ຮ່າໂນ້ຍ ແລະ ອາກຊັງຕິນ ຊຸກຍູ້ການຮ່ວມມືດ້ານວັດທະນະທຳ, ການຄ້າ ແລະ ການລົງທຶນ

16:04 | 22/10/2026

ຍສໝ - ວັນທີ 21/10, ທີ່ຮ່າໂນ້ຍ, ທ່ານ ຫວູ ດ້າຍ ຖັງ, ກຳມະການສູນກາງພັກ, ຮອງເລຂາຄະນະພັກນະຄອນ, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ຕ້ອນຮັບທ່ານ Alexis Am, ອຸປະທູດຊົ່ວຄາວສາທາລະນະລັດອາກຊັງຕິນປະຈຳຫວຽດນາມ ໃນການຢ້ຽມຢາມຕາມມາລະຍາດທາງການທູດ, ພ້ອມທັງແລກປ່ຽນບັນດາຂໍ້ສະເໜີເພື່ອເພີ່ມທະວີການແລກປ່ຽນວັດທະນະທຳ ແລະ ຂະຫຍາຍການຮ່ວມມືລະຫວ່າງສອງຝ່າຍ.

ໜັງສືພິມ La Nacion (ອາກຊັງຕິນ): ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າກະສິກຳຫຼັກແຫຼ່ງ ຫວຽດນາມ - ຂົວຕໍ່ຊ່ວຍໃຫ້ ອາກຊັງຕິນ ເຂົ້າຫາຕະຫຼາດ ອາຊຽນ (ASEAN) ແລະ ອາຊີ - ປາຊີຟິກ

ໃນການຕ້ອນຮັບ, ທ່ານ Alexis Am ໄດ້ຂອບໃຈການຕ້ອນຮັບຢ່າງອົບອຸ່ນຂອງການນຳນະຄອນ ແລະ ປະຊາຊົນຫວຽດນາມ. ເຖິງວ່າຫາກໍ່ເຂົ້າຮັບໜ້າທີ່, ທ່ານກໍໄດ້ເຂົ້າຮ່ວມຫຼາຍກິດຈະກຳ ແລະ ປາຖະໜາຢາກສືບຕໍ່ປະສານສົມທົບຈັດບັນດາໂຄງການແລກປ່ຽນ.

ຜູ້ຕາງໜ້າຝ່າຍອາກຊັງຕິນໃຫ້ຮູ້ວ່າ ສອງຝ່າຍກຳລັງກະກຽມເຂົ້າຮ່ວມງານມະຫະກຳຮູບເງົາສາກົນຮ່າໂນ້ຍ (HANIFF), ເພື່ອປະກອບສ່ວນແນະນຳປະຫວັດສາດ, ວັດທະນະທຳ ແລະ ຜູ້ຄົນຂອງສອງປະເທດ.

ຮ່າໂນ້ຍ ແລະ ອາກຊັງຕິນ ຊຸກຍູ້ການຮ່ວມມືດ້ານວັດທະນະທຳ, ການຄ້າ ແລະ ການລົງທຶນ
ທ່ານ ຫວູ ດ້າຍ ຖັງ, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໃນການຕ້ອນຮັບທ່ານ Alexis Am, ອຸປະທູດຊົ່ວຄາວສາທາລະນະລັດອາກຊັງຕິນປະຈຳຫວຽດນາມ.

ຝ່າຍອາກຊັງຕິນໄດ້ສະເໜີໃຫ້ຈັດກິດຈະກຳລະນຶກວັນ Tango ແຫ່ງຊາດ ວັນທີ 11/12/2026 ຢູ່ບໍລິເວນຈະຕຸລັດສວນດອກໄມ້ - ອະນຸສາວະລີ ຫຼີ ຖາຍ ໂຕ໊ ໃນຕອນບ່າຍ, ຫາກໄດ້ຮັບການເຫັນດີຈາກທາງນະຄອນ.

ເນື່ອງໃນໂອກາດລະນຶກຄົບຮອບ 30 ປີແຫ່ງການເປີດສະຖານທູດອາກຊັງຕິນຢູ່ຮ່າໂນ້ຍໃນປີ 2027, ທ່ານ Alexis Am ໄດ້ສະເໜີໃຫ້ພິຈາລະນາຕິດຕັ້ງຮູບປັ້ນວິລະຊົນແຫ່ງຊາດ José de San Martín ໃນພື້ນທີ່ສາທາລະນະທີ່ເໝາະສົມ. ຝ່າຍອາກຊັງຕິນຍັງປາຖະໜາຢາກໃຫ້ຂົວ ເຍິດ ເຕິນ ປະດັບໄຟສ່ອງສະຫວ່າງເປັນສີທຸງຊາດຂອງຕົນ ເນື່ອງໃນວັນຊາດ 25/5/2027, ເພື່ອສືບຕໍ່ບັນດາກິດຈະກຳທີ່ເຄີຍຈັດຂຶ້ນກ່ອນໜ້ານີ້.

ຜູ້ຕາງໜ້າສະຖານທູດຍັງສະເໜີໃຫ້ຮ່າໂນ້ຍແບ່ງປັນຂໍ້ມູນກ່ຽວກັບບັນດາກິດຈະກຳວັດທະນະທຳໂດຍໄວ, ເພື່ອໃຫ້ຝ່າຍອາກຊັງຕິນສາມາດເປັນເຈົ້າການເຊີນສິລະປິນ, ຜູ້ຕາງໜ້າວົງການການເມືອງ ແລະ ວິສາຫະກິດເຂົ້າຮ່ວມ.

ທ່ານ ຫວູ ດ້າຍ ຖັງ, ປະທານຄະນະກຳມະການປະຊາຊົນນະຄອນ ຢືນຢັນວ່າ ຫວຽດນາມ ແລະ ອາກຊັງຕິນ ມີສາຍພົວພັນມິດຕະພາບປະເພນີທີ່ດີງາມ, ເຖິງວ່າຈະຢູ່ຫ່າງໄກກັນທາງພູມສາດ. ອາກຊັງຕິນເປັນໜຶ່ງໃນບັນດາປະເທດອາເມລິກາລາຕິນທຳອິດທີ່ສ້າງຕັ້ງສາຍພົວພັນມິດຕະພາບກັບຫວຽດນາມ.

ທ່ານໄດ້ຕີລາຄາສູງຕໍ່ການເຂົ້າຮ່ວມຂອງອາກຊັງຕິນໃນງານມະຫະກຳວັດທະນະທຳໂລກຄັ້ງທີ II ທີ່ຮ່າໂນ້ຍເປັນເຈົ້າພາບຈັດຂຶ້ນ, ພ້ອມທັງຄວາມດຶງດູດໃຈຂອງສິລະປະການເຕັ້ນ Tango.

ໂດຍສະແດງຄວາມຍິນດີຕ້ອນຮັບບັນດາຂໍ້ສະເໜີ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ໄດ້ເນັ້ນໜັກວ່າ ທ່າແຮງການຮ່ວມມືຍັງມີຫຼາຍ. ຮ່າໂນ້ຍປາຖະໜາຢາກເພີ່ມທະວີການແລກປ່ຽນວັດທະນະທຳ, ການທ່ອງທ່ຽວ, ການເຊື່ອມໂຍງວິສາຫະກິດ, ການສົ່ງເສີມການຄ້າ ແລະ ການລົງທຶນ, ຜ່ານນັ້ນຂະຫຍາຍການຮ່ວມມືກັບອາກຊັງຕິນ ແລະ ພາກພື້ນອາເມລິກາໃຕ້ ໃນຂະບວນການເຊື່ອມໂຍງສາກົນຂອງຫວຽດນາມ.

ວາງສະແດງສະ​ແດງ​ປຶ້ມ​ກວ່າ 40 ຊື່​ກ່ຽວ​ກັບ​ຫວຽດ​ນາມ ຢູ່ ອາກ​ຊັງ​ຕິນ ວາງສະແດງສະ​ແດງ​ປຶ້ມ​ກວ່າ 40 ຊື່​ກ່ຽວ​ກັບ​ຫວຽດ​ນາມ ຢູ່ ອາກ​ຊັງ​ຕິນ
ຍສໝ - ເມື່ອບໍ່ດົນມານີ້, ສະຖານທູດຫວຽດນາມ ປະຈໍາ ອາກຊັງຕິນ ສົມທົບກັບສຳນັກພິມຈຳໜ່າຍ Acercando Ediciones ແລະ ສະມາຄົມປຶ້ມ ອາກຊັງຕິນ ໄດ້ຈັດຕັ້ງງານວາງສະແດງພື້ນທີ່ ຫວຽດນາມ ຢູ່ງານຕະຫຼາດນັດປຶ້ມ Buenos Aires.
ສະໜິດຕິດພັນມິດຕະພາບ ຫວຽດນາມ - ອາກຊັງຕິນ ຜ່ານການພົບປະແລກປ່ຽນປະຊາຊົນ ສະໜິດຕິດພັນມິດຕະພາບ ຫວຽດນາມ - ອາກຊັງຕິນ ຜ່ານການພົບປະແລກປ່ຽນປະຊາຊົນ
ຍສໝ - ວັນ​ທີ 12 ພະຈິກ​ ຢູ່​ຮ່າ​ໂນ້ຍ, ທ່ານ ດົ່ງ​ຮຸຍ​ເກືອງ, ຮອງ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ພັກ​ຍຸຕິ​ທຳ ອາກຊັງ​ຕິນ (PJ) ໂດຍ​ທ່ານ Emilio Jose Ribera, ຮອງ​ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນກາງພັກ PJ ໄດ້​ນຳ​ໜ້າ​ ໃນ​ໂອກາດ​ທີ່​ຄະນະ​ຜູ້​ແທນ​ມີການເດີນທາງໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ.

ດວງດີ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ