ຫວຽດນາມ - ຕັດຈິກິດສະຖານ ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ

00:49 | 15/11/2026

ຍສໝ - ຢູ່ນະຄອນຫຼວງ ດູຊານເບ, ທ່ານ ຫງວຽນ ແທ່ງ ເລ, ເອກອັກຄະລັດຖະທູດຫວຽດນາມ ໄດ້ຍື່ນສຳເນົາສານຕາຕັ້ງຕໍ່ທ່ານ Sirojiddin Muhriddin, ລັດຖະມົນຕີກະຊວງການຕ່າງປະເທດຕາຈິກິດສະຖານ, ເພື່ອເລີ່ມຕົ້ນປະຕິບັດໜ້າທີ່ຢູ່ຕາຈິກິດສະຖານຢ່າງເປັນທາງການ. ສອງຝ່າຍໄດ້ແລກປ່ຽນບັນດາມາດຕະການເພື່ອເພີ່ມທະວີການຮ່ວມມືສອງຝ່າຍ ແລະ ວຽກງານກະກຽມສຳລັບການຢ້ຽມຢາມຫວຽດນາມໃນໄວໆ ນີ້ ຂອງປະທານາທິບໍດີຕາຈິກິດສະຖານ.

ຫວຽດນາມ - ສ.ເກົາຫຼີ ເປີດກວ້າງການຮ່ວມມືດ້ານ AI ແລະ ເຕັກໂນໂລຊີເຄິ່ງຊັກນຳໄຟຟ້າ ຫວຽດນາມ - ອີຢິບ ຊຸກຍູ້ການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດ

ໃນການຕ້ອນຮັບ, ທ່ານ Sirojiddin Muhriddin, ລັດຖະມົນຕີກະຊວງການຕ່າງປະເທດຕາຈິກິດສະຖານ ໄດ້ສົ່ງຄຳອວຍພອນຊົມເຊີຍເຖິງທ່ານ ຫງວຽນ ແທ່ງ ເລ ໃນໂອກາດຮັບໜ້າທີ່ໃໝ່, ພ້ອມທັງຢືນຢັນວ່າ ກະຊວງການຕ່າງປະເທດຕາຈິກິດສະຖານ ພ້ອມທີ່ຈະປະສານງານ, ສະໜັບສະໜູນ ແລະ ສ້າງເງື່ອນໄຂອັນສະດວກໃຫ້ທ່ານເອກອັກຄະລັດຖະທູດສາມາດປະຕິບັດໜ້າທີ່ໃຫ້ສຳເລັດຜົນ, ປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ.

ໂດຍຕີລາຄາສູງຕໍ່ບັນດາຜົນສຳເລັດໃນການພັດທະນາເສດຖະກິດຂອງຫວຽດນາມ, ທ່ານລັດຖະມົນຕີ Sirojiddin Muhriddin ໄດ້ສະແດງຄວາມປາຖະໜາຢາກໃຫ້ສອງປະເທດເພີ່ມທະວີການແບ່ງປັນປະສົບການກ່ຽວກັບການພັດທະນາອຸດສາຫະກຳ, ການຜະລິດເພື່ອການສົ່ງອອກ ແລະ ການດຶງດູດການລົງທຶນຈາກຕ່າງປະເທດ.

ຫວຽດນາມ - ຕັດຈິກິດສະຖານ ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ
ທ່ານ Sirojiddin Muhriddin, ລັດຖະມົນຕີກະຊວງການຕ່າງປະເທດຕັດຈິກິດສະຖານ ໄດ້ສົ່ງຄຳອວຍພອນຊົມເຊີຍເຖິງທ່ານ ຫງວຽນ ແທ່ງ ເລ, ເອກອັກຄະລັດຖະທູດ ເນື່ອງໃນໂອກາດຮັບໜ້າທີ່ໃໝ່.

ຕາມທ່ານລັດຖະມົນຕີແລ້ວ, ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງຫວຽດນາມ - ຕາຈິກິດສະຖານ ຍັງມີທ່າແຮງອີກຫຼາຍໃນການພັດທະນາ. ທ່ານສະເໜີໃຫ້ຍູ້ແຮງການເຊື່ອມໂຍງລະຫວ່າງບັນດາກະຊວງ, ຂະແໜງການ ແລະ ປະຊາຄົມວິສາຫະກິດສອງປະເທດ, ໂດຍສຸມໃສ່ບັນດາຂົງເຂດທີ່ມີທ່າແຮງ ເຊັ່ນ ອຸດສາຫະກຳ, ແຜ່ນແພ ແລະ ຕັດຫຍິບ, ກະສິກຳ, ການປຸງແຕ່ງອາຫານ, ພະລັງງານ, ເຕັກໂນໂລຊີ, ການທ່ອງທ່ຽວ ແລະ ໂລຈິສຕິກ.

ສຳລັບຝ່າຍຫວຽດນາມ, ທ່ານ ຫງວຽນ ແທ່ງ ເລ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ແລະ ການສະໜັບສະໜູນຂອງກະຊວງການຕ່າງປະເທດຕາຈິກິດສະຖານ, ພ້ອມທັງຢືນຢັນວ່າ ຫວຽດນາມຍາມໃດກໍໃຫ້ຄວາມສຳຄັນຕໍ່ສາຍພົວພັນມິດຕະພາບອັນດັ້ງເດີມກັບຕາຈິກິດສະຖານ ແລະ ຊາບຊຶ້ງຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອຂອງປະຊາຊົນຕາຈິກິດສະຖານ ໃນການຕໍ່ສູ້ເພື່ອຍາດເອົາເອກະລາດ ແລະ ການສ້າງສາປະເທດຊາດ.

ທ່ານເອກອັກຄະລັດຖະທູດຢືນຢັນວ່າ ຈະພະຍາຍາມສົ່ງເສີມບົດບາດເປັນຂົວເຊື່ອມ, ປະສານງານກັບກະຊວງການຕ່າງປະເທດ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດສອງປະເທດ ເພື່ອຊຸກຍູ້ການຮ່ວມມືສອງຝ່າຍໃຫ້ນັບມື້ນັບມີຄວາມເປັນຮູບປະທຳ ແລະ ມີປະສິດທິຜົນຍິ່ງຂຶ້ນ, ຕອບສະໜອງຜົນປະໂຫຍດຂອງປະຊາຊົນສອງປະເທດ.

ສອງຝ່າຍຍັງໄດ້ແລກປ່ຽນກ່ຽວກັບວຽກງານກະກຽມສຳລັບການຢ້ຽມຢາມຫວຽດນາມໃນໄວໆ ນີ້ ຂອງປະທານາທິບໍດີຕາຈິກິດສະຖານ, ໂດຍຕີລາຄາວ່າ ນີ້ເປັນໂອກາດສຳຄັນໃນການສ້າງແຮງຂັບເຄື່ອນໃໝ່ໃຫ້ແກ່ສາຍພົວພັນສອງຝ່າຍ.

ສອງຝ່າຍເຫັນດີສືບຕໍ່ປະສານງານຢ່າງໃກ້ຊິດໃນການສ້າງແຜນງານ, ຊຸກຍູ້ໃຫ້ສຳເລັດບັນດາເອກະສານຮ່ວມມື ແລະ ເພີ່ມທະວີການເຊື່ອມໂຍງວິສາຫະກິດ, ແນໃສ່ບັນລຸບັນດາຜົນສຳເລັດທີ່ເປັນຮູບປະທຳ ແລະ ມີປະໂຫຍດຕົວຈິງ.

ຊາວໜຸ່ມຫວຽດນາມ - ກຳປູເຈຍ - ລາວ ສືບທອດສາຍສຳພັນມິດຕະພາບ ຊາວໜຸ່ມຫວຽດນາມ - ກຳປູເຈຍ - ລາວ ສືບທອດສາຍສຳພັນມິດຕະພາບ
ຍສໝ - ຕອນຄ່ຳວັນທີ 10 ພະຈິກ, ຢູ່ແຂວງກວາງຫງາຍ, ງານມະຫະກຳຊາວໜຸ່ມຫວຽດນາມ - ກຳປູເຈຍ - ລາວ ປີ 2026 ໄດ້ປິດລົງດ້ວຍງານກາລາພາຍໃຕ້ຫົວຂໍ້ “ຮ່ວມສາຍທານມິດຕະພາບ - ສ້າງສັນວັນພຸ່ງນີ້”. ບັນດາກິດຈະກຳແລກປ່ຽນ ແລະ ສຳຜັດປະສົບການໃນຂອບເຂດງານມະຫະກຳ ໄດ້ປະກອບສ່ວນເພີ່ມທະວີຄວາມຜູກພັນລະຫວ່າງຊາວໜຸ່ມສາມປະເທດ, ມຸ່ງສູ່ການສ້າງເຂດຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາຢ່າງຍືນຍົງ.
ເຊີນລາ - ຫຼວງພະບາງ ເພີ່ມທະວີການປະສານສົມທົບໃນການປົກປັກຮັກສາຊາຍແດນ ເຊີນລາ - ຫຼວງພະບາງ ເພີ່ມທະວີການປະສານສົມທົບໃນການປົກປັກຮັກສາຊາຍແດນ
ຍສໝ - ວັນທີ 11 ພະຈິກ, ຢູ່ແຂວງເຊີນລາ, ທະຫານຊາຍແດນແຂວງເຊີນລາ (ຫວຽດນາມ) ແລະ ຄະນະຜູ້ແທນຕຳຫຼວດແຂວງຫຼວງພະບາງ (ລາວ) ໄດ້ຈັດການເຈລະຈາ, ປະເມີນຜົນການຮ່ວມມື ແລະ ເຫັນດີຮ່ວມກັນກ່ຽວກັບບັນດາໜ້າທີ່ຈຸດສຸມໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ ແລະ ປ້ອງກັນ, ຕ້ານອາຊະຍາກຳຂ້າມຊາດ.

ດວງດີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ