![]() | ໂປໂລຍ ສະໜັບສະໜູນການເພີ່ມທະວີການຮ່ວມມືລະຫວ່າງ EU - ຫວຽດນາມ ກ່ຽວກັບການພັດທະນາການປະມົງແບບຍືນຍົງ |
![]() | EU ໂຍະຍານຂໍ້ກຳນົດຫຼັກອະນາໄມດ້ານສະບຽງອາຫານສຳລັບໝີ່ສຳເລັດຮູບຂອງ ຫວຽດນາມ |
ສະເພາະ, ທ່ານເອກອັກຄະລັດຖະທູດ ຫງວຽນວັນຖາວ ເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຂອງປະຊາຄົມປະມານ 1 ລ້ານຄົນຊາວຫວຽດນາມ ອາໄສຢູ່ເອີລົບ ພ້ອມກັບການປະກົດຕົວຂອງສະມາຄົມຄະນະ, ວິສາຫະກິດ, ອົງການວັດທະນະທຳ. ຕາມທ່ານເອກອັກຄະລັດຖະທູດ, ນີ້ແມ່ນແຫຼ່ງກຳລັງອັນລ້ຳຄ່າໃນການເຜີຍແຜ່ບັນດາຄຸນຄ່າວັດທະນະທຳຫວຽດນາມ ພ້ອມກັນນັ້ນກໍ່ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການພົວພັນ 2 ຝ່າຍ ແລະ ຫຼາຍຝ່າຍກັບບັນດາປະເທດເອີລົບ.
![]() |
ທ່ານຮອງລັດຖະມົນຕີຜູ້ປະຈຳການ ເລຫາຍບິ່ງ (ເບື້ອງຂວາ) ເຮັດວຽກກັບທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາຊະອານາຈັກ ແບນຊິກ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳ ສະຫະພາບເອີລົບ (EU) ຫງວຽນວັນຖາວ. (ຮູບ: ປະຕູຂໍ້ມູນເອເລັກໂຕຼນິກ ຂອງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ) |
ທີ່ການເຮັດວຽກ, ທ່ານເອກອັກຄະລັດຖະທູດ ກໍ່ຍັງໄດ້ແຈ້ງໃຫ້ຊາບກ່ຽວກັບໂຄງການຈັດຕັ້ງກອງປະຊຸມ “ເສີມຂະຫຍາຍແຫຼ່ງກຳລັງຂອງປະຊາຄົມຊາວຫວຽດນາມ ເພື່ອຊຸກຍູ້ການພົວພັນຫວຽດນາມ - EU”, ໂດຍສະຖານທູດຫວຽດນາມ ປະຈຳ ແບນຊິກ ເປັນປະທານ. ກອງປະຊຸມຄາດວ່າຈະດຳເນີນແຕ່ວັນທີ 6 – 8 ມິຖຸນາ 2025 ຢູ່ນະຄອນ Brussels (ລາຊະອານາຈັກ ແບນຊິກ) ດ້ວຍການເຂົ້າຮ່ວມຂອງປະມານ 500 ຜູ້ແທນ, ລວມມີຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດພາຍໃນປະເທດ ແລະ ບັນດາສະມາຄົມຄະນະຊາວຫວຽດນາມ ຢູ່ ແບນຊິກ.
ກອງປະຊຸມຈະສຸມໃສ່ປຶກສາຫາລືບັນດາເນື້ອໃນທີ່ກ່ຽວຂ້ອງຂອງ 3 ຂົງເຂດ: ການຄ້າການລົງທຶນ; ວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກໍາ; ວັດທະນະທຳ ແລະ ການທ່ອງທ່ຽວ. ນີ້ແມ່ນຄວາມມານະພະຍາຍາມທີ່ແທດຈິງເພື່ອສ້າງຂົວເຊື່ອມຕໍ່ທາງການຄ້າ, ຊຸກຍູ້ການຮ່ວມມືລະຫວ່າງບັນດາຂະແໜງການ, ພາກພື້ນລະຫວ່າງ ຫວຽດນາມ ແລະ ບັນດາຄູ່ຮ່ວມມື EU ຜ່ານຊ່ອງທາງປະຊາຄົມ. ຜ່ານນັ້ນ ກໍ່ປະກອບສ່ວນສ້າງຂອບເຂດການຮ່ວມມືແບບຍືນຍົງໃນບັນດາຂົງເຂດວັດທະນະທຳ, ການທ່ອງທ່ຽວ.
![]() |
ພື້ນທີ່ວັດທະນະທຳຫວຽດນາມ ຢູ່ຫໍສະໝຸດ ແບນຊິກ. (ຮູບ: ສະມາຄົມໃຫຍ່ຊາວຫວຽດນາມ ຢູ່ ແບນຊິກ) |
ທ່ານຮອງລັດຖະມົນຕີກະຊວງຜູ້ປະຈຳການຕ່າງປະເທດ ເລຫາຍບິ່ງ ໄດ້ຕີລາຄາສູງຂໍ້ລິເລີ່ມຈັດຕັ້ງກອງປະຊຸມ, ພ້ອມກັນນັ້ນ ໃຫ້ຮູ້ວ່າ ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ພ້ອມແລ້ວທີ່ຈະສົມທົບກັນຢ່າງແໜ້ນແຟ້ນ, ໜູນຊ່ວຍດ້ານວິຊາຊີບ ກໍ່ຄືສະໜອງບັນດາຜະລິດຕະພັນວັດທະນະທຳ - ສິລະປະທີ່ເປັນເອກະລັກພິເສດ, ປະກອບສ່ວນໂຄສະນາເຜີຍແຜ່ພາບພົດຂອງປະເທດຊາດ, ປະຊາຊົນ ຫວຽດນາມ ເຖິງເພື່ອນມິດສາກົນ.
![]() | ເດນມາກ ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ບຸກເຂົ້າສູ່ຕະຫຼາດ EU ຢ່າງເລິກເຊິ່ງກວ່າເກົ່າ ຍສໝ - ຄະນະຜູ້ແທນວິສາຫະກິດ ເດນມາກ ໃນຂົງເຂດກະສິກຳ ແລະ ສະບຽງອາຫານ ໄດ້ມີການຢ້ຽມຢາມ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ແຕ່ວັນທີ 16-19 ສິງຫາ ເພື່ອແລກປ່ຽນບັນດາກາລະໂອກາດດຳເນີນທຸລະກິດ ແລະ ຮ່ວມມືກັບບັນດາຄູ່ຮ່ວມມືທີ່ມີທ່າແຮງ. |
![]() | ຫວຽດນາມ ຖືເປັນສຳຄັນການພົວພັນກັບ EU ແລະ ຮຸງກາຣີ ຍສໝ - ຫວ່າງແລ້ວນີ້, ຈາກຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບູຍແທັງເຊີນ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານຮອງປະທານຄະນະກຳມະການເອີລົບ, ຜູ້ຕາງໜ້າຂັ້ນສູງ ກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດຂອງ EU ທ່ານ Josep Borrell. |
ແທັງຮັ່ງ