ງານພົບປະແລກປ່ຽນ "ຫວຽດນາມ-ລາວ ຮ່ວມສາຍພູຫຼວງ": ຕໍ່ຍາວແຫຼ່ງຄວາມສາມັກຄີ

09:28 | 22/04/2025

ຍສໝ - ວັນທີ 20 ເມສາ, ມະຫາວິທະຍາໄລສ້າງຄູ (ຂຶ້ນກັບ ມະຫາວິທະຍາໄລຖ໊າຍຫງວຽນ) ໄດ້ຈັດຕັ້ງລາຍການພົບປະແລກປ່ຽນດ້ວຍຫົວຂໍ້ “ຫວຽດນາມ-ລາວ ຮ່ວມສາຍພູຫຼວງ”.

ເພີ່ມ​ພູນຄູນສ້າງຄວາມ​ສາມັກຄີມິດຕະພາບ​ຮ່ວມສາຍພູຫຼວງ (ສາຍພູ​ເຈື່ອງ​ເຊີນ) ເພີ່ມ​ພູນຄູນສ້າງຄວາມ​ສາມັກຄີມິດຕະພາບ​ຮ່ວມສາຍພູຫຼວງ (ສາຍພູ​ເຈື່ອງ​ເຊີນ)
ງານພົບປະແລກປ່ຽນ ຊາຍແດນແຫ່ງມິດຕະພາບ ງານພົບປະແລກປ່ຽນ ຊາຍແດນແຫ່ງມິດຕະພາບ

ລາຍການດັ່ງກ່າວໄດ້ຮັບການຈັດຕັ້ງບໍ່ພຽງແຕ່ແມ່ນໂອກາດເພື່ອຫວນຄືນໜ້າປະຫວັດສາດອັນສະຫງ່າອົງອາດຂອງຊາດຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອຢັ້ງຢືນ ແລະເພີ່ມພູນຄູນສ້າງສາຍພົວພັນແບບພິເສດ, ສັດຊື່ບໍລິສຸດຜຸດຜ່ອງລະຫວ່າງສອງປະເທດ ແລະສອງຊາດ ຫວຽດນາມ-ລາວ.

ກ່າວຄຳເຫັນທີ່ລາຍການ, ຕາງໜ້າໃຫ້ການນຳຂອງໂຮງຮຽນ, ຮສຈ. ປອ ຮ່າເຈິ່ນເຟືອງ ເນັ້ນໜັກວ່າ: ໃນຫຼາຍປີຜ່ານມາ, ທາງໂຮງຮຽນຍາມໃດກໍ່ຖືການເພີ່ມທະວີການຮ່ວມມືດ້ານການສຶກສາ, ພົບປະແລກປ່ຽນວັດທະນະທຳກັບປະເທດເພື່ອນລາວ ແມ່ນໜຶ່ງໃນບັນດາໜ້າທີ່ສຳຄັນໃນຍຸດທະສາດພັດທະນາຂອງໂຮງຮຽນ.

ມະຫາວິທະຍາໄລສ້າງຄູ ມີຄວາມເອກອ້າງທະນົງໃຈທີ່ໄດ້ບໍາລຸງສ້າງນັກສຶກສານັບພັນຄົນໃຫ້ແກ່ປະເທດລາວ, ໃນນັ້ນມີຫຼາຍຄົນໄດ້ກາຍເປັນນັກວິທະຍາສາດທີ່ມີຊື່ສຽງ, ພະນັກງານຫຼັກແຫຼ່ງໃນອົງການ, ໂຮງຮຽນ ແລະ ທ້ອງຖິ່ນຂອງປະເທດເພື່ອນລາວ. ພ້ອມກັນນັ້ນ, ທາງໂຮງຮຽນຍັງຈັດຕັ້ງຫຼາຍຊຸດບໍາລຸງສ້າງກ່ຽວກັບຄວາມສາມາດພັດທະນາໂຄງການບໍາລຸງສ້າງ, ປ່ຽນແປງໃໝ່ວິທີການສອນການຮຽນ ແລະໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການສອນໃຫ້ແກ່ພະນັກງານກຄຸ້ມຄອງ ແລະຄູອາຈານ.

ງານພົບປະແລກປ່ຽນ
ການໂອ້ລົມສົນທະນາ ຫວນຄືນມູນເຊື້ອອັນສະຫງ່າລາສີ, ອົງອາດກ້າຫານ, ສຸດຈິດສຸດໃຈຂອງສາຍພົວພັນຫວຽດນາມ-ລາວ. ພາບ: tnue.edu.vn

ໂຮງຮຽນໄດ້ ແລະກໍາລັງສະໜອງຫຼາຍທຶນການສຶກສາເພື່ອແນໃສ່ບໍາລຸງກໍ່ສ້າງຖັນແຖວຄູອາຈານທີ່ມີຄຸນນະພາບສູງໃຫ້ແກ່ ສປປ ລາວ, ພິເສດແມ່ນການບໍາລຸງສ້າງລະດັບປະລິນຍາເອກ ແລະຈັດກິດຈະກຳເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ.

ຮສຈ. ປອ ຮ່າເຈິ່ນເຟືອງ ເນັ້ນໜັກວ່າ: “ໃນສະພາບການເຊື່ອມໂຍງເຂົ້າກັບສາກົນເລິກເຊິ່ງກວ້າງຂວາງຄືໃນປະຈຸບັນ, ສາຍພົວພັນ ຫວຽດນາມ-ລາວ ນັບມື້ນັບໄດ້ຮັບການປັບປຸງ ແລະພັດທະນາຢ່າງແຂງແຮງໃນຫຼາຍຂົງເຂດ, ພິເສດແມ່ນໃນຂົງເຂດການສຶກສາ ແລະບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ມະຫາວິທະຍາໄລສ້າງຄູ ປາດຖະໜາຢາກ ແລະໃຫ້ຄໍາໝັ້ນສັນຍາຈະສືບຕໍ່ເປີດກວ້າງການເຄື່ອນໄຫວຮ່ວມມື, ການແລກປ່ຽນດ້ານວິຊາການສຶກສາ, ການພົບປະແລກປ່ຽນລະຫວ່າງນັກສຶກສາ ແລະການຄົ້ນຄວ້າວິທະຍາສາດລະຫວ່າງມະຫາວິທະຍາໄລ ສ້າງຄູ (ມະຫາວິທະຍາໄລ ຖ໊າຍຫງວຽນ) ກັບບັນດາຮາກຖານການສຶກສາຂອງປະເທດເພື່ອນລາວ ໃຫ້ຫຼາຍກວ່າເກົ່າ.

ງານພົບປະແລກປ່ຽນ
ລາຍການສະແດງສິລະປະ. ພາບ: tnue.edu.vn

ລາຍການສະແດງສິລະປະສະແດງໃຫ້ເຫັນຈຸດຄວາມງາມດ້ານວັດທະນະທຳ ແລະມູນເຊື້ອຂອງຫວຽດນາມ-ລາວ ແລະການໂອ້ລົມສົນທະນາຫວນຄືນມູນເຊື້ອອັນສະຫງ່າລາສີ, ອົງອາດກ້າຫານ, ສຸດຈິດສຸດໃຈຂອງສາຍພົວພັນ ຫວຽດນາມ-ລາວ ໄດ້ດຶງດູດຄວາມສົນໃຈຂອງນັກສຶກສາຫຼາຍຄົນ.

ທ່ານອາດຈະມັກ

ເຫດການ