ບັນດາ​ຜະລິດ​ຕະພັນ​ກະ​ເສດ​ຂອງ​ຫວຽດນາມ ​ເພີ່ມຄວາມໄວການສົ່ງ​ອອກ​ໃນ​ໄລຍະ​ທີ່ ອາ​ເມ​ລິ​ກາ ຢຸດ​ຕິການ​ເກັບ​ພາສີ​​ຊົ່ວຄາວ

22:11 | 22/04/2025

ຍສໝ - ​ເລື່ອງ​ອາ​ເມ​ລິ​ກາ​ຢຸດຕິ​ການ​ເກັບ​ພາສີ 46% ​ເປັນ​ເວລາ 90 ວັນ ​ເປີດ​ກາລະ​ໂອກາດ​ໃຫ້​ຫວຽດນາມ ​ເພີ່ມ​ທະວີ​ການ​ເຈລະຈາ ​ແລະ ​ເລັ່ງລັດ​ການ​ສົ່ງ​ອອກ​ກະສິກຳ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​ສະພາບ​ການ​ຕະຫຼາດ​ທີ່​ຜັນ​ແປ​ໄປ, ອັດຕາ​ພາສີ​ຈາກ ອາ​ເມ​ລິ​ກາ ຮຽກຮ້ອງ​ໃຫ້​ມີ​ບັນດາ​ມາດ​ຕະການ​ແກ້​ໄຂ​ຢ່າງ​ກົງ​ໄປ​ກົງ​ມາ​ຈາກ​ບັນດາ​ອົງການ​ຄຸ້ມ​ຄອງ ​ແລະ ປະຊາ​ຄົມ​ວິ​ສາ​ຫະກິດ ​ເພື່ອ​ຮັບປະກັນ​ການ​ເຕີບ​ໂຕ​ການ​ສົ່ງ​ອອກ​ແບບ​ຍືນ​ຍົງ.

ຈິດໃຈຮ່ວມ​ມື, ຮັກ​ສາ​ສັນ​ຕິ​ພາບ ແມ່ນ​ຊັບ​ສິນ​ອັນ​ລ້ຳ​ຄ່າ​ຂອງ​ຊາວ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ
ອາ​ຊຽນ ແລະ ບົດເລກໂຈດພາ​ສີ ອາ​ເມ​ລິ​ກາ: ການ​ຕອບ​ສະ​ໜອງ​ທີ່​ຄ່ອງ​ຕົວ​ໃນ​ສະ​ພາບ​ການ​ໂລກ
ບັນດາ​ຜະລິດ​ຕະພັນ​ກະ​ເສດ​ຂອງ​ຫວຽດນາມ ​ເພີ່ມຄວາມໄວການສົ່ງ​ອອກ​ໃນ​ໄລຍະ​ທີ່ ອາ​ເມ​ລິ​ກາ ຢຸດ​ຕິການ​ເກັບ​ພາສີ​​ຊົ່ວຄາວ

ການຫຸ້ມຫໍ່ໝາກກ້ຽງໃຫຍ່ເພື່ອສົ່ງອອກຢູ່ໂຮງງານຂອງ ບໍລິສັດ ຂາເຂົ້າ-ຂາອອກໝາກຂາມ. (ພາບ: ໜັງສືພິມ ການລົງທຶນ)

ສາມສະພາບການ​ການ​ສົ່ງ​ຜົນ​ກະ​ທົບ​ຕໍ່​ການ​ເຕີບ​ໂຕ​ກະ​ສິ​ກຳ​ຂອງ​ຫວຽດ​ນາມ

ຕາມຂ່າວສານຫວຽດນາມແລ້ວ, ສະຖາບັນຍຸດທະສາດ, ນະໂຍບາຍກະສິກຳ ແລະ ສິ່ງແວດລ້ອມ (ກະຊວງກະສິກຳ ແລະ ສິ່ງແວດລ້ອມ) ຫາກໍ່ຄາດຄະເນ 3 ສະພາບການ ແລະ ມາດຕະການແກ້ໄຂທີ່ຈຳເປັນເພື່ອຕອບສະໜອງນະໂຍບາຍພາສີອາກອນຂອງ ອາເມລິກາ.

ສະພາບການທີ 1: ຖ້າອັດຕາພາສີຍັງຄົງຢູ່ໃນລະດັບ 10% ຕະຫຼອດປີ 2025 ແລະ ຖືກນຳໃຊ້ຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດ, ການສົ່ງອອກ ແລະ ເປົ້າໝາຍການເຕີບໂຕຂອງຂະແໜງກະສິກຳຈະໄດ້ຮັບຜົນກະທົບຢ່າງໜັກໜ່ວງ.

ສະພາບການທີ 2: ຖ້າ​ຫາກ​ພາຍຫຼັງ​ໄລຍະ​ເລື່ອນ​ເວລາ​ພາສີ, 2 ປະ​ເທດ​ເຈລະຈາ​ສັນຍາ​ກ່ຽວ​ກັບ​ອັດຕາ​ພາສີ 20%, ຄາດ​ວ່າ ການ​ສົ່ງ​ອອກ​ວົງເງິນຈະ​ຫຼຸດ​ລົງ​ປະມານ 20% ​ໃນ 6 ​ເດືອນ​ທ້າຍ​ປີ. ດ້ວຍການຫຼຸດລົງດັ່ງກ່າວ, ການຂະຫຍາຍຕົວຂອງຂະແໜງກະສິກຳ, ປ່າໄມ້ ແລະ ການປະມົງ ໃນປີ 2025 ອາດຈະຫຼຸດລົງ 0,15-2 %, ມາເປັນ 3,8-3,85%.

ສະພາບການທີ 3: ຖ້າອາເມລິກາ ສືບຕໍ່ເກັບພາສີ 46% ຕໍ່ສິນຄ້ານໍາເຂົ້າຈາກຫວຽດນາມ ພາຍຫຼັງໄລຍະຜ່ອນຜັນພາສີ, ການສົ່ງອອກໃນ 6 ເດືອນທ້າຍປີ 2025 ຄາດວ່າຈະຫຼຸດລົງ 40%. ການຂະຫຍາຍຕົວຂອງຂະແໜງກະສິກຳ, ປ່າໄມ້ ແລະ ການປະມົງ ໃນປີ 2025 ອາດຈະຫຼຸດລົງ 0,3-0,4 %, ມາເປັນ 3,6-3,8%.

ຕາມສະຖາບັນຍຸດທະສາດ, ນະໂຍບາຍກະສິກຳ ແລະ ສິ່ງແວດລ້ອມແລ້ວ, ເພື່ອຫຼຸດຜ່ອນຜົນກະທົບຈາກອັດຕາພາສີຈາກອາເມລິກາ, ຕ້ອງເພີ່ມທະວີການປຶກສາຫາລືເພື່ອໃຫ້ 2 ປະເທດສາມາດຫຼຸດຜ່ອນອັດຕາພາສີນຳເຂົ້າສິນຄ້າຂອງແຕ່ລະປະເທດ ຫຼື ຊອກຫາກົນໄກຍົກເວັ້ນພາສີສຳລັບບັນດາຜະລິດຕະພັນກະສິກຳຍຸດທະສາດ. ພ້ອມ​ກັນ​ນັ້ນ, ຕ້ອງ​ປະ​ຕິ​ບັດ​ມາດ​ຕະ​ການ​ຮັບ​ປະ​ກັນ​ຄວາມ​ໂປ່​ງ​ໃສ​ຂອງ​ການ​ກຳ​ເນີດ​ສິນ​ຄ້າ.

ນອກຈາກນັ້ນ, ມາດຕະການສະຫນັບສະຫນູນອັນຮີບດ່ວນແມ່ນຈໍາເປັນສໍາລັບຜະລິດຕະພັນທີ່ສໍາຄັນທີ່ຈະໄດ້ຮັບຜົນກະທົບຢ່າງຫຼວງຫຼາຍເມື່ອ ອາເມລິກາ ໝູນໃຊ້ໃຊ້ອັດຕາພາສີໃຫມ່. ມາດ​ຕະການ​ສະໜັບສະໜູນ​ເຫຼົ່າ​ນີ້​ອາດ​ຈະ​ເປັນ​ການ​ຊົ່ວຄາວ ​ແຕ່​ຕ້ອງ​ໄວ ​ແລະ ​ເຂັ້ມ​ແຂງ​ພໍ​ທີ່​ວິ​ສາ​ຫະກິດ ​ແລະ ປະຊາຊົນ​ສາມາດ​ປັບ​ຕົວ​ເຂົ້າ​ກັບ​ສະພາບ​ການ​ໃໝ່​ໄດ້​ທັນ​ທີ.

ບາງການຊ່ວຍເຫຼືອທັນທີລວມມີ: ການຫຼຸດຜ່ອນພາສີນໍາເຂົ້າວັດສະດຸນໍາເຂົ້າ, ການເລື່ອນເວລາການຊໍາລະອາກອນມູນຄ່າເພີ່ມ, ອາກອນລາຍໄດ້ຂອງບໍລິສັດ, ພາສີລາຍໄດ້ສ່ວນບຸກຄົນຂອງຄົວເຮືອນການຜະລິດ, ທຸລະກິດກະສິກຳ, ປ່າໄມ້ ແລະ ການປະມົງ ແລະ ການສະໜັບສະໜູນອັດຕາດອກເບ້ຍສິນເຊື່ອໃຫ້ແກ່ວິສາຫະກິດ ແລະ ບຸກຄົນທີ່ໄດ້ຮັບຜົນກະທົບ.

ຄຽງ​ຄູ່​ກັນ​ນັ້ນ, ຕ້ອງ​ສືບ​ຕໍ່​ຍົກ​ສູງ​ສະມັດ​ຕະພາບ, ຄຸນ​ນະພາ​ບ ​ແລະ ຫຼຸດຜ່ອນ​ຕົ້ນ​ທຶນ​ຜະລິດ​ຕະພັນ, ຕົ້ນຕໍ​ແມ່ນ​ຜ່ານ​ການ​ຄົ້ນຄວ້າ ​ແລະ ນຳ​ໃຊ້​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ ​ເພື່ອ​ເພີ່ມ​ທະວີ​ການ​ແຂ່ງຂັນ​ກະສິກຳ, ປ່າ​ໄມ້ ​ແລະ ການ​ປະມົງ ຫວຽດນາມ ບົນ​ຈິດ​ໃຈ​ມະຕິ 57-NQ/TW ລົງ​ວັນ​ທີ 22 ທັນວາ 2024 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການບຸກທະລຸດ້ານວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ, ນະ​ວັດ​ຕະ​ກໍາ​ແລະ​ການ​ຫັນ​ເປັນ​ດິ​ຈິ​ຕອນ​ແຫ່ງ​ຊາດ.

ນອກຈາກນັ້ນ, ຄວາມຫຼາກຫຼາຍຂອງຕະຫຼາດແມ່ນມີຄວາມຈໍາເປັນ. ນອກຈາກຕະຫຼາດດັ້ງເດີມເຊັ່ນ: ຈີນ ແລະ ບັນດາປະເທດອາຊີຕາເວັນອອກ, ອາຊຽນ, ອາເມລິກາ ແລະ EU, ຕ້ອງເປີດກວ້າງ ແລະ ຂຸດຄົ້ນຢ່າງເລິກເຊິ່ງບັນດາຕະຫຼາດທີ່ມີທ່າແຮງໃນກຸ່ມ BRIC (ລວມທັງ ບຣາຊິນ, ລັດເຊຍ ແລະ ອິນເດຍ), ຕະຫຼາດອາເມລິກາລາຕິນ ແລະ ອາຟຣິກາ ແລະ ຕະຫຼາດ Halal.

ວິສາຫະກິດເລັ່ງການສົ່ງອອກໃນໄລຍະການເລື່ອນພາສີ

ໃນ​ໄລຍະ​ເລື່ອນ​ເວລາ​ພາສີ​ອາ​ເມ​ລິ​ກາ​ເປັນ​ເວລາ 90 ວັນ, ມີ​ຫຼາຍ​ວິ​ສາ​ຫະກິດ​ໄດ້​ດັດ​ແປງ​ຍຸດ​ທະ​ສາດ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ຕັ້ງໜ້າ​ເພື່ອ​ສວຍ​ໂອກາດ​ສົ່ງ​ອອກ​ສິນຄ້າ​ໄປ​ຍັງ​ອາ​ເມ​ລິ​ກາ. ຕາມໜັງສືພິມ Tuoi Tre ແລ້ວ, ມີຫຼາຍວິສາຫະກິດສົ່ງອອກຜັກ, ໝາກໄມ້, ໝາກມ່ວງຫິມະພານ ໄດ້ສົມທົບກັບບັນດາຄູ່ຮ່ວມມືເພີ່ມທະວີປະລິມານການສົ່ງອອກ, ຫຼຸດຜ່ອນຄວາມສ່ຽງຕໍ່ສາງ, ຫຼີກລ້ຽງການເກັບພາສີສູງ ຖ້າການເຈລະຈາບໍ່ປະສົບຜົນສຳເລັດ.

ຜູ້ຕາງໜ້ານັກທຸລະກິດກ່າວວ່າ: ປະລິມານໝາກມ່ວງຫິມະພານທີ່ສົ່ງອອກໄປອາເມລິກາຕັ້ງແຕ່ຕົ້ນເດືອນເມສາໄດ້ເພີ່ມຂຶ້ນປະມານ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແລະ ສາມາດຮັກສາຈັງຫວະການເຕີບໂຕນີ້ໄດ້ຈົນເຖິງກາງເດືອນກໍລະກົດ (ເວລາການຢຸດຕິການເສຍພາສີ 90 ວັນ).

ຢ່າງໃດກໍ່ຕາມ, ສະມາຄົມອຸດສາຫະກໍາເຊື່ອວ່າ ນອກເຫນືອຈາກການແຂ່ງຂັນໃນໄລຍະສັ້ນ, ສິ່ງທີ່ສໍາຄັນກວ່ານັ້ນແມ່ນຍຸດທະສາດໄລຍະຍາວສໍາລັບການເພິ່ງພາຕົນເອງ. ທ່ານ ເຈີ່ນວັນຮ້ຽບ, ຮອງປະທານສະມາຄົມໝາກມ່ວງຫິມະພານ ຫວຽດນາມ ໃຫ້ຮູ້ວ່າ ລັດພວມເຈລະຈາເພື່ອຫຼຸດຜ່ອນພາສີໃຫ້ແກ່ບັນດາຜະລິດຕະພັນກະເສດຫຼາຍດ້ານ, ແຕ່ບັນດາວິສາຫະກິດກໍ່ຕ້ອງປັບປຸງຕົນເອງ.

"ສະມາຄົມ​ ພວມໜູມຊ່ວຍວິ​ສາ​ຫະກິດ​ຊອກ​ຫາ​ຕະຫຼາດ​ອື່ນ, ​ໂດຍ​ສະ​ເພາະ​ແມ່ນ​ຢູ່ ​ອົດ​ສະ​ຕາ​ລີ ເພື່ອຊຸກຍູ້​ການ​ສົ່ງ​ອອກ. ບັນດາຕະຫຼາດ​ທີ່​ມີ​ທ່າ​ແຮງ​ເຊັ່ນ​ຍີ່​ປຸ່ນ ​ແລະ​ ເອີ​ລົບ... ຍັງ​ຈະ​ເອົາ​ໃຈ​ໃສ່​ການ​ຂຸດ​ຄົ້ນ. ຕະຫຼາດ​ຈີນ ​ທີ່​ບໍລິ​ໂພ​ກໝາກ​ມ່ວງ​ຫິມະ​ພານ​ເປັນ​ຕົ້ນຕໍ​ຈະ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ວິ​ສາ​ຫະກິດ​ໃນ​ໄລຍະ​ຈະ​ມາ​ເຖິງ", ທ່ານ ຮ້ຽວ ກ່າວ.

ທ່ານຍັງໄດ້ສັງເກດເຫັນວ່າ ການຫຼາກຫຼາຍຕະຫຼາດຫມາຍຄວາມວ່າ ວິສາຫະກິດຕ້ອງມີຄວາມຫຼາກຫຼາຍຂອງຜະລິດຕະພັນເພື່ອໃຫ້ເຫມາະສົມກັບຄວາມຕ້ອງການສະເພາະຂອງແຕ່ລະຕະຫຼາດ. ປະຈຸ​ບັນ, ຜະລິດ​ຕະພັນ​ປຸງ​ແຕ່ງ​ຢ່າງ​ເລິກ​ເຊິ່ງຂອງ​ອຸດສາຫະກຳ​ໝາກມ່ວງ​ຫິມະພານ​ກວມ​ເອົາ​ບໍ່​ຮອດ 10% ຍອດ​ມູນ​ຄ່າ​ວົງເງີນ​ການ​ສົ່ງ​ອອກ ​ແລະ ມີ​ຫຼາຍ​ວິ​ສາ​ຫະກິດ​ນຳ​ເຂົ້າ​ບັນດາ​ກົນ​ຈັກ​ເພື່ອ​ຊຸກຍູ້​ການ​ຜະລິດ.

ທ່ານ ຫງວຽນ​ແທ່ງ​ບິ່ງ, ປະທານ​ສະມາຄົມ​ຜັກ ​ແລະ ໝາກ​ໄມ້ ຫວຽດນາມ ​ໃຫ້​ຮູ້​ວ່າ ນອກຈາກ​ການ​ເປີດ​ກວ້າງ​ຕະຫຼາດ​ແລ້ວ, ​ແຕ່​ລະ​ວິ​ສາ​ຫະກິດ​ຕ້ອງ​ມີ​ວິທີ​ແກ້​ໄຂ​ດ້ວຍ​ຕົນ​ເອງ. “ພວກ​ຂາ້ພະເຈົ້າ​ຈະ​ສະ​ເໜີ​ໃຫ້​ລັດ​ສະໜັບສະໜູນ​ການ​ສົ່ງເສີມຕະຫຼາດ​ໃໝ່, ສະໜັບສະໜູນ​ພາສີ, ອັດຕາ​ດອກ​ເບ້ຍ​ທະນາຄານ ​ແລະ ຂະຫຍາຍ​ເງື່ອນ​ໄຂ​ກູ້​ຢືມ... ​ເພື່ອ​ຊ່ວຍ​ໃຫ້​ວິ​ສາ​ຫະກິດ​ຮັບ​ມື​ກັບ​ບັນຫາ​ຜົນ​ຜະ​ລິດ", ທ່ານກ່າວ.

ເຖິງວ່າ ປະເຊີນໜ້າກັບສິ່ງທ້າທາຍດ້ານພາສີ ແລະ ຕະຫຼາດ, ຂະແໜງກະສິກຳຂອງຫວຽດນາມ ກ້າວເຂົ້າສູ່ໄລຍະເລີ່ມຕົ້ນໃນແງ່ດີໃນປີ 2025. ຕາມສຳນັກງານສະຖິຕິທົ່ວໄປ (ກະຊວງການເງິນ), ໃນໄຕມາດທີ 1 ປີ 2025, ການເຕີບໂຕຂອງຂະແໜງກະສິກຳ, ປ່າໄມ້ ແລະ ການປະມົງບັນລຸໄດ້ 3,74%, ລະດັບເຕີບໂຕສູງສຸດໃນໄຕມາດທີ 1 ຂອງ 4 ປີຜ່ານມາ. ວົງ​ເງິນ​ສົ່ງ​ອອກ​ກະສິກຳ, ປ່າ​ໄມ້ ​ແລະ ຜະລິດ​ຕະພັນ​ປະມົງ​ໃນ​ໄຕ​ມາດ​ທີ 1 ປີ 2025 ຂອງ​ທົ່ວ​ປະ​ເທດ​ແມ່ນ 15,72 ຕື້ USD, ​ເພີ່ມ​ຂຶ້ນ 13,1% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2024.

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​​ຕ້ອນຮັບ​ຍາດຕິ​ພີ່ນ້ອງ​ຂອງ​ອະດີດ​ນັກ​ບິນ ອາ​ເມ​ລິ​ກາ

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​​ຕ້ອນຮັບ​ຍາດຕິ​ພີ່ນ້ອງ​ຂອງ​ອະດີດ​ນັກ​ບິນ ອາ​ເມ​ລິ​ກາ

ຍສໝ​ - ຕອນ​ເຊົ້າ​ວັນ​ທີ 8 ເມສາ, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ປະ​ທານ​ສະ​ຫະ​ພັນ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມ ດົງຮຸຍເກື່ອງ ໄດ້​ຕ້ອນ​ຮັບ​ທ່ານ Steven Charles Morrissey ແລະ ທ່ານ​ນາງ Joyceleane Claire Morrissey, ພີ່​ນ້ອງ​ຂອງ​ອະ​ດີດ​ນັກ​ບິນ ອາ​ເມ​ລິ​ກາ ທີ່​ຫາຍ​ສາບ​ສູນ​ຢູ່​ຫວຽດ​ນາມ.

ມາ​ເລ​ເຊຍ ​ແລະ ຫຼາຍ​ປະ​ເທດ​ ຕີລາຄາສູງທ່ານ​ເລຂາທິການ​ໃຫຍ່ ໂຕເລີມ ໂທລະສັບ​ກັບ​ປະທານາທິບໍດີ ອາ​ເມ​ລິ​ກາ, ສະໜັບສະໜູນ​ວິ​ທີເຂົ້າເຖິງ​ຂອງ​ຫວຽດນາມ

ມາ​ເລ​ເຊຍ ​ແລະ ຫຼາຍ​ປະ​ເທດ​ ຕີລາຄາສູງທ່ານ​ເລຂາທິການ​ໃຫຍ່ ໂຕເລີມ ໂທລະສັບ​ກັບ​ປະທານາທິບໍດີ ອາ​ເມ​ລິ​ກາ, ສະໜັບສະໜູນ​ວິ​ທີເຂົ້າເຖິງ​ຂອງ​ຫວຽດນາມ

Chiều 6/4, theo đề nghị của phía Malaysia, Thủ tướng Phạm Minh Chính đã có cuộc điện đàm với Thủ tướng Malaysia Anwar Ibrahim để ...

ມີງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ
ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ
ອ່ານຫຼາຍທີ່ສຸດ
ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ