ຍສໝ - ແນ່ໃສ່ແກ້ໄຂຄວາມຫຍຸ້ງຍາກ ໃນຂະບວນການຫັນເປັນສີຂຽວ, ສະຫະພັນບັນດາອົງການມິດຕະພາບ ນະຄອນ ດານັງ, ທະນາຄານ ນາມອາ ແລະ ອົງການ WUSC ຫາເກີດໄດ້ຕົກລົງຈັດຕັ້ງປະຕິບັດ ຮູບແບບການຮ່ວມມືຍຸດທະສາດ. ການເຊື່ອມໂຍງນີ້ ຮັບບົດບາດເປັນຂົວຕໍ່ ໄຂແຫຼ່ງການເງິນສາກົນ, ພ້ອມດຽວກັນນັ້ນ ກໍ່ປະກອບຄວາມສາມາດໃນການປະຕິບັດ ການພັດທະນາຢ່າງຍືນຍົງ ໃຫ້ແກ່ສັງຄົມວິສາຫະກິດທ້ອງຖິ່ນ.
ຍສໝ - ງານມະຫະກຳວັດທະນະທຳອາຫານສາກົນ 2026 ຈະຈັດຂຶ້ນໃນວັນທີ 21-22 ພະຈິກ ທີ່ຮ່າໂນ້ຍ ພາຍໃຕ້ຫົວຂໍ້ “ຈຸດຕັດທາງວັດທະນະທຳ” (Beyond Flavors), ບໍ່ພຽງແຕ່ແນະນຳເອກະລັກດ້ານອາຫານຂອງບັນດາປະເທດເທົ່ານັ້ນ ແຕ່ຍັງເຜີຍແຜ່ຈິດໃຈແຫ່ງຄວາມເມດຕາ, ເຊື່ອມຕໍ່ມິດຕະພາບກັບເພື່ອນມິດສາກົນ ຜ່ານບັນດາກິດຈະກຳຊ່ວຍເຫຼືອຊຸມຊົນ.
ຍສໝ - ວັນທີ 30/10, ໃນງານມະຫາກຳເລີ່ມຕົ້ນທຸລະກິດ ແລະ ນະວັດຕະກຳແຂວງກ່າເມົາ ປີ 2026, ການນຳແຂວງໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການສົ່ງເສີມທ່າແຮງຂອງທ້ອງຖິ່ນ, ນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ການຫັນປ່ຽນດິຈິຕອນ ເພື່ອສ້າງຄຸນຄ່າໃໝ່, ຊຸກຍູ້ການພັດທະນາເສດຖະກິດຢ່າງຍືນຍົງ.
ຍສໝ - ແຕ່ວັນທີ 16-18/11, ສັບປະດາສາທາລະນະສຸກຫວຽດນາມ - ຊູແອດ 2026 ຈະຈັດຂຶ້ນຢູ່ຮ່າໂນ້ຍ, ບັກນິງ ແລະ ນະຄອນໂຮ່ຈີມິນ, ເພື່ອເປັນຂີດໝາຍຄົບຮອບ 50 ປີ ແຫ່ງການຮ່ວມມືດ້ານສາທາລະນະສຸກລະຫວ່າງສອງປະເທດ, ພ້ອມທັງຊຸກຍູ້ການຮ່ວມມືດ້ານການຄົ້ນຄວ້າ, ນະວັດຕະກຳ ແລະ ການຫັນປ່ຽນດິຈິຕອນໃນການດູແລສຸຂະພາບ.
ຍສໝ - ວັນທີ 1/11, ຢູ່ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ເປີດຕົວແພລດຟອມແຜນທີ່ດິຈິຕອນວັດທະນະທຳຫວຽດນາມ (CMAP), ປະກອບສ່ວນຊຸກຍູ້ການຫັນປ່ຽນດິຈິຕອນໃນຂະແໜງວັດທະນະທຳ, ໂຄສະນາມໍລະດົກ ແລະ ຍົກສູງຄວາມສາມາດໃນການເຂົ້າເຖິງບັນດາຄຸນຄ່າວັດທະນະທຳຂອງຊາດ.
ຍສໝ - ວັນທີ 29 ຕຸລາ 2026, ທີ່ງານມະໂຫລານຮູບເງົາສາກົນ ໂຕກຽວ (TIFF 2026), VFDA ແລະ ສະຖານທູດຫວຽດນາມ ປະຈຳຍີ່ປຸ່ນ ໄດ້ຈັດກອງປະຊຸມສຳມະນາ "ຮູບເງົາຫວຽດນາມ ໃນອາຊີທີ່ເຊື່ອມໂຍງ: ເອກະລັກວັດທະນະທຳ, ການປະດິດສ້າງ ແລະ ການຮ່ວມມືສາກົນ".
ຍສໝ - ວັນທີ 1/11, ຢູ່ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ເປີດຕົວແພລດຟອມແຜນທີ່ດິຈິຕອນວັດທະນະທຳຫວຽດນາມ (CMAP), ຊ່ວຍໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວຄົ້ນພົບບັນດາມໍລະດົກ, ເຫດການດ້ານວັດທະນະທຳ ແລະ ສະຖານທີ່ທ່ອງທ່ຽວຕ່າງໆ ໃນທົ່ວປະເທດ.
ຍສໝ - ມາຮອດທ້າຍເດືອນກໍລະກົດ 2026, ແຂວງບັກນິງ ມີຜະລິດຕະພັນ OCOP ຈຳນວນ 722 ລາຍການ ທີ່ໄດ້ຮັບການຈັດອັນດັບຕັ້ງແຕ່ 3 ດາວຂຶ້ນໄປ. ແຂວງພວມເລັ່ງລັດການຫັນປ່ຽນດິຈິຕອນ, ພັດທະນາການຄ້າເອເລັກໂຕຣນິກ, ສ້າງຍີ່ຫໍ້ ແລະ ຍົກສູງຄຸນນະພາບຜະລິດຕະພັນ ເພື່ອຂະຫຍາຍຕະຫຼາດຈຳໜ່າຍ ແລະ ສົ່ງເສີມຄຸນຄ່າຂອງບັນດາບ້ານຫັດຖະກຳພື້ນເມືອງ.
ຍສໝ - ວັນທີ 28/10, ທີ່ແຂວງກວ໋າງນິງ, ຫວຽດນາມໄດ້ມອບເອກະສານການເຂົ້າຮ່ວມຂໍ້ຕົກລົງ Artemis, ເປັນຂີດໝາຍຄວາມຄືບໜ້າໃນການຮ່ວມມືສາກົນດ້ານການສຳຫຼວດ ແລະ ນຳໃຊ້ອະວະກາດເພື່ອຈຸດປະສົງສັນຕິພາບ, ມຸ່ງໄປສູ່ການພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ຄວາມຍືນຍົງ.
ຍສໝ - ການຮັບເປັນເຈົ້າພາບປີ APEC 2027 ບໍ່ພຽງແຕ່ເປັນພາລະກິດດ້ານການຕ່າງປະເທດທີ່ສຳຄັນເທົ່ານັ້ນ, ແຕ່ຍັງສ້າງສະພາບແວດລ້ອມຕົວຈິງໃຫ້ຫວຽດນາມໄດ້ຝຶກອົບຮົມ ແລະ ຫຼໍ່ຫຼອມຖັນແຖວພະນັກງານທີ່ມີແນວຄິດຍຸດທະສາດ, ຄວາມສາມາດປະສານສົມທົບແບບຫຼາຍຝ່າຍ ແລະ ທັກສະໃນການແກ້ໄຂບັນດາບັນຫາສັບສົນຂອງພາກພື້ນ. ໂດຍສືບທອດປະສົບການຈາກ APEC 2006 ແລະ 2017, ຫວຽດນາມມີໂອກາດຍົກສູງຄຸນນະພາບຊັບພະຍາກອນມະນຸດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການເຊື່ອມເຂົ້າກັບສາກົນໃນໄລຍະພັດທະນາໃໝ່.
ຍສໝ - ການຢ້ຽມຢາມຫວຽດນາມຢ່າງເປັນທາງການ ແຕ່ວັນທີ 24-26/10 ຂອງທ່ານ Donald Tusk, ນາຍົກລັດຖະມົນຕີໂປໂລຍ ໄດ້ເປັນຂີດໝາຍແຫ່ງບາດກ້າວພັດທະນາໃໝ່ໃນສາຍພົວພັນສອງຝ່າຍ, ເມື່ອສອງປະເທດຕັດສິນໃຈຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ, ຮັບຮອງແຜນປະຕິບັດງານໄລຍະ 2026-2030 ແລະ ວາງເປົ້າໝາຍໃຫ້ມູນຄ່າການຄ້າບັນລຸ 6 ຕື້ໂດລາສະຫະລັດ ໃນປີ 2030. ໃນໂອກາດນີ້, ທ່ານ ໂງ ເລ ວັນ, ຮອງລັດຖະມົນຕີການຕ່າງປະເທດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບຜົນການຢ້ຽມຢາມ ແລະ ແນວໂນ້ມການຮ່ວມມືລະຫວ່າງສອງປະເທດ.
ຍສໝ - ການຢ້ຽມຢາມເດນມາກ, ສະຫະພາບເອີຣົບ (EU) ແລະ ແບນຊິກ ຂອງທ່ານ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ແລະ ປະທານປະເທດ, ໄດ້ເປີດບາດກ້າວພັດທະນາໃໝ່ໃນສາຍພົວພັນລະຫວ່າງຫວຽດນາມກັບບັນດາຄູ່ຮ່ວມມືເອີຣົບ, ພ້ອມທັງສ້າງໂອກາດໃໝ່ໃນການຮ່ວມມືດ້ານເສດຖະກິດ, ວິທະຍາສາດ - ເຕັກໂນໂລຊີ, ການຫັນປ່ຽນສີຂຽວ ແລະ ການຝຶກອົບຮົມຊັບພະຍາກອນມະນຸດ. ໃນການໃຫ້ສຳພາດຕໍ່ສື່ມວນຊົນ, ທ່ານ ເລ ຮວ່າຍ ຈຸງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການຫັນບັນດາຂໍ້ຕົກລົງຂັ້ນສູງໃຫ້ເປັນແຜນງານ ແລະ ໂຄງການທີ່ເປັນຮູບປະທຳໂດຍໄວ.
ຍສໝ - ແນ່ໃສ່ເພີ່ມກຳລັງໃຈໃນການບາກບັ່ນສູ້ຊົນໃຫ້ແກ່ນັກຮຽນຜູ້ດ້ອຍໂອກາດ, ວັນທີ 20 ຕຸລາ, ທຶນການສຶກສາ 100 ທຶນ ທີ່ມີຄວາມໝາຍຕົວຈິງ ຈາກ ອົງການ Children of Vietnam (ອາເມລິກາ) ໄດ້ຖືກມອບໃຫ້ເຖິງມືບັນດານັກຮຽນທີ່ຜ່ານຜ່າຄວາມຫຍຸ້ງຍາກ ຢູ່ ຕາແສງ ທັງດຽນ, ນະຄອນ ດານັງ.
ຍສໝ - ຕາມໜັງສືພິມ The Sydney Morning Herald (ອົດສະຕຣາລີ), ຮ່າໂນ້ຍແມ່ນຈຸດໝາຍປາຍທາງທີ່ດຶງດູດໃຈສຳລັບນັກທ່ອງທ່ຽວທີ່ມັກຄົ້ນຫາອາຫານການກິນ. ນັບແຕ່ອາຫານຕາມທ້ອງຖະໜົນທີ່ຄຸ້ນເຄີຍ, ວັດທະນະທຳກາເຟ ຈົນເຖິງປະສົບການດ້ານອາຫານການກິນສະໄໝໃໝ່, ນະຄອນຫຼວງແຫ່ງນີ້ໄດ້ມອບໂອກາດຫຼາຍຢ່າງໃຫ້ນັກທ່ອງທ່ຽວໄດ້ຮຽນຮູ້ຊີວິດການເປັນຢູ່ ແລະ ເອກະລັກທາງວັດທະນະທຳຂອງຫວຽດນາມ.
ຍສໝ - ບົນພື້ນຖານຄວາມໝັ້ນຄົງທາງການເມືອງ - ສັງຄົມ, ບັນດາຜົນສຳເລັດດ້ານການພັດທະນາ, ເອກະລັກທາງວັດທະນະທຳ ແລະ ແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ຫວຽດນາມພວມຄ່ອຍໆ ເພີ່ມທະວີຄວາມດຶງດູດ ແລະ ຖານະບົດບາດຂອງຕົນໃນເວທີສາກົນ. ແນວໃດກໍຕາມ, ເພື່ອຫັນປ່ຽນບັນດາທ່າໄດ້ປຽບເຫຼົ່ານີ້ໃຫ້ກາຍເປັນອຳນາດອ່ອນທີ່ຍືນຍົງ, ຈຳເປັນຕ້ອງສືບຕໍ່ຍົກສູງຄຸນນະພາບການບໍລິຫານປົກຄອງປະເທດ, ປະສິດທິຜົນການປະຕິບັດນະໂຍບາຍ ແລະ ຄວາມສອດຄ່ອງກັນລະຫວ່າງຄຳໝັ້ນສັນຍາກັບການກະທຳ.
ຍສໝ - ໃນການຕ້ອນຮັບທ່ານ Alexis Am, ອຸປະທູດຮັກສາການຂອງອາກຊັງຕິນປະຈຳຫວຽດນາມ, ທ່ານ ຫວູ ດ້າຍ ທັງ, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ເນັ້ນໜັກວ່າ ທ່າແຮງການຮ່ວມມືລະຫວ່າງສອງຝ່າຍຍັງມີຫຼາຍ, ພ້ອມທັງຍິນດີຕ້ອນຮັບບັນດາຂໍ້ສະເໜີເພື່ອເພີ່ມທະວີການແລກປ່ຽນວັດທະນະທຳ, ປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືຫວຽດນາມ - ອາກຊັງຕິນ.
ຍສໝ - ໃນສະພາບການທີ່ເສດຖະກິດໂລກນັບມື້ນັບໄດ້ຮັບຜົນກະທົບຈາກການແຂ່ງຂັນດ້ານເຕັກໂນໂລຊີ, ມາດຕະການປົກປ້ອງຕະຫຼາດ ແລະ ຄວາມຕ້ອງການຮັບປະກັນຄວາມໝັ້ນຄົງຂອງຕ່ອງໂສ້ການສະໜອງ, ເວທີຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) ກຳລັງຢືນຢູ່ຕໍ່ໜ້າຄວາມຈຳເປັນໃນການປັບປ່ຽນແນວທາງຈາກການຊຸກຍູ້ການຄ້າເສລີ ໄປສູ່ການເພີ່ມທະວີຄວາມສາມາດເພິ່ງພາຕົນເອງ. ການເປັນເຈົ້າພາບ APEC 2027 ໄດ້ສ້າງໂອກາດໃຫ້ຫວຽດນາມສົ່ງເສີມບົດບາດການເຊື່ອມໂຍງ, ຍົກສູງຖານະຂອງຕົນໃນບັນດາຕ່ອງໂສ້ການສະໜອງຂອງພາກພື້ນ ແລະ ໂລກ.
ຍສໝ - ວັນທີ 21/10, ທີ່ຮ່າໂນ້ຍ, ທ່ານ ຫວູ ດ້າຍ ຖັງ, ກຳມະການສູນກາງພັກ, ຮອງເລຂາຄະນະພັກນະຄອນ, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ຕ້ອນຮັບທ່ານ Alexis Am, ອຸປະທູດຊົ່ວຄາວສາທາລະນະລັດອາກຊັງຕິນປະຈຳຫວຽດນາມ ໃນການຢ້ຽມຢາມຕາມມາລະຍາດທາງການທູດ, ພ້ອມທັງແລກປ່ຽນບັນດາຂໍ້ສະເໜີເພື່ອເພີ່ມທະວີການແລກປ່ຽນວັດທະນະທຳ ແລະ ຂະຫຍາຍການຮ່ວມມືລະຫວ່າງສອງຝ່າຍ.
ຍສໝ - ໃນກອງປະຊຸມລັດຖະມົນຕີການເງິນ APEC ຄັ້ງທີ 33 ທີ່ຈັດຂຶ້ນແຕ່ວັນທີ 20-21/10 ຢູ່ຮົງກົງ (ຈີນ), ຫວຽດນາມໄດ້ຮັບບົດບາດເປັນປະທານຂະບວນການລັດຖະມົນຕີການເງິນ APEC ປີ 2027 ຢ່າງເປັນທາງການ, ພ້ອມທັງສະເໜີ 4 ຫົວຂໍ້ບູລິມະສິດດ້ານການຮ່ວມມື ແລະ ໄດ້ຮັບຄວາມເຫັນດີຢ່າງສູງຈາກບັນດາເສດຖະກິດສະມາຊິກ.
ຍສໝ - ຜ່ານການຮ່ວມມືກັບກຸ່ມບໍລິສັດ LEGO ໃນຂົງເຂດການສຶກສາ STEAM ແລະ ການຊຸກຍູ້ສາຍພົວພັນກັບອຳນາດການປົກຄອງນະຄອນ Copenhagen, ຮ່າໂນ້ຍໄດ້ເປັນຝ່າຍລິເລີ່ມເຂົ້າເຖິງບັນດາຮູບແບບສ້າງສັນ, ປະສົບການພັດທະນາສີຂຽວ ແລະ ດຳເນີນບັນດາໂຄງການຮ່ວມມືທີ່ເປັນຮູບປະທຳ.
ຍສໝ - ວັນທີ 19/10, ຢູ່ຮ່າໂນ້ຍ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ປະສານສົມທົບກັບສະມາຄົມການຄ້າເອເລັກໂຕຣນິກຫວຽດນາມ (VECOM) ແລະ Amazon ຈັດພິທີເປີດຕົວໂຄງການ “ນັກທຸລະກິດໜຸ່ມກ້າວສູ່ຕະຫຼາດສາກົນຜ່ານການຄ້າເອເລັກໂຕຣນິກ” (Hà Nội Global), ແນໃສ່ເຊື່ອມໂຍງແຫຼ່ງຊັບພະຍາກອນ, ຍົກສູງຂີດຄວາມສາມາດ ແລະ ໜູນຊ່ວຍວິສາຫະກິດຫວຽດນາມຂະຫຍາຍຕະຫຼາດສົ່ງອອກຜ່ານລະບົບອອນລາຍ.
ຍສໝ - ປີ 2027 ຖືກກຳນົດໃຫ້ເປັນປີແຫ່ງການເລັ່ງລັດ, ສ້າງແຮງຂັບເຄື່ອນໃນການປະຕິບັດບັນດາເປົ້າໝາຍຂອງມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ໂດຍມີຄາດໝາຍການເຕີບໂຕ GDP ແຕ່ 10% ຂຶ້ນໄປ. ຄຽງຄູ່ກັບການຮັກສາສະຖຽນລະພາບເສດຖະກິດມະຫາພາກ ແລະ ຍົກສູງຄວາມສາມາດແຂ່ງຂັນ, ສູນກາງພັກໄດ້ເນັ້ນໜັກການປ່ຽນແປງໃໝ່ວິທີການບໍລິຫານ, ຍົກສູງຄວາມຮັບຜິດຊອບຂອງຜູ້ນຳພາ ແລະ ຖືເອົາຜົນການປະຕິບັດເປັນມາດຕະຖານວັດແທກປະສິດທິຜົນ.
ຍສໝ - ລາງວັນສື່ມວນຊົນກ່ຽວກັບການພັດທະນາວັດທະນະທຳ ແລະ ການສ້າງຄົນຮ່າໂນ້ຍທີ່ມີມາລະຍາດງົດງາມ ແລະ ມີອາລະຍະທຳ ຄັ້ງທີ IX ປີ 2026 ໄດ້ຍົກຍ້ອງບັນດາຜົນງານທີ່ເຂົ້າເຖິງບັນຫາວັດທະນະທຳຈາກຫຼາຍມຸມມອງ, ເຊື່ອມໂຍງຄຸນຄ່າອັນເລິກເຊິ່ງຂອງມໍລະດົກກັບຂໍ້ຮຽກຮ້ອງດ້ານການບໍລິຫານຕົວເມືອງ, ການພັດທະນາອຸດສາຫະກຳວັດທະນະທຳ ແລະ ການສ້າງຄົນ, ພ້ອມທັງເປີດກວ້າງພື້ນທີ່ສ້າງສັນດ້ານສື່ມວນຊົນ, ປະກອບສ່ວນນຳເອົາບັນດາບັນຫາວັດທະນະທຳຂອງຮ່າໂນ້ຍເຂົ້າໃກ້ສາທາລະນະຊົນຫຼາຍຂຶ້ນ.
ຍສໝ - ແຕ່ວັນທີ 13-14/10, ທ່ານນາງ ຫງວຽນ ມິງ ຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມເວທີປາໄສເສດຖະກິດໃໝ່ Bloomberg (NEF) ຄັ້ງທີ 8 ທີ່ນິວເດລີ (ອິນເດຍ). ນອກຂອບເວທີປາໄສ, ທ່ານນາງຮອງລັດຖະມົນຕີ ໄດ້ແລກປ່ຽນກັບຄະນະຜູ້ນຳກຸ່ມບໍລິສັດ Bloomberg ກ່ຽວກັບການເພີ່ມທະວີການຮ່ວມມືດ້ານສື່ມວນຊົນ, ການໂຄສະນາພາບພົດ ແລະ ສະພາບແວດລ້ອມການລົງທຶນຂອງຫວຽດນາມ ໃນປີ APEC 2027.
ຍສໝ - ຕອນບ່າຍວັນທີ 14/10, ທີ່ນະຄອນດ່ານັງ, ກອງປະຊຸມຄັ້ງທີ 90 ຂອງຄະນະກຳມະການວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ (COSTI-90) ໄດ້ເປີດກອງປະຊຸມຄົບຄະນະ ໂດຍມີຜູ້ຕາງໜ້າບັນດາປະເທດສະມາຊິກ ແລະ ກອງເລຂາອາຊຽນເຂົ້າຮ່ວມ. ກອງປະຊຸມສຸມໃສ່ຊຸກຍູ້ການຮ່ວມມືດ້ານການຄົ້ນຄວ້າ, ການແບ່ງປັນຊັບພະຍາກອນ ແລະ ການປະຕິບັດບັນດາວິທີແກ້ໄຂຮ່ວມກັນ ເພື່ອສ້າງຜົນສຳເລັດທີ່ເປັນຮູບປະທຳ ແລະ ສາມາດວັດແທກໄດ້ ໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ.
ຍສໝ - ເຖິງແມ່ນວ່າປະຊາຄົມນັກທຸລະກິດຫວຽດນາມນັບມື້ນັບຢືນຢັນບົດບາດຂອງຕົນຕໍ່ການເຕີບໂຕທາງເສດຖະກິດ, ແຕ່ຍັງຄົງປະເຊີນກັບຂໍ້ຈຳກັດດ້ານແຫຼ່ງຊັບພະຍາກອນ, ຄວາມສາມາດໃນການແຂ່ງຂັນ ແລະ ຄວາມສ່ຽງດ້ານນະໂຍບາຍ. ຕາມບັນດາຜູ້ຊ່ຽວຊານ ແລະ ຜູ້ຕາງໜ້າວິສາຫະກິດແລ້ວ, ການປະຕິຮູບລະບົບສະຖາບັນ, ການຮັບປະກັນສະພາບແວດລ້ອມທຸລະກິດທີ່ໂປ່ງໃສ, ສະເໝີພາບ ແລະ ໝັ້ນຄົງ ແມ່ນເງື່ອນໄຂສຳຄັນເພື່ອໃຫ້ວິສາຫະກິດມີຄວາມໝັ້ນໃຈໃນການລົງທຶນໄລຍະຍາວ ແລະ ຂະຫຍາຍຕົວສູ່ຕະຫຼາດສາກົນ.
ຍສໝ - ວັນທີ 12/10, ໃນກອງປະຊຸມທາງໄກທົ່ວປະເທດວ່າດ້ວຍວຽກງານກະກຽມວັນວັດທະນະທຳຫວຽດນາມ ທີ່ຜູກພັນກັບວັນບຸນມະຫາສາມັກຄີທົ່ວປວງຊົນ ປີ 2026, ຜູ້ຕາງໜ້າບັນດາທ້ອງຖິ່ນໃຫ້ຮູ້ວ່າ ໄດ້ສ້າງແຜນຈັດກິດຈະກຳວັດທະນະທຳ, ສິລະປະ, ການສະແດງມໍລະດົກ ແລະ ການແລກປ່ຽນຊຸມຊົນຫຼາຍລາຍການ. ຊຸດກິດຈະກຳຄາດວ່າຈະດຳເນີນແຕ່ວັນທີ 18-24/11, ໂດຍມີບັນດາລາຍການສຳຄັນຢູ່ຮ່າໂນ້ຍ, ລາວກາຍ, ບັກນິງ ແລະ ຫຼາຍທ້ອງຖິ່ນທົ່ວປະເທດ.
ຍສໝ - ງານວາງສະແດງຫົວຂໍ້ພິເສດ “950 ປີ ແຫ່ງກວັກຕື້ຢາມ ທັງລອງ (1076-2026)” ໄດ້ແນະນຳບັນດາຄຸນຄ່າອັນໂດດເດັ່ນຂອງລະບົບການສຶກສາ ແລະ ການສອບເສັງຄັດເລືອກບຸກຄະລາກອນໃນສະໄໝກ່ອນຂອງຫວຽດນາມ, ພ້ອມທັງປະກອບສ່ວນຍົກສູງຄວາມຮັບຮູ້ກ່ຽວກັບຄວາມຮັບຜິດຊອບໃນການອະນຸລັກ ແລະ ສົ່ງເສີມຄຸນຄ່າມໍລະດົກວັດທະນະທຳຂອງຊາດ.
ຍສໝ - ພາຍຫຼັງ 6 ເດືອນແຫ່ງການຜັນຂະຫຍາຍ "ບັ້ນຮົບ 500 ມື້ ແລະ ຄືນ ເພື່ອຊຸກຍູ້ການຊອກຄົ້ນ, ທ້ອນໂຮມ ແລະ ຢັ້ງຢືນຕົວຕົນອັດຖິນັກຮົບ", ວຽກງານການຢັ້ງຢືນຕົວຕົນ ແລະ ການຂຸດຄົ້ນຕົວຈິງລ້ວນແຕ່ບັນລຸໄດ້ໝາກຜົນອັນຕັ້ງໜ້າ, ໂດຍສາມາດທ້ອນໂຮມອັດຖິໄດ້ກວ່າ 3.080 ໂຄງ ແລະ ຜົນການກວດ DNA ນັບໝື່ນລາຍການໄດ້ຖືກເຊື່ອມໂຍງເຂົ້າຖານຂໍ້ມູນແລ້ວ.
ຍສໝ - ຮ່າໂນ້ຍພວມເລັ່ງລັດການດຳເນີນບັນດາໂຄງການໃນຫຼາຍຂົງເຂດ, ນັບແຕ່ຄົມມະນາຄົມ, ສິ່ງແວດລ້ອມ ໄປຈົນເຖິງວັດທະນະທຳ, ການທ່ອງທ່ຽວ ແລະ ອຸດສາຫະກຳ. ດ້ວຍມູນຄ່າທຶນຈົດທະບຽນລວມເກືອບ 385.000 ຕື້ດົ່ງໃນປີ 2026, ບັນດາໂຄງການຖືກຄາດຫວັງວ່າຈະປະກອບສ່ວນປັບປຸງໂຄງລ່າງພື້ນຖານໃຫ້ສົມບູນ, ຂະຫຍາຍພື້ນທີ່ການພັດທະນາ ແລະ ສ້າງແຮງຂັບເຄື່ອນໃໝ່ໃຫ້ແກ່ການເຕີບໂຕຂອງນະຄອນ.