ຈະຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ຫວຽດນາມ - ເມັກຊິໂກ

23:07 | 10/04/2025

ຍສໝ - ນັ້ນ​ແມ່ນ​ຂໍ້​ມູນ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເມັກ​ຊິ​ໂກ ປະ​ຈຳ​ ຫວຽດ​ນາມ Alejandro Negrín Munoz ໃນການ​ພົບ​ປະ​ກັບ​ທ່ານ ​ເຈີນສີແທັງ ຮອງ​ເລ​ຂາ​ພັກ​ນະ​ຄອນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ ໃນ​ວັນ​ທີ 8 ເມສາ ຢູ່ ຮ່າ​ໂນ້ຍ. ທ່ານ​ເອກ​ອັກຄະ​ລັດຖະທູດໃຫ້ຮູ້​ວ່າ ​ເພື່ອ​ແນ​ໃສ່ມຸ່ງໄປເຖິງຂີດໝາຍ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ, ສະຖານທູດ ເມັກ​ຊິ​ໂກ ປະຈຳ ຫວຽດນາມ ຈະ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳທີ່ດີເດັ່ນ​​ໃນ​ປີ 2025.

ໂຄສະນາວັດທະນະທຳ ຫວຽດນາມ ໃນພິທີສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ຫວຽດນາມ - ເຢຍລະມັນ ທີ່ Brechtfestival 2025
ການເຄື່ອນໄຫວຫຼາຍຢ່າງ ເພື່ຶສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເຢຍລະມັນ

ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ​ ເມັກ​ຊິ​ໂກ ປະຈຳ ຫວຽດນາມ, ບັນດາ​ການ​ເຄື່ອນ​ໄຫວ​ທີ່​ພົ້ນ​ເດັ່ນ​ແມ່ນ​ງານ​ວາງສະ​ແດງ “ການ​ເດີນ​ທາງ​ໄປ​ຍັງ​ ເມັກ​ຊິ​ໂກ ​ບູຮານ”, ຄາດວ່າຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພຶດສະພາ ຢູ່​ເຂດໜອງ ຮວ່ານກຽມ, ​​ແນະນຳ​ບັນດາ​ວັດຖຸ​ພັນບູຮານ ​ແລະ ມໍລະດົກອາລະຍະທໍາ​ບູຮານ​ຂອງ ເມັກ​ຊິ​ໂກ. ທ່ານ​ເອກ​ອັກຄະ​ລັດຖະທູດ ປາດ​ຖະໜາ​ວ່າ ງານ​ວາງສະ​ແດງ​ຈະ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ໝູ່ປະຊາຊົນ​ນະຄອນຫຼວງ ​ແລະ ປະຊາຊົນຫວຽດນາມ, ຜ່ານ​ນັ້ນ ກໍ່ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ ​ແລະ ຄວາມ​ສະໜິດຕິດພັນ​ດ້ານ​ວັດທະນະທຳ​ລະຫວ່າງ 2 ປະ​ເທດ.

ຈະຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ຫວຽດນາມ - ເມັກຊິໂກ

ທ່ານ ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ ທ່ານ ເຈີນສີແທັງ (ເບື້ອງຂວາ) ແລະ ທ່ານ​ ເອກ​ອັກ​ຄະ​ລັດ​ຖະ​ທູດ ເມັກ​ຊິ​ໂກ ປະ​ຈຳ​ ຫວຽດ​ນາມ Alejandro Negrín Munoz. (ຮູບ: ໜັງສືພິມ ຮ່າໂນ້ຍໃໝ່)

ທ່ານ​ເອກ​ອັກຄະ​ລັດຖະທູດ Alejandro Negrin Munoz ຢືນຢັນ​ວ່າ ເມັກ​ຊິ​ໂກ ຍາມ​ໃດ​ກໍ່​ຖື ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ​ໂດຍ​ກາຍ​ເປັນ​ປະ​ເທດເຂດ​ ອາ​ເມ​ລິ​ກາ - ​ລາ​ຕິນ ​ທຳ​ອິດ​ທີ່​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ກັບ ຫວຽດນາມ ພາຍຫຼັງ​ສົງຄາມ. ປະຈຸ​ບັນ, ເມັກ​ຊິ​ໂກ​ ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ອັນ​ດັບ​ສອງ​ຂອງ​ຫວຽດນາມ​ຢູ່​​ເຂດ ອາ​ເມ​ລິ​ກາ - ​ລາ​ຕິນ, ​ໃນ​ນັ້ນ ຫວຽດນາມ ​ກໍ່​ແມ່ນ​ຄູ່​​ຮ່ວມ​ມືການ​ຄ້າ​ໃຫຍ່​ອັນ​ດັບ​ສອງ​ຂອງ ​ເມັກ​ຊິ​ໂກ​ໃນ​ກຸ່ມອາ​ຊຽນ.

ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ ຮ່າ​ໂນ້ຍ ເຈີນສີແທັງ ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຂອງ​ເມັກ​ຊິ​ໂກ ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ​ແລະ ວັດທະນະທຳ​ລະຫວ່າງ 2 ປະ​ເທດ. ທ່ານໄດ້ກ່າວເຖິງການມີຢູ່ນັບມື້ນັບຫຼາຍຂອງບັນດາວິສາຫະກິດຈາກທັງສອງປະເທດໃນຕະຫຼາດຂອງກັນ ແລະ ກັນ, ເຊັ່ນ ສູນບັນເທີງ Kidzania ຂອງເມັກຊິໂກ ທີ່ Lotte West Lake, ສາຂາຂອງກຸ່ມບໍລິສັດ FPT ໃນເມືອງ Guadalajara. ບັນດາເຫດການຄື “ສັບປະດາຫວຽດນາມ”, “ວັນຫວຽດນາມ” ຢູ່ ເມັກຊິໂກ ຫຼື ງານວາງສະແດງວັດທະນະທໍາຂອງພື້ນຖານອາລະຍະທໍາ Olmeca ໄດ້ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະ ການພົວພັນລະຫວ່າງປະຊາຊົນສອງປະເທດ.

ທ່ານ ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ກໍ່​ເນັ້ນ​ໜັກວ່າ​ ຮ່າ​ໂນ້ຍ ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ສົມທົບ​ກັນ ​ແລະ ໜູນ​ຊ່ວຍ​ບັນດາ​ການ​ເຄື່ອນ​ໄຫວ​ອື່ນໆ​ຂອງ​ສະຖານທູດ ​ເມັກ​ຊິ​ໂກ ທີ່ກ່ຽວຂ້ອງເຖິງໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ, ປະກອບສ່ວນ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ​ເມັກ​ຊິ​ໂກ ​ໃຫ້​ນັບມື້ນັບພັດທະນາຢ່າງແທດ​ຈິງ, ເລິກ​ເຊິ່ງ ​ແລະ ມີ​ປະສິດທິ​ຜົນ.

ກອງທັບເຮືອ ຫວຽດນາມ - ໄທ ປະຕິບັດການລາດຕະເວນຮ່ວມ ຄັ້ງທີ 50

ກອງທັບເຮືອ ຫວຽດນາມ - ໄທ ປະຕິບັດການລາດຕະເວນຮ່ວມ ຄັ້ງທີ 50

ຍສໝ - ຕອນ​ເຊົ້າ​ວັນ​ທີ 21 ພະຈິກ, ກອງເຮືອ 263 ​ແລະ 265 ຂອງ​ກອງ​ບັນຊາ​ການ​ເຂດ 5 ກອງທັບ​ເຮືອ​ປະຊາຊົນ​ ຫວຽດນາມ ​ໄດ້ເຂົ້າທຽບ​ທ່າ​ກຳ​ປັ່ນທະຫານ​ເຂດ 5, ​ສິ້ນ​ສຸດ​ການລາດຕະເວນ​​ຮ່ວມ​ປະຈຳ​ປີ ຄັ້ງທີ 50 ກັບ​ກອງເຮືອ 511 ​ແລະ 521 ຂອງ​ກອງທັບ​ເຮືອ​ ໄທ.

ກຸ່ມນັກສຶກສາ ຍາດໄດ້ລາງວັນທີ 1 ກ່ຽວກັບການອອກແບບໂລໂກ້ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງສາຍພົວພັນທາງການທູດລະຫວ່າງ ເຢຍລະມັນ - ຫວຽດນາມ

ກຸ່ມນັກສຶກສາ ຍາດໄດ້ລາງວັນທີ 1 ກ່ຽວກັບການອອກແບບໂລໂກ້ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງສາຍພົວພັນທາງການທູດລະຫວ່າງ ເຢຍລະມັນ - ຫວຽດນາມ

ຍສໝ - ໂລໂກ້ (Logo) ທີ່ໄດ້ຮັບລາງວັນແມ່ນຄວາມຄິດປະດິດສ້າງຂອງກຸ່ມນັກສຶກສາມາຈາກ ຮ່າໂນ້ຍ, ນາງ ຫງວຽນເຈີນໝີແອັງ ຈາກມະຫາວິທະຍາໄລເສດຖະກິດແຫ່ງຊາດ (NEU) ແລະ ທ້າວ ໂດ໊ດືກເກືອງ ຈາກມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ (HUST).

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ສາລະຄະດີ

ເບິ່ງເພີ່ມເຕີມ
ເຫດການ