ພົນເອກ ຄຳໄຕ ສີພັນດອນ - ເພື່ອນຜູ້ຍິ່ງໃຫຍ່, ສະໜິດສະໜົມຂອງປະຊາຊົນຫວຽດນາມ

20:00 | 06/04/2025

ຍສໝ - ສະຫາຍພົນເອກ ຄຳໄຕ ສີພັນດອນ, ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ - ລູກຜູ້ດີເລີດຂອງປະຊາຊົນລາວບັນດາເຜົ່າ, ການນຳທີ່ດີເລີດ, ນັກຮົບປະຕິວັດທີ່ອົງອາດກ້າຫານຂອງພັກ ແລະປະຊາຊົນລາວ; ທ່ານເປັນເພື່ອນຜູ້ຍິ່ງໃຫຍ່, ສະໜິດສະໜົມຂອງພັກ, ລັດ ແລະປະຊາຊົນຫວຽດນາມ.

ແຈ້ງການພິເສດກ່ຽວກັບພິທີໄວ້ອາໄລ່ລະດັບຊາດ ສະຫາຍ ຄຳໄຕ ສີພັນດອນ ແຈ້ງການພິເສດກ່ຽວກັບພິທີໄວ້ອາໄລ່ລະດັບຊາດ ສະຫາຍ ຄຳໄຕ ສີພັນດອນ
ສານສະແດງຄວາມເສົ້າສະຫຼົດໃຈຕໍ່ການມໍລະນະກໍາຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ສານສະແດງຄວາມເສົ້າສະຫຼົດໃຈຕໍ່ການມໍລະນະກໍາຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ

ການຈາກໄປຂອງທ່ານໄດ້ສ້າງຄວາມໂສກເສົ້າເສຍດາຍໃຫ້ແກ່ການນຳ, ພະນັກງານລາວ ແລະຫວຽດນາມລຸ້ນຕ່າງໆ ຜູ້ທີ່ໄດ້ສະໜິດຕິດພັນກັບທ່ານໃນການປະຕິບັດງານ ກໍ່ຄືໃນຊີວິດປະຈຳວັນ.

ສະຫາຍ ຄຳພັນ ເຜີຍຍະວົງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ໃຫ້ຮູ້ວ່າ, ພ້ອມກັບປະທານໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ, ປະທານ ຄຳໄຕ ສີພັນດອນ ແລະບັນດາການນຳຂອງສອງປະເທດ ໄດ້ສ້າງພື້ນຖານອັນໜັກແໜ້ນ, ເພີ່ມພູນຄູນສ້າງໃຫ້ນ້ຳໃຈສາມັກຄີແບບພິເສດ ຫວຽດນາມ-ລາວ ກາຍເປັນສາຍພົວພັນທີ່ເປັນແບບຢ່າງ, ສັດຊື່ບໍລິສຸດຜຸດຜ່ອງ, ຈິງໃຈຫາຍາກໃນໂລກ.

ພົນເອກ ຄຳໄຕ ສີພັນດອນ - ເພື່ອນຜູ້ຍິ່ງໃຫຍ່, ສະໜິດສະໜົມຂອງປະຊາຊົນຫວຽດນາມ
ສະຫາຍ ເລຂາຟຽວ ອະດີດເລຂາທິການໃຫຍ່ ຕ້ອນຮັບສະຫາຍ ຄໍາໄຕ ສີພັນດອນ ອະດີດປະທານພັກ, ອະດີດປະທານປະເທດລາວ ໃນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ (1999). ພາບ: ສໍານັກຂ່າວສານຫວຽດນາມ

ສະຫາຍ ຄຳພັນ ເຜີຍຍະວົງ ໃຫ້ຮູ້ວ່າ: “ປະທານ ຄໍາໄຕ ສີພັນດອນ ແມ່ນໜຶ່ງໃນບັນດາຜູ້ທີ່ມີການປະກອບສ່ວນອັນຕັ້ງໜ້າໃນການກໍ່ສ້າງ, ເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ ຫວຽດນາມ-ລາວ ເວົ້າລວມ, ສະຫາຍໄດ້ກາຍເປັນສັນຍາລັກຂອງການຮ່ວມສໍາພັນສູ້ຮົບພິເສດຂອງກອງທັບສອງປະເທດ ຫວຽດນາມ-ລາວ. ສະຫາຍ ພົນເອກ ຄຳໄຕ ສີພັນດອນ ຍາມໃດກໍ່ຖືເປັນສໍາຄັນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດກັບຫວຽດນາມ, ຖືວ່ານີ້ແມ່ນປັດໄຈເປັນຕາຍສໍາລັບສອງປະເທດ”.

ທ່ານປະທານ ຄໍາໄຕ ສີພັນດອນ ແມ່ນຜູ້ທຳອິດທີ່ຕາງໜ້າໃຫ້ລັດຖະບານລາວ ຕໍ່ຕ້ານພົບປະກັບທ່ານ ຟ້າມວັນດົ່ງ ຜູ້ແທນລັດຖະບານ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ຢູ່ພາກໃຕ້ຫວຽດນາມ ຢູ່ແຂວງກວາງຫງ້າຍ (ປີ 1947) ເພື່ອແລກປ່ຽນກ່ຽວກັບການສົມທົບກັນຮ່ວມສຳພັນສູ້ຮົບລະຫວ່າງລາວ ແລະຫວຽດນາມ, ພິເສດແມ່ນການສົ່ງທະຫານອາສາສະໝັກຫວຽດນາມ ໄປປະເທດລາວ ເພື່ອສົມທົບກັບທະຫານຕໍ່ຕ້ານລາວ ໃນການເຄື່ອນໄຫວ, ສ້າງກຳລັງ, ຊ່ວຍທະຫານຕໍ່ຕ້ານລາວ, ເຊິ່ງປະຈຸບັນແມ່ນກອງທັບປະຊາຊົນລາວ ນັບມື້ນັບເຕີບໃຫຍ່, ພັດທະນາ ແລະໝັ້ນຄົງເຂັ້ມແຂງ. ອາດເວົ້າໄດ້ວ່າ, ນີ້ແມ່ນຂີດໝາຍທີ່ມີຄວາມໝາຍສຳຄັນ, ປະກອບສ່ວນສ້າງການຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ.

ໃນໄລຍະຕໍ່ຕ້ານ, ກູ້ຊາດ, ທ່ານປະທານ ຄຳໄຕ ສີພັນດອນ ໄດ້ແບ່ງທຸກແບ່ງສຸກ, ຄຽງບ່າຄຽງໄຫຼ່ພ້ອມກັບນັກຊ່ຽວຊານການທະຫານ ແລະທະຫານອາສາສະໝັກຫວຽດນາມ ໃນຫຼາຍບັ້ນຕໍ່ສູ້ຢູ່ຫຼາຍສະໜາມຮົບທີ່ແຕກຕ່າງກັນ, ປະກອບສ່ວນສ້າງໄຊຊະນະອັນສະຫງ່າລາສີຂອງສອງຊາດໃນການຕໍ່ຕ້ານສັດຕູໂຕດຽວກັນ.

ພົນເອກ ຄຳໄຕ ສີພັນດອນ - ເພື່ອນຜູ້ຍິ່ງໃຫຍ່, ສະໜິດສະໜົມຂອງປະຊາຊົນຫວຽດນາມ
ສະຫາຍ ຄໍາໄຕ ສີພັນດອນ ອະດີດປະທານພັກ, ອະດີດປະທານປະເທດລາວ ພົບປະກັບສະຫາຍພົນເອກ ຫວໍງວຽນຢາບ ໃນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ (2002). ພາບເອກະສານ: ສໍານັກຂ່າວສານຫວຽດນາມ

ທ່ານພົນຕີ ຫງວຽນຕ໊ຽນລອງ, ຮອງປະທານສູນກາງສະມາຄົມມິດຕະພາບ ຫວຽດນາມ-ລາວ, ຮອງປະທານສະມາຄົມມິດຕະພາບ ຫວຽດນາມ-ລາວ, ກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ຮູ້ວ່າ: “ບັນດາສະຫາຍການນໍາພັກ ແລະລັດລາວ ລ້ວນແຕ່ສະໜິດຕິດພັນ ກັບການປະຕິວັດຫວຽດນາມ, ລ້ວນແຕ່ໄດ້ສືບທອດແນວຄວາມຄິດຂອງປະທານໂຮ່ຈີມິນ. ບັນດາສະຫາຍໄດ້ທຸ້ມເທເຫື່ອແຮງເຂົ້າໃນການກໍ່ສ້າງ, ເພີ່ມພູນຄູນສ້າງສາຍພົວພັນສອງປະເທດໃນນັ້ນ, ພວກຂ້າພະເຈົ້າ ມີຄວາມປະທັບໃຈເປັນພິເສດຕໍ່ສະຫາຍ ຄໍາໄຕ ສີພັນດອນ. ສະຫາຍໄດ້ປະກອບສ່ວນຄຸນງາມຄວາມດີຫຼາຍຢ່າງເຂົ້າໃນການໂຄສະນາແນວຄິດປະທານໂຮ່ຈີມິນ ຢ່າງກວ້າງຂວາງ, ຊ່ວຍໃຫ້ປະຊາຊົນລາວ ສາມັກຄີ, ສະໜິດຕິດພັນກັບປະຊາຊົນຫວຽດນາມ ຢ່າງແໜ້ນແຟ້ນໃນຂະບວນການຕໍ່ສູ້ກູ້ຊາດ. ພວກຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນຢ່າງສຸດຊຶ້ງຕໍ່ສະຫາຍ ຄໍາໄຕ ສີພັນດອນ ກໍ່ຄືບັນດາການນຳຂອງພັກ, ລັດລາວ ທີ່ໄດ້ສະໜິດຕິດພັນພ້ອມກັບປະຊາຊົນຫວຽດນາມ ປະຕິບັດແນວຄິດໂຮ່ຈີມິນ, ປົດປ່ອຍຊາດ ແລະສ້າງສາປະເທດຊາດຢ່າງວັດທະນາຖາວອນ. ພວກຂ້າພະເຈົ້າ ຖືວ່າ ສະຫາຍເປັນເພື່ອນຜູ້ຍິ່ງໃຫຍ່ຂອງປະຊາຊົນຫວຽດນາມ”.

ໃນຂະບວນການປົກປັກຮັກສາ, ສ້າງສາ ແລະພັດທະນາປະເທດຊາດ, ທ່ານປະທານ ຄໍາໄຕ ສີພັນດອນ ຍາມໃດກໍ່ຮ່ວມມືກັບຫວຽດນາມ ຢ່າງແໜ້ນແຟ້ນເພື່ອແລກປ່ຽນ, ແບ່ງປັນບົດຮຽນ, ໜູນຊ່ວຍ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນ. ທ່ານກໍ່ແມ່ນໜຶ່ງໃນບັນດາການນຳລາວ ທີ່ມີສາຍພົວພັນໃກ້ຊິດຕິດແທດ, ສະໜິດຕິດພັນກັບການນຳຫວຽດນາມໃນທຸກຍຸກສະໄໝ, ເອົາໃຈໃສ່ເພີ່ມພູນຄູນສ້າງ, ຊຸກຍູ້ ແລະປະກອບສ່ວນເຮັດໃຫ້ການພົວພັນລະຫວ່າງສອງປະເທດເລິກເຊິ່ງຂຶ້ນກວ່າເກົ່າ, ຊ່ວຍໃຫ້ສາຍພົວພັນລະຫວ່າງສອງປະເທດນັບມື້ນັບເກີດດອກອອກຜົນ ແລະໝັ້ນຄົງຂະນົງແກ່ນໄປຊົ່ວກາລະນານ. ນັບແຕ່ເວລາພັກຮັບບຳນານເມື່ອປີ 2006 ມາຮອດປັດຈຸບັນ, ຍາມໃດທ່ານກໍ່ຍັງເອົາໃຈໃສ່, ຕິດຕາມ, ສືບຕໍ່ປະກອບສ່ວນໃຫ້ພາລະກິດສ້າງສາ ແລະພັດທະນາຂອງປະເທດລາວ ກໍຄືການພົວພັນສາມັກຄີແບບພິເສດ ລາວ-ຫວຽດນາມ.

ເມື່ອແບ່ງປັນກ່ຽວກັບຄວາມສຸດຈິດສຸດໃຈຂອງສະຫາຍໃນການເພີ່ມພູນຄູນສ້າງສາຍພົວພັນສອງປະເທດ, ທ່ານ ວິໄລວັນ ພົມເຂ ອະດີດເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ໃຫ້ຮູ້ວ່າ: “ເມື່ອຂ້າພະເຈົ້າ ຍັງເປັນເອກອັກຄະລັດຖະທູດ ປະຈໍາ ຫວຽດນາມ, ທຸກໆຄັ້ງທີ່ ສະຫາຍ ຄໍາໄຕ ສີພັນດອນ ມາຢ້ຽມຢາມ ສສ ຫວຽດນາມ, ໄປຢ້ຽມຢາມພະນັກງານ, ພາລະກອນຢູ່ສະຖານທູດ, ສະຫາຍ ຍາມໃດກໍ່ຕັກເຕືອນພວກຂ້າພະເຈົ້າຢູ່ສະເໝີວ່າ ຕ້ອງເຮັດແນວໃດເພື່ອຮັກສາ ແລະເພີ່ມພູນຄູນສ້າງສາຍພົວພັນ ຫວຽດນາມ-ລາວ, ເຮັດແນວໃດເພື່ອໃຫ້ປະຊາຊົນສອງປະເທດເຂົ້າໃຈກັນດີກວ່າອີກ, ແນໃສ່ເພີ່ມພູນຄູນສ້າງສາຍພົວພັນແບບພິເສດນີ້”.

ອາດຢັ້ງຢືນໄດ້ວ່າ ບັນດາການປະກອບສ່ວນສຳຄັນຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍຂອງທ່ານປະທານ ຄໍາໄຕ ສີພັນດອນ ໃນພາລະກິດປົກປັກຮັກສາ, ສ້າງສາ ແລະພັດທະນາປະເທດລາວ ໄດ້ປະກອບສ່ວນບໍ່ແມ່ນໜ້ອຍເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ນໍ້າໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ ລາວ-ຫວຽດນາມ. ດ້ວຍນ້ຳໃຈຮັກຊາດອັນສູງສົ່ງ, ການອຸທິດສ່ວນເພື່ອປະເທດຊາດຂອງການນຳລຸ້ນກ່ອນຂອງສອງປະເທດ, ໃນນັ້ນມີ ທ່ານປະທານ ຄໍາໄຕ ສີພັນດອນ ໄດ້ຮ່ວມແຮງຮ່ວມໃຈຮັກສາ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ "ໃຫ້ຂຽວສົດງົດງາມ, ໝັ້ນຄົງ ຂະໜົງແກ່ນໄປຊົ່ວກາລະນານ".

ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ເຖິງແກ່ມໍລະນະກຳ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ເຖິງແກ່ມໍລະນະກຳ
ພົນເອກ ຟານວັນຢາງ ສະແດງຄວາມຮູ້ບຸນຄຸນຕໍ່ອະດີດການນໍາພັກ, ລັດ ແລະກອງທັບ ພົນເອກ ຟານວັນຢາງ ສະແດງຄວາມຮູ້ບຸນຄຸນຕໍ່ອະດີດການນໍາພັກ, ລັດ ແລະກອງທັບ

ເຫດການ