ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດລາວ

22:24 | 22/04/2025

ຍສໝ - ຕອນບ່າຍວັນທີ 21 ເມສາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດລາວ ເນື່ອງໃນໂອກາດມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.

ປະທານສະພາແຫ່ງຊາດຫວຽດນາມ ພົບປະກັບພະນັກງານ, ພາລະກອນສະຖານກົງສູນໃຫຍ່ຫວຽດນາມ ປະຈຳ Fukuoka ປະທານສະພາແຫ່ງຊາດຫວຽດນາມ ພົບປະກັບພະນັກງານ, ພາລະກອນສະຖານກົງສູນໃຫຍ່ຫວຽດນາມ ປະຈຳ Fukuoka
ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ-ຍີ່ປຸ່ນ ເລິກເຊິ່ງກວ່າອີກ ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ-ຍີ່ປຸ່ນ ເລິກເຊິ່ງກວ່າອີກ

ຕີລາຄາສູງຕໍ່ເລື່ອງປະເທດລາວ ຜັນຂະຫຍາຍການສັບຊ້ອນ, ຈັດຕັ້ງກົງຈັກການບໍລິຫານຢູ່ຂັ້ນສູນກາງ ແລະ ສ້າງຕັ້ງອໍານາດການປົກຄອງ ຂັ້ນຕາແສງເພື່ອແນໃສ່ສັບຊ້ອນກົງຈັກການຄຸ້ມຄອງບໍລິຫານໃຫ້ກະທັດຮັດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາຂອງປະເທດ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ເຊື່ອໝັ້ນວ່າ ພາຍໃຕ້ນການນຳພາອັນສະຫຼາດສ່ອງໃສ, ໃກ້ຊິດ, ທັນການຂອງພັກ, ການຕິດຕາມກວດກາຢ່າງມີປະສິດທິຜົນຂອງສະພາແຫ່ງຊາດ ແລະການຊີ້ນຳ, ບໍລິຫານຢ່າງຂ້ຽວຂາດຂອງລັດຖະບານ, ປະເທດຊາດ ແລະປະຊາຊົນລາວ ຈະຜ່ານຜ່າທຸກຄວາມຫຍຸ້ງຍາກ, ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຢ່າງມີໄຊ ແລະຈັດຕັ້ງກອງປະຊຸມໃຫຍ່ຂອງພັກທຸກຂັ້ນ, ກ້າວໄປເຖິງກອງປະຊຸມໃຫຍ່ທ່ົວປະເທດຂອງພັກ ປະສົບຜົນສຳເລັດໃນປີ 2026.

ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດລາວ
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ມອບຮູບພາບໃຫ້ທ່ານພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດລາວ. ພາບ: quochoi.vn

ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ສະເໜີໃຫ້ສະພາແຫ່ງຊາດສອງປະເທດ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ພ້ອມກັນຕິດຕາມກວດກາການຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ຂໍ້ມູນຂ່າວສານ ແລະ ປະສົບການໃນຂົງເຂດສັບຊ້ອນກົງຈັກ ບັນດາອົງການຂອງສະພາແຫ່ງຊາດໃຫ້ກະທັດຮັດ, ການເຄື່ອນໄຫວນິຕິບັນຍັດ, ຈັດຕັ້ງບັນດາຄະນະປະຕິບັດງານຕິດຕາມກວດກາ ແລະສຳຫຼວດຮ່ວມ, ກະຕຸກຊຸກຍູ້ລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດຜັນຂະຫຍາຍ ປະຕິບັດຖະແຫຼງການຮ່ວມ ຫວຽດນາມ - ລາວ ເປັນຢ່າງດີ. ໄປຄຽງຄູ່ກັນນັ້ນ, ທ່ານ ເຈິ່ນແທັງເໝິນ ສະເໜີໃຫ້ສອງຝ່າຍຍູ້ແຮງການຮ່ວມມືລະຫວ່າງບັນດາຄະນະກຳມາທິການຂອງສະພາແຫ່ງຊາດ ໃນການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນປະສົບການ, ວິຊາການວິຊາສະເພາະໃນຂົງເຂດນິຕິບັນຍັດ, ຕິດຕາມກວດກາ ແລະຕົກລົງບັນຫາໃຫຍ່ຂອງປະເທດ; ສະເໜີສຸມໃສ່ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ເປັນຕົ້ນແມ່ນບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມ.

ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດລາວ
ບັນຍາກາດທີ່ການຕ້ອນຮັບ. ພາບ: quochoi.vn

ສ່ວນທ່ານພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດລາວ ໄດ້ສະແດງຄວາມຮັບຮູ້ຄຳເຫັນປະກອບຂອງທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ກ່ຽວກັບການຊຸກຍູ້ການພົວພັນຮ່ວມມືລະຫວ່າງອົງການນິຕິບັນຍັດ ຂອງສອງປະເທດໃຫ້ນັບມື້ນັບແໜ້ນແຟ້ນ ແລະມີປະສິດທິຜົນກວ່າອີກ; ຢືນຢັນວ່າຈະສົມທົບຢ່າງແໜ້ນແຟ້ນກັບສະພາແຫ່ງຊາດຫວຽດນາມ ໃນການຕິດຕາມກວດກາການປະຕິບັດບັນດາຂໍ້ຕົກລົງທີ່ໄດ້ລົງນາມ, ເປັນຕົ້ນແມ່ນບັນດາໂຄງການລົງທຶນຂອງຫວຽດນາມ ຢູ່ ລາວ.

* ໃນວັນດຽວກັນ, ທ່ານ ເຈີ່ນກວາງເຟືອງ ຮອງປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະສອງຝ່າຍກັບທ່ານພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດລາວ.

ສອງຝ່າຍໄດ້ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການຢູ່ແຕ່ລະປະເທດ ແລະບາງໝາກຜົນການເຄື່ອນໄຫວຂອງສະພາແຫ່ງຊາດສອງປະເທດ; ຕີລາຄາສູງ ແລະສະແດງຄວາມພາກພູມໃຈຕໍ່ການພັດທະນາອັນດີງາມ ຂອງການພົວພັນຮ່ວມມືລະຫວ່າງສອງສະພາແຫ່ງຊາດໃນໄລຍະມໍ່ໆມານີ້, ທັງຢູ່ໃນກົນໄກຮ່ວມມືສອງຝ່າຍ ກໍຄືຢູ່ໃນບັນດາເວທີປາໄສລັດຖະສະພາພາກພື້ນ ແລະສາກົນ; ເຫັນດີສືບຕໍ່ເພີ່ມທະວີການທາບທາມຄໍາເຫັນ, ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສລັດຖະສະພາຫຼາຍຝ່າຍ. ສອງຝ່າຍຍັງລົງເລິກແລກປ່ຽນ, ແບ່ງປັນບົດຮຽນປະສົບການໃນວຽກງານລັດຖະສະພາ, ພິເສດແມ່ນວຽກກງານຕິດຕາມກວດກາການຜັນຂະຫຍາຍຂໍ້ຕົກລົງຂັ້ນສູງ, ລວມທັງການຜັນຂະຫຍາຍບັນດາໂຄງການຮ່ວມມືຍຸດທະສາດພັດທະນາເສດຖະກິດ-ສັງຄົມ ແລະພັດທະນາພື້ນຖານໂຄງລ່າງຂອງສອງປະເທດ, ປະກອບສ່ວນຮັກສາຄວາມໝັ້ນຄົງ, ສະຖຽນລະພາບຢູ່ເຂດຊາຍແດນ ກໍ່ຄືຊຸກຍູ້ການຮ່ວມມືລະຫວ່າງທ້ອງຖິ່ນຂອງສອງປະເທດ.

ປະທານສະພາແຫ່ງຊາດຫວຽດນາມ ພົບປະເຈລະຈາກັບທ່ານປະທານາທິບໍດີສະຫະພັນລັດເຊຍ

ປະທານສະພາແຫ່ງຊາດຫວຽດນາມ ພົບປະເຈລະຈາກັບທ່ານປະທານາທິບໍດີສະຫະພັນລັດເຊຍ

ຍສໝ - ທ່ານປະທານາທິບໍດີ Vladimir Putin ໄດ້ຕີລາຄາສູງຄວາມໝາຍ ແລະ ໝາກຜົນການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ; ສະເໜີໃຫ້ 2 ອົງການນິຕິບັນຍັດຂອງ 2 ປະເທດສືບຕໍ່ເພີ່ມທະວີການຮ່ວມມືລັດຖະສະພາ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດໃຫ້ແທດຈິງ, ມີປະສິດທິຜົນ

ຮອງປະທານສະພາແຫ່ງຊາດລາວ: ໂຮງຮຽນມດຕະພາບ78 ປະ​ຕິ​ບັດ​ພາລະກຳ​ເຜີຍ​ແຜ່​ສາຍ​ພົວ​ພັນ​ແບບ​ພິ​ເສດ​ ຫວຽດ​ນາມ - ລາວ ເຖິງ​ລຸ້ນ​ໜຸ່ມໄດ້​ເປັນ​ຢ່າງ​ດີ

ຮອງປະທານສະພາແຫ່ງຊາດລາວ: ໂຮງຮຽນມດຕະພາບ78 ປະ​ຕິ​ບັດ​ພາລະກຳ​ເຜີຍ​ແຜ່​ສາຍ​ພົວ​ພັນ​ແບບ​ພິ​ເສດ​ ຫວຽດ​ນາມ - ລາວ ເຖິງ​ລຸ້ນ​ໜຸ່ມໄດ້​ເປັນ​ຢ່າງ​ດີ

ໃນ​ບັນຍາກາດຂອງ​ການ​ຢ້ຽມຢາມ​ທີ່ຫວຽດນາມ, ວັນ​ທີ 5 ມັງກອນ 2024, ຄະນະ​ຜູ້​ແທນ ​ສະພາ​ແຫ່ງ​ຊາດ​ລາວ ນໍາ​ໂດຍ​ທ່ານ​​ຮອງ​ປະທານ ​ສະພາ​ແຫ່ງ​ຊາດ ​ຈະເລີີນ ເຢຍປາວເຮີ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ໂຮງຮຽນ​ມິດຕະພາບ T78.

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ
ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ
ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ
ອ່ານຫຼາຍທີ່ສຸດ