| ຫວຽດນາມ - ເບລາຣຸດ ຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດ ໃຫ້ຂະຫຍາຍຕົວຢ່າງແທ້ຈິງ ແລະ ມີປະສິດທິຜົນ ເລັ່ງລັດການກວດພິສູດ ADN, ສູ້ຊົນສຳເລັດ 18.000 ຕົວຢ່າງອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ໃນເດືອນ 7/2027 |
ຈຸດພົ້ນເດັ່ນໃນໄລຍະເຄິ່ງປີຜ່ານມາແມ່ນຄວາມຄືບໜ້າຢ່າງຮີບດ່ວນຂອງວຽກງານການກວດຈຳແນກພັນທຸກຳ (DNA). ກຳລັງປະຕິບັດໜ້າທີ່ໄດ້ດຳເນີນການເກັບຕົວຢ່າງຢູ່ສຸສານນັກຮົບກວ່າ 200.000 ແຫ່ງໃນທົ່ວປະເທດ. ເຖິງແມ່ນວ່າມີເຖິງ 62.000 ກວ່າຫຼຸມຝັງສົບທີ່ບໍ່ຕອບສະໜອງໄດ້ເງື່ອນໄຂພຽງພໍໃນການເກັບຕົວຢ່າງ, ແຕ່ໜ້າທີ່ດັ່ງກ່າວຍັງຄົງລື່ນຄາດໝາຍ ເມື່ອ 30/34 ແຂວງ ແລະ ນະຄອນ ໄດ້ສຳເລັດການເກັບຕົວຢ່າງກ່ອນກຳນົດເວລາ.
![]() |
| ກຳລັງປະຕິບັດໜ້າທີ່ຂຸດຄົ້ນອັດຖິນັກຮົບກວ່າ 700 ໂຄງ ຢູ່ເຂດສວນສາທາລະນະ ເລທິຣຽງ ໄລ່ຮອດວັນທີ 4 ຕຸລາ. (ພາບ: ກອງບັນຊາການທະຫານນະຄອນໂຮ່ຈີມິນ) |
ປັດຈຸບັນ, ບັນດາອົງການກວດຈຳແນກພວມຈັດເກັບ, ປົກປັກຮັກສາ ແລະ ໄດ້ຮັບເອົາຕົວຢ່າງອັດຖິນັກຮົບແລ້ວກວ່າ 100.000 ຕົວຢ່າງ, ໃນນັ້ນ ຫຼາຍຕົວຢ່າງກໍໄດ້ອອກຜົນການຈັດລຽງລຳດັບພັນທຸກຳແລ້ວ. ເພື່ອຮັບໃຊ້ໃຫ້ແກ່ການນຳໄປປຽບທຽບ, ຕົວຢ່າງ DNA ກວ່າ 260.000 ຕົວຢ່າງ ຈາກຍາດພີ່ນ້ອງຂອງນັກຮົບກໍໄດ້ຖືກເກັບກຳ, ຜ່ານນັ້ນໄດ້ເຊື່ອມໂຍງຜົນກວດ 95.000 ລາຍການ ເຂົ້າສູ່ຖານຂໍ້ມູນລວມຢ່າງສຳເລັດຜົນ.
ກ່ຽວກັບວຽກງານການຊອກຄົ້ນຕົວຈິງ, “ບັ້ນຮົບ 500 ມື້ ແລະ ຄືນ ເພື່ອຊຸກຍູ້ການຊອກຄົ້ນ, ທ້ອນໂຮມ ແລະ ຢັ້ງຢືນຕົວຕົນອັດຖິນັກຮົບ” ສາມາດທ້ອນໂຮມອັດຖິໄດ້ກວ່າ 3.080 ໂຄງ ພາຍຫຼັງ 6 ເດືອນ. ຕົວເລກນີ້ທຽບເທົ່າກັບການສຳເລັດກວ່າ 44% ຂອງເປົ້າໝາຍທີ່ບັ້ນຮົບໄດ້ວາງໄວ້.
ເປັນໜ້າສົນໃຈ, ໄລ່ຮອດວັນທີ 4 ຕຸລາ, ພຽງແຕ່ຢູ່ເຂດສວນສາທາລະນະ ເລ ທິ ຣຽງ, ກຳລັງຕ່າງໆກໍສາມາດຂຸດຄົ້ນອັດຖິໄດ້ຢ່າງສຳເລັດຜົນກວ່າ 700 ໂຄງ.
ຄຽງຄູ່ກັບບັນດາຄວາມມານະພະຍາຍາມໃນການທ້ອນໂຮມ ແລະ ຢັ້ງຢືນຕົວຕົນ, ໜ້າທີ່ໃນການເກັບກູ້ລະເບີດ ແລະ ວັດຖຸແຕກກໍພວມນຳມາເຊິ່ງສັນຍານທີ່ດີ. ໃນນັ້ນ, ຜົນຂອງການເກັບກູ້ລະເບີດທີ່ບັນລຸໄດ້ຄວາມຄືບໜ້າຢ່າງຕັ້ງໜ້າທີ່ສຸດແມ່ນຢູ່ເຂດໃຈກາງ ວິຊວຽນ ຂອງແຂວງ ຕວຽນກວາງ.
ຍສໝ - ແຂວງຮຶງອຽນ ພວກເລັ່ງລັດການຜັນຂະຫຍາຍ “ບັ້ນຮົບ 500 ວັນ ແລະ ຄືນ” ກ່ຽວກັບການຄົ້ນຫາ, ເກັບໂຮມ ແລະ ກຳນົດເອກະລັກອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ຍັງບໍ່ທັນຮູ້ຂໍ້ມູນ, ໃນນັ້ນ ຮຽກຮ້ອງໃຫ້ສຳເລັດການເກັບຕົວຢ່າງ ADN ຕໍ່ກັບບັນດາຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ຍັງບໍ່ທັນກຳນົດເອກະລັກໄດ້ ກ່ອນບຸນສົງການປີ 2027 ແນໃສ່ຮັບໃຊ້ໃຫ້ແກ່ຕາການກວດສອບ, ຄືນຊື່ໃຫ້ແກ່ບັນດາວີລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ. |
ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ໄດ້ເຂົ້າຕ້ອນຮັບ ທ່ານນາຍົກລັດຖະມົນຕີໄທ Anutin Charnvirakul ທີ່ພວມເດີນທາງມາຢ້ຽມຢາມຢ່າງເປັນທາງການຢູ່ ຫວຽດນາມ ແລະ ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ ຄັ້ງທີ 3. |
ແທັງຮັ່ງ
