ຫວຽດນາມ - ກໍາປູເຈຍ - ລາວ ເພີ່ມພູນຄູນສ້າງໃຫ້ນ້ຳໃຈສາມັກຄີ, ມິດຕະພາບ ແລະການຮ່ວມມື

23:57 | 12/04/2025

ຍສໝ - ວັນທີ 11 ເມສາ, ຄະນະຊາວໜຸ່ມແຂວງອານຢາງ ໄດ້ຈັດຕັ້ງການພົບປະສັງສັນ ແລະມອບຂອງຂວັນໃຫ້ແກ່ນັກສຶກສາກຳປູເຈຍ ແລະ ລາວ ທີ່ພວມຮໍ່າຮຽນຢູ່ແຂວງອານຢາງ ພ້ອມກັບພະນັກງານຄະນະຊາວໜຸ່ມ, ຊາວເຜົ່າຂະແມ ເນື່ອງໃນໂອກາດບຸນເຕັດ Chol Chnăm Thmay ແລະບຸນປີໃໝ່ລາວ 2025.

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ, ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ​ເຂົ້າ​ຮ່ວມ​ພິທີໄວ້ອາໄລທ່ານພົນ​ເອກ ຄຳ​ໄຕ ສີ​ພັນ​ດອນ ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ, ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ​ເຂົ້າ​ຮ່ວມ​ພິທີໄວ້ອາໄລທ່ານພົນ​ເອກ ຄຳ​ໄຕ ສີ​ພັນ​ດອນ
ເພີ່ມພູນຄູນສ້າງນໍ້າໃຈ​ມິດຕະພາບ​ລະຫວ່າງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ປະຊາຊົນ​ປະຕິວັດ​ລາວ ​ໃນ​ສະພາບ​ການ​ໃໝ່ຢ່າງບໍ່ຢຸດຢັ້ງ ເພີ່ມພູນຄູນສ້າງນໍ້າໃຈ​ມິດຕະພາບ​ລະຫວ່າງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ປະຊາຊົນ​ປະຕິວັດ​ລາວ ​ໃນ​ສະພາບ​ການ​ໃໝ່ຢ່າງບໍ່ຢຸດຢັ້ງ

ທ່ານ ໂດ໊ມິງຊາງ ຮອງເລຂາຄະນະຊາວໜຸ່ມແຂວງ, ປະທານສະຫະສະມາຄົມຊາວໜຸ່ມຫວຽດນາມ ແຂວງອານຢາງ ໄດ້ສົ່ງພອນໄຊອັນປະເສີດມາຍັງບັນດາຜູ້ແທນ, ເນັ້ນໜັກວ່າ: ນ້ຳໃຈມິດຕະພາບ, ຄວາມສາມັກຄີ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງ ຫວຽດນາມ - ລາວ - ກໍາປູເຈຍ ແມ່ນປັດໄຈຮັບປະກັນໄຊຊະນະໃນການສ້າງສາ, ພັດທະນາ ແລະປົກປັກຮັກສາປະເທດຊາດໃນປະຫວັດສາດ, ປະຈຸບັນ ແລະໃນອະນາຄົດ. ປະຈຸບັນ, ຢູ່ມະຫາວິທະຍາໄລອານຢາງ ມີນັກສຶກສາກຳປູເຈຍ ແລະ ລາວ ຈຳນວນ 21 ຄົນ ທີ່ພວມດຳລົງຊີວິດ ແລະຮ່ຳຮຽນ.

ໃນໄລຍະຜ່ານມາ, ການນຳທຸກຂັ້ນ, ຂະແໜງການ, ຄະນະຊາວໜຸ່ມແຂວງ ແລະສະຫະສະມາຄົມຊາວໜຸ່ມຫວຽດນາມ ແຂວງອານຢາງ ຍາມໃດກໍ່ເອົາໃຈໃສ່ ແລະເບິ່ງແຍງດູແລເຖິງບັນດານັກສຶກສາຂອງລາວ ແລະກໍາປູເຈຍ. ຜ່ານການເຄື່ອນໄຫວແທດຈິງຫຼາຍຢ່າງໄດ້ປະກອບສ່ວນສ້າງເງື່ອນໄຂສະດວກ ເພື່ອໃຫ້ນັກຮຽນກຳປູເຈຍ ແລະ ລາວ ລຸ້ນຕ່າງໆມີຄວາມອຸ່ນອ່ຽນໃຈຮ່ຳຮຽນ ແລະຄົ້ນຄ້ວາຢູ່ແຂວງອານຢາງ; ປະກອບສ່ວນເຂົ້າໃນກິດຈະການສ້າງສາ ແລະພັດທະນາບ້ານເກີດເມືອງນອນ ແລະປະເທດຊາດ. ພວກນ້ອງນັກຮຽນແມ່ນຂົວຕໍ່, ປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງ 3 ປະເທດ ຫວຽດນາມ - ລາວ - ກໍາປູເຈຍ ໃຫ້ນັບມື້ນັບໝັ້ນແກ່ນຍິ່ງຂຶ້ນ.

ຫວຽດນາມ - ກໍາປູເຈຍ - ລາວ ເພີ່ມພູນຄູນສ້າງໃຫ້ນ້ຳໃຈສາມັກຄີ, ມິດຕະພາບ ແລະການຮ່ວມມື

ທ່ານ ໂດ໊ມິງຊາງ ຮອງເລຂາຄະນະຊາວໜຸ່ມແຂວງ, ປະທານສະຫະສະມາຄົມຊາວໜຸ່ມຫວຽດນາມ ແຂວງອານຢາງ ມອບໃບຍ້ອງຍໍໃຫ້ແກ່ນັກສຶກສາຊາວເຜົ່າຂະແມ. ພາບ: ສໍານັກຂ່າວສານຫວຽດນາມ

ຕາງໜ້າໃຫ້ນັກສຶກສາກຳປູເຈຍ ແລະລາວ ທີ່ພວມຮໍ່າຮຽນຢູ່ມະຫາວິທະຍາໄລອານຢາງ, ນັກສຶກສາ Pech Sovuthika (ນັກສຶກສາກໍາປູເຈຍ) ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການນຳແຂວງອານຢາງ, ຄະນະຊາວໜຸ່ມແຂວງ ແລະຄະນະອຳນວຍການມະຫາວິທະຍາໄລອານຢາງ ຍາມໃດກໍ່ເອົາໃຈໃສ່, ໜູນຊ່ວຍ ແລະສ້າງເງື່ອນໄຂສະດວກໃຫ້ແກ່ນັກສຶກສາກຳປູເຈຍ ແລະ ລາວ ມີຄວາມອຸ່ນອ່ຽນໃຈຮ່ຳຮຽນ ແລະດຳລົງຊີວິດ. ນ້ອງ Pech Sovuthika ໃຫ້ຄຳໝັ້ນສັນຍາວ່າ ຈະມານະພະຍາຍາມຮໍ່າຮຽນເພື່ອບັນລຸໄດ້ຜົນງານດີທີ່ສຸດເມື່ອກັບຄືນເຮັດວຽກຢູ່ປະເທດຕົນ ປະກອບສ່ວນເຂົ້າໃນການພັດທະນາຂອງບ້ານເກີດເມືອງນອນໃນອະນາຄົດ.

ເນື່ອງໃນໂອກາດນີ້, ຄະນະຊາວໜຸ່ມແຂວງອານຢາງ ໄດ້ມອບໃບຍ້ອງຍໍໃຫ້ນັກສຶກສາຊາວເຜົ່າຂະແມ 21 ຄົນ ທີ່ພວມຮ່ຳຮຽນຢູ່ມະຫາວິທະຍາໄລອານຢາງ ທີ່ມີຜົນງານດີເດັ່ນໃນສົກຮຽນ 2024-2025; ມອບຂອງຂວັນໃຫ້ແກ່ນັກສຶກສາກຳປູເຈຍ ແລະ ລາວ ຈຳນວນ 21 ຄົນທີ່ພວມຮໍ່າຮຽນຢູ່ແຂວງ ແລະພະນັກງານຄະນະຊາວໜຸ່ມ, ສະມາຄົມເປັນຊາວເຜົ່າຂະແມ 26 ຄົນ.

3 ໜ້າ​ທີ່ຈຸດສຸມ​ຂອງ​ສະມາຄົມ​ມິດຕະພາບ ​ຫວຽດນາມ - ລາວ ​ໃນຂົງເຂດຕຳຫຼວດ​ປະຊາຊົນອາຍຸການ 2025 - 2030 3 ໜ້າ​ທີ່ຈຸດສຸມ​ຂອງ​ສະມາຄົມ​ມິດຕະພາບ ​ຫວຽດນາມ - ລາວ ​ໃນຂົງເຂດຕຳຫຼວດ​ປະຊາຊົນອາຍຸການ 2025 - 2030

ຍສໝ - ໃນວັນທີ 20 ມີນາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງ​ປະ​ຊຸມ​ໃຫຍ່​ຂອງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ ໃນຂົງເຂດຕຳຫຼວດ​ປະຊາຊົນ (ສະ​ມາ​ຄົມ​) ຄັ້ງ​ທຳ​ອິດ, ອາຍຸການ 2025 - 2030. ທ່ານ ພົນເອກ ເລືອງຕາມກກວາງ, ກຳມະການກົມການເມືອງ, ເລຂາທິການຄະນະພັກຕຳຫຼວດສູນກາງ, ລັດຖະມົນຕີກະຊວງຕຳຫຼວດ ເຂົ້າຮ່ວມ ແລະ ກ່າວຄຳປາໄສຊີ້ນຳທີ່ກອງປະຊຸມໃຫຍ່.

ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ໃນ​ຂົງ​ເຂດ​ຕຳຫຼວດ​ປະຊາຊົນ, ​ແມ່ນ​ຂົວ​ຕໍ່​ສຳຄັນໃຫ້ນ້ຳໃຈມິດຕະພາບ ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ໃນ​ຂົງ​ເຂດ​ຕຳຫຼວດ​ປະຊາຊົນ, ​ແມ່ນ​ຂົວ​ຕໍ່​ສຳຄັນໃຫ້ນ້ຳໃຈມິດຕະພາບ

ຍສໝ​ - ໂດຍສົມທົບກັບສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ໃນຂົງເຂດຕຳຫຼວດປະຊາຊົນ ໄດ້ມີຫຼາຍການປະກອບສວນຢ່າງແທດຈິງ ແລະ ມີຄວາມໝາຍ, ປະກອບເພີ່ມພຸນຄຸນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ.

ບູນມີ

ທ່ານອາດຈະມັກ

ເຫດການ