ນັກສຶກສາຫວຽດນາມເຜີຍແຜ່ວັດທະນະທຳຫວຽດນາມ ຢູ່ລັດເຊຍ

23:21 | 16/04/2025

ຍສໝ - ວັນທີ 14 ເມສາ, ຢູ່ມະຫາວິທະຍາໄລການເງິນພາຍໃຕ້ລັດຖະບານສະຫະພັນລັດເຊຍ ໄດ້ເກີດຂຶ້ນລາຍການສິລະປະທີ່ມີຊື່ວ່າ “ຈິດໃຈຫວຽດນາມ ໃນຫົວໃຈລັດເຊຍ: ພື້ນເມືອງອັນເລິກເຊິ່ງ”, ໄດ້ນັກສຶກສາຫວຽດນາມ ແລະ ລັດເຊຍສົມທົບກັນຈັດຕັ້ງ ແລະ ສະແດງ.

ພວກຂ້າພະເຈົ້າມີຄວາມສຸກເມື່ອໄດ້ຮ່ຳຮຽນຢູ່ ລາວ
ວັນບຸນອ່ານຫນັງສື ຂອງນັກສຶກສາຫວຽດນາມ ຢູ່ລັດເຊຍ

ລາຍການໄດ້ຈັດຕັ້ງເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສະຫະພັນລັດເຊຍ (30 ມັງກອນ 1950 – 30 ມັງກອນ 2025), ດ້ວຍການເຂົ້າຮ່ວມຂອງບັນດາຜູ້ແທນຄະນະພັກ, ສະຖານທູດ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ ແລະ ຈໍານວນຫຼວງຫຼາຍນັກສຶກສາ ຫວຽດນາມ ພວມຮໍ່າຮຽນຢູ່ ມົດສະກູ.

ລາຍການ​ໄດ້​ແນະນຳ​ບັນດາ​ລາຍການ​ສະ​ແດງ​ທີ່​ເປັນ​ເອກະລັກ​ສະ​ເພາະ, ດູດ​ດື່ມ​ກັບ​ວັດທະນະທຳ​ພື້ນ​ເມືອງ​ຫວຽດນາມ ​ແລະ ລັດ​ເຊຍ. ບັນດາ​ບົດ​ເພງ​ປະຕິວັດ​ຂອງ​ຫວຽດນາມ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ລະອຽດ​ຖີ່​ຖ້ວນ, ສ້າງ​ຮູບ​ການ​ທະຫານ​ລຸງ​ໂຮ່​ທີ່​ໝັ້ນຄົງ, ປະກອບສ່ວນ​ປຸກລະດົມ​ຄວາມ​ເອກອ້າງ​ທະນົງ​ໃຈ​ຂອງ​ຊາດ. ນັກ​ສຶກ​ສາ​ຫວຽດ​ນາມ​ກໍ​ໄດ້​ນຳ​ເຂົ້າ​ໃນ​ລາຍ​ການ​ບັນ​ດາ​ບົດ​ເພງ​ມ່ວນ​ຊື່ນ​ທີ່​ຊາວ​ໜຸ່ມ​ຮັກ​ແພງ.

ຄຽງ​ຂ້າງ​ລາຍການ​ສິລະ​ປະ, ນັກ​ສຶກສາ​ຫວຽດນາມ ຍັງ​ໄດ້​ຈັດ​ຕັ້ງ​ຮ້ານ​ອາຫານ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ປະສົບ​ການ​ດ້ານ​ວັດທະນະທຳ​ຄື ​ເຄື່ອງ​ຫຼີ້ນ​ພື້ນ​ເມືອງ, ​ແນະນຳ​ບັນດາ​ເຍື່ອງ​ອາຫານ​ພື້ນ​ເມືອງ.

ນັກສຶກສາຫວຽດນາມເຜີຍແຜ່ວັດທະນະທຳຫວຽດນາມ ຢູ່ລັດເຊຍ

ລາຍການ “ກອງທັບພວກເຮົາ - ກອງທັບວິລະຊົນ” ໄດ້ຮັບການສະແດງໂດຍນັກສຶກສາຫວຽດນາມ. (ຮູບ: ໜັງສືພິມ ປະຊາຊົນ)

ໃນ​ບົດ​ກ່າວ​ປາ​ໄສ​ທາງ​ວີ​ດີ​ໂອສົ່ງໄປມາລາຍການ, ທ່ານ Stanislav Prokofiev, ຜູ້ອຳນວຍການໂຮງຮຽນມະຫາວິທະຍາ​ໄລ​ການ​ເງິນ​ໄດ້​ຕີ​ລາຄາ​ສູງ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ​ນັກ​ສຶກສາ​ຂອງ​ສອງ​ປະ​ເທດ. ທ່ານ​ແບ່ງປັນ​ວ່າ, ນັບ​ແຕ່​ປີ 1947, ມະຫາວິທະຍາ​ໄລ​ການ​ເງິນ​ໄດ້​ຮັບ​ນັກ​ສຶກສາ​ຫວຽດນາມມາຮຽນ. ​ໃນ​ນັ້ນ​ຫຼາຍ​ທ່ານ​ໄດ້​ດຳລົງ​ຕຳ​ແໜ່​ງສຳຄັນ​ໃນ​ລັດຖະບານ​ຫວຽດນາມ. ປະຈຸ​ບັນ, ​ໂຮງຮຽນ​ມີ​ນັກຮຽນ​ຫວຽດນາມ 165 ຄົນ​ພວມ​ຮ່ຳຮຽນ. ທ່ານ Prokofiev ​ໄດ້​ຮັບ​ຮູ້​ເຖິງ​ຈິດ​ໃຈ​ຮໍ່າຮຽນ​ຢ່າງ​ຈິງ​ຈັງ, ​ເປັນ​ຢ່າງ​ດີ​ເຖິງ​ຄວາມ​ຕັ້ງໜ້າ ​ແລະ ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ໃນ​ການ​ເຄື່ອນ​ໄຫວ​ນອກ​ຫຼັກສູດ​ຂອງ​ນັກ​ສຶກສາ ຫວຽດນາມ.

ນັກສຶກສາຫວຽດນາມເຜີຍແຜ່ວັດທະນະທຳຫວຽດນາມ ຢູ່ລັດເຊຍ

ອານາບໍລິເວນແນະນຳການ​ລະຫຼິ້ນພື້ນ​ເມືອງ. (ຮູບ: ໜັງສືພິມ ປະຊາຊົນ)

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ລັດ​ເຊຍ ດັງມີ່ງໂຄຍ ໄດ້​ສົ່ງ​ຈົດໝາຍ​ຊົມ​ເຊີຍ​ເຖິງ​ລາຍການ. ​ໃນ​ຈົດໝາຍ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ໄດ້​ຕີ​ລາຄາ​ວ່າ ນີ້​ແມ່ນ​ໂຄງການ​ມີ​ຄວາມ​ໝາຍ​ເພື່ອ​ສະ​ເຫຼີ​ມສະຫຼອງ 75 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ - ສະຫະພັນ​ລັດ​ເຊຍ. ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ,ບັນດາການເຄື່ອນໄຫວຂອງນັກສຶກສາ ມະຫາວິທະຍາໄລການເງິນ ພ້ອມກັບການເຂົ້າຮ່ວມຢ່າງກະຕືລືລົ້ນຂອງບັນດານັກສຶກສາຂອງມະຫາວິທະຍາໄລອື່ນຢູ່ ມົດສະກູ ໄດ້ປະກອບສ່ວນເສີມຂະຫຍາຍຮູບພາບ, ເຜີຍແຜ່ບັນດາຄຸນຄ່າວັດທະນະທຳຫວຽດນາມ ຢູ່ສະຫະພັນລັດເຊຍ.

ນັກສຶກສາຫວຽດນາມ - ລາວ - ກຳປູເຈຍ ແລກປ່ຽນບົດຮຽນ ນັກສຶກສາຫວຽດນາມ - ລາວ - ກຳປູເຈຍ ແລກປ່ຽນບົດຮຽນ

ຊັ້ນວັນນະນັກສຶກສາເປັນ “ຂົວຕໍ່” ເພື່ອສ້າງສາຍພົວພັນອັນດີງາມລະຫວ່າງປະເທດເພື່ອນບ້ານ.

ຊາວໜຸ່ມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ 120 ຄົນຊອກຮູ້ວັດທະນະທຳ ຊາວເຜົ່າຈຳ ຊາວໜຸ່ມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ 120 ຄົນຊອກຮູ້ວັດທະນະທຳ ຊາວເຜົ່າຈຳ

ຍສໝ - ວັນ​ທີ 25 ກໍລະກົດ, ຢູ່​ແຂວງ ນິງທ້ວນ, ແຂວງ ບິ່ງທ້ວນ, ຊາວ​ໜຸ່ມ ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ 120 ຄົນ​ໄດ້​ໄປ​ຢ້ຽມຢາມ ​ແລະ ຊອກ​ຮູ້​ວັດທະນະທຳ​ ຊາວ​ເຜົ່າ​ຈຳ.

ແທັງຮັ່ງ