ສະເຫຼີມສະຫຼອງບຸນປີໃໝ່ລາວ, ກຳປູເຈຍ, ມຽນມາ ແລະ ໄທ ຢູ່ນະຄອນໂຮ່ຈີມິນ

20:39 | 08/04/2025

ຍສໝ - ວັນ​ທີ 6 ​ເມສາ​, ຢູ່ນະຄອນໂຮ່ຈີມິນ ໄດ້ດຳເນີນບຸນປີໃໝ່ຂອງ​ປະຊາຊົນ​ກຳປູ​ເຈຍ, ລາວ, ມຽນມາ ​ແລະ ​ໄທ. ງານ​ບຸນ​ໄດ້​ຮັບ​ການ​ສົມທົບ​ກັບ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ​ໂຮ່ຈິ​ມິນ (HUFO) ເພື່ອຈັດຕັ້ງ.

ສະມາຄົມມິດຕະພາບ ຫວຽດນາມ - ມຽນມາ ຂຽນໄວ້ອາໄລໃນລະນຶກເຖິງຜູ້ປະສົບໄພແຜ່ນດິນໄຫວ
ກອງທັບປະຊາຊົນລາວ ສົ່ງກຳລັງໄປຊ່ວຍເຫຼືອ ສສ ມຽນມາ ໃນການກອບກູ້ໄພພິບັດ ແຜ່ນດິນໄຫວ

ກ່າວ​ຄຳປາໄສ​ທີ່​ງານ​ບຸນ, ທ່ານ ​ໂຮ່ຊວນ​ເລີມ, ຮອງ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ​ໂຮ່ຈີ​ມິນ ​ເນັ້ນ​ໜັກ​ວ່າ: ຫວຽດນາມ - ກຳປູ​ເຈຍ - ລາວ - ມຽນມາ - ​ໄທ ​ແມ່ນ​ປະ​ເທດ​ອ້າຍ​ນ້ອງ​ທີ່​ສະໜິດ​ແໜ້ນ, ດຳລົງ​ຊີວິດ​ຢູ່​ຮ່ວມ​ກັນ​ພາຍ​ໃຕ້ “ຊາຍຄາ” ອາ​ຊຽນ ​ແລະ ໄດ້ມີ​ການ​ຮ່ວມ​ມື ​ແລະ ການ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ຫຼາຍ​ປີ. ພິ​ເສດ​ແມ່ນ​ບັນດາ​ປະ​ເທດ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ​ແບ່ງປັນ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ພາລະກິດການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ, ຮ່ວມ​ກັນ​ກ້າວ​ໄປ​ສູ່​ປະຊາ​ຄົມ​ອາ​ຊຽນທີ່​ມີ​ສັນຕິພາບ, ສະຖຽນ​ລະ​ພາບ, ຮ່ວມ​ມື ​ແລະ ວັດທະນາ​ຖາວອນ.

ສະເຫຼີມສະຫຼອງບຸນປີໃໝ່ລາວ, ກຳປູເຈຍ, ມຽນມາ ແລະ ໄທ ຢູ່ນະຄອນໂຮ່ຈີມິນ

ປະຕິບັດພິທີໄຫວ້ພະພຸດທະຮູບໃນງານບຸນ.

ງານ​ບຸນ​ໄດ້​ດຳ​ເນີນ​ໄປ​ດ້ວຍ​ບັນ​ຍາ​ກາດ​ເບີກ​ບານ​ມ່ວນ​ຊື່ນ, ອົບ​ອຸ່ນ ແລະ ສະ​ໜິດ​ສະ​ໜົມ. ບັນດາ​ຜູ້​ເຂົ້າ​ຮ່ວມ​ໄດ້​ສຳຜັດບຸນປີໃໝ່ ແລະ ພິທີ​ກຳ​ພື້ນ​ເມືອງ​ຂອງ​ປະ​ເທດ​ຕ່າງໆ​ເຊັ່ນ: ການຈູດ​ທູບ​ເພື່ອໄຫວ້​ອາ​ໄລພະພຸດທະເຈົ້າ, ການສົງພະ​ພຸດ​ທະ​ເຈົ້າ, ຂໍ​ອວຍພອນ​ໄຊ​ໃຫ້​ພອນ​ໃນ​ຕົ້ນ​ປີ. ງານ​ບຸນ​ບໍ່​ພຽງ​ແຕ່​ນຳ​ມາ​ເຊິ່ງຄວາມ​ປະ​ທັບ​ໃຈ​ອັນ​ດີງາມ​ດ້ານ​ວັດທະນະທຳ​ພື້ນ​ເມືອງ​ຂອງ​ປະ​ເທດ​ເຈົ້າພາບ​ເທົ່າ​ນັ້ນ, ຫາກ​ຍັງ​ຊ່ວຍ​ໃຫ້​ປະຊາ​ຄົມ​ຊາວ​ລາວ, ກຳປູ​ເຈຍ, ມຽນມາ ​ແລະ ຊາວ​ໄທ​ຢູ່​ນະຄອນ​ໂຮ່ຈິ​ມິນ ຈື່​ຈຳ​ບັນດາ​ພິທີ​ກຳ​ອັນ​ສັກສິດ, ​ເອກະລັກ​ວັດທະນະທຳ​ຂອງ​ບ້ານ​ເກີດ​ເມືອງ​ນອນ. ງານ​ບຸນ​ຍັງ​ໄດ້​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ມິດຕະພາບ​ລະຫວ່າງ​ບັນດາ​ປະ​ເທດ ອາ​ຊຽນ.

“ຄວາມສາມັກຄີສ້າງຄວາມເຂັ້ມແຂງ, ເປັນກຳລັງແຮງທີ່ສຳຄັນທີ່ສຸດ. ສະນັ້ນ, ທຸກໆວັນທີ່ມີຄວາມສຸກຂອງທຸກປະເທດ ຫຼື ປະເທດຊາດໃນພາກພື້ນ ອາຊຽນ ແມ່ນໜ້າທີ່ສຳຄັນທີ່ພວກເຮົາປະຕິບັດຮ່ວມກັນ. ຂ້າພະເຈົ້າຂໍອວຍພອນໃຫ້ຄວາມສາມັກຄີລະຫວ່າງບັນດາປະເທດ ແລະ ປະເທດຊາດພັດທະນາຢ່າງຍືນຍົງຕະຫຼອດໄປ”, ພະມະຫາອາຈານ ທິກທ້ຽນເຕີມ - ຮອງປະທານສະພາຄຸ້ມຄອງບໍລິຫານ, ຮອງ​ຫົວໜ້າ​ຄະນະ​ພຸດທະ​ສາສະໜາ​ສາກົນ​ສູນ​ກາງ​ສະມາຄົມພຸດທະສາສະໜາຫວຽດນາມ, ຫົວໜ້າ​ຄະນະ​ພຸດທະ​ສາສະໜາ​ສາກົນ​ນະຄອນ​ໂຮ່ຈິ​ມິນ ກ່າວ​ຄຳປາໄສ​ທີ່​ພິທີ.

ບຸນປີໃໝ່ຂອງລາວ, ກຳປູເຈຍ, ມຽນມາ ແລະ ໄທ ຢູ່ນະຄອນ ໂຮ່ຈີມິນ ໄດ້ຈັດຂື້ນໃນແຕ່ລະປີໂດຍສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ. ເຫດການບໍ່ພຽງແຕ່ສະແດງໃຫ້ເຫັນການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນບັນດາປະເທດ ອາຊຽນ ເທົ່ານັ້ນ ຫາກຍັງປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ, ຊຸກຍູ້ການພົວພັນແລກປ່ຽນວັດທະນະທຳ, ເປີດກວ້າງການພົວພັນຮ່ວມມືໃນຫຼາຍຂົງເຂດລະຫວ່າງປະຊາຊົນຫວຽດນາມ, ພິເສດແມ່ນປະຊາຊົນນະຄອນ ໂຮ່ຈີມິນ ແລະ ບັນດາເພື່ອນມິດອີກດ້ວຍ.

ຫວຽດນາມ ພ້ອມກັບ ອາຊຽນ ປຶກສາຫາລືການແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜນດິນໄຫວຢູ່ ມຽນມາ ແລະ ໄທ

ຫວຽດນາມ ພ້ອມກັບ ອາຊຽນ ປຶກສາຫາລືການແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜນດິນໄຫວຢູ່ ມຽນມາ ແລະ ໄທ

ຍສໝ - ຫວຽດນາມ ຈະຮຽງບ່າຮຽງໄຫຼ່ພ້ອມກັບ ມຽນມາ ແລະ ໄທ ເພື່ອຜ່ານຜ່າຄວາມຫຍຸ້ງຍາກໃນປະຈຸບັນ.

ໂລກ​ຮ່ວມແຮງຮ່ວມໃຈ​ຊ່ວຍ​ເຫຼືອ​ມຽນມາ ​ແລະ ​ໄທ ​ຫຼັງ​ເຫດ​ແຜ່ນ​ດິນ​ໄຫວ

ໂລກ​ຮ່ວມແຮງຮ່ວມໃຈ​ຊ່ວຍ​ເຫຼືອ​ມຽນມາ ​ແລະ ​ໄທ ​ຫຼັງ​ເຫດ​ແຜ່ນ​ດິນ​ໄຫວ

ຍສໝ - ພາຍຫຼັງເຫດ​ແຜ່ນດິນ​ໄຫວ​ຄັ້ງ​ຮ້າຍ​ແຮງ​ທີ່​ເກີດ​ຂຶ້ນ​ຢູ່​ມຽນມາ ​ແລະ​ ໄທ​ໃນ​ວັນ​ທີ 28 ມີນາ​ນີ້, ຫຼາຍ​ປະ​ເທດ​ໃນ​ໂລກ​ໄດ້​ສົ່ງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ແລະ​ສະ​ແດງ​ຄວາມ​ພ້ອມ​ທີ່​ຈະ​ສະໜັບສະໜູນ​ສອງ​ປະ​ເທດ​ຜ່ານ​ຜ່າ​ຜົນ​ຮ້າຍ​ຢ້ອນ​ຫຼັງ.

ມີງດຶກ

ເຫດການ