| ວັດທະນະທຳຫວຽດນາມເປັ່ງປະກາຍຢູ່ປາຣີ ເປີດຕົວແຜນທີ່ດິຈິຕອນວັດທະນະທຳຫວຽດນາມ |
ຕອນເຊົ້າວັນທີ 5 ພະຈິກ, ທີ່ຮ່າໂນ້ຍ, ໃນລາຍການພົບປະສື່ມວນຊົນເພື່ອໃຫ້ຂໍ້ມູນກ່ຽວກັບງານມະຫະກຳວັດທະນະທຳອາຫານສາກົນ 2026, ທ່ານນາງ ເລ ຫງວຽດ ແອັງ, ພັນລະຍາຂອງທ່ານ ເລ ຮວ່າຍ ຈຸງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ແບ່ງປັນກ່ຽວກັບບົດບາດຂອງວັດທະນະທຳ ແລະ ອາຫານໃນການແລກປ່ຽນສາກົນ ພ້ອມທັງຄວາມໝາຍດ້ານມະນຸດສະທຳຂອງລາຍການ.
ຕາມທ່ານນາງ ເລ ຫງວຽດ ແອັງ, ງານມະຫະກຳແມ່ນໂອກາດໃນການແນະນຳພາບພົດຂອງຫວຽດນາມທີ່ມີຄວາມຄ່ອງຕົວ, ເປີດກວ້າງ, ອຸດົມສົມບູນດ້ວຍເອກະລັກວັດທະນະທຳ ແລະ ຫ້າວຫັນເຊື່ອມໂຍງກັບໂລກ. ຜ່ານບັນດາອາຫານ ແລະ ເລື່ອງລາວທາງວັດທະນະທຳ, ລາຍການໄດ້ສ້າງໂອກາດໃຫ້ປະຊາຊົນຮຽນຮູ້ບັນດາລັກສະນະພິເສດຂອງແຕ່ລະປະເທດ, ພ້ອມທັງເພີ່ມຄວາມຮັກແພງ ແລະ ເຫັນຄຸນຄ່າຂອງວັດທະນະທຳຊາດຕົນເອງຍິ່ງຂຶ້ນ.
ດ້ວຍຫົວຂໍ້ “ຈຸດຕັດທາງວັດທະນະທຳ” (Beyond Flavors), ງານມະຫະກຳປີນີ້ບໍ່ພຽງແຕ່ແນະນຳລົດຊາດຂອງອາຫານເທົ່ານັ້ນ ແຕ່ຍັງນຳພາຜູ້ເຂົ້າຮ່ວມໄປຄົ້ນຫາເລື່ອງລາວກ່ຽວກັບປະຫວັດສາດ, ຜູ້ຄົນ ແລະ ເອກະລັກວັດທະນະທຳທີ່ຊ່ອນຢູ່ເບື້ອງຫຼັງອາຫານແຕ່ລະຢ່າງ.
ພັນລະຍາລັດຖະມົນຕີການຕ່າງປະເທດໄດ້ສະແດງຄວາມປາຖະໜາວ່າ ປະສົບການທີ່ໄດ້ຮັບຈາກງານມະຫະກຳຈະປະກອບສ່ວນປູກຝັງຄວາມຮັກຕໍ່ບ້ານເກີດເມືອງນອນ, ປະເທດຊາດ ແລະ ຄວາມພາກພູມໃຈຕໍ່ວັດທະນະທຳຊາດ, ໂດຍສະເພາະໃນກຸ່ມຄົນຮຸ່ນໜຸ່ມ.
![]() |
| ພາຍໃຕ້ຫົວຂໍ້ “ຈຸດຕັດທາງວັດທະນະທຳ” (Beyond Flavors), ງານມະຫະກຳວັດທະນະທຳອາຫານສາກົນ 2026 ຄາດວ່າຈະຈັດຂຶ້ນໃນວັນທີ 21-22 ພະຈິກ ທີ່ເຂດຄະນະທູດ, ເລກທີ 298 ຖະໜົນກິມມ້າ, ຕາແສງຫງອກຮ່າ, ຮ່າໂນ້ຍ. |
ຈາກການແລກປ່ຽນວັດທະນະທຳອາຫານ ສູ່ກິດຈະກຳເພື່ອຊຸມຊົນ
ນອກຈາກເປົ້າໝາຍເຊື່ອມໂຍງວັດທະນະທຳແລ້ວ, ກິດຈະກຳການກຸສົນຍັງສືບຕໍ່ເປັນໜຶ່ງໃນເນື້ອໃນທີ່ໄດ້ຮັບຄວາມສຳຄັນໃນງານມະຫະກຳວັດທະນະທຳອາຫານສາກົນ 2026.
ເມື່ອຫວນຄືນເຖິງລາຍການປີ 2025, ທ່ານນາງ ເລ ຫງວຽດ ແອັງ ໃຫ້ຮູ້ວ່າ ງານມະຫະກຳໄດ້ຈັດຂຶ້ນໃນວັນທີ 23 ພະຈິກ ທີ່ເຂດຄະນະທູດວ້ານຟຸກ, ຮ່າໂນ້ຍ ພາຍໃຕ້ຫົວຂໍ້ “ຮ່ວມແຮງຮ່ວມໃຈຊ່ວຍເຫຼືອປະຊາຊົນຜ່ານຜ່າພາຍຸ ແລະ ນ້ຳຖ້ວມ”.
ຜ່ານການເຂົ້າຮ່ວມ ແລະ ການປະກອບສ່ວນຂອງບັນດາອົງການການທູດ, ອົງການສາກົນ ພ້ອມດ້ວຍບັນດາພາກສ່ວນທີ່ຮ່ວມສະໜັບສະໜູນ, ຄະນະຈັດງານໄດ້ລະດົມທຶນຈຳນວນ 1,26 ຕື້ດົ່ງ ເພື່ອຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ.
ພາຍຫຼັງລາຍການ, ຄະນະຈັດງານໄດ້ປະສານສົມທົບກັບຄະນະສູນກາງແນວໂຮມປິຕຸພູມຫວຽດນາມ ມອບຂອງຂວັນ 5 ຊຸດ, ແຕ່ລະຊຸດມີມູນຄ່າ 150 ລ້ານດົ່ງ, ພ້ອມດ້ວຍໂຄງການນ້ຳສະອາດ 5 ແຫ່ງ ໃຫ້ແກ່ບັນດາທ້ອງຖິ່ນ ທ໊າຍຫງວຽນ, ກາວບັ່ງ, ຕວຽນກວາງ, ເຫວ້ ແລະ ຮ່າຕິ້ງ.
ຜົນສຳເລັດເຫຼົ່ານີ້ສະແດງໃຫ້ເຫັນວ່າ ງານມະຫະກຳບໍ່ພຽງແຕ່ເປັນກິດຈະກຳແນະນຳວັດທະນະທຳ ແລະ ອາຫານເທົ່ານັ້ນ ແຕ່ຍັງສ້າງເງື່ອນໄຂໃຫ້ບັນດາອົງການ ແລະ ບຸກຄົນທັງພາຍໃນ ແລະ ສາກົນ ຮ່ວມແຮງຮ່ວມໃຈຊ່ວຍເຫຼືອປະຊາຊົນທີ່ປະສົບຄວາມຫຍຸ້ງຍາກ.
ໂດຍຕີລາຄາສູງຕໍ່ການຮ່ວມສະໜັບສະໜູນຂອງບັນດາອົງການການທູດ, ອົງການສາກົນ ແລະ ພາກສ່ວນທີ່ເຂົ້າຮ່ວມ, ທ່ານນາງ ເລ ຫງວຽດ ແອັງ ໄດ້ເນັ້ນໜັກວ່າ ການປະກອບສ່ວນແຕ່ລະຢ່າງ, ເຖິງວ່າຈະນ້ອຍພຽງໃດກໍຕາມ, ລ້ວນແຕ່ມີຄວາມໝາຍໃນການເຜີຍແຜ່ມູນເຊື້ອແຫ່ງການຮັກແພງ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນຂອງຊາວຫວຽດນາມ.
“ການປະກອບສ່ວນເຫຼົ່ານັ້ນອາດຈະເບິ່ງຄືນ້ອຍນິດ ແຕ່ຈະຊ່ວຍສ້າງຄວາມອົບອຸ່ນໃຫ້ແກ່ຊາດຂອງພວກເຮົາ”, ພັນລະຍາລັດຖະມົນຕີການຕ່າງປະເທດກ່າວ.
ພ້ອມກັນນັ້ນ, ທ່ານນາງຍັງສະແດງຄວາມປາຖະໜາໃຫ້ເພື່ອນມິດສາກົນສືບຕໍ່ຮ່ວມເດີນທາງ ແລະ ແບ່ງປັນນ້ຳໃຈກັບປະຊາຊົນຫວຽດນາມ ຜ່ານບັນດາການກະທຳທີ່ເປັນຮູບປະທຳ.
“ວັດທະນະທຳຫຼໍ່ລ້ຽງຈິດໃຈ, ສ່ວນການກຸສົນສະແດງເຖິງຄວາມຮັບຜິດຊອບ ແລະ ຄວາມຮັກແພງ”, ທ່ານນາງ ເລ ຫງວຽດ ແອັງ ເນັ້ນໜັກ.
ຕາມພັນລະຍາລັດຖະມົນຕີການຕ່າງປະເທດ, ການປະສົມປະສານລະຫວ່າງການແລກປ່ຽນວັດທະນະທຳ ແລະ ກິດຈະກຳການກຸສົນ ໄດ້ປະກອບສ່ວນເຮັດໃຫ້ງານມະຫະກຳກາຍເປັນ “ຂົວເຊື່ອມແຫ່ງຄວາມເມດຕາ”, ບ່ອນທີ່ບັນດາປະເທດບໍ່ພຽງແຕ່ແນະນຳບັນດາຄຸນຄ່າອັນໂດດເດັ່ນຂອງຕົນເອງເທົ່ານັ້ນ ແຕ່ຍັງຮ່ວມກັນສະແດງຄວາມຮັບຜິດຊອບ ແລະ ນ້ຳໃຈຕໍ່ຊຸມຊົນ.
ອາຫານເປັນຂົວເຊື່ອມບັນດາວັດທະນະທຳ
ເມື່ອກ່າວເຖິງບົດບາດຂອງອາຫານໃນການແລກປ່ຽນສາກົນ, ທ່ານນາງ ເລ ຫງວຽດ ແອັງ ເຫັນວ່າ ອາຫານແມ່ນ “ຂົວເຊື່ອມທີ່ເປັນທຳມະຊາດທີ່ສຸດ ເພື່ອໃຫ້ມະນຸດເຂົ້າໃກ້ກັນ”.
ຕາມທ່ານນາງ, ອາຫານມີຈຸດກຳເນີດຈາກຄວາມຕ້ອງການອັນຈຳເປັນໃນຊີວິດປະຈຳວັນ, ແຕ່ເມື່ອເວລາຜ່ານໄປ ໄດ້ກາຍເປັນສ່ວນສຳຄັນໃນເອກະລັກວັດທະນະທຳຂອງແຕ່ລະຊຸມຊົນ. ອາຫານແຕ່ລະຢ່າງລ້ວນແຕ່ບັນຈຸເລື່ອງລາວກ່ຽວກັບປະຫວັດສາດ, ຮີດຄອງປະເພນີ, ວັດຖຸດິບ ແລະ ວິທີປຸງແຕ່ງ, ຜ່ານນັ້ນຊ່ວຍໃຫ້ຜູ້ຄົນເຊື່ອມໂຍງກັນໄດ້ ໂດຍກ້າວຂ້າມອຸປະສັກດ້ານພາສາ ແລະ ພູມສາດ.
ເບື້ອງຫຼັງອາຫານໜຶ່ງຢ່າງ ບາງຄັ້ງອາດເປັນຂະບວນການແລກປ່ຽນ, ການຄ້າຂາຍ ແລະ ການຮັບເອົາພ້ອມດັດປັບວັດທະນະທຳ ທີ່ດຳເນີນຕໍ່ເນື່ອງຜ່ານຫຼາຍຮຸ່ນຄົນ.
ໂດຍຍົກຕົວຢ່າງຈາກເຝີ ແລະ ເຂົ້າຈີ່ຫວຽດນາມ (bánh mì), ທ່ານນາງ ເລ ຫງວຽດ ແອັງ ເຫັນວ່າ ອາຫານສອງຢ່າງທີ່ຄຸ້ນເຄີຍຂອງຫວຽດນາມນີ້ ກໍສະທ້ອນໃຫ້ເຫັນຮ່ອງຮອຍຂອງຂະບວນການພົວພັນ ແລະ ປະສົມກົມກຽວລະຫວ່າງບັນດາວັດທະນະທຳ.
ຜ່ານການຄົ້ນຫາອາຫານ, ຜູ້ຊິມສາມາດຮຽນຮູ້ບັນດາຈຸດຄ້າຍຄືກັນລະຫວ່າງປະເທດຕ່າງໆ, ພ້ອມທັງຮັບຮູ້ລັກສະນະສະເພາະໃນວັດທະນະທຳ ແລະ ວິຖີຊີວິດຂອງແຕ່ລະຊາດ.
ທ່ານນາງ ເລ ຫງວຽດ ແອັງ ເນັ້ນໜັກວ່າ ຫວຽດນາມມີວັດທະນະທຳທີ່ອຸດົມສົມບູນ, ໄດ້ຮັບການສ້າງຂຶ້ນຈາກເອກະລັກອັນຫຼາກຫຼາຍຂອງ 54 ຊົນເຜົ່າ, ພ້ອມດ້ວຍບັນດາຄຸນຄ່າສະເພາະຂອງແຕ່ລະພາກພື້ນ.
ໃນຂະບວນການພັດທະນາ, ຊາວຫວຽດນາມໄດ້ຮັກສາ ແລະ ເຫັນຄຸນຄ່າຂອງບັນດາມູນເຊື້ອອັນດີງາມສະເໝີມາ, ພ້ອມທັງເປີດກວ້າງຮັບເອົາແກ່ນແທ້ອັນດີເລີດຂອງວັດທະນະທຳມະນຸດຊາດ.
“ວັດທະນະທຳຫວຽດນາມສົມຄວນແກ່ການພາກພູມໃຈ”, ທ່ານນາງ ເລ ຫງວຽດ ແອັງ ຢືນຢັນ.
ຕາມທ່ານນາງ, ການແລກປ່ຽນວັດທະນະທຳກັບເພື່ອນມິດສາກົນ ບໍ່ພຽງແຕ່ຊ່ວຍແນະນຳຄວາມງົດງາມຂອງຫວຽດນາມອອກສູ່ໂລກເທົ່ານັ້ນ ແຕ່ຍັງເປັນໂອກາດໃຫ້ຊາວຫວຽດນາມແຕ່ລະຄົນເຂົ້າໃຈຢ່າງເລິກເຊິ່ງ ແລະ ເຫັນຄຸນຄ່າຂອງວັດທະນະທຳຊາດຕົນເອງຫຼາຍຂຶ້ນ.
ງານມະຫະກຳວັດທະນະທຳອາຫານສາກົນ 2026 ຄາດວ່າຈະຈັດຂຶ້ນໃນສອງວັນ ຄື ວັນທີ 21-22 ພະຈິກ ທີ່ເຂດຄະນະທູດ, ເລກທີ 298 ຖະໜົນກິມມ້າ, ຕາແສງຫງອກຮ່າ, ຮ່າໂນ້ຍ.
ດ້ວຍຫົວຂໍ້ “ຈຸດຕັດທາງວັດທະນະທຳ” (Beyond Flavors), ລາຍການມຸ່ງສູ່ການສ້າງພື້ນທີ່ແລກປ່ຽນທີ່ມີສີສັນຫຼາກຫຼາຍ, ບ່ອນທີ່ວັດທະນະທຳອາຫານກາຍເປັນສື່ກາງເຊື່ອມໂຍງມິດຕະພາບ, ເພີ່ມທະວີຄວາມເຂົ້າໃຈລະຫວ່າງບັນດາປະເທດ ແລະ ເຜີຍແຜ່ຈິດໃຈແຫ່ງການແບ່ງປັນໃນຊຸມຊົນ.
ຜ່ານບັນດາປະສົບການດ້ານວັດທະນະທຳ ແລະ ກິດຈະກຳມະນຸດສະທຳ, ງານມະຫະກຳສືບຕໍ່ຢືນຢັນບົດບາດຂອງການແລກປ່ຽນລະຫວ່າງປະຊາຊົນ ໃນການເຊື່ອມຕໍ່ຫວຽດນາມກັບເພື່ອນມິດສາກົນ.
ຍສໝ - ວັນທີ 1/11, ຢູ່ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ເປີດຕົວແພລດຟອມແຜນທີ່ດິຈິຕອນວັດທະນະທຳຫວຽດນາມ (CMAP), ຊ່ວຍໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວຄົ້ນພົບບັນດາມໍລະດົກ, ເຫດການດ້ານວັດທະນະທຳ ແລະ ສະຖານທີ່ທ່ອງທ່ຽວຕ່າງໆ ໃນທົ່ວປະເທດ. |
ຍສໝ - ວັນທີ 31/10, ນັກສຶກສາລາວ ແລະ ກຳປູເຈຍ ທີ່ກຳລັງສຶກສາຢູ່ນະຄອນໂຮ່ຈີມິນ ໄດ້ເຂົ້າຮ່ວມລາຍການສຳຜັດປະສົບການດ້ານກະສິກຳ, ໝູ່ບ້ານຫັດຖະກຳ ແລະ ວັດທະນະທຳ ຢູ່ຕາແສງບິ່ງມີ້, ຜ່ານນັ້ນໄດ້ຮຽນຮູ້ວິຖີຊີວິດຊົນນະບົດຫວຽດນາມ, ພ້ອມທັງເສີມສ້າງຄວາມຜູກພັນກັບບັນດາຄອບຄົວທີ່ຮັບອຸປະຖຳ. |
ດວງດີ
