ຫວຽດນາມ-ຈີນ ຊຸກຍູ້ຫັນບັນດາຄວາມຮູ້ລວມສໍາຄັນປະກົດຜົນເປັນຈິງ

23:00 | 15/04/2025

ຍສໝ - ວັນທີ 14 ເມສາ, ຢູ່ທີ່ສຳນັກງານສູນກາງພັກ, ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ.

ຜູ້ຊົງຄຸນວຸດທິມິດຕະພາບ ຈີນ ປະກອບສ່ວນ​ພັດທະນາ​ການ​ພົວພັນ ​ຫວຽດນາມ-​ຈີນ ແບບ​ຍືນ​ຍົງ ຜູ້ຊົງຄຸນວຸດທິມິດຕະພາບ ຈີນ ປະກອບສ່ວນ​ພັດທະນາ​ການ​ພົວພັນ ​ຫວຽດນາມ-​ຈີນ ແບບ​ຍືນ​ຍົງ
ການຢ້ຽມຢາມ ຈີນ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະແດງໃຫ້ເຫັນ “ຄວາມສຳຄັນ” ຂອງການພົວພັນ ຫວຽດນາມ - ຈີນ ການຢ້ຽມຢາມ ຈີນ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະແດງໃຫ້ເຫັນ “ຄວາມສຳຄັນ” ຂອງການພົວພັນ ຫວຽດນາມ - ຈີນ

ທີ່ການພົບປະ, ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດ ເນັ້ນໜັກວ່າ ການຢ້ຽມຢາມທາງລັດຖະກິດຫວຽດນາມ ຄັ້ງທີ 4 ຂອງທ່ານ ສີຈິ້ນຜິງ ໃນຖານະທີ່ເປັນການນຳສູງສຸດຂອງພັກ, ລັດຈີນ ບໍ່ພຽງແຕ່ສະແດງໃຫ້ເຫັນການຖືເປັນສໍາຄັນຕໍ່ກັບການພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດເທົ່ານັ້ນ, ຫາກຍັງເປັນຂີດໝາຍສໍາຄັນ, ເປີດອອກໄລຍະໃໝ່ໃນການປັບປຸງ ແລະພັດທະນາການພົວພັນ “ທັງເປັນສະຫາຍ, ທັງເປັນອ້າຍນ້ອງ” ອີກດ້ວຍ.

ຫວຽດນາມ-ຈີນ ຊຸກຍູ້ຫັນບັນດາຄວາມຮູ້ລວມສໍາຄັນປະກົດຜົນເປັນຈິງ

ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ. ພາບ: TTXVN

ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດ ຢືນຢັນວ່າ ການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາແຫ່ງຊາດຈີນ ໄດ້ກາຍເປັນເສົາຄ້ຳສຳຄັນ, ປະກອບສ່ວນສ້າງພື້ນຖານອັນໝັ້ນແກ່ນສຳລັບການພັດທະນາແບບຍືນຍົງຂອງການພົວພັນສອງຝ່າຍ. ທ່ານປະທານສະພາແຫ່ງຊາດຫວຽດນາມ ໄດ້ຕີລາຄາສູງບົດບາດຂອງຊ່ອງທາງການຮ່ວມມືລະຫວ່າງສະພາແຫ່ງຊາດ ໃນການຊຸກຍູ້ການເຈລະຈາຍຸດທະສາດ, ແບ່ງປັນບົດຮຽນດ້ານນິຕິກຳ, ຕິດຕາມກວດກາ ແລະຕົກລົງຕໍ່ບັນຫາໃຫຍ່, ຜ່ານນັ້ນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະສ້າງເງື່ອນໄຂສະດວກໃຫ້ບັນດາຂໍ້ລິເລີ່ມຮ່ວມມືລະຫວ່າງສອງປະເທດ.

ຫວຽດນາມ-ຈີນ ຊຸກຍູ້ຫັນບັນດາຄວາມຮູ້ລວມສໍາຄັນປະກົດຜົນເປັນຈິງ
ບັນຍາກາດທີ່ການພົບປະ. ພາບ: TTXVN

ສະແດງຄວາມເຫັນດີເຫັນພ້ອມກັບຂໍ້ສະເໜີຂອງທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ຢືນຢັນສະໜັບສະໜູນສະພາແຫ່ງຊາດຈີນ ເພີ່ມທະວີການພົບປະແລກປ່ຽນ ແລະການຮ່ວມມືກັບສະພາແຫ່ງຊາດຫວຽດນາມ; ຊົມເຊີຍ ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດ ມາຢ້ຽມຢາມຈີນ ເພື່ອເພີ່ມທະວີການແລກປ່ຽນລະຫວ່າງອົງການນິຕິບັນຍັດສອງປະເທດ.

ຫວຽດນາມ-ຈີນ ຍົກສູງຄຸນນະພາບ, ປະສິດທິຜົນຂອງການຮ່ວມມືຢ່າງແທດຈິງ ຫວຽດນາມ-ຈີນ ຍົກສູງຄຸນນະພາບ, ປະສິດທິຜົນຂອງການຮ່ວມມືຢ່າງແທດຈິງ

ຍສໝ - ຕອນບ່າຍວັນທີ 14 ເມສາ, ຢູ່ສຳນັກງານສູນກາງພັກ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ມີການພົບປະກັບທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ.

ຂີດໝາຍໃໝ່ໃນປະຫວັດສາດແຫ່ງການພົວພັນມິດຕະພາບສອງຝ່າຍຫວຽດນາມ-ຈີນ ຂີດໝາຍໃໝ່ໃນປະຫວັດສາດແຫ່ງການພົວພັນມິດຕະພາບສອງຝ່າຍຫວຽດນາມ-ຈີນ

ຍສໝ - ຕອນບ່າຍວັນທີ 14 ເມສາ, ພາຍໃຕ້ການເປັນປະທານຂອງທ່ານ ໂຕເລິມ, ພິທີຕ້ອນຮັບທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ມາຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ໄດ້ໄຂຂຶ້ນຢ່າງສົມກຽດຢູ່ທຳນຽບປະທານປະເທດ.

ເຫດການ