| ບັກນິງ ຂະຫຍາຍຕະຫຼາດຜະລິດຕະພັນ OCOP ຜ່ານການຄ້າດິຈິຕອນ ເປີດຕົວແຜນທີ່ດິຈິຕອນວັດທະນະທຳຫວຽດນາມ |
![]() |
| ຕອນຄ່ຳວັນທີ 1/11, ຢູ່ວັນມຽວ - ກວັກຕື໊ຢາມ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ຈັດລາຍການສິລະປະດິຈິຕອນ “ສຸດຍອດແຫ່ງວິຊາການ” ແລະ ເປີດຕົວແພລດຟອມແຜນທີ່ດິຈິຕອນວັດທະນະທຳຫວຽດນາມ (CMAP) ຜ່ານເວັບໄຊ cmap.vn. ເພື່ອມຸ່ງສູ່ວັນວັດທະນະທຳຫວຽດນາມ (24/11) ແລະ ມະຫາກຳສາມັກຄີມະຫາຊົນທົ່ວຊາດ ປີ 2026, ແພລດຟອມດັ່ງກ່າວໄດ້ລວມຂໍ້ມູນກ່ຽວກັບມໍລະດົກ, ຫໍພິພິທະພັນ, ງານບຸນປະເພນີ, ເຫດການດ້ານວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຢູ່ 34 ແຂວງ ແລະ ນະຄອນ. CMAP ຊ່ວຍໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວສາມາດຄົ້ນຫາຂໍ້ມູນ ແລະ ເລືອກສະຖານທີ່ທ່ອງທ່ຽວ; ສະໜັບສະໜູນບັນດາອົງການຄຸ້ມຄອງໃນການນຳໃຊ້ຂໍ້ມູນ, ອະນຸລັກມໍລະດົກ ແລະ ສ້າງຊ່ອງທາງໂຄສະນາເພີ່ມເຕີມໃຫ້ແກ່ວິສາຫະກິດ. ໃນໄລຍະຕໍ່ໄປ, ແພລດຟອມຈະສືບຕໍ່ປັບຂໍ້ມູນໃຫ້ເປັນມາດຕະຖານ, ປັບປຸງບັນດາຄຸນສົມບັດການໃຊ້ງານໃຫ້ສົມບູນ ແລະ ຂະຫຍາຍການເຊື່ອມຕໍ່ກັບ VNeID ພ້ອມທັງບັນດາລະບົບດິຈິຕອນທີ່ກ່ຽວຂ້ອງ. |
ຍສໝ - ຕອນບ່າຍວັນທີ 15/10, ທີ່ສຳນັກງານກະຊວງການຕ່າງປະເທດ, ທ່ານນາງ ເລ ທິ ທູ ຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບທ່ານ Ville Tapani Tavio, ລັດຖະມົນຕີການຄ້າຕ່າງປະເທດ ແລະ ການພັດທະນາແຟງລັງ ໃນໂອກາດທີ່ທ່ານເດີນທາງມາຢ້ຽມຢາມຫວຽດນາມ ແຕ່ວັນທີ 15-16/10/2026. ສອງຝ່າຍໄດ້ແລກປ່ຽນບັນດາມາດຕະການຂະຫຍາຍການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ, ການຄ້າ, ການລົງທຶນ ແລະ ເສດຖະກິດສີຂຽວ ພາຍໃຕ້ຂອບສາຍພົວພັນຄູ່ຮ່ວມມືຍຸດທະສາດ. |
ຍສໝ - ວັນທີ 26/10/2026, ທີ່ຮ່າໂນ້ຍ, ສູນຢັ້ງຢືນທາງເອເລັກໂຕຣນິກແຫ່ງຊາດຫວຽດນາມ (NEAC) ແລະ ສູນອິນເຕີເນັດແຫ່ງຊາດລາວ (LANIC) ໄດ້ແລກປ່ຽນປະສົບການດ້ານການພັດທະນາລາຍເຊັນດິຈິຕອນ, ການປັບປຸງນະໂຍບາຍກ່ຽວກັບການບໍລິການທີ່ໜ້າເຊື່ອຖື ແລະ ການສຶກສາຄົ້ນຄວ້າກົນໄກການຮັບຮູ້ເຊິ່ງກັນ ແລະ ກັນ, ເພື່ອມຸ່ງໄປສູ່ການສ້າງຄວາມສະດວກໃຫ້ແກ່ທຸລະກຳທາງເອເລັກໂຕຣນິກຂ້າມຊາຍແດນ. |
ດວງດີ
