ເຕັມໄປດ້ວຍຄວາມ​ຮັກ​ແພງອັນອົບອຸ່ນ ຫວຽດນາມ ໃນ​ໂອກາດບຸນປີໃໝ່ຂອງບັນດາປະເທດເພື່ອນມິດ

20:42 | 08/04/2025

ຍສໝ - ເນື່ອງໃນໂອກາດບຸນເປີໃໝ່ Chol Chnam Thmay ຂອງ ກຳປູເຈຍ ແລະ ບຸນປີໃໝ່ຂອງລາວ ປີ 2025, ຄະນະຜູ້ແທນ ຫວຽດນາມ ຫຼາຍແຫ່ງ ໄດ້ຈັດຕັ້ງການເຄື່ອນໄຫວກວດ ແລະ ປິ່ນປົວພະຍາດໂດຍບໍ່ເສຍຄ່າ ແລະ ມອບຂອງຂວັນໃຫ້ປະຊາຊົນ 2 ປະເທດ.

ກຽດ​ອັນສະ​ຫງ່າ ຫວຽດ​ນາມ 2023: ເຊີດ​ຊູ​ບັນ​ດາ​ແບບ​ຢ່າງ​ດີ​ເດັ່ນ​ໃນ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ
ຫວຽດ​ນາມ ພ້​ອມ​ແລ້ວ​ທີ່​ຈະ​ໃຫ້​ການ​ຮ່ວມ​ມື​ເພື່ອ​ຮັກ​ສາ​ສະ​ຖຽນ​ລ​ະ​ພາບ ແລະ ສັນ​ຕິ​ພາບ​ໃນ​ໂລກ

ວັນທີ 6 ເມສາ, ສະຖານທູດຫວຽດນາມ ປະຈໍາ ລາຊະອານາຈັກ ກຳປູເຈຍ ໄດ້ສົມທົບກັບໂຮງໝໍ Cho Ray-Phnom Penhແລະ ບໍລິສັດຫຸ້ນສ່ວນກະສິກຳ ເຈືອງຫາຍ (Thaco Agri) ຈັດຕັ້ງໂຄງການກວດກາ, ປິ່ນປົວພະຍາດ, ແຈກຢາຍຢາ, ມອບຂອງຂວັນໃຫ້ຄົນງານ ຫວຽດນາມ ແລະ ກຳປູເຈຍ ຢູ່ເຂດປະສົມ Snuol ຂອງບໍລິສັດ Thaco Agri (ເມືອງ Snuol, ແຂວງ Kratie).

ເຕັມໄປດ້ວຍຄວາມ​ຮັກ​ແພງອັນອົບອຸ່ນ ຫວຽດນາມ ໃນ​ໂອກາດບຸນປີໃໝ່ຂອງບັນດາປະເທດເພື່ອນມິດ

ທ່ານໝໍ, ພະຍາບານຈາກໂຮງໝໍ Cho Ray-Phnom Penh ກວດກາ ແລະ ໃຫ້ຄຳປຶກສາດ້ານສຸຂະພາບແກ່ຄົນງານຢູ່ເຂດປະສົມ Snuol ຂອງບໍລິສັດ Thaco Agri (ເມືອງ Snuol, ແຂວງ Kratie, ລາຊະອານາຈັກ ກຳປູເຈຍ). ພາບ: TTXVN

ດ້ວຍອຸປະກອນການແພດພິເສດ, ທີມແພດໝໍ, ພະຍາບານ 26 ທ່ານ ຈາກໂຮງໝໍ Cho Ray – Phnom Penh ໄດ້ໄປກວດ, ກວດພະຍາດ ແລະ ໃຫ້ຄຳປຶກສາດ້ານສຸຂະພາບໃຫ້ແກ່ຄົນງານ 500 ຄົນ, ໃນນັ້ນມີຊາວຫວຽດນາມ 200 ຄົນ ແລະ ກຳປູເຈຍ 300 ຄົນ.

ກ່າວ​ຄຳປາໄສທີ່ໂຄງການ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ກຳປູ​ເຈຍ ຫງວຽນມິງຫວູ ໄດ້​ຕີ​ລາຄາ​ສູງ​ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ນ້ຳ​ໃຈ​ສາມັກຄີ​ລະຫວ່າງ​ບັນດາ​ໂຮງໝໍ ​ແລະ ວິ​ສາ​ຫະກິດ ຫວຽດນາມ ຢູ່ ກຳປູ​ເຈຍ ​ໃນ​ການ​ເບິ່ງ​ແຍງ ​ແລະ ປົກ​ປັກ​ຮັກສາ​ສຸຂະພາບ​ຂອງ​ຄົນ​ງານ ​ແລະ ປະຊາຊົນປະຈຳ​ຖິ່ນ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ໃຫ້​ຮູ້​ວ່າ: ເຂດປະສົມຂອງບໍລິສັດ Thaco Agriແມ່ນ​ໂຄງ​ການ​ລົງ​ທຶນ​ກະ​ສິ​ກຳ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ຂອງ​ສາ​ກົນ ດ້ວຍຄົນງານທີ່ມີທັກສະສູງຫຼາຍພັນຄົນ. ນີ້​ແມ່ນ​ການ​ສະ​ແດງ​ໃຫ້​ເຫັນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ທີ່​ເຂັ້ມ​ແຂງ​ລະ​ຫວ່າງ ຫວຽດ​ນາມ ແລະ ກຳ​ປູ​ເຈຍ.

ເຕັມໄປດ້ວຍຄວາມ​ຮັກ​ແພງອັນອົບອຸ່ນ ຫວຽດນາມ ໃນ​ໂອກາດບຸນປີໃໝ່ຂອງບັນດາປະເທດເພື່ອນມິດ

ກວດພະຍາດໃຫ້ປະຊາຊົນ ແຂວງຫົວພັນ (ລາວ). ພາບ: ໜັງສືພິມ ຮ່າໂນ້ຍ ໃໝ່

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ມິງຫວູ ​ໄດ້​ສົ່ງ​ຄຳ​ຢື້​ຢາມ​ຖາມ​ຂ່າວ ​ແລະ ອວຍພອນ​ປີ​ໃໝ່​ປະຈຳ​ຊາດ ກຳປູ​ເຈຍ Choul Chnam Thmey ມາ​ຍັງ​ຄົນ​ງານ ຫວຽດນາມ ​ແລະ ກຳປູ​ເຈຍ ທີ່​ພວມ​ເຮັດ​ວຽກ​ຢູ່​ເຂດປະສົມ. ທ່ານ​ເອກ​ອັກຄະ​ລັດຖະທູດ​ຍັງ​ໄດ້​ມອບ​ຂອງຂວັນ 500 ພູດ​ໃຫ້​ບັນດາ​ຄອບຄົວ​ທີ່​ດ້ອຍ​ໂອກາດ, ​ໄດ້​ລົງ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ແກ່​ລູກ​ຫຼານ​ພະນັກງານ, ລັດຖະກອນ​ທີ່​ເຮັດ​ວຽກ​ຢູ່ເຂດປະສົມ Snuol.

ກ່ອນໜ້ານັ້ນ, ວັນທີ 3-4 ເມສາ, ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ (ລາວ) ໄດ້ສົມທົບກັບ ໂຮງໝໍຫຼາຍຂະແໜງ ອານຫວຽດ, ທີມປະຕິບັດງານພິເສດ (ທະຫານເຂດ 4), ຄະນະບໍລິຫານງານຊາວ ຫວຽດນາມ ແຂວງ ຫົວພັນ ເພື່ອປະຕິບັດໂຄງການກວດກາ, ແຈກຢາຍຢາໂດຍບໍເສຍຄ່າ ແລະ ມອບຂວັນໃຫ້ປະຊາຊົນລາວ ຢູ່ເມືອງວຽງໄຊ (ແຂວງຫົວພັນ).

ການນຳເມືອງວຽງໄຊ ໃຫ້ຮູ້ວ່າ: ນີ້ແມ່ນການເຄື່ອນໄຫວກວດ ແລະ ປິ່ນປົວພະຍາດໂດຍບໍເສຍຄ່າທີ່ມີຂະໜາດໃຫຍ່ທີ່ສຸດເທົ່າທີ່ເຄີຍມີມາຢູ່ທີ່ນີ້, ສະແດງໃຫ້ເຫັນຄວາມສາມັກຄີແບບພິເສດ ລາວ-ຫວຽດນາມ.

3 ຂີດໝາຍຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ໃນ​ປີ 2022

3 ຂີດໝາຍຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ໃນ​ປີ 2022

ຍສໝ - ຕາມ​ທ່ານ​ຮອງ​ລັດຖະມົນຕີ ຮວ່າງຊວນຈ໊ຽນ ​ແລ້ວ, ນີ້​ແມ່ນ​ບັນດາ​ຂີດ​ໝາຍໜ້າ​ພາກ​ພູມ​ໃຈ​ທີ່​ຄວນ​ສືບ​ຕໍ່​ເຜີຍ​ແຜ່ ​ແລະ ເສີມຂະຫຍາຍ​ໃນ​ໄລຍະ​ຈະ​ມາ​ເຖິງ.

ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ຍົກ​ສູງ​ກຳ​ລັງ​ແຮງ​ການ​ຕໍ່​ສູ້ດ ຮັກ​ສາ​ຄວາມ​ເຂັ້ມ​ແຂງ​ທາງ​ດ້ານ​ການ​ເມືອງ ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊ​າດ

ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ຍົກ​ສູງ​ກຳ​ລັງ​ແຮງ​ການ​ຕໍ່​ສູ້ດ ຮັກ​ສາ​ຄວາມ​ເຂັ້ມ​ແຂງ​ທາງ​ດ້ານ​ການ​ເມືອງ ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊ​າດ

ວັນທີ 22 ທັນວາ ແມ່ນສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ຄົບຮອບ 78 ປີ (22/12/1944 – 22/12/2022) ແລະ ວັນມູນເຊື້ອທົ່ວປວງຊົນປ້ອງກັນຊາດ ຄົບຮອບ 33 ປີ (22/12/1989 – 22/12/2022). ໂດຍໄດ້ເລີ່ມມາຈາກກອງທະຫານທຳອິດທີ່ເຄື່ອນໄຫວໃນຂະບວນການປະຕິວັດຂອງພັກຄອມມູນິດ ຫວຽດນາມ, ກອງທັບປະຊາຊົນ ຫວຽດນາມ ໄດ້ສ້າງວິລະກຳທີ່ລ້ຳເລີດຫຼາຍຢ່າງ ແລະ ...

ມີງດຶກ

ເຫດການ