APEC 2027 ສ້າງໂອກາດຍົກສູງຄວາມສາມາດຂອງພະນັກງານດ້ານການເຊື່ອມເຂົ້າກັບສາກົນຂອງຫວຽດນາມ

20:55 | 28/10/2026

ຍສໝ - ການຮັບເປັນເຈົ້າພາບປີ APEC 2027 ບໍ່ພຽງແຕ່ເປັນພາລະກິດດ້ານການຕ່າງປະເທດທີ່ສຳຄັນເທົ່ານັ້ນ, ແຕ່ຍັງສ້າງສະພາບແວດລ້ອມຕົວຈິງໃຫ້ຫວຽດນາມໄດ້ຝຶກອົບຮົມ ແລະ ຫຼໍ່ຫຼອມຖັນແຖວພະນັກງານທີ່ມີແນວຄິດຍຸດທະສາດ, ຄວາມສາມາດປະສານສົມທົບແບບຫຼາຍຝ່າຍ ແລະ ທັກສະໃນການແກ້ໄຂບັນດາບັນຫາສັບສົນຂອງພາກພື້ນ. ໂດຍສືບທອດປະສົບການຈາກ APEC 2006 ແລະ 2017, ຫວຽດນາມມີໂອກາດຍົກສູງຄຸນນະພາບຊັບພະຍາກອນມະນຸດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການເຊື່ອມເຂົ້າກັບສາກົນໃນໄລຍະພັດທະນາໃໝ່.

ຫວຽດນາມຮັບບົດບາດເປັນປະທານຂະບວນການລັດຖະມົນຕີການເງິນ APEC 2027 APEC ຕໍ່ໜ້າການປ່ຽນແປງທາງພູມເສດຖະກິດ ແລະ ໂອກາດຂອງຫວຽດນາມໃນປີ 2027

APEC 2027 - ສະພາບແວດລ້ອມຝຶກຝົນຄວາມສາມາດໃນການເຊື່ອມເຂົ້າກັບສາກົນ

ໃນສະພາບການທີ່ສະຖານະການໂລກມີການຜັນປ່ຽນຢ່າງວ່ອງໄວ, ການເຊື່ອມເຂົ້າກັບສາກົນບໍ່ໄດ້ຈຳກັດພຽງແຕ່ການຂະຫຍາຍສາຍພົວພັນການຕ່າງປະເທດ ຫຼື ການປະຕິບັດບັນດາຄຳໝັ້ນສັນຍາສາກົນເທົ່ານັ້ນ. ຄວາມສາມາດໃນການເຊື່ອມເຂົ້າກັບສາກົນຍັງສະແດງອອກຜ່ານຄວາມສາມາດໃນການກຳນົດທ່າອ່ຽງ, ຄາດຄະເນການປ່ຽນແປງຂອງສະພາບແວດລ້ອມສາກົນ, ວາງນະໂຍບາຍທີ່ເໝາະສົມ ແລະ ເປັນເຈົ້າການເຂົ້າຮ່ວມແກ້ໄຂບັນດາບັນຫາຮ່ວມກັນ.

ຄວາມຮຽກຮ້ອງຕ້ອງການດັ່ງກ່າວ ຮຽກຮ້ອງໃຫ້ຫວຽດນາມສ້າງຖັນແຖວພະນັກງານທີ່ທັງມີຄວາມຮູ້ວິຊາສະເພາະຢ່າງໜັກແໜ້ນ, ເຂົ້າໃຈກົດລະບຽບສາກົນ, ທັງມີແນວຄິດຂ້າມສາຂາ, ທັກສະການສົນທະນາ ແລະ ປະສົບການແກ້ໄຂວຽກງານໃນສະພາບແວດລ້ອມຫຼາຍຝ່າຍ.

ດ້ວຍການເຂົ້າຮ່ວມຂອງຫຼາຍເສດຖະກິດຊັ້ນນຳຂອງໂລກ ແລະ ຂອບເຂດການຮ່ວມມືທີ່ກວ້າງຂວາງ, ເວທີຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) ແມ່ນສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ພະນັກງານຫວຽດນາມໄດ້ສະສົມຄວາມສາມາດເຫຼົ່ານີ້.

ກິດຈະກຳຂອງ APEC ດຳເນີນຢູ່ບົນ 3 ເສົາຄ້ຳຫຼັກ ປະກອບມີ ການເປີດເສລີດ້ານການຄ້າ ແລະ ການລົງທຶນ, ການອຳນວຍຄວາມສະດວກດ້ານທຸລະກິດ ແລະ ການຮ່ວມມືດ້ານເສດຖະກິດ - ເຕັກນິກ.

ຜ່ານບັນດາກົນໄກຮ່ວມມື, ຄະນະເຮັດວຽກ ແລະ ເວທີສົນທະນາສະເພາະຂະແໜງ, ພະນັກງານຫວຽດນາມມີເງື່ອນໄຂເຂົ້າເຖິງປະສົບການດ້ານການຄຸ້ມຄອງ, ແລກປ່ຽນທັດສະນະດ້ານນະໂຍບາຍ ແລະ ສຶກສາວິທີທີ່ບັນດາເສດຖະກິດນຳໃຊ້ໃນການແກ້ໄຂບັນດາບັນຫາການພັດທະນາທີ່ຄ້າຍຄືກັນ.

ໂດຍສະເພາະ, ແຜນງານຮ່ວມມືຂອງ APEC ນັບມື້ນັບໃຫ້ຄວາມສຳຄັນຕໍ່ບັນດາທ່າອ່ຽງໃຫຍ່ ເຊັ່ນ ການຫັນປ່ຽນດິຈິຕອນ, ນະວັດຕະກຳ, ການເຕີບໂຕສີຂຽວ, ການພັດທະນາຢ່າງຍືນຍົງ ແລະ ການຍົກສູງຄວາມສາມາດຮັບມືຂອງຕ່ອງໂສ້ສະໜອງ.

ເຫຼົ່ານີ້ກໍແມ່ນບັນດາຂົງເຂດທີ່ຫວຽດນາມພວມສຸມໃສ່ພັດທະນາ, ເຊິ່ງຮຽກຮ້ອງໃຫ້ປ່ຽນໃໝ່ຄວາມສາມາດໃນການຄຸ້ມຄອງລັດ ແລະ ການວາງນະໂຍບາຍ.

APEC 2027 ສ້າງໂອກາດຍົກສູງຄວາມສາມາດຂອງພະນັກງານດ້ານການເຊື່ອມເຂົ້າກັບສາກົນຂອງຫວຽດນາມ
ທ່ານ ຫງວຽນ ມິງ ຫວູ, ຮອງລັດຖະມົນຕີປະຈຳການກະຊວງການຕ່າງປະເທດ, ຫົວໜ້າກອງເລຂາແຫ່ງຊາດ APEC 2027, ໃຫ້ສຳພາດສື່ມວນຊົນກ່ຽວກັບວຽກງານກະກຽມສຳລັບປີ APEC 2027. (ພາບ: ຫວຽດ ດຶກ - ສຳນັກຂ່າວສານຫວຽດນາມ)

ການເຂົ້າຮ່ວມບັນດາເວທີສົນທະນາສະເພາະດ້ານຢ່າງເລິກເຊິ່ງ ບໍ່ພຽງແຕ່ຊ່ວຍໃຫ້ພະນັກງານປັບປຸງຄວາມຮູ້ໃຫ້ທັນສະໄໝເທົ່ານັ້ນ, ແຕ່ຍັງສ້າງເງື່ອນໄຂໃຫ້ຮັບຮູ້ເຖິງຄວາມແຕກຕ່າງດ້ານລະດັບການພັດທະນາ, ຜົນປະໂຫຍດ ແລະ ບຸລິມະສິດດ້ານນະໂຍບາຍລະຫວ່າງບັນດາເສດຖະກິດສະມາຊິກ.

ສິ່ງທີ່ສຳຄັນກວ່ານັ້ນແມ່ນ ພະນັກງານຕ້ອງມີຄວາມສາມາດວິເຄາະສະພາບການຕົວຈິງຂອງຫວຽດນາມ, ຄັດເລືອກບັນດາປະສົບການທີ່ເໝາະສົມ ແລະ ນຳມາປະຍຸກໃຊ້ໃນການສ້າງນະໂຍບາຍ ເພື່ອຮັບໃຊ້ບັນດາເປົ້າໝາຍການພັດທະນາພາຍໃນປະເທດ.

ການປະຕິບັດຕົວຈິງຂອງ APEC 2017 ສະແດງໃຫ້ເຫັນຄວາມສາມາດໃນການປະສານລະຫວ່າງບຸລິມະສິດການພັດທະນາຂອງຫວຽດນາມ ກັບບັນດາບັນຫາຮ່ວມຂອງພາກພື້ນ.

ດ້ວຍຫົວຂໍ້ “ສ້າງແຮງຂັບເຄື່ອນໃໝ່, ຮ່ວມກັນສ້າງສາອະນາຄົດຮ່ວມກັນ”, ຫວຽດນາມໄດ້ເລືອກການພັດທະນາຊັບພະຍາກອນມະນຸດໃນຍຸກດິຈິຕອນ ເປັນໜຶ່ງໃນບັນດາເນື້ອໃນທີ່ໂດດເດັ່ນຂອງປີເຈົ້າພາບ.

ໃນເດືອນ 5/2017, ການສົນທະນານະໂຍບາຍລະດັບສູງກ່ຽວກັບການພັດທະນາຊັບພະຍາກອນມະນຸດໃນຍຸກດິຈິຕອນ ໄດ້ຈັດຂຶ້ນໂດຍມີຜູ້ຕາງໜ້າຈາກບັນດາເສດຖະກິດສະມາຊິກເຂົ້າຮ່ວມ.

ຂອບວຽກຂອງ APEC ກ່ຽວກັບການພັດທະນາຊັບພະຍາກອນມະນຸດໃນຍຸກດິຈິຕອນ ໄດ້ຮັບການຮັບຮອງ, ໂດຍເນັ້ນໜັກເຖິງຄວາມຈຳເປັນໃນການປ່ຽນໃໝ່ການສຶກສາ, ການຝຶກອົບຮົມທັກສະ ແລະ ຊຸກຍູ້ການປະສານສົມທົບລະຫວ່າງລັດຖະບານ, ວິສາຫະກິດ ແລະ ບັນດາສະຖາບັນຝຶກອົບຮົມ.

ຜົນສຳເລັດນີ້ສະແດງໃຫ້ເຫັນວ່າ ບົດບາດເຈົ້າພາບສາມາດນຳມາສົ່ງເສີມເພື່ອຊຸກຍູ້ບັນດາຂໍ້ລິເລີ່ມທີ່ທັງຕອບສະໜອງຄວາມຕ້ອງການຮ່ວມມືຂອງພາກພື້ນ ແລະ ທັງສອດຄ່ອງກັບຜົນປະໂຫຍດການພັດທະນາໃນໄລຍະຍາວຂອງຫວຽດນາມ.

ຈາກມຸມມອງຂອງວິສາຫະກິດ, ຄຸນນະພາບຂອງຊັບພະຍາກອນມະນຸດກໍເປັນປັດໄຈສຳຄັນທີ່ກຳນົດປະສິດທິຜົນຂອງການເຊື່ອມເຂົ້າກັບສາກົນ ແລະ ຄວາມສາມາດໃນການເຂົ້າຮ່ວມຕ່ອງໂສ້ມູນຄ່າສາກົນ.

ທ່ານ Mark Gillen, ປະທານສະພາການຄ້າ ແລະ ອຸດສາຫະກຳອາເມລິກາ (AmCham) ປະຈຳຫວຽດນາມ ຕີລາຄາວ່າ ບັນດາວິສາຫະກິດອາເມລິກາໄດ້ປະກອບສ່ວນໃຫ້ແກ່ການພັດທະນາຂອງຫວຽດນາມ ຜ່ານກິດຈະກຳພັດທະນາກຳລັງແຮງງານ ແລະ ການດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບ.

ຕາມທ່ານແລ້ວ, ນີ້ແມ່ນໜຶ່ງໃນບັນດາຜົນສຳເລັດທີ່ໜ້າພາກພູມໃຈຂອງສາຍພົວພັນຮ່ວມມືຫວຽດນາມ - ອາເມລິກາ, ມີຄວາມໝາຍບໍ່ພຽງແຕ່ຕໍ່ສອງປະເທດ ແຕ່ຍັງຕໍ່ຫຼາຍປະເທດອື່ນອີກດ້ວຍ.

ທ່ານເຫັນວ່າ ສາຍພົວພັນຄູ່ຮ່ວມມືຫວຽດນາມ - ອາເມລິກາ ໄດ້ປະກອບສ່ວນຍົກສູງລະດັບການພັດທະນາຂອງທັງສອງຝ່າຍ.

ຈາກມຸມມອງນີ້, ການຍົກສູງຄວາມສາມາດຂອງຖັນແຖວພະນັກງານດ້ານການເຊື່ອມເຂົ້າກັບສາກົນ ຕ້ອງເຊື່ອມໂຍງກັບຄວາມຕ້ອງການຕົວຈິງຂອງເສດຖະກິດ, ວິສາຫະກິດ ແລະ ສັງຄົມ. ນອກຈາກຄວາມຮູ້ດ້ານການຕ່າງປະເທດແລ້ວ, ພະນັກງານຍັງຕ້ອງເຂົ້າໃຈບັນດາຄວາມຮຽກຮ້ອງຕ້ອງການດ້ານບຸກຄະລາກອນ, ການບໍລິຫານ ແລະ ເຕັກໂນໂລຊີ ເພື່ອປະກອບສ່ວນສ້າງສະພາບແວດລ້ອມການລົງທຶນທີ່ເອື້ອອຳນວຍ ແລະ ຍົກສູງຄວາມສາມາດແຂ່ງຂັນຂອງປະເທດ.

ສືບທອດປະສົບການ APEC 2006 ແລະ 2017 ເພື່ອກະກຽມສຳລັບປີ 2027

ຖ້າຫາກການເຂົ້າຮ່ວມບັນດາກົນໄກຮ່ວມມືດ້ານວິຊາສະເພາະ ຊ່ວຍໃຫ້ພະນັກງານຂະຫຍາຍຄວາມຮູ້ ແລະ ສະສົມປະສົບການດ້ານນະໂຍບາຍ, ການຮັບບົດບາດເປັນເຈົ້າພາບ APEC ກໍຈະສ້າງສະພາບແວດລ້ອມຝຶກຝົນທີ່ຮອບດ້ານຍິ່ງຂຶ້ນ.

ປະລິມານວຽກງານທີ່ຫຼວງຫຼາຍ, ການເຂົ້າຮ່ວມຂອງຜູ້ແທນຫຼາຍລະດັບ ແລະ ຄວາມຮຽກຮ້ອງຕ້ອງການດ້ານການປະສານສົມທົບລະຫວ່າງບັນດາອົງການ ຮຽກຮ້ອງໃຫ້ຖັນແຖວພະນັກງານຕ້ອງມີຄວາມເປັນມືອາຊີບ, ຄວາມສາມາດຄາດຄະເນ, ຈັດຕັ້ງປະຕິບັດ ແລະ ແກ້ໄຂສະຖານະການ.

ເຫຼົ່ານີ້ແມ່ນບັນດາທັກສະທີ່ຕ້ອງໄດ້ສ້າງຂຶ້ນ ແລະ ປັບປຸງໃຫ້ສົມບູນຜ່ານການປະຕິບັດຕົວຈິງ, ຄຽງຄູ່ກັບຂະບວນການຝຶກອົບຮົມດ້ານທິດສະດີ.

ການທີ່ຫວຽດນາມໄດ້ຮັບເປັນເຈົ້າພາບ APEC ສອງຄັ້ງ ໃນປີ 2006 ແລະ 2017 ໄດ້ນຳມາເຊິ່ງປະສົບການຫຼາຍດ້ານ ກ່ຽວກັບການທູດຫຼາຍຝ່າຍ, ການຈັດກອງປະຊຸມລະດັບສູງ, ການປະສານງານດ້ານເນື້ອໃນ ແລະ ການຮັບປະກັນກິດຈະກຳການຕ່າງປະເທດ.

ສິ່ງທີ່ສຳຄັນກວ່ານັ້ນແມ່ນ ບັນດາກິດຈະກຳເຫຼົ່ານີ້ໄດ້ສ້າງເງື່ອນໄຂໃຫ້ພະນັກງານຝຶກຝົນຄວາມສາມາດໃນການເຊື່ອມໂຍງບັນດາບຸລິມະສິດການພັດທະນາພາຍໃນປະເທດ ກັບວາລະຮ່ວມຂອງພາກພື້ນ, ພ້ອມທັງຊອກຫາຄວາມເຫັນພ້ອມກັນລະຫວ່າງບັນດາເສດຖະກິດທີ່ມີຜົນປະໂຫຍດ ແລະ ທັດສະນະແຕກຕ່າງກັນ.

ປີ APEC 2017 ແມ່ນຕົວຢ່າງທີ່ຊັດເຈນ. ໃນຄັ້ງນັ້ນ, ຫວຽດນາມໄດ້ຈັດເກືອບ 200 ກິດຈະກຳ, ນັບແຕ່ກອງປະຊຸມຜູ້ຊ່ຽວຊານ, ເຈົ້າໜ້າທີ່ອາວຸໂສ ໄປຈົນເຖິງກອງປະຊຸມລັດຖະມົນຕີ ແລະ ກອງປະຊຸມຜູ້ນຳເສດຖະກິດ APEC ທີ່ນະຄອນດ່ານັງ.

ຂະໜາດຂອງການຈັດງານໄດ້ວາງຄວາມຮຽກຮ້ອງຕ້ອງການໃຫ້ມີການປະສານສົມທົບຢ່າງໃກ້ຊິດລະຫວ່າງຫຼາຍອົງການ, ຫົວໜ່ວຍ ແລະ ທ້ອງຖິ່ນ, ສ້າງສະພາບແວດລ້ອມໃຫ້ຖັນແຖວພະນັກງານໄດ້ຝຶກປະຕິບັດທັກສະການກະກຽມເນື້ອໃນ, ການເຈລະຈາ, ການດຳເນີນກອງປະຊຸມ, ການແກ້ໄຂຄວາມແຕກຕ່າງ ແລະ ການຮັບປະກັນຜົນສຳເລັດຮ່ວມຂອງກອງປະຊຸມ.

ແນວໃດກໍດີ, ບັນດາປະສົບການຈາກການຈັດ APEC ຄັ້ງກ່ອນໆ ຈຳເປັນຕ້ອງໄດ້ປັບປຸງໃຫ້ທັນກັບສະພາບການປີ 2027.

ເມື່ອທຽບກັບປີ 2017, ສະພາບແວດລ້ອມການຮ່ວມມືໃນພາກພື້ນພວມປະເຊີນກັບຫຼາຍປັດໄຈທີ່ສັບສົນກວ່າເກົ່າ, ນັບແຕ່ການແຂ່ງຂັນທາງຍຸດທະສາດລະຫວ່າງບັນດາປະເທດມະຫາອຳນາດ, ຄວາມຜັນຜວນດ້ານການຄ້າ ແລະ ຕ່ອງໂສ້ສະໜອງ ໄປຈົນເຖິງການພັດທະນາຢ່າງວ່ອງໄວຂອງປັນຍາປະດິດ, ບັນດາສິ່ງທ້າທາຍດ້ານຄວາມປອດໄພທາງໄຊເບີ ແລະ ແຮງກົດດັນຈາກການປ່ຽນແປງດິນຟ້າອາກາດ.

ສະພາບຕົວຈິງດັ່ງກ່າວຮຽກຮ້ອງໃຫ້ພະນັກງານດ້ານການເຊື່ອມເຂົ້າກັບສາກົນ ບໍ່ພຽງແຕ່ມີປະສົບການຈັດກິດຈະກຳການຕ່າງປະເທດເທົ່ານັ້ນ, ແຕ່ຍັງຕ້ອງຍົກສູງຄວາມສາມາດວິເຄາະຍຸດທະສາດ, ປະຍຸກໃຊ້ເຕັກໂນໂລຊີ, ບໍລິຫານຄວາມສ່ຽງ ແລະ ແກ້ໄຂບັນດາບັນຫາໃໝ່ທີ່ເກີດຂຶ້ນ.

ດັ່ງນັ້ນ, ວຽກງານກະກຽມຊັບພະຍາກອນມະນຸດສຳລັບ APEC 2027 ຈຶ່ງຄວນດຳເນີນແຕ່ຫົວທີ, ຢ່າງເປັນລະບົບ ແລະ ຮັບປະກັນການປະສານສົມທົບລະຫວ່າງບັນດາຂັ້ນ ແລະ ຂະແໜງການ.

ຫວຽດນາມພວມປັບປຸງກົນໄກປະສານງານຫຼາຍລະດັບໃຫ້ສົມບູນ, ນັບແຕ່ສູນກາງຈົນເຖິງທ້ອງຖິ່ນ ແລະ ບັນດາຄູ່ຮ່ວມມືສາກົນ. ໃນນັ້ນ, ຄະນະກຳມະການແຫ່ງຊາດ APEC 2027, ກອງເລຂາແຫ່ງຊາດ ແລະ ບັນດາອະນຸກຳມະການສະເພາະດ້ານ ມີບົດບາດໃນການແບ່ງວຽກງານ, ປະສານງານ ແລະ ຈັດຕັ້ງປະຕິບັດໃນແຕ່ລະຂົງເຂດ.

ໂດຍເນັ້ນໜັກເຖິງຄວາມໝາຍຂອງການກະກຽມ ແລະ ຈັດ APEC 2027 ຕໍ່ວຽກງານຝຶກອົບຮົມພະນັກງານ, ທ່ານ ຫງວຽນ ມິງ ຫວູ, ຮອງລັດຖະມົນຕີປະຈຳການກະຊວງການຕ່າງປະເທດ ເຫັນວ່າ ການເຂົ້າຮ່ວມຂອງຖັນແຖວພະນັກງານຫວຽດນາມ ບໍ່ພຽງແຕ່ແນໃສ່ຮັບປະກັນຜົນສຳເລັດຂອງປີ APEC ເທົ່ານັ້ນ, ແຕ່ຍັງເປັນໂອກາດສຳຄັນໃນການຍົກສູງຄວາມສາມາດ ແລະ ລະດັບຄວາມຮູ້ຂອງກຳລັງພະນັກງານທີ່ປະຕິບັດວຽກງານດ້ານການເຊື່ອມເຂົ້າກັບສາກົນ ໃນໄລຍະພັດທະນາໃໝ່ຂອງປະເທດ.

ຈາກປະສົບການການຮັບເປັນເຈົ້າພາບສອງຄັ້ງຜ່ານມາ, APEC 2027 ເປີດໂອກາດໃຫ້ຫວຽດນາມສືບຕໍ່ສົ່ງເສີມບົດບາດຂອງຕົນໃນການຮ່ວມມືພາກພື້ນ, ພ້ອມທັງສ້າງການປ່ຽນແປງດ້ານຄຸນນະພາບຂອງຊັບພະຍາກອນມະນຸດດ້ານການເຊື່ອມເຂົ້າກັບສາກົນ.

ຖ້າຫາກ APEC 2006 ແລະ 2017 ໄດ້ຊ່ວຍໃຫ້ຖັນແຖວພະນັກງານສະສົມປະສົບການດ້ານການຈັດຕັ້ງ, ການປະສານງານ ແລະ ການສ້າງຄວາມເຫັນພ້ອມກັນ, ການຮັບເປັນເຈົ້າພາບຄັ້ງທີສາມນີ້ ກໍວາງຄວາມຮຽກຮ້ອງຕ້ອງການທີ່ສູງຂຶ້ນດ້ານຄວາມສາມາດໃນການວາງນະໂຍບາຍ, ການປະສານສົມທົບຂ້າມຂະແໜງການ ແລະ ການເປັນເຈົ້າການສະເໜີຂໍ້ລິເລີ່ມ.

ດັ່ງນັ້ນ, ການກະກຽມສຳລັບ APEC 2027 ບໍ່ພຽງແຕ່ແມ່ນການປັບປຸງບັນດາເງື່ອນໄຂເພື່ອຮັບໃຊ້ປີເຈົ້າພາບໃຫ້ສົມບູນເທົ່ານັ້ນ, ແຕ່ຍັງເປັນຂະບວນການລົງທຶນໃຫ້ແກ່ຖັນແຖວພະນັກງານທີ່ມີຄວາມສາມາດເຂົ້າຮ່ວມຢ່າງເລິກເຊິ່ງຍິ່ງຂຶ້ນໃນບັນດາກົນໄກຮ່ວມມືຫຼາຍຝ່າຍ.

ຜ່ານນັ້ນ, ຫວຽດນາມຈະມີເງື່ອນໄຂເພີ່ມເຕີມໃນການຫັນປ່ຽນຈາກການເຂົ້າຮ່ວມບັນດາແຜນງານຮ່ວມມື ໄປສູ່ການເປັນເຈົ້າການປະກອບຂໍ້ລິເລີ່ມ, ຮ່ວມກັບບັນດາຄູ່ຮ່ວມມືກຳນົດບັນດາບຸລິມະສິດຮ່ວມຂອງພາກພື້ນ.

ການຍົກສູງຄຸນນະພາບຖັນແຖວພະນັກງານດ້ານການເຊື່ອມເຂົ້າກັບສາກົນ ນັ້ນເອງແມ່ນໜຶ່ງໃນບັນດາປັດໄຈສຳຄັນທີ່ຊ່ວຍໃຫ້ຫວຽດນາມສົ່ງເສີມກຳລັງພາຍໃນ, ໝູນໃຊ້ໂອກາດການຮ່ວມມືສາກົນ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການການພັດທະນາປະເທດໃນໄລຍະໃໝ່.

APEC 2027 ສ້າງແຮງຂັບເຄື່ອນໃຫ້ການພັດທະນາການທ່ອງທ່ຽວ MICE ຂອງຫວຽດນາມ APEC 2027 ສ້າງແຮງຂັບເຄື່ອນໃຫ້ການພັດທະນາການທ່ອງທ່ຽວ MICE ຂອງຫວຽດນາມ
ຍສໝ - ຕາມທ່ານ ປອ. ເຈິ່ນ ຫືວ ຫຽບ, ຮອງປະທານສະມາຄົມການທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງ ແລ້ວ, ການເປັນເຈົ້າພາບ APEC 2027 ຢູ່ຟູກວກ ໄດ້ເປີດໂອກາດໃນການໂຄສະນາພາບລັກຂອງຫວຽດນາມ, ຍົກສູງຄວາມສາມາດໃນການຈັດກິດຈະກຳສາກົນ ແລະ ພັດທະນາການທ່ອງທ່ຽວປະເພດກອງປະຊຸມ ແລະ ສຳມະນາ (MICE). ແນວໃດກໍຕາມ, ເພື່ອຫັນທ່າໄດ້ປຽບຈາກກິດຈະກຳນີ້ໃຫ້ເປັນມູນຄ່າໃນໄລຍະຍາວ, ຫວຽດນາມຈຳເປັນຕ້ອງລົງທຶນພັດທະນາໂຄງລ່າງພື້ນຖານຢ່າງຄົບຊຸດ, ຍົກສູງຄຸນນະພາບການບໍລິການ ແລະ ສ້າງຍຸດທະສາດຂຸດຄົ້ນຕະຫຼາດພາຍຫຼັງ APEC.
ຫວຽດນາມຊຸກຍູ້ການຮ່ວມມືກັບ Bloomberg, ໂຄສະນາສະພາບແວດລ້ອມການລົງທຶນໃນປີ APEC 2027 ຫວຽດນາມຊຸກຍູ້ການຮ່ວມມືກັບ Bloomberg, ໂຄສະນາສະພາບແວດລ້ອມການລົງທຶນໃນປີ APEC 2027
ຍສໝ - ແຕ່ວັນທີ 13-14/10, ທ່ານນາງ ຫງວຽນ ມິງ ຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມເວທີປາໄສເສດຖະກິດໃໝ່ Bloomberg (NEF) ຄັ້ງທີ 8 ທີ່ນິວເດລີ (ອິນເດຍ). ນອກຂອບເວທີປາໄສ, ທ່ານນາງຮອງລັດຖະມົນຕີ ໄດ້ແລກປ່ຽນກັບຄະນະຜູ້ນຳກຸ່ມບໍລິສັດ Bloomberg ກ່ຽວກັບການເພີ່ມທະວີການຮ່ວມມືດ້ານສື່ມວນຊົນ, ການໂຄສະນາພາບພົດ ແລະ ສະພາບແວດລ້ອມການລົງທຶນຂອງຫວຽດນາມ ໃນປີ APEC 2027.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ