ຄະນະຜູ້ແທນຂັ້ນສູງແຂວງ ແທັງຮ໋ວາ ອວຍພອນບຸນປີໃໝ່ຢູ່ແຂວງ ຫົວພັນ (ສປປ ລາວ)

22:20 | 09/04/2025

ຍສໝ - ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​​ຂອງບັນດາ​ຊາວ​ເຜົ່າ​ລາວ, ວັນ​ທີ 6 ແລະ 7 ​ເມສາ, ສະຫາຍ ຫງວຽນ​ຢວ້ານແອັງ, ກຳມະການ​ສູນ​ກາງ​ພັກ, ​ເລຂາ​ພັກ​ແຂວງ ​ໄດ້​ນຳໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ແຂວງ ແທັງ​ຮ໋ວາ ​ໄປ​ຢ້ຽມຢາມ ​ແລະ ອວຍພອນ​ປີ​ໃໝ່​ໃຫ້​ຄະນະ​ພັກ ​ແລະ ອຳນາດການປົກຄອງແຂວງ ຫົວພັນ (ສປປ ລາວ).

ແທງຮວ່າ ຕ້ອນຮັບ ແລະ ບຳລຸງສ້າງນັກສຶກສາຕ່າງປະເທດ 58 ຄົນທີ່ມາຈາກແຂວງ ຫົວພັນ (ລາວ)
ການລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງສະຫະພັນແມ່ຍິງ ແຂວງ ຫົວພັນ ແລະ ສະຫະພັນແມ່ຍິງແຂວງ ແທງຮວ໋າ
ຄະນະຜູ້ແທນຂັ້ນສູງແຂວງ ແທັງຮ໋ວາ ອວຍພອນບຸນປີໃໝ່ຢູ່ແຂວງ ຫົວພັນ (ສປປ ລາວ)

ສະຫາຍ ຫງວຽນຢວ້ານແອງ, ກໍາມະການສູນກາງພັກ, ເລຂາພັກແຂວງ ແທັງຮວາ ແລະ ບັນດາສະມາຊິກໃນຄະນະຜູ້ແທນຂັ້ນສູງແຂວງ ແທັງຮ໋ວາ ໄດ້ອວຍພອນບຸນປີໃໝ່ເຖິງຄະນະພັກ, ອຳນາດການປົກຄອງແຂວງ ຫົວພັນ (ສປປ ລາວ).

ຄະນະຜູ້ແທນຂັ້ນສູງແຂວງ ແທັງຮ໋ວາ ອວຍພອນບຸນປີໃໝ່ຢູ່ແຂວງ ຫົວພັນ (ສປປ ລາວ)

ສະຫາຍ ພອນສຸກ ອິນທະວົງ, ຮອງເຈົ້າແຂວງຫົວພັນ ແລະ ບັນດາສະຫາຍການນຳແຂວງຫົວພັນ, ສປປ ລາວ ໄດ້ໃຫ້ການຕ້ອນຮັບຢ່າງສະໜິດສະໜົມ.

ຄະນະຜູ້ແທນຂັ້ນສູງແຂວງ ແທັງຮ໋ວາ ອວຍພອນບຸນປີໃໝ່ຢູ່ແຂວງ ຫົວພັນ (ສປປ ລາວ)

ທ່ານ​ເລຂາພັກແຂວງ ຫງວຽນຢວ້ານແອັງ ​ໄດ້​ມອບ​ຂອງຂວັນ​ທີ່​ລະນຶກ​ໃຫ້​ຄະນະ​ພັກ, ອຳນາດການປົກຄອງ ​ແລະ ປະຊາຊົນ​ແຂວງ ຫົວພັນ.

​ເມື່ອ​ມາ​ຮອດ​ເມືອງ​ຊຳເໜືອ, ຄະນະ​ໄດ້​ໄປ​ຢ້ຽມຢາມ ​ແລະ ອວຍພອນ​ປີ​ໃໝ່​ໃຫ້​ຄະນະ​ພັກ, ອຳນາດການປົກຄອງ ​ແລະ ປະຊາຊົນ​ແຂວງ​ຫົວພັນ. ສະຫາຍ ພອນສຸກ ອິນທະວົງ, ຮອງເຈົ້າແຂວງຫົວພັນ ແລະ ບັນດາສະຫາຍການນຳແຂວງຫົວພັນ, ສປປ ລາວ ໄດ້ໃຫ້ການຕ້ອນຮັບຢ່າງສະໜິດສະໜົມ..

ຄະນະຜູ້ແທນຂັ້ນສູງແຂວງ ແທັງຮ໋ວາ ອວຍພອນບຸນປີໃໝ່ຢູ່ແຂວງ ຫົວພັນ (ສປປ ລາວ)

ທ່ານ​ເລຂາພັກແຂວງ ຫງວຽນຢວ້ານແອັງ ​ແລະ ສະຫາຍ ພອນສຸກ ອິນທະວົງ, ຮອງ​ເຈົ້າ​ແຂວງ ຫົວພັນ ​ໄດ້​ແລກປ່ຽນ​​ທີ່​ການພົບປະເຈລະຈາ.

ທີ່​ການ​ພົບ​ປະ, ທ່ານ​ເລຂາພັກແຂວງ ຫງວຽນຢວ້ານແອັງ ​ແລະ ບັນດາສະມາຊິກໃນຄະນະຜູ້ແທນ​ແຂວງ ແທັງ​ຮວ່າ ​ໄດ້​ແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງເຖິງ​ພັກ, ລັດ ​ແລະ ປະຊາຊົນ​ລາວ ເວົ້າລວມ, ຄະນະ​ພັກ, ອຳນາດການປົກຄອງ ​ແລະ ປະຊາຊົນ​ແຂວງ​ຫົວພັນ ເວົ້າສະ​ເພາະ ພາຍຫຼັງ​ການເຖິງແກ່ກຳຂອງ​ສະຫາຍ ຄຳ​ໄຕ ສີ​ພັນ​ດອນ, ອະດີດ​ປະທານ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປະຊາຊົນ​ປະຕິວັດ​ລາວ. ພ້ອມ​ກັນ​ນັ້ນ, ຜ່ານ​ບັນດາສະຫາຍການ​ນຳ​ແຂວງ​ຫົວພັນ ​ໄດ້ແບ່ງເບົາຄວາມເສົ້າສະຫຼົດໃຈເຖິງ​ຄອບຄົວຂອງ​ສະຫາຍ ຄຳ​ໄຕ ສີ​ພັນ​ດອນ.

ທ່ານ​ເລຂາພັກແຂວງ ຫງວຽນຢວ້ານແອັງ ​ເນັ້ນ​ໜັກ​ວ່າ: ສະຫາຍ ຄຳ​ໄຕ ສີ​ພັນ​ດອນ ​ແມ່ນ​ເພື່ອນ​ມິດ​ທີ່​ດີ​ຂອງ​ຫວຽດນາມ. ໃນຕະຫຼອດພາລະກິດການ​ປະຕິວັດ, ສະຫາຍໄດ້ມີ​ປະກອບສ່ວນ​ຫຼາຍ​ຢ່າງ​ໃຫ້​ແກ່​ຂະບວນການ​ປະຕິວັດ​ຂອງ​ສອງ​ປະ​ເທດ​ອ້າຍ​ນ້ອງ​ ຫວຽດນາມ - ລາວ.

ພາຍຫຼັງ​ໄດ້​ຮັບ​ຊາບ​ຂ່າວ​ກ່ຽວ​ກັບ​ການເຖິງແກ່ກຳຂອງ​ສະຫາຍ ຄຳ​ໄຕ ສີ​ພັນ​ດອນ, ວັນ​ທີ 3 ​ເມສາ 2025, ສະຫາຍ ໂຕເລີມ, ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ ຫວຽດນາມ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງຂອງ​ພັກ, ລັດ ຫວຽດນາມ ໄປໄວ້ອາໄລ.

ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໄດ້ໄວ້ອາໄລ ສະຫາຍ ຄຳໄຕ ສີພັນດອນ ຕາມພິທີສົບລະດັບຊາດ ເປັນເວລາ 2 ວັນ ແມ່ນວັນທີ 4 ແລະ 5 ເມສາ. ແຂວງ ແທັງຮວ່າ ກໍ່ໄດ້ຈັດຕັ້ງຄະນະຜູ້ໄປໄວ້ອາໄລ ສະຫາຍ ຄຳໄຕ ສີພັນດອນ ຢູ່ ສະຖານທູດ ລາວ ປະຈຳ ຫວຽດນາມ.

ທ່ານເລຂາຄະນະພັກແຂວງ ຫງວຽນຢວ້ານແອັງ ຢືນຢັນ​ວ່າ ການ​ເສຍ​ຊີວິດ​ຂອງ​ສະຫາຍ ຄຳ​ໄຕ ສີ​ພັນ​ດອນ ​ແມ່ນ​ຄວາມ​ເສຍ​ຫາຍ​ອັນ​ໃຫຍ່​ຫຼວງ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ລາວ; ການນຳ ແລະ ປະຊາຊົນຫວຽດນາມ ໄດ້ສູນເສຍເພື່ອນມິດ, ສະຫາຍທີ່ສະໜິດສະໜົມຍາມໃດກໍ່ພະຍາຍາມຈົນສຸດຊີວິດເພື່ອພາລະກິດປະຕິວັດຂອງສອງປະເທດອ້າຍນ້ອງ ລາວ-ຫວຽດນາມ.

​ສະຫາຍໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ບັນດາ​ໝາກຜົນທີ່​ພົ້ນ​ເດັ່ນ​ກ່ຽວກັບ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ - ປ້ອງ​ກັນ​ຄວາມ​ສະຫງົບ, ວຽກ​ງານ​ກໍ່ສ້າງ, ປັບປຸງ​ພັກ ​ແລະ ​ລະບົບ​ການ​ເມືອງ​ຂອງ​ແຂວງ ແທັງ​ຮວ່າ ​ໃນ​ປີ 2024 ​ແລະ ບັນດາ​ເດືອນ​ຕົ້ນ​ປີ 2025.

ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ວັດທະນະທຳ, ການ​ສຶກສາ - ບຳລຸງ​ສ້າງ, ການແພດ ​ແລະ ການ​ຮ່ວມ​ມື​ດ້ານປ້ອງ​ກັນ​ປະ​ເທດ - ປ້ອງ​ກັນ​ຄວາມ​ສະຫງົບ ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ທະວີ. ສອງ​ຝ່າຍ​ໄດ້​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ປະຕິບັດສັນຍາ​ກ່ຽວ​ກັບ​ລະບຽບ​ການ​ຄຸ້ມ​ຄອງ​ຊາຍ​ແດນ ​ແລະ ດ່ານ​ຊາຍ​ແດນ​ທາງບົກ​ລະຫວ່າງ​ສອງ​ລັດຖະບານ; ຜັນຂະຫຍາຍປະຕິບັດວຽກ​ງານ​ຮັບປະກັນ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ, ຄວາມເປັນລະບຽບ​ຮຽບຮ້ອຍ​ຄວາມ​ປອດ​ໄພທາງ​ສັງຄົງເຂດ​ຊາຍ​ແດນ​ສອງ​ແຂວງ​ຢ່າງ​ມີ​ປະສິດທິ​ຜົນ.

ເພື່ອສືບຕໍ່ພັດທະນາສາຍພົວພັນມິດຕະພາບແບບພິເສດລະຫວ່າງ 2 ແຂວງໃນໄລຍະຈະມາເຖິງ, ທ່ານເລຂາພັກແຂວງ ຫງວຽນຢວ້ານແອັງ ສະເໜີໃຫ້ສອງຝ່າຍສືບຕໍ່ຮັກສາ ແລະ ເພີ່ມທະວີການຮ່ວມມືຮອບດ້ານ ແລະ ລວງເລິກໃນທຸກຂົງເຂດ, ພິເສດແມ່ນໃນຂົງເຂດທີ່ສອງຝ່າຍມີທ່າແຮງ. ສຸມ​ໃສ່​ຍູ້ແຮງບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານ​ການ​ລົງທຶນ, ຜະລິດ, ດຳ​ເນີນ​ທຸລະ​ກິດ, ການ​ຄ້າ, ການທ່ອງທ່ຽວ, ການຮ່ວມ​ມືວັດທະນະທຳ, ການສຶກສາ, ການແພດ, ການປ້ອງກັນປະເທດ - ປ້ອງກັນຄວາມສະຫງົບ ຕື່ມອີກ.

2 ຝ່າຍຍູ້ແຮງວຽກງານໂຄສະນາເຜີຍແຜ່, ສຶກສາ ເພື່ອໃຫ້ພະນັກງານ, ສະມາຊິກພັກ ແລະ ບັນດາຊັ້ນວັນນະໃນໝູ່ປະຊາຊົນ, ພິເສດແມ່ນລຸ້ນໜຸ່ມໄດ້ຮັບຮູ້ຢ່າງເລິກເຊິ່ງ ແລະ ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ​ສັດ​ຊື່ບໍລິສຸດ, ຄວາມສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ ຫວຽດນາມ-ລາວ ແລະ 2 ແຂວງ ແທັງຮວ່າ ແລະ ແຂວງ ຫົວພັນ.

ຕາງໜ້າການນຳແຂວງ ແທັງຮວ່າ, ທ່ານ ຫງວຽນຢວ້ານແອັງ ເລຂາພັກແຂວງ ໄດ້ສະແດງຄວາມຂອບອົກຂອບໃຈມາຍັງຄະນະພັກແຂວງ, ສະພາປະຊາຊົນ, ຄະນະ​ກຳມະການອຳນາດການປົກຄອງ ແລະ ປະຊາຊົນແຂວງຫົວພັນ ທີ່ໄດ້ມີການຕ້ອນຮັບໃຫ້ຄະນະຜູ້ແທນແຂວງ ແທັງຮວ່າ ຢ່າງອົບອຸ່ນ, ເຄົາລົບນັບຖື, ລອບຄອບ.

ຕາງໜ້າຄະນະພັກແຂວງ, ຄະນະ​ກຳມະການອຳນາດການປົກຄອງ ແລະ ປະຊາຊົນບັນດາຊາວເຜົ່າແຂວງຫົວພັນ, ສະຫາຍ ພອນສຸກ ອິນທະວົງ, ຮອງເຈົ້າແຂວງຫົວພັນ ໄດ້ສະແດງຄວາມຂອບໃຈເຖິງສະຫາຍ ຫງວຽນຢວ້ານແອັງ, ກໍາມະການສູນກາງພັກ, ເລຂາພັກແຂວງ ແທັງຮວ່າ ແລະ ບັນດາສະມາຊິກໃນຄະນະ ໄດ້ໄປຢ້ຽມຢາມ, ເຮັດວຽກ ແລະ ອວຍພອນບຸນປີໃໝ່ປະຈໍາຊາດ ພ້ອມກັບຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງຫົວພັນ.

​ສະຫາຍເນັ້ນ​ໜັກ​ວ່າ ຜ່ານບັນດາ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຂອງ​ການ​ນຳ​ສອງ​ແຂວງ ຈະນັບມື້ນັບຮັດແໜ້ນສາຍພົວພັນຄວາມຮັກແພງ​ມິດຕະພາບ​​ລະຫວ່າງ ​ແທັງ​ຮວ່າ - ຫົວພັນ ຈະຂຽວສົດງົດງາມຕະຫຼອດໄປ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ.

ຄະນະຜູ້ແທນຂັ້ນສູງແຂວງ ແທັງຮ໋ວາ ອວຍພອນບຸນປີໃໝ່ຢູ່ແຂວງ ຫົວພັນ (ສປປ ລາວ)

ທ່ານ​ເລຂາພັກແຂວງ ຫງວຽນຢວ້ານແອັງ ກ່າວ​ຄຳ​ປາໄສ​ທີ່​ການ​ພົບ​ປະ​ກັບ​ພໍ່ແມ່ປະຊາຊົນຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ​ຊາວແຂວງ ແທັງ​ຮວ່າ ຢູ່​ແຂວງ ຫົວພັນ.

ພາຍຫຼັງ​ອວຍພອນ​ປີ​ໃໝ່​ໃຫ້​ຄະນະ​ພັກ, ອຳນາດການປົກຄອງ ​ແລະ ປະຊາຊົນ​ແຂວງ ​ຫົວພັນ, ທ່ານ​ເລຂາພັກແຂວງ ຫງວຽນຢວ້ານແອັງ ​ແລະ ບັນດາສະມາຊິກໃນ​ຄະນະ​ໄດ້​ມີ​ການ​ພົບ​ປະ​ກັບພໍ່ແມ່ປະຊາຊົນຊ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ຊາວແຂວງ ແທັງ​ຮວ່າ ຢູ່​ແຂວງ ຫົວພັນ.

ຄະນະຜູ້ແທນຂັ້ນສູງແຂວງ ແທັງຮ໋ວາ ອວຍພອນບຸນປີໃໝ່ຢູ່ແຂວງ ຫົວພັນ (ສປປ ລາວ)

ທ່ານ​ເລຂາພັກແຂວງ ຫງວຽນຢວ້ານແອັງ ​ແລະ ບັນດາ​ສະມາຊິກ​.oຄະນະ​ໄດ້​ຖ່າຍຮູບ​ທີ່​ລະນຶກ​ກັບ​ພໍ່ແມ່ປະຊາຊົນຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ​ແທງ​ຮວ່າ ຢູ່​ແຂວງ ຫົວພັນ.

ຕາງໜ້າການນຳແຂວງ, ທ່ານເລຂາພັກແຂວງ ໄດ້ຂອບໃຈຢ່າງຈິງໃຈສຳລັບຄວາມຮັກແພງອັນເລິກເຊິ່ງຂອງປະຊາຄົມຊາວ ແທັງຮວ່າ ອາໄສຢູ່ແຂວງ ຫົວພັນ ທີ່ມີຕໍ່ບ້ານເກີດເມືອງນອນ. ສະຫາຍ ເຊື່ອໝັ້ນວ່າ ປະຊາຄົມຊາວ ແທັງຮວ່າ ອາໄສຢູ່ແຂວງ ຫົວພັນ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີຂອງຊາດຫວຽດນາມ ທີ່ຕຸ້ມຫໍ່, ຊ່ວຍເຫຼືອ, ຊຸກຍູ້ເຊິ່ງກັນ ແລະ ກັນ ພ້ອມກັບປະຕິບັດກົດໝາຍຂອງປະເທດປະເທດປະຈຳຖິ່ນໃຫ້ຖືກຕ້ອງ; ຕັ້ງໜ້າຮ່ຳຮຽນ, ອອກແຮງງານ, ພັດທະນາເສດຖະກິດ, ຍົກສູງຊີວິດ; ຮັກສາ​ເອກະລັກ​ວັດທະນະທຳ​ຂອງ​ຊາດ, ມຸ່ງໄປເຖິງ​ບ້ານ​ເກີດ​ເມືອງ​ນອນ ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ລວມຂອງ​ແຂວງ, ​ເຮັດ​ໃຫ້​ສາຍ​ພົວພັນ​ອັນ​ດີງາມ​ລະຫວ່າງ​ຫວຽດນາມ - ລາວ, ​ແທັງ​ຮວ່າ - ຫົວພັນ​ນັບ​ມື້​ນັບພັດທະນາ​ແບບຍືນຍົງ.

ຄະນະຜູ້ແທນຂັ້ນສູງແຂວງ ແທັງຮ໋ວາ ອວຍພອນບຸນປີໃໝ່ຢູ່ແຂວງ ຫົວພັນ (ສປປ ລາວ)

ທ່ານ​ເລຂາພັກແຂວງ ຫງວຽນຢວ້ານແອັງ ແລະ ສະ​ຫາຍ ພອນ​ສຸກ ອິນ​ທະ​ວົງ, ຮອງ​ເຈົ້າ​ແຂວງ ຫົວ​ພັນ ໄດ້​ຖວາຍດອກໄມ້​ຢູ່​ອະນຸສາວະລີປະ​ທານ​ປະ​ເທດ ໄກສອນ ພົມວິຫານ.

​ໃນລາຍການ​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ຫົວພັນ, ສະຫາຍ ​ເລຂາພັກແຂວງ ຫງວຽນຢວ້ານແອັງ ​ແລະ ສະຫາຍ ພອນ​ສຸກ ອິນ​ທະ​ວົງ, ຮອງ​ເຈົ້າ​ແຂວງ ຫົວພັນ ພ້ອມ​ດ້ວຍ​ການ​ນຳ​ສອງ​ແຂວງ ​ໄດ້ມາຖວາຍດອກໄມ້​​ຢູ່​ອະນຸສາວະລີ​ປະທານປະ​ເທດ ​ໄກສອນ ພົມວິຫານ ​ແລະ ອະນຸສາວະລີ​​ນັກຮົບ​ອາສາ​ສະໝັກ ​ແລະ ນັກ​ຊ່ຽວຊານ​ການ​ທະຫານ ຫວຽດນາມ ທີ່​ເສຍສະລະຊີວິດ​ຢູ່ ລາວ.

ການ​ນຳ​ສອງ​ແຂວງ​​ຈະ​ສືບ​ຕໍ່ເພີ່ມພູນຄູນສ້າງ​ນ້ຳ​ໃຈ​ສາມັກຄີ, ມິດຕະພາບ​ລະຫວ່າງ​ສອງ​ພັກ, ສອງ​ລັດ ຫວຽດນາມ - ລາວ, ລະຫວ່າງ​​ຄະນະ​ພັກ, ອຳນາດການປົກຄອງ ​ແລະ ປະຊາຊົນສອງ​ແຂວງ ແທັງ​ຮວ່າ ​- ​ແຂວງ ຫົວພັນ ​ຂຽວສົດງົດງາມຕະຫຼອດໄປ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ.

ຄະນະຜູ້ແທນຂັ້ນສູງແຂວງ ແທັງຮ໋ວາ ອວຍພອນບຸນປີໃໝ່ຢູ່ແຂວງ ຫົວພັນ (ສປປ ລາວ)

ສະຫາຍ ເລຂາພັກແຂວງ ຫງວຽນຢວ້ານແອັງ ແລະ ສະຫາຍ ພອນ​ສຸກ ອິນ​ທະ​ວົງ, ຮອງເຈົ້າແຂວງ ຫົວພັນ ພ້ອມກັບການນຳຂອງ 2 ແຂວງ ໄດ້ຖະຫວາຍດອກໄມ້ ແລະ ທູບທຽນຢູ່ທີມທ້ອນໂຮມຊອກຫາອັດຖິກະດູກທະຫານອາສາສະໝັກ ຫວຽດນາມ (ກອງບັນຊາການທະຫານແຂວງ ແທງຮວ່າ).

ຕາງໜ້າ​ໃຫ້​ຄະນະ​ພັກ, ອຳນາດການປົກຄອງ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ໃນ​ແຂວງ, ທ່ານ ​ເລຂາພັກແຂວງ ຫງວຽນຢວ້ານແອັງ ​ແລະ ບັນດາ​ສະມາຊິກ​ໃນ​ຄະນະ​ໄດ້ສະໝັກໃຈ​ຈະ​ສາມັກຄີ, ເສີມຂະຫຍາຍມູນເຊື້ອ​​ຂອງ​ບ້ານ​ເກີດ​ເມືອງ​ນອນ​ຂອງແຂວງ ​ແທັງ​ຮວ່າ, ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ເພື່ອ​ກໍ່ສ້າງ​ແຂວງ ແທັງ​ຮວ່າ ​ໃຫ້​ນັບ​ມື້​ນັບ​ຮັ່ງມີ​ເຂັ້ມ​ແຂງ ແລະ ສີວິໄລ, ສົມ​ກັບ​ການ​ເສຍສະລະຊີວິດ​ຂອງ​ບັນດາ​ວິລະ​ຊົນ, ນັກຮົບຜູ້້ເສຍສະລະຊີວິດເພື່ອຊາດ.

ຄະນະຜູ້ແທນຂັ້ນສູງແຂວງ ແທັງຮ໋ວາ ອວຍພອນບຸນປີໃໝ່ຢູ່ແຂວງ ຫົວພັນ (ສປປ ລາວ)

ທ່ານ​ເລຂາພັກແຂວງ ຫງວຽນຢວ້ານແອັງ ​ໄດ້​ໂອ້​ລົມ​ກັບ​ພະນັກງານ, ນັກຮົບ​ຂອງ​ທີມທ້ອນໂຮມຊອກຫາອັດຖິກະດູກທະຫານອາສາສະໝັກ ຫວຽດນາມ (ກອງບັນຊາການທະຫານແຂວງ ແທງຮວ່າ).

ຄະນະຜູ້ແທນຂັ້ນສູງແຂວງ ແທັງຮ໋ວາ ອວຍພອນບຸນປີໃໝ່ຢູ່ແຂວງ ຫົວພັນ (ສປປ ລາວ)

ທ່ານ​ເລຂາພັກແຂວງ ຫງວຽນຢວ້ານແອັງ ​ໄດ້​ໄປ​ຢ້ຽມຢາມ​ກອງ​ບັນຊາ​ການ​ທະຫານ​ແຂວງ ຫົວພັນ ​ເພື່ອ​ອວຍພອນ​ບຸນປີ​ໃໝ່​ປະຈຳ​ຊາດ.

ຕໍ່​ໄປ, ທ່ານ​ເລຂາພັກແຂວງ ຫງວຽນຢວ້ານແອັງ ​ແລະ ບັນດາສະມາຊິກໃນ​ຄະນະ​ໄດ້​ມີ​ການ​ໂອ້​ລົມ​ກັບ​ພະນັກງານ, ນັກຮົບ​ຂອງທີມທ້ອນໂຮມຊອກຫາອັດຖິກະດູກທະຫານອາສາສະໝັກ ຫວຽດນາມ (ກອງບັນຊາການທະຫານແຂວງ ແທັງຮວ່າ); ເພື່ອເໄປອວຍພອນບຸນປີໃໝ່ປະຈຳຊາດໃຫ້ແກ່ພະນັກງານ-ນັກຮົບກອງບັນຊາການທະຫານແຂວງ ຫົວພັນ.

ຄະນະຜູ້ແທນຂັ້ນສູງແຂວງ ແທັງຮ໋ວາ ອວຍພອນບຸນປີໃໝ່ຢູ່ແຂວງ ຫົວພັນ (ສປປ ລາວ)

ທ່ານ​ເລຂາພັກແຂວງ ຫງວຽນຢວ້ານແອັງ ແລະ ​ບັນ​ດາ​ສະມາຊິກໃນຄະ​ນະ​​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ຜູກ​ແຂນ.

ຄະນະຜູ້ແທນຂັ້ນສູງແຂວງ ແທັງຮ໋ວາ ອວຍພອນບຸນປີໃໝ່ຢູ່ແຂວງ ຫົວພັນ (ສປປ ລາວ)

ທ່ານເລຂາພັກແຂວງ ຫງວຽນຢວ້ານແອັງ ແລະ ບັນດາສະມາຊິກໃນຄະນະໄດ້ໄປຢ້ຽມຢາມໂຄງການກໍ່ສ້າງສຳນັກງານຄະນະກຳມະການອຳນາດການປົກຄອງເມືອງ ວຽງໄຊ.

ຄະນະຜູ້ແທນຂັ້ນສູງແຂວງ ແທັງຮ໋ວາ ອວຍພອນບຸນປີໃໝ່ຢູ່ແຂວງ ຫົວພັນ (ສປປ ລາວ)

ທ່ານເລຂາພັກແຂວງ ຫງວຽນຢວ້ານແອັງ ແລະ ບັນດາສະມາຊິກໃນຄະນະໄດ້ໄປຢ້ຽມຢາມກໍ່ສ້າງສຳນັກງານຄະນະກຳມະການອຳນາດການປົກຄອງເມືອງ ຊຳເໜືອ.

ຄະນະຜູ້ແທນຂັ້ນສູງແຂວງ ແທັງຮ໋ວາ ອວຍພອນບຸນປີໃໝ່ຢູ່ແຂວງ ຫົວພັນ (ສປປ ລາວ)

ທ່ານເລຂາພັກແຂວງ ຫງວຽນຢວ້ານແອັງ ແລະ ບັນດາສະມາຊິກໃນຄະນະໄດ້ໄປຢ້ຽມຢາມສວນສາທາລະນະມິດຕະພາບ ແທັງຮວ່າ - ຫົວພັນ.

ຄະນະຜູ້ແທນຂັ້ນສູງແຂວງ ແທັງຮ໋ວາ ອວຍພອນບຸນປີໃໝ່ຢູ່ແຂວງ ຫົວພັນ (ສປປ ລາວ)

ທ່ານເລຂາພັກແຂວງ ຫງວຽນຢວ້ານແອັງ ແລະ ບັນດາສະມາຊິກໃນຄະນະໄດ້ໄປຢ້ຽມຢາມໂຮງໝໍມິດຕະພາບຫວຽດນາມ - ລາວ ແຂວງ ຫົວພັນ ໂດຍລັດຖະບານຫວຽດນາມ ໄດ້ອຸປະຖຳໃຫ້ປະເທດລາວ.

ເນື່ອງໃນໂອກາດນີ້, ທ່ານເລຂາພັກແຂວງ ຫງວຽນຢວ້ານແອັງ ແລະ ບັນດາສະມາຊິກໃນຄະນະໄດ້ເຂົ້າຮ່ວມພິທີຜູກແຂນ - ຄວາມງາມດ້ານວັດທະນະທຳມູນເຊື້ອຂອງປະຊາຊົນຊາວບັນດາເຜົ່າລາວ; ໄດ້ໄປຢ້ຽມຢາມກິດຈະການ, ໂຄງການທີ່ແຂວງ ແທັງຮວ່າ ໃຫ້ການໜູນຊ່ວຍ ແຂວງຫົວພັນ, ລວມມີ: ໂຄງການກໍ່ສ້າງສຳນັກງານຄະນະກຳມະການອຳນາດການປົກຄອງເມືອງ ວຽງໄຊ, ກໍ່ສ້າງສຳນັກງານຄະນະກຳມະການອຳນາດການປົກຄອງເມືອງ ຊຳເໜືອ, ສວນສາທາລະນະມິດຕະພາບ ແທັງຮວ່າ - ຫົວພັນ.

ຄະນະຜູ້ແທນຂັ້ນສູງແຂວງ ແທັງຮ໋ວາ ອວຍພອນບຸນປີໃໝ່ຢູ່ແຂວງ ຫົວພັນ (ສປປ ລາວ)

ທ່ານ​ເລຂາພັກແຂວງ ຫງວຽນຢວ້ານແອັງ ​ໄດ້​ອຳລາສະ​ຫາຍ ພອນ​ສຸກ ອິນ​ທະ​ວົງ, ຮອງ​ເຈົ້າ​ແຂວງ​ຫົວພັນ ເພື່ອອອກ​ເດີນທາງ​ໄປ​ແຂວງ ແທັງ​ຮວ່າ.

ດ້ວຍ​ຄວາມ​ຮັກ​ແພງ ​ແລະ ບົນ​ຈິດ​ໃຈ​ມິດຕະພາບ, ພາຍຫຼັງ 2 ວັນ​ໄດ້​ຢ້ຽມຢາມ ​ແລະ ອວຍພອນ​ປີ​ໃໝ່​ຢູ່​ແຂວງ ​ຫົວພັນ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ແຂວງ ແທັງ​ຮວ່າ ​ໄດ້ອຳລາ, ຂອບ​ໃຈ​ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ ​ແລະ ​ຈິງໃຈ​ຂອງການ​ນຳ​ແຂວງ​ ຫົວພັນ ເພື່ອອອກ​ເດີນທາງ​ໄປ​ແຂວງ ແທັງ​ຮວ່າ, ສິ້ນ​ສຸດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ ຫົວພັນ​ ຢ່າງ​ຈົບງາມ.

ຫາຍເຢືອງ ແລະ ແທັງຮ໋ວາ ສະແດງຄວາມຮູ້ບຸນຄຸນຕໍ່ການເສຍສະຫຼະຂອງບັນດາກອງທັບອາສາສະໝັກ ຫວຽດນາມ ຢູ່ລາວ

ຫາຍເຢືອງ ແລະ ແທັງຮ໋ວາ ສະແດງຄວາມຮູ້ບຸນຄຸນຕໍ່ການເສຍສະຫຼະຂອງບັນດາກອງທັບອາສາສະໝັກ ຫວຽດນາມ ຢູ່ລາວ

ຍສໝ - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 75 ປີ​ແຫ່ງ​ວັນ​ມູນ​ເຊື້ອທະຫານ​ອາສາ​ສະໝັກ ​ແລະ ນັກ​ຊ່ຽວຊານ​ການ​ທະຫານ ​ຫວຽດນາມ ​ຊ່ວຍການ​ປະຕິວັດ​ລາວ, ຫາຍ​ເຢືອງ ​ແລະ ​ແທັງ​ຮ໋ວາ ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ທົບທວນ​ຄືນມູນ​ເຊື້ອ​ທີ່ຢູ່ຄຽງ​ບ່າຄຽງໄຫຼ່​ຊາວ ​ລາວ​ ໃນ​ການ​ຕໍ່ສູ້​ປົກ​ປັກ​ຮັກສາ​ເອກະລາດ.

ເລຂາຄະນະພັກແຂວງ ແທັງຮວ໋າ ຕ້ອນຮັບຄະນະຜູ້ແທນສະພາປະຊາຊົນແຂວງ ຫົວພັນ - ລາວ

ເລຂາຄະນະພັກແຂວງ ແທັງຮວ໋າ ຕ້ອນຮັບຄະນະຜູ້ແທນສະພາປະຊາຊົນແຂວງ ຫົວພັນ - ລາວ

ຍສໝ - ຕອນ​ບ່າຍ​ວັນ​ທີ 29 ພຶດສະພາ, ຢູ່​ທີ່​ໂຮງ​ແຮມ ​ຈຳ​ປາ, ​ເມືອງ ເຊິມເຊີນ, ສະ​ຫາຍ ໂດ໊ຈ່ອງຮຶງ, ກຳມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ​ແຂວງ, ປະທານ​ສະພາ​ປະຊາຊົນ​ແຂວງ ແທງຮວ໋າ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະປະຕິບັດງານ​​ຂອງ​ສະພາ​ປະຊາຊົນ​ແຂວງ​ ຫົວ​ພັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ນຳໂດຍ ສະຫາຍ ຄອນປະພັນ ເລືອງສີຈັນທອງ, ...

ແທັງຮັ່ງ