ອນໄຫວ ເຮັດວຽກ ຢູ່ແຂວງໄຊສົມບູນ

ຍສໝ - ເນື່ອງໃນໂອກາດ ທີ່ສະຫາຍ ນາງ ຫງວຽນ ຖິ ຖວດ ທີປຶກສາທູດ, ຮັບຜິດຊອບວຽກງານສະມາຄົມ ແລະ ຊຸມຊົນຊາວຫວຽດນາມ, ສະຖານທູດຫວຽດນາມປະຈຳລາວ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ, ຊຶ່ງສະຫາຍໄດ້ຖືເອົາໂອກາດດັ່ງກ່າວ ເຂົ້າພົບປະ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ ...

ແທັງຮັ່ງ