ການຢ້ຽມຢາມລາວ ຂອງປະທານປະເທດຫວຽດນາມ: ສ້າງພະລັງແຮງໃໝ່ໃຫ້ແກ່ການພົວພັນຫວຽດນາມ-ລາວ

22:18 | 22/04/2025

ຍສໝ - ເນື່ອງໃນໂອກາດທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ລາວ ແລກປ່ຽນກ່ຽວກັບຄວາມໝາຍ ແລະຄວາມສຳຄັນຂອງການໄປຢ້ຽມຢາມຕໍ່ກັບການພົວພັນແບບພິເສດຫວຽດນາມ-ລາວ.

ງານພົບປະແລກປ່ຽນ ງານພົບປະແລກປ່ຽນ "ຫວຽດນາມ-ລາວ ຮ່ວມສາຍພູຫຼວງ": ຕໍ່ຍາວແຫຼ່ງຄວາມສາມັກຄີ
ບຸນປີໃໝ່ທີ່ອົບອຸ່ນຂອງນັກສຶກສາລາວ ແລະ ກຳປູເຈຍ ບຸນປີໃໝ່ທີ່ອົບອຸ່ນຂອງນັກສຶກສາລາວ ແລະ ກຳປູເຈຍ

ໂດຍຮັບຄຳເຊຶ້ອເຊີນຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ, ທ່ານ ເລືອງ ເກື່ອງ ປະທານປະເທດແຫ່ງ ສສ ຫວຽດນາມ ຈະຢ້ຽມຢາມທາງລັດຖະກິດ ສປປ ລາວ ໃນລະຫວ່າງວັນທີ 24-25 ເມສາ.

ເນື່ອງໃນໂອກາດນີ້, ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ລາວ ໄດ້ສຳພາດທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ກ່ຽວກັບຄວາມໝາຍ ແລະຄວາມສຳຄັນຂອງການຢ້ຽມຢາມຕໍ່ກັບການພົວພັນແບບພິເສດຫວຽດນາມ-ລາວ.

ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕີມ ໃຫ້ຮູ້ວ່າ ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ, ລາວ-ຫວຽດນາມ, ຕາມປົກກະຕິແລ້ວເມື່ອບຸນປີໃໝ່ປະຈຳຊາດຂອງຫວຽດນາມ ແລະບຸນປີໃໝ່ປະຈຳຊາດຂອງລາວ ວຽນມາ, ສອງປະເທດ ຫວຽດນາມ-ລາວ ໄດ້ຢ້ຽມຢາມຖາມຂ່າວ, ອວຍພອນປີໃໝ່ຂອງກັນ, ຖືປີໃໝ່ຂອງເພື່ອນຄືປີໃໝ່ຂອງຕົນ ແລະກົງກັນຂ້າມ.

ການຢ້ຽມຢາມລາວ ຂອງປະທານປະເທດຫວຽດນາມ: ສ້າງພະລັງແຮງໃໝ່ໃຫ້ແກ່ການພົວພັນຫວຽດນາມ-ລາວ
ວັນທີ 17 ເມສາ, ຢູ່ສຳນັກງານປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະເປົ້າໝາຍສາກົນ (P4G) ຢູ່ຮ່າໂນ້ຍ, ໃນລະຫວ່າງວັນທີ 15-17 ເມສາ. ພາບ: TTXVN

ຍ້ອນເຫດນັ້ນ, ການຢ້ຽມຢາມທາງລັດຖະກິດຢູ່ລາວ ເປັນຄັ້ງທຳອິດຂອງທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ດຳເນີນໃນບັນຍາກາດເບີກບານມ່ວນຊື່ນຂອງ ບຸນປີໃໝ່ປະຈຳຊາດຂອງລາວ (ປີ ພສ 2568), ຈະແມ່ນການເຄື່ອນໄຫວທາງການທູດສຳຄັນ, ສະແດງໃຫ້ເຫັນມູນເຊື້ອຂອງສອງປະເທດຫວຽດນາມ-ລາວ ຈາກຮຸ່ນນີ້ໄປສູ່ຮຸ່ນອື່ນ "ມ່ວນຊື່ນ, ໂສກເສົ້າ, ມີຄວາມສຸກ ຫຼືປະສົບກັບຄວາມຫຍຸ້ງຍາກ" ຢູ່ນຳກັນໃນທຸກສະພາບການ.

ດ້ວຍຈິດໃຈດັ່ງກ່າວ, ການໄປຢ້ຽມຢາມ ສປປ ລາວ ຄັ້ງນີ້ມີຄວາມໝາຍສຳຄັນທີ່ສຸດ ເພື່ອແນໃສ່ສືບຕໍ່ຢັ້ງຢືນຄວາມສະເໝີຕົ້ນສະເໝີປາຍຂອງພັກ, ລັດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ລັດລາວ ແລະການພົວພັນແບບພິເສດຫວຽດນາມ-ລາວ ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າໃນການຜັນຂະຫຍາຍແຜນນະໂຍບາຍພົວພັນຕ່າງປະເທດຂອງຕົນ, ຢັ້ງຢືນການສະໜັບສະໜູນຂອງຫວຽດນາມ ຕໍ່ກັບກິດຈະການປ່ຽນແປງໃໝ່ຢູ່ລາວ; ພ້ອມທັງກໍ່ແມ່ນກິດຈະກຳເພື່ອເພີ່ມທະວີນ້ຳໃຈສະໜິດຕິດພັນ, ໃກ້ຊິດສະໜິດສະໜົມລະຫວ່າງການນຳຂັ້ນສູງສອງພັກ, ສອງລັດ.

ດ້ວຍຫຼາຍເນື້ອໃນສຳຄັນຄາດວ່າຈະໄດ້ການນຳສອງຝ່າຍແລກປ່ຽນ, ເຊື່ອໝັ້ນວ່າ ການໄປຢ້ຽມຢາມລາວ ຂອງທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ດຳເນີນ ໃນຊຸມວັນຕົ້ນບຸນປີໃໝ່ຂອງລາວ ຈະສ້າງພະລັງແຮງໃໝ່, ປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງ, ນຳການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ໄປເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນກວ່າອີກໃນໄລຍະຈະມາເຖິງ, ນຳມາເຊິ່ງຄວາມຈະເລີນຮຸ່ງເຮືອງຂອງປະຊາຊົນແຕ່ລະປະເທດ.

ຕາມທ່ານເອກອັກຄະລັດຖະທູດ ຫງວຽນມິງເຕີມ, ປະຈຸບັນສອງປະເທດຫວຽດນາມ-ລາວ ກຳລັງຜັນຂະຫຍາຍມະຕິຂອງແຕ່ລະພັກ, ແຜນການພັດທະນາເສດຖະກິດ-ສັງ ຄົມຂອງແຕ່ລະປະເທດ ແລະບັນລຸໄດ້ຜົນງານສຳຄັນຫຼາຍຢ່າງໜ້າເອກອ້າງທະນົງໃຈ; ການພົວພັນຮ່ວມມືລະຫວ່າງສອງປະເທດຫວຽດນາມ-ລາວ ກຳລັງພັດທະນາຢ່າງດີງາມທີ່ສຸດ, ບັນດາຂໍ້ຕົກລົງຂອງການນຳຂັ້ນສູງສອງພັກ, ບັນດາສັນຍາຮ່ວມມືລະຫວ່າງສອງລັດຖະບານ ໄດ້ສອງຝ່າຍຕັ້ງໜ້າຜັນຂະຫຍາຍ ແລະບັນລຸໄດ້ໝາກຜົນສຳຄັນໃນທຸກຂົງເຂດ.

ການຢ້ຽມຢາມລາວ ຂອງປະທານປະເທດຫວຽດນາມ: ສ້າງພະລັງແຮງໃໝ່ໃຫ້ແກ່ການພົວພັນຫວຽດນາມ-ລາວ
ທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຕອບສຳພາດຂອງນັກຂ່າວສຳນັກຂ່າວສານຫວຽດນາມ. ພາບ: TTXVN

ການຢ້ຽມຢາມບໍ່ພຽງແຕ່ປະກອບສ່ວນເຮັດໃຫ້ການພົວພັນສາມັກຄີແບບພິເສດຫວຽດນາມ-ລາວ ເທົ່ານັ້ນ, ຫາກຍັງແມ່ນກາລະໂອກາດເພື່ອສອງຝ່າຍແລກປ່ຽນສະພາບ ການຂອງແຕ່ລະພັກ, ແຕ່ລະປະເທດ, ສະຖານະການໂລກ, ພາກພື້ນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ພ້ອມທັງ, ຕີລາຄາການຜັນຂະຫຍາຍການພົວພັນຮ່ວມມືລະຫວ່າງ ສອງປະເທດໃນໄລຍະຜ່ານມາ, ແລກປ່ຽນມາດຕະການເພື່ອຊຸກຍູ້ການພົວພັນສາມັກຄີແບບພິເສດຫວຽດນາມ-ລາວ ສືບຕໍ່ພັດທະນາຢ່າງເລິກເຊິ່ງກວ້າງຂວາງໃນທຸກຂົງເຂດໃນໄລຍະຈະມາເຖິງ.

ກໍ່ຕາມທ່ານເອກອັກຄະລັດຖະທູດ ຫງວຽນມິງເຕີມ ແລ້ວ, ໃນສະພາບການພາກພື້ນ ແລະໂລກ ມີການຜັນແປຢ່າງສັບສົນຄືປະຈຸບັນ, ການແກ່ງແຍ້ງຍຸດທະສາດລະຫວ່າງ ບັນດາປະເທດມະຫາອຳນາດ, ທ່າອ່ຽງອາລັກຂາເສດຖະກິດ, ຜົນກະທົບຂອງການປ່ຽນແປງຂອງດິນຟ້າອາກາດ ແລະສິ່ງທ້າທາຍຂອງຄວາມໝັ້ນຄົງບໍ່ແມ່ນການທະຫານ ສົ່ງຜົນສະທ້ອນຫຼາຍຢ່າງຕໍ່ກັບບັນດາປະເທດ, ໃນນັ້ນມີຫວຽດນາມ-ລາວ, ໃນຂະນະ ຫວຽດນາມ-ລາວ ພວມໃນວິວັດທະນາການເຊື່ອມໂຍງກັບສາກົນ ແລະພາກພື້ນຢ່າງເລິກເຊິ່ງກວ້າງຂວາງ, ແຜນນະໂຍບາຍຂອງການນຳຂັ້ນສູງສອງພັກ, ສອງລັດ ແມ່ນສະຫງວນບຸລິມະສິດໃຫ້ແກ່ກັນ, ພ້ອມກັນຮ່ວມມື, ພ້ອມກັນພັດທະນາ.

ເພາະສະນັ້ນ, ເພື່ອການພົວພັນສອງປະເທດຫວຽດນາມ-ລາວ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນກວ່າ, ໃນໄລຍະຈະມາເຖິງ, ສອງປະເທດຄວນ ຄຽງບ່າຄຽງໄຫຼ່, ຮ່ວມແຮງຮ່ວມໃຈເສີມຂະຫຍາຍຄຸນຄ່າມູນເຊື້ອປະຫວັດສາດ, ຄວາມສາມັກຄີສະໜິດຕິດພັນ, ການຮ່ວມມືຊ່ວຍເຫຼືອກັນເພື່ອຜັນຂະຫຍາຍບາງການ ກຳນົດທິດ ແລະຂົງເຂດຮ່ວມມືຈຸດສຸມ, ຄືດັ່ງນີ້:

ທີໜຶ່ງ, ສືບຕໍ່ຮັກສາຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ປະສານສົມທົບຢ່າງແໜ້ນແຟ້ນໃນບັນຫາຍຸດທະສາດ ແລະແຜນນະໂຍບາຍທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງ, ພັດທະນາຂອງແຕ່ລະປະເທດ; ຮັກສາ ແລະຍົກສູງປະສິດທິຜົນຂອງບັນດາກົນໄກຮ່ວມມື, ກວດກາຄືນ ແລະຍົກອອກບັນດາກົນໄກຮ່ວມມືໃໝ່; ເພີ່ມທະວີວຽກງານແລກ ປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນປະສົບການກ່ຽວກັບການກໍ່ສ້າງພັກ, ສ້າງລະບົບການເມືອງ, ພັດທະນາເສດຖະກິດ-ສັງຄົມ, ກໍ່ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ຮັກສາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ-ການພົວພັນຕ່າງປະເທດເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ; ເພີ່ມທະວີການແລກປ່ຽນທິດສະດີ ແລະພຶດຕິກຳກ່ຽວກັບບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ເພື່ອປັບປຸງນິຕິກຳ, ນະໂຍບາຍປະກອບສ່ວນໃຫ້ການພັດທະນາຂອງແຕ່ລະປະເທດ.

ນັບແຕ່ນີ້ຈົນຮອດທ້າຍປີ 2025, ສອງປະເທດຄວນສືບຕໍ່ເພີ່ມທະວີການຮ່ວມມື, ປະສານສົມທົບ, ຊຸມຍູ້ຜັນຂະຫຍາຍຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງພັກ ແລະໝາກຜົນກອງປະຊຸມ ຄັ້ງທີ 47 ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ-ລາວ, ກໍ່ຄືໝາກຜົນການຢ້ຽມຢາມຂອງການນຳຂັ້ນສູງສອງປະເທດ, ຂໍ້ຕົກລົງຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງສອງຝ່າຍ.

ສອງປະເທດຕ້ອງປະສານສົມທົບກະກຽມບັນດາການຢ້ຽມຢາມຂັ້ນສູງ, ຈັດຕັ້ງການສະເຫຼີມສະຫຼອງວັນບຸນໃຫຍ່, ເຫດການສຳຄັນ, ຄື: 80 ປີແຫ່ງວັນຊາດຫວຽດນາມ ແລະ 50 ປີແຫ່ງວັນຊາດລາວ, 135 ປີແຫ່ງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ ແລະ 105 ປີແຫ່ງວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ, ໂຄສະນາເຜີຍແຜ່ຢ່າງເລິກເຊິ່ງເຖິງຖອງໃນປະຊາຊົນທຸກຊັ້ນວັນນະກ່ຽວກັບຄວາມສຳຄັນຂອງການພົວພັນແບບພິເສດຫວຽດນາມ-ລາວ.

ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະໂດຍສະເພາະແມ່ນຄົນຮຸ່ນໜຸ່ມຂອງສອງປະເທດມີຄວາມຮັບຮູ້ຢ່າງເລິກເຊິ່ງ, ຄົບຖ້ວນ ແລະເຊື່ອມຊຶມຄວາມໝາຍ, ຄຸນຄ່າ ອັນໃຫຍ່ຫຼວງຂອງການພົວພັນບໍລິສຸດຜຸດຜ່ອງ, ພິເສດ, ທີ່ຫາຍາກໃນການພົວພັນສາກົນກ່ຽວກັບຄວາມສາມັກຄີຊ່ວຍເຫຼືອສຸດຈິດສຸດໃຈ ແລະມີປະສິດທິຜົນລະຫວ່າງ ການນຳສອງພັກ, ສອງລັດ, ຖືນີ້ແມ່ນປັດໄຈພາວະວິໄສ, ກົດເກນປະຫວັດສາດ, ໜຶ່ງໃນບັນດາແຫຼ່ງກຳລັງແຮງອັນໃຫຍ່ຫຼວງ, ມີຄວາມໝາຍອັນເປັນຕາຍສຳລັບ ກິດຈະການສ້າງສາ ແລະປົກປັກຮັກສາປະເທດຊາດຂອງແຕ່ລະປະເທດ ແລະແມ່ນຊັບສົມບັດອັນລ້ຳຄ່າຕ້ອງໄດ້ຮັກສາ, ພັດທະນາ, ສືບທອດໃຫ້ຄົນຮຸ່ມຫຼັງ. ພ້ອມທັງ, ຕໍ່ສູ້ຕ້ານຖ້ອຍທໍານອງເສກສັນປັ້ນແຕ່ງ, ແບ່ງແຍກການພົວພັນລະຫວ່າງສອງພັກ, ສອງລັດຂອງກຳລັງປໍລະປັກ.

ທີສອງ, ເຮັດໃຫ້ເສົາຄ້ຳກ່ຽວກັບການປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ມີຄວາມເລິກເຊິ່ງເຖິງຖອງກວ່າ, ຮັບປະກັນແມ່ນບ່ອນອີງໃຫ້ກັນຮັບມືກັບຄວາມໝັ້ນຄົງບໍ່ແມ່ນການທະຫານທີ່ນັບມື້ນັບມີຫຼາຍຮູບແບບ, ສັບສົນ, ປະກອບສ່ວນຮັກສາຄວາມໝັ້ນຄົງຢູ່ແຕ່ລະປະເທດ, ພິເສດແມ່ນການກໍ່ສ້າງເສັ້ນຊາຍແດນສອງປະເທດແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ, ຜ່ານນັ້ນຍົກສູງຖານະບົດບາດ, ອິດທິພົນຊື່ສຽງຂອງທັງຫວຽດນາມ ແລະລາວ ໃນເວທີສາກົນ ແລະພາກພື້ນ.

ທີສາມ, ດ້ວຍແຜນນະໂຍບາຍຂອງການນຳຂັ້ນສູງສອງພັກ, ສອງປະເທດກ່ຽວກັບສ້າງຄວາມບຸກທະລຸໃນການຮ່ວມມືເສດຖະກິດ, ການລົງທຶນ, ການຄ້າ, ໂດຍສະເພາະ ແມ່ນການເຊື່ອມຕໍ່ ແລະຊ່ວຍໜູນລະຫວ່າງສອງພື້ນຖານເສດຖະກິດຫວຽດນາມ-ລາວ ເພື່ອສົມກັບການພົວພັນຮ່ວມມືດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບດີງາມທີ່ສຸດ, ຕ້ອງຍູ້ແຮງ, ເພີ່ມທະວີການເຊື່ອມຕໍ່ກ່ຽວກັບກົນໄກ, ພື້ນຖານໂຄງລ່າງ, ການເງິນ, ພະລັງງານສະອາດ, ພະລັງງານທົດແທນ, ໂທລະຄົມມະນາຄົມ, ການທ່ອງທ່ຽວ, ກະສິກຳເຕັກໂນໂລຢີສູງ; ສົ່ງເສີມ ແລະດຶງດູດວິສາຫະກິດຫວຽດນາມ ລົງທຶນເຂົ້າບັນດາຂະແໜງ, ຂົງເຂດ ເຊິ່ງລາວ ມີຄວາມສາມາດບົ່ມຊ້ອນ, ທ່າແຮງ, ສະຫງວນບຸລິມະສິດ, ຄື: ພະລັງງານສະອາດ, ຫັນປ່ຽນດີຈີຕອນ, ກະສິກຳສະອາດ.. ຕັ້ງໜ້າໜູນຊ່ວຍກັນ, ສະໜິດຕິດພັນດ້ານວັດທະນະທຳ-ສັງຄົມ, ຊຸກຍູ້ການແລກປ່ຽນ ການຄ້າ, ເປີດກວ້າງຕະຫຼາດ...

ເຖິງວ່າໃນປີ 2024, ວົງເງິນການຄ້າສອງຝ່າຍຫວຽດນາມ ບັນລຸລະດັບປະຫວັດສາດ ກວ່າ 2 ຕື້ໂດລາສະຫະລັດ, ແຕ່ວ່າໃນການພົວພັນອັນດີງາມລະຫວ່າງສອງປະເທດ ກໍ່ຄືຄວາມຕັດສິນໃຈຂອງການນຳຂັ້ນສູງສອງພັກ, ສອງລັດ ແລະການເຂົ້າຮ່ວມຢ່າງເປັນເຈົ້າການ, ຕັ້ງໜ້າຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະວິສາຫະກິດສອງປະເທດ, ການຮ່ວມມືເສດຖະກິດ, ການລົງທຶນ, ການຄ້າຫວຽດນາມ-ລາວ ສາມາດບັນລຸ 5-10 ຕື້ໂດລາສະຫະລັດ ໃນຊຸມປີຈະມາເຖິງ.

ທີສີ່, ສືບຕໍ່ເພີ່ມທະວີການຮ່ວມມືດ້ານການສຶກສາ, ການບຳລຸງສ້າງຊັບພະຍາກອນມະນຸດ, ຖືນີ້ແມ່ນໜ້າທີ່ຍຸດທະສາດ, ສອງປະເທດຄວນສືບຕໍ່ຍູ້ແຮງການແລກປ່ຽນນັກສຶກສາລະຫວ່າງສອງປະເທດ, ຍົກສູງຄຸນນະພາບການບຳລຸງສ້າງ; ສ້າງແຜນການບຳລຸງສ້າງລົງເລິກກ່ຽວກັບການຄຸ້ມຄອງລັດ, ເສດຖະກິດ, ວິທະຍາສາດ-ເຕັກໂນໂລຢີ ເພື່ອໜູນຊ່ວຍພັດທະນາຊັບພະຍາກອນຄຸນນະພາບສູງຊ່ວຍລາວ.

ທີຫ້າ, ເອົາໃຈໃສ່ເຖິງການຮ່ວມມືໃນຂົງເຂດວິທະຍາສາດ-ເຕັກໂນໂລຢີ, ປັນຍາປະດິດ, ຫັນປ່ຽນດີຈີຕອນ. ຫວຽດນາມ ໄດ້ ແລະຕັ້ງໜ້າຊ່ວຍເຫຼືອລາວ ໃນການຫັນປ່ຽນດີຈີຕອນ, ພັດທະນາລັດຖະບານເອເລັກໂຕນິກ ແລະເສດຖະກິດດີຈີຕອນ. ຍູ້ແຮງການຮ່ວມມືຄົ້ນຄວ້າວິທະຍາສາດ, ພິເສດແມ່ນໃນຂົງເຂດກະສິກຳເຕັກໂນໂລຢີສູງ, ໝູນໃຊ້ປັນຍາປະດິດ.

ທີຫົກ, ຍູ້ແຮງການຮ່ວມມືລະຫວ່າງບັນດາທ້ອງຖິ່ນສອງປະເທດ, ໂດຍສະເພາະແມ່ນທ້ອງຖິ່ນທີ່ມີເສັ້ນຊາຍແດນຕິດຈອດກັນ ເພື່ອສະໜິດຕິດພັນລະຫວ່າງບັນດາເຂດເສດ ຖະກິດ, ຊາຍແດນ. ຜ່ານນັ້ນຊ່ວຍເສີມຂະຫຍາຍບົດບາດຂອງປະຊາຄົມວິສາຫະກິດ ແລະພົບປະແລກປ່ຽນປະຊາຊົນສອງປະເທດໃນການຊຸກຍູ້ການພົວພັນລະຫວ່າງສອງ ປະເທດ.

ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕີມ ສະແດງຄວາມເຊື່ອໝັ້ນວ່າ ເຖິງວ່າໂລກມີການປ່ຽນແປງຄືແນວໃດກໍ່ຕາມ, ແຕ່ວ່າດ້ວຍຄວາມຕັດສິນໃຈຂອງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ-ລາວ, ຜ່ານການກຳນົດທິດໃນການພົວພັນສອງປະເທດໃນໄລຍະຈະມາເຖິງ, ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ, ລາວ-ຫວຽດນາມ ໄດ້ກໍ່ຕັ້ງດ້ວຍເລືອດເນື້ອ, ເຫື່ອແຮງຂອງຮຸ່ນພໍ່ຮຸ່ນອ້າຍບໍ່ຈັກວ່າເທົ່າໃດເຊັ່ນຄົນຂອງ ສອງປະເທດ ຈະນັັບມື້ນັບໝັ້ນແກ່ນ "ຮົ່ງຮາທັງແມ່ຂອງບໍ່ເລິກປຸນປານໄດ້” "ສູງກ່ວາພູຍາວກ່ວາແມ່ນ້ຳ, ກ້ວາງກ່ວາມະຫາສະໝຸດ, ງາມກ່ວາເດືອນເພັງ ແລະຫອມກ່ວາດອກໄມ້ໃດໆທີ່ຫອມກ່ວາເພິ່ນ”.

ການນໍາຫວຽດນາມ ສົ່ງຈົດໝາຍອວຍພອນປີໃໝ່ລາວ ແລະກໍາປູເຈຍ ການນໍາຫວຽດນາມ ສົ່ງຈົດໝາຍອວຍພອນປີໃໝ່ລາວ ແລະກໍາປູເຈຍ

ຍສໝ - ເນື່ອງໃນໂອກາດບຸນປີໃໝ່ຂອງ ສປປ ລາວ ແລະປີໃໝ່ Chol Chnam Thmay ຂອງລາຊະອານາຈັກກໍາປູເຈຍ, ການນໍາຫວຽດນາມ ສົ່ງຈົດໝາຍ ແລະກະເຊົ້າດອກໄມ້ອວຍພອນ.

ບຸນປີໃໝ່ລາວ 2025 ຈັດຂຶ້ນຢ່າງຟົດຟື້ນຢູ່ແຂວງດັກລັກ ບຸນປີໃໝ່ລາວ 2025 ຈັດຂຶ້ນຢ່າງຟົດຟື້ນຢູ່ແຂວງດັກລັກ

ຍສໝ - ບຸນປີໃໝ່ປະຈໍາຊາດລາວ (ພສ. 2568, ນັບແຕ່ວັນທີ 13 – 15 ເມສາ) ປີ 2025 ແລະວັນບຸນວັດທະນະທໍາບັນດາເຜົ່າເມືອງ ບວນໂດນ ໄດ້ດໍາເນີນໃນລະຫວ່າງວັນທີ 12-13 ເມສາ, ຢູ່ເກາະໄອໂນ, ດັກລັກ.

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ
ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ
ອ່ານຫຼາຍທີ່ສຸດ
ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ