| ລາວບາວ - ແດນສະຫວັນ ສ້າງດ່ານຊາຍແດນຕົວແບບເລີ່ມແຕ່ປີ 2027 ນັກສຶກສາໃໝ່ 46 ຄົນ ທີ່ມີຄວາມຫຍຸ້ງຍາກ ໄດ້ຮັບທຶນການສຶກສາຈາກ GNI |
ຕອນບ່າຍວັນທີ 9 ຕຸລາ, ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ຈັດພິທີເປີດນຳໃຊ້, ວາງສີລາລຶກ ແລະ ດຳເນີນບັນດາໂຄງການດີເດັ່ນ ເພື່ອຂ່ຳນັບສະເຫຼີມສະຫຼອງຄົບຮອບ 72 ປີ ວັນປົດປ່ອຍນະຄອນຫຼວງ (10/10/1954 - 10/10/2026). ພິທີດັ່ງກ່າວໄດ້ເຊື່ອມຕໍ່ທາງອອນລາຍໄປຍັງ 126 ຕາແສງ ແລະ ຄຸ້ມ.
ປັບປຸງໂຄງລ່າງພື້ນຖານໃຫ້ສົມບູນ, ເພີ່ມທະວີການເຊື່ອມຕໍ່ຕົວເມືອງ
ຕາມບົດລາຍງານຂອງພະແນກການເງິນຮ່າໂນ້ຍ, ນັບເຖິງວັນທີ 8 ຕຸລາ 2026, ນະຄອນມີ 292 ໂຄງການທີ່ຈົດທະບຽນເປີດນຳໃຊ້, ວາງສີລາລຶກ ແລະ ດຳເນີນການໃນໂອກາດສະເຫຼີມສະຫຼອງຄົບຮອບ 72 ປີ ວັນປົດປ່ອຍນະຄອນຫຼວງ ແລະ ໃນປີ 2026, ດ້ວຍມູນຄ່າການລົງທຶນລວມປະມານ 384.886 ຕື້ດົ່ງ.
ບັນດາໂຄງການໄດ້ສຸມໃສ່ຂົງເຂດທີ່ມີຄວາມໝາຍຕົວຈິງຕໍ່ການພັດທະນາຕົວເມືອງ, ໂດຍສະເພາະຂົງເຂດຄົມມະນາຄົມ. ໂຄງການສ່ວນປະກອບ 2.1 ຂອງເສັ້ນທາງວົງແຫວນເລກ 4 - ເຂດນະຄອນຫຼວງຮ່າໂນ້ຍ ມີຄວາມຍາວປະມານ 58,2 ກິໂລແມັດ ຜ່ານເຂດຮ່າໂນ້ຍ, ດ້ວຍມູນຄ່າການລົງທຶນລວມຫຼາຍກວ່າ 56.000 ຕື້ດົ່ງ. ພາຍຫຼັງດຳເນີນການມາຫຼາຍກວ່າ 3 ປີ, ບັນດາຊຸດປະມູນກໍ່ສ້າງພວມສຸມໃສ່ສຳເລັດບັນດາລາຍການທີ່ຍັງເຫຼືອ. ໜ້າທາງປະມານ 40 ກິໂລແມັດ ໄດ້ປູດ້ວຍຢາງປູທາງແລ້ວ, ຄາດວ່າປະລິມານວຽກທີ່ປະຕິບັດບັນລຸ 90%.
![]() |
| ບັນດາໂຄງການໄດ້ສຸມໃສ່ຂົງເຂດທີ່ມີຄວາມໝາຍຕົວຈິງຕໍ່ການພັດທະນາຕົວເມືອງ, ໂດຍສະເພາະຂົງເຂດຄົມມະນາຄົມ. (ພາບ: T.L) |
ວັນທີ 9 ຕຸລາ, ເສັ້ນທາງຊ່ວງໜຶ່ງຍາວ 15 ກິໂລແມັດ ຈາກເຂດຄັນຄູກັ້ນນ້ຳຝັ່ງຂວາແມ່ນ້ຳຮົ່ງ - ຂົວຮົ່ງຮ່າ ໄປຫາຖະໜົນໃຫຍ່ທັງລອງ ໄດ້ເປີດໃຫ້ລົດຜ່ານທາງດ້ານເຕັກນິກ. ນະຄອນຄາດວ່າຈະສືບຕໍ່ເປີດໃຫ້ລົດຜ່ານອີກ 2 ຊ່ວງທາງ ທີ່ມີຄວາມຍາວລວມປະມານ 22 ກິໂລແມັດ ໃນເດືອນພະຈິກ ແລະ ສຳເລັດໂຄງການເສັ້ນທາງຄູ່ຂະໜານທັງໝົດໃນປີ 2026. ເມື່ອນຳເຂົ້າໃຊ້ງານ, ເສັ້ນທາງນີ້ຈະປະກອບສ່ວນເພີ່ມທະວີການເຊື່ອມຕໍ່ລະຫວ່າງຮ່າໂນ້ຍກັບບັນດາທ້ອງຖິ່ນໃນພາກພື້ນ, ຫຼຸດຜ່ອນຄວາມແອອັດໃຫ້ແກ່ເຄືອຂ່າຍຄົມມະນາຄົມທີ່ມີຢູ່.
ອີກໂຄງການໜຶ່ງແມ່ນການກໍ່ສ້າງ 3 ຊ່ວງທາງຂອງເສັ້ນທາງວົງແຫວນເລກ 2,5 ທີ່ມີຄວາມຍາວລວມປະມານ 2,2 ກິໂລແມັດ, ດ້ວຍທຶນລົງທຶນ 432 ຕື້ດົ່ງ. ວຽກງານປົດປ່ອຍໜ້າດິນໄດ້ສຳເລັດແລ້ວ; ບັນດາຊ່ວງທາງພວມດຳເນີນການກໍ່ສ້າງລາຍການທີ່ຍັງເຫຼືອ. ນີ້ແມ່ນ 3 ຊ່ວງທາງສຸດທ້າຍໃນຈຳນວນທັງໝົດ 13 ຊ່ວງທາງຂອງເສັ້ນທາງທີ່ຍາວກວ່າ 19 ກິໂລແມັດ, ປະກອບສ່ວນຄ່ອຍໆປັບປຸງເຄືອຂ່າຍຄົມມະນາຄົມໃຫ້ສົມບູນຕາມແຜນຜັງ.
ຢູ່ປະຕູທາງເຂົ້າດ້ານຕາເວັນອອກ, ໂຄງການທາງຍົກລະດັບຕາມຖະໜົນໂກລິງ ເຊື່ອມຕໍ່ທາງດ່ວນຮ່າໂນ້ຍ - ຫາຍຟ່ອງ ມີທຶນລົງທຶນລວມຫຼາຍກວ່າ 2.200 ຕື້ດົ່ງ, ຄວາມຍາວປະມານ 1,76 ກິໂລແມັດ, ຂະໜາດ 4 ຊ່ອງຈະລາຈອນ. ໂຄງການນີ້ມຸ່ງໄປສູ່ການຈັດລະບົບຈະລາຈອນໃຫ້ຕໍ່ເນື່ອງ, ແຍກກະແສພາຫະນະຂ້າມແຂວງ ແລະ ພາຫະນະຜ່ານທາງ ອອກຈາກລະບົບຈະລາຈອນລະດັບພື້ນດິນ, ຜ່ານນັ້ນຍົກສູງຄວາມສາມາດໃນການເຊື່ອມຕໍ່ ແລະ ຫຼຸດຜ່ອນຄວາມແອອັດໃນເຂດດັ່ງກ່າວ.
ນອກຈາກຄົມມະນາຄົມແລ້ວ, ບັນດາໂຄງການການຄ້າ, ການບໍລິການ ແລະ ວັດທະນະທຳ ກໍປະກອບສ່ວນຂະຫຍາຍພື້ນທີ່ການພັດທະນາ. ໂຄງການນຳໃຊ້ພື້ນທີ່ວັດທະນະທຳ, ການບໍລິການ, ການຄ້າ ແລະ ການທ່ອງທ່ຽວ ຢູ່ບໍລິເວນຊຸ້ມຂົວທາງລົດໄຟ 131 ແຫ່ງ ທາງທິດໃຕ້ຂອງຂົວລອງບຽນ ມຸ່ງໄປສູ່ການອະນຸລັກໂຄງສ້າງຫີນດັ້ງເດີມ, ສົ່ງເສີມຄຸນຄ່າດ້ານສະຖາປັດຕະຍະກຳ ແລະ ປະຫວັດສາດ, ພ້ອມທັງສ້າງຈຸດໝາຍປາຍທາງໃໝ່ ທີ່ເຊື່ອມຕໍ່ເຂດແມ່ນ້ຳຮົ່ງກັບໃຈກາງນະຄອນ.
ແກ້ໄຂມົນລະພິດ, ຂະຫຍາຍທ່າແຮງການເຕີບໂຕ
ຄຽງຄູ່ກັບໂຄງລ່າງພື້ນຖານຄົມມະນາຄົມ, ຮ່າໂນ້ຍຍັງດຳເນີນຫຼາຍໂຄງການດ້ານສິ່ງແວດລ້ອມ ເພື່ອປັບປຸງຄຸນນະພາບຊີວິດ ແລະ ມຸ່ງສູ່ການພັດທະນາຕົວເມືອງຢ່າງຍືນຍົງ.
ສິ່ງທີ່ໜ້າສົນໃຈແມ່ນ ໂຄງການປັບປຸງ ແລະ ແກ້ໄຂມົນລະພິດສິ່ງແວດລ້ອມແມ່ນ້ຳເກົ່າໄບ ມີມູນຄ່າການລົງທຶນລວມປະມານ 11.681 ຕື້ດົ່ງ, ດຳເນີນການຕາມຮູບແບບການຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນ. ລະບົບເກັບລວບລວມ ແລະ ບຳບັດນ້ຳເສຍ ຖືກອອກແບບໃຫ້ຮັບໃຊ້ເຂດລຸ່ມນ້ຳປະມານ 7.751 ເຮັກຕາ, ດ້ວຍທໍ່ລະບາຍນ້ຳຍາວເກືອບ 61 ກິໂລແມັດ, ສະຖານີສູບນ້ຳຍົກລະດັບ 29 ແຫ່ງ ແລະ ໂຮງງານບຳບັດນ້ຳເສຍ 5 ແຫ່ງ. ກຳລັງການບຳບັດລວມຕາມການອອກແບບບັນລຸ 142.000 ແມັດກ້ອນຕໍ່ມື້.
![]() |
| ການດຳເນີນບັນດາໂຄງການສະແດງໃຫ້ເຫັນເຖິງຄວາມຕັ້ງໃຈອັນສູງຂອງຄະນະນຳ ແລະ ປະຊາຊົນນະຄອນຮ່າໂນ້ຍ. (ພາບ: T.L) |
ໂຄງການຍັງລວມມີການຂຸດລອກທ້ອງແມ່ນ້ຳ, ກໍ່ສ້າງຄັນປ້ອງກັນຝັ່ງແມ່ນ້ຳ, ລະບົບເຕີມນ້ຳເຂົ້າແມ່ນ້ຳ, ສະຖານີສູບນ້ຳ, ໜອງຕົກຕະກອນ ແລະ ເສັ້ນທາງລຽບແມ່ນ້ຳຍາວກວ່າ 14 ກິໂລແມັດ. ເມື່ອສຳເລັດ, ໂຄງການຖືກຄາດຫວັງວ່າຈະປະກອບສ່ວນຫຼຸດຜ່ອນມົນລະພິດແຫຼ່ງນ້ຳ, ປັບປຸງທັດສະນີຍະພາບ ແລະ ຍົກສູງຄຸນນະພາບສິ່ງແວດລ້ອມໃນເຂດດັ່ງກ່າວ.
ໂຄງການປັບປຸງ, ບູລະນະລະບົບຄັນຄູກັ້ນນ້ຳ, ຂຸດລອກ ແລະ ແກ້ໄຂມົນລະພິດແມ່ນ້ຳເຍວະ ມີມູນຄ່າການລົງທຶນລວມເບື້ອງຕົ້ນຫຼາຍກວ່າ 75.000 ຕື້ດົ່ງ, ດຳເນີນການຕາມຮູບແບບການຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນ ຕາມແນວແມ່ນ້ຳທີ່ຜ່ານ 19 ຕາແສງ ແລະ ຄຸ້ມ. ບັນດາລາຍການທີ່ຄາດວ່າຈະດຳເນີນການ ລວມມີການຂຸດລອກທ້ອງແມ່ນ້ຳ, ກໍ່ສ້າງຄັນປ້ອງກັນຝັ່ງແມ່ນ້ຳ, ແກ້ໄຂບັນດາຈຸດຄັນຄູກັ້ນນ້ຳທີ່ມີຄວາມສ່ຽງສູງ, ກໍ່ສ້າງໂຄງລ່າງພື້ນຖານຄົມມະນາຄົມ ແລະ ລະບົບເກັບລວບລວມ, ບຳບັດນ້ຳເສຍ. ເປົ້າໝາຍແມ່ນຈຳກັດການປ່ອຍນ້ຳເສຍຈາກການດຳລົງຊີວິດລົງສູ່ແມ່ນ້ຳໂດຍກົງ, ຍົກສູງຄວາມສາມາດລະບາຍນ້ຳ ແລະ ຮັບມືຢ່າງເປັນຝ່າຍລິເລີ່ມກັບການປ່ຽນແປງດິນຟ້າອາກາດ.
ໃນຂົງເຂດອຸດສາຫະກຳ, ເຂດອຸດສາຫະກຳຕຽນທັງ ໄດ້ຮັບການກຳນົດທິດທາງພັດທະນາຕາມຮູບແບບນິເວດ, ອັດສະລິຍະ ແລະ ປ່ອຍມົນລະພິດຕ່ຳ. ໄລຍະທີ 1 ມີເນື້ອທີ່ຫຼາຍກວ່າ 230 ເຮັກຕາ, ມູນຄ່າການລົງທຶນລວມປະມານ 4.455 ຕື້ດົ່ງ; ມຸ່ງດຶງດູດບັນດາຂົງເຂດເຕັກໂນໂລຊີສູງ, ນະວັດຕະກຳ, ການຄົ້ນຄວ້າ ແລະ ພັດທະນາ, ໃນນັ້ນມີປັນຍາປະດິດ, ຫຸ່ນຍົນ, ສານເຄິ່ງຕົວນຳ ແລະ ເຕັກໂນໂລຊີການແພດ - ຊີວະພາບ. ໂຄງການຄາດວ່າຈະສ້າງວຽກເຮັດງານທຳໃຫ້ແຮງງານຫຼາຍກວ່າ 16.000 ຄົນ.
ນະຄອນຍັງສົ່ງເສີມບັນດາໂຄງການບໍລິການ ແລະ ການທ່ອງທ່ຽວຂະໜາດໃຫຍ່. ໂຄງການກຸ່ມອາຄານໂຮງແຮມ, ຫ້ອງການ ແລະ ການຄ້າ - ບໍລິການ ເກົ່າໂດຍ ຢູ່ດົງແອັງ ມີມູນຄ່າການລົງທຶນລວມປະມານ 120 ລ້ານໂດລາສະຫະລັດ, ໂດຍມຸ່ງພັດທະນາຕາມມາດຕະຖານ 5 ດາວສາກົນ. ຂະນະທີ່ສວນສັດຊາຟາຣີ ບາວີ່ ມີເນື້ອທີ່ປະມານ 299 ເຮັກຕາ, ໄດ້ຮັບການວາງແຜນຜັງຢູ່ນອກຂອບເຂດອຸທິຍານແຫ່ງຊາດບາວີ່, ໂດຍສະຫງວນເນື້ອທີ່ສ່ວນໃຫຍ່ໃຫ້ແກ່ຕົ້ນໄມ້ສີຂຽວ ແລະ ແຫຼ່ງນ້ຳ, ສົມທົບການອະນຸລັກ ແລະ ດູແລສັດກັບການສຶກສາຊຸມຊົນ.
ການດຳເນີນບັນດາໂຄງການດ້ານຄົມມະນາຄົມ, ສິ່ງແວດລ້ອມ, ອຸດສາຫະກຳ, ວັດທະນະທຳ ແລະ ການທ່ອງທ່ຽວ ພ້ອມກັນ ສະແດງໃຫ້ເຫັນທິດທາງການລະດົມແຫຼ່ງກຳລັງຫຼາຍດ້ານເພື່ອພັດທະນານະຄອນຫຼວງ. ປະສິດທິຜົນຂອງການລົງທຶນຈະຂຶ້ນກັບຄວາມຄືບໜ້າໃນການປະຕິບັດ, ຄວາມສາມາດໃນການເຊື່ອມຕໍ່ຢ່າງຄົບຊຸດລະຫວ່າງບັນດາໂຄງການ ແລະ ການຮັບປະກັນບັນດາຂໍ້ກຳນົດດ້ານສິ່ງແວດລ້ອມ ແລະ ແຜນຜັງ, ຜ່ານນັ້ນຫັນແຫຼ່ງທຶນລົງທຶນໃຫ້ກາຍເປັນຜົນປະໂຫຍດຕົວຈິງຕໍ່ປະຊາຊົນ ແລະ ເສດຖະກິດ.
| ຕາມພະແນກການເງິນຮ່າໂນ້ຍແລ້ວ, ໃນຈຳນວນ 292 ໂຄງການທີ່ຈົດທະບຽນເປີດນຳໃຊ້, ວາງສີລາລຶກ ແລະ ດຳເນີນການໃນໂອກາດສະເຫຼີມສະຫຼອງຄົບຮອບ 72 ປີ ວັນປົດປ່ອຍນະຄອນຫຼວງ ແລະ ໃນປີ 2026, ທຶນຈາກງົບປະມານກວມເອົາພຽງປະມານ 34.119 ຕື້ດົ່ງ, ເທົ່າກັບປະມານ 8,9%; ສ່ວນທຶນນອກງົບປະມານມີປະມານ 350.767 ຕື້ດົ່ງ, ກວມເອົາ 91,1%, ລວມທັງທຶນອື່ນໆ ແລະ ທຶນລົງທຶນໂດຍກົງຈາກຕ່າງປະເທດ. ສະເພາະໃນໂອກາດວັນທີ 10 ຕຸລາ, ມີ 96 ໂຄງການທີ່ເປີດນຳໃຊ້ ແລະ ວາງສີລາລຶກ ດ້ວຍມູນຄ່າການລົງທຶນລວມປະມານ 147.075 ຕື້ດົ່ງ. |
ຍສໝ - ວັນທີ 19/10, ຢູ່ດຽນບຽນ, ຄະນະກຳມະການປະຊາຊົນແຂວງດຽນບຽນ ໄດ້ປະສານສົມທົບກັບແຂວງຢຸນນານ (ຈີນ) ແລະ ແຂວງຫຼວງພະບາງ (ລາວ) ຈັດກອງປະຊຸມສົ່ງເສີມການລົງທຶນສາກົນ ປີ 2026 ພາຍໃຕ້ຫົວຂໍ້ “ເຊື່ອມໂຍງທ້ອງຖິ່ນ - ສ້າງສັນຄວາມຈະເລີນຮຸ່ງເຮືອງ”, ໂດຍສຸມໃສ່ຊຸກຍູ້ການເຊື່ອມໂຍງໂຄງລ່າງພື້ນຖານການຄົມມະນາຄົມ, ພັດທະນາເສດຖະກິດດ່ານຊາຍແດນ ແລະ ສ້າງຕັ້ງຕ່ອງໂສ້ມູນຄ່າທີ່ເຊື່ອມໂຍງກັນລະຫວ່າງສາມທ້ອງຖິ່ນ. |
ຍສໝ - ວັນທີ 21/10, ທີ່ຮ່າໂນ້ຍ, ທ່ານ ຫວູ ດ້າຍ ຖັງ, ກຳມະການສູນກາງພັກ, ຮອງເລຂາຄະນະພັກນະຄອນ, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ຕ້ອນຮັບທ່ານ Alexis Am, ອຸປະທູດຊົ່ວຄາວສາທາລະນະລັດອາກຊັງຕິນປະຈຳຫວຽດນາມ ໃນການຢ້ຽມຢາມຕາມມາລະຍາດທາງການທູດ, ພ້ອມທັງແລກປ່ຽນບັນດາຂໍ້ສະເໜີເພື່ອເພີ່ມທະວີການແລກປ່ຽນວັດທະນະທຳ ແລະ ຂະຫຍາຍການຮ່ວມມືລະຫວ່າງສອງຝ່າຍ. |
ມິງດຶກ

