ສານຂອງທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ໃນລະຫວ່າງການໄປຢ້ຽມຢາມ ຫວຽດນາມ

16:00 | 14/04/2025

ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ຢືນຢັນວ່າ: “ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂດຍສະຫາຍ ໂຕເລີມ ເປັນນຳໜ້າ, ຫວຽດນາມ ຈະສືບຕໍ່ເດີນຕາມເສັ້ນທາງສັງຄົມນິຍົມຢ່າງໜັກແໜ້ນຕາມເງື່ອນໄຂຕົວຈິງຂອງປະເທດ”.

ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ປະດັບຫຼຽນໄຊມິດຕະພາບໃຫ້ແກ່ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ
ທ່ານເລຂາທິການໃຫຍ່ ຫງວຽນຝູຕ້ອງ ສົ່ງໂທລະເລກຊົມເຊີຍ ມາຍັງທ່ານ ສີຈີ້ນຜິງ ສືບຕໍ່ດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກກອມມູນິດ ຈີນ ຊຸດທີ XX

ຕອນບ່າຍວັນທີ 14 ເມສາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງສາທາລະນະລັດປະຊາຊົນ ຈີນ ສີຈີ້ນຜິງ ໄດ້ເດີນທາງມາເຖິງນະຄອນຫຼວງຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຫວຽດນາມ ເປັນເວລາ 2 ວັນ ແຕ່ວັນທີ 14-15 ເມສາ 2025 ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລີມ ແລະ ທ່ານປະທານປະເທດແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເລືອງ​ເກື່ອງ.

ສານຂອງທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ໃນລະຫວ່າງການໄປຢ້ຽມຢາມ ຫວຽດນາມ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ​ຈີນ ສີ​ຈິ້ນ​ຜິງ ໄດ້​ໄປ​ຮອດນະຄອນຫຼວງຮ່າ​ໂນ້ຍ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຫວຽດ​ນາມ. (ພາບ: Lam Khanh/TTXVN)

ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ຈີນ ສີຈີ້ນຜິງ ໄດ້​ມີສານພາຍຫຼັງ​ເດີນທາງ​ມາ​ຮອດ​ສະໜາມ​ບິນ​ສາກົນ ໂນ້ຍບາຍ.

“ຂ້າ​ພະ​ເຈົ້າ​ດີ​ໃຈ​ທີ່​ໄດ້​ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຄັ້ງ​ທີ 4 ໄປຍັງປະ​ເທດ​ສາ​ທາ​ລະ​ນະ​ລັດ​ສັງ​ຄົມ​ນິ​ຍົມ​ຫວຽດ​ນາມ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ສະ​ຫາຍ ໂຕເລີມ ແລະ ປະ​ທານ​ປະ​ເທດ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ​ຫວຽດ​ນາມ, ສະ​ຫາຍ ເລືອງ​ເກື່ອງ.

ຕາງໜ້າໃຫ້ພັກ​ກອມ​ມູນິດ​ຈີນ, ລັດຖະບານ ​ແລະ ປະຊາຊົນ​ຈີນ, ຂ້າພະ​ເຈົ້າ​ຂໍ​ສົ່ງ​ຄຳ​ຢື້ຢາມຖາມຂ່າວດ້ວຍຄວາມຍິນດີຢ່າງສຸດໃຈ ແລະ ​ຄຳອວຍພອນ​ອັນດີງາມທີສຸດມາ​ຍັງ​ພັກ​ກອມ​ມູນິດ​ຈີນ, ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ", ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຈີນ ສີຈີ້ນຜິງ ເນັ້ນ​ໜັກ​

ຕາມທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ແລ້ວ, ປີ 2025 ແມ່ນປີທີ່ມີຄວາມໝາຍສຳຄັນພິເສດສຳລັບຫວຽດນາມ, ສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ, ຄົບຮອບ 80 ປີແຫ່ງວັນສ້າງຕັ້ງສາທາລະນະລັດປະຊາທິປະໄຕຫວຽດນາມ (ປະຈຸບັນແມ່ນສາທາລະນະລັດສັງຄົມນິຍົມຫວຽດນາມ) ແລະ ຄົບຮອບ 50 ປີແຫ່ງການປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ.

ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ປະຊາຊົນ​ຫວຽດນາມ ພວມ​ກ້າວ​ໄປ​ໜ້າ, ປະຕິບັດສອງເປົ້າໝາຍ 100 ປີ​ແຫ່ງ​ຂອງ​ພັກ ​ແລະ ປະ​ເທດ​ຊາດ.

ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ຍົກສູງຢ່າງ​ບໍ່​ຢຸດ​ຢັ້ງ, ທີ່ຕັ້ງສາກົນ ​ແລະ ພາກ​ພື້ນ​ນັບ​ມື້​ນັບເຂັ້ມ​ແຂງ​, ການ​ຫັນ​ສັງຄົມ​ນິຍົມເປັນ​ອຸດສາຫະກຳ, ທັນ​ສະ​ໄໝບັນລຸ​ໄດ້​ບັນດາ​ໝາກຜົນ​ທີ່​ຕັ້ງໜ້າ.

“ຈີນ ໄດ້ສະແດງຄວາມຍິນດີຢ່າງຈິງໃຈຕໍ່ບັນດາຜົນງານດັ່ງກ່າວ. ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂດຍສະຫາຍ ໂຕເລີມ ເປັນນຳໜ້າ, ຫວຽດນາມ ຈະສືບຕໍ່ເດີນຕາມເສັ້ນທາງສັງຄົມນິຍົມຢ່າງໜັກແໜ້ນຕາມເງື່ອນໄຂຕົວຈິງຂອງປະເທດ, ປະຕິບັດໄຊຊະນະບັນດາ​ເປົ້າໝາຍ​ທີ່​ໄດ້​ວາງ​ອອກ​ໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13, ​ເປີດ​ໜ້າ​ໃໝ່​ໃຫ້​ແກ່​ການ​ພັດທະນາ​ຂອງ​ພັກ ​ແລະ ປະ​ເທດ​ຊາດ", ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິ​ງ ​ເນັ້ນ​ໜັກ​.

ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ເນັ້ນໜັກວ່າ: ຈີນ ແລະ ຫວຽດນາມ ແມ່ນສອງປະເທດສັງຄົມນິຍົມບ້ານໃກ້ເຮືອນຄຽງ, ພູຜາປ່າໄມ້ເຊື່ອມຕໍ່, ແມ່ນ້ຳເຊື່ອມຕໍ່, ຕິດພັນກັນ; ແມ່ນຊຸມຊົນທີ່ແບ່ງປັນອະນາຄົດທີ່ມີຄວາມໝາຍຍຸດທະສາດ.

​ໃນ​ຊຸມ​ປີ​ແຫ່ງ​ການ​ຕໍ່ສູ້​ເພື່ອ​ເອກະລາດ, ​ເສລີ, ສອງ​ປະ​ເທດ​ໄດ້​ຢືນ​ຢູ່​ຄຽງ​ຂ້າງ, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ, ​ເພີ່ມພຸນຄຸນສ້າງນ້ຳໃຈມິດຕະພາບ​ຢ່າງເລິກເຊິ່ງ​“ທັງ​ເປັນ​ສະຫາຍ, ທັງ​ເປັນ​ອ້າຍ​ນ້ອງ”.

ບົນ​ເສັ້ນທາງ​ກໍ່ສ້າງ​ສັງຄົມ​ນິຍົມ​ທີ່​ເໝາະ​ສົມ​ກັບ​ລັກສະນະ​ຊາດ, 2 ຝ່າຍ​ສືບ​ຕໍ່​ຮ່ວມ​ມືຢ່າງຕັ້ງໜ້າ, ຮຽນຮູ້ເຊິ່ງກັນ ​ແລະ ກັນ, ໄດ້ສະແດງໃຫ້ເຫັນຄວາມສົດໃສດ້ານຂອງເສັ້ນທາງສັງຄົມນິຍົມຢ່າງຈະແຈ້ງ.

ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິ​ງ ​ໃຫ້​ຮູ້​ວ່າ ໃນ​ໄລຍະ​ຢ້ຽມຢາມ​ທາງ​ລັດຖະກິດ​ຢູ່​ຫວຽດນາມ​ໃນ​ປີ 2023, 2 ຝ່າຍ​ໄດ້​ຮ່ວມ​ກັນ​ປະກາດ​ສ້າງ​ປະຊາ​ຄົມ​ແບ່ງປັນອານາຄົດ ຈີນ-ຫວຽດນາມ ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ. ຖະ​ແຫຼ​ງການ​ດັ່ງກ່າວ​ໄດ້​ເປີດ​ບາດກ້າວ​ພັດທະນາ​ໃໝ່​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ພັກ ​ແລະ ສອງ​ລັດ.

ປີນີ້, ສອງ​ປະ​ເທດ​ສະ​ເຫຼີມ​ສະ​ຫຼອງ 75 ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ແລະ ກໍ​ແມ່ນ​ປີ​ແລກ​ປ່ຽນມະນຸດສະທຳຈີນ-ຫວຽດ​ນາມ 2025, ສ້າງ​ກາ​ລະ​ໂອ​ກາດ​ໃໝ່​ເພື່ອ​ຊຸກ​ຍູ້​ການ​ສ້າງສາ​ປະ​ຊາ​ຄົມແບ່ງປັນອານາຄົດ ຈີນ-ຫວຽດ​ນາມ.

ບົນ​ຫຼັກ​ໝາຍ​ປະຫວັດສາດ​ດັ່ງກ່າວ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິ​ງ ຢືນຢັນ​ວ່າ ຈີນ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ຫວຽດນາມ ​ເພື່ອ​ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ທີ່​ມີ​ມາ​ແຕ່​ດົນ​ນານ, ​ແບ່ງປັນ​ພາລະກິດ​ອັນ​ສູງ​ສົ່ງ, ຍາດ​ແຍ່ງ​ກາລະ​ໂອກາດ​ຂອງ​ຍຸກ​ສະ​ໄໝ, ​ເພີ່ມ​ທະວີ​ການ​ຮ່ວມ​ມືດ້ວຍມາດຕະຖານ​ສູງກ່ວາ, ​ໃນ​ຫຼາຍ​ຂົງ​ເຂດ ​ແລະ ​ໃນ​ລະດັບ​ເລິກ​ເຊິ່ງກວ່າ​ອີກ, ​ເພື່ອ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດໃຫ້​ປະຊາຊົນ​ສອງ​ປະ​ເທດ, ພາກ​ພື້ນ ​ແລະ ​ໃນ​ໂລກ.

ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ ຈີນ ສີ​ຈິ້ນ​ຜິ​ງ ກ່າວ​ວ່າ ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ທ່ານ​ຈະ​ໄດ້​ປຶກສາ​ຫາລື​ຢ່າງ​ເລິກ​ເຊິ່ງກັບ​ການ​ນຳ​ຂັ້ນ​ສູງ​ຂອງ​ຫວຽດນາມ ​ໃນ​ບັນດາ​ບັນຫາ​ລວມ ​ແລະ ມີຄວາມຍຸດ​ທະ​ສາດ​ທີ່​ກ່ຽວຂ້ອງ​ເຖິງ​ທິດ​ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ພັກ ​ແລະ ສອງ​ປະ​ເທດ, ​ເປັນ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ຜ່ານ​ນັ້ນ​ໄດ້​ຮ່ວມ​ກັນ​ວາງ​ແຜນ​ກຳນົດ​ເສັ້ນທາງ​ພັດທະນາ​ໃໝ່ໃຫ້ປະຊາ​ຄົມແບ່ງປັນອານາຄົດ ຈີນ-ຫວຽດນາມ.

ຕອນ​ທ້າຍ​ຂອງ​ສານ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ ​ຈີນ ສີ​ຈິ້ນ​ຜິ​ງ ​ໄດ້ສະແດງຄວາມອວຍພອນ​ໃຫ້​ສາທາລະນະ​ລັດ​ສັງຄົມ​ນິຍົມ ຫວຽດນາມ ນັບມື້ນັບໃຫ້ມີຄວາມຈະເລີນ, ປະຊາຊົນມີຄວາມສຸກ; ອວຍພອນ​ໃຫ້​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຈີນ​ກັບ​ຫວຽດນາມ​ໝັ້ນຄົງ​ຕະຫຼອດ​ໄປ; ປະຊາ​ຄົມແບ່ງປັນອານາຄົດ ​ຈີນ-ຫວຽດ​ນາມ ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​, ບັນ​ລຸ​ຜົນ​ສໍາ​ເລັດ​ທີ່​ຍິ່ງ​ໃຫຍ່​.

ທ່ານເລຂາທິການໃຫຍ່ ຫງວຽນຝູຕ້ອງ ສົ່ງໂທລະເລກຊົມເຊີຍ ມາຍັງທ່ານ ສີຈີ້ນຜິງ ສືບຕໍ່ດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກກອມມູນິດ ຈີນ ຊຸດທີ XX

ທ່ານເລຂາທິການໃຫຍ່ ຫງວຽນຝູຕ້ອງ ສົ່ງໂທລະເລກຊົມເຊີຍ ມາຍັງທ່ານ ສີຈີ້ນຜິງ ສືບຕໍ່ດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກກອມມູນິດ ຈີນ ຊຸດທີ XX

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ, ທ່ານມີຄວາມເບີກບ່ານມ່ວນຊື່ນ ແລະ ອວຍພອນຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຊຸດທີ XX ຂອງພັກກອມມູນິດ ຈີນ ຢ່າງຈິງໃຈ.

ທ່ານເລຂາທິການໃຫຍ່ຫວຽດນາມ ຫງວຽນຝູຈ້ອງ ໄດ້ໂອ້ລົມທາງໂທລະສັບກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ

ທ່ານເລຂາທິການໃຫຍ່ຫວຽດນາມ ຫງວຽນຝູຈ້ອງ ໄດ້ໂອ້ລົມທາງໂທລະສັບກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ

ຍສໝ - ເມື່ອບໍ່ດົນມານີ້, ທ່ານເລຂາທິການໃຫຍ່ຫວຽດນາມ ຫງວຽນຝູຈ້ອງ ໄດ້ໂອ້ລົມທາງໂທລະສັບກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ.

ມີງດຶກ

ເຫດການ