ບັນດາທ້ອງຖິ່ນກຽມພ້ອມຈັດວັນວັດທະນະທຳຫວຽດນາມ ປີ 2026

19:14 | 13/10/2026

ຍສໝ - ວັນທີ 12/10, ໃນກອງປະຊຸມທາງໄກທົ່ວປະເທດວ່າດ້ວຍວຽກງານກະກຽມວັນວັດທະນະທຳຫວຽດນາມ ທີ່ຜູກພັນກັບວັນບຸນມະຫາສາມັກຄີທົ່ວປວງຊົນ ປີ 2026, ຜູ້ຕາງໜ້າບັນດາທ້ອງຖິ່ນໃຫ້ຮູ້ວ່າ ໄດ້ສ້າງແຜນຈັດກິດຈະກຳວັດທະນະທຳ, ສິລະປະ, ການສະແດງມໍລະດົກ ແລະ ການແລກປ່ຽນຊຸມຊົນຫຼາຍລາຍການ. ຊຸດກິດຈະກຳຄາດວ່າຈະດຳເນີນແຕ່ວັນທີ 18-24/11, ໂດຍມີບັນດາລາຍການສຳຄັນຢູ່ຮ່າໂນ້ຍ, ລາວກາຍ, ບັກນິງ ແລະ ຫຼາຍທ້ອງຖິ່ນທົ່ວປະເທດ.

ການແລກປ່ຽນວັດທະນະທຳ ຫວຽດນາມ - ສ.ເກົາຫຼີ 2026: ສະເຫຼີມສະຫຼອງ 34 ປີ ສາຍພົວພັນການທູດ ຢູ່ ຝູກວັກ ຫວຽດນາມຕິດ 10 ອັນດັບຕົ້ນຂອງປະເທດຈຸດໝາຍປາຍທາງທີ່ນັກທ່ອງທ່ຽວສາກົນມັກຫຼາຍທີ່ສຸດໃນປີ 2026

ຕາມຂໍ້ຕົກລົງເລກທີ 1111/QĐ-TTg ຂອງລັດຖະບານ ກ່ຽວກັບແຜນການຈັດວັນວັດທະນະທຳຫວຽດນາມ ໄລຍະ 2026-2030 ແລະ ຄຳສັ່ງເລກທີ 35/CT-TTg ລົງວັນທີ 30/9/2026 ກ່ຽວກັບການຈັດວັນວັດທະນະທຳຫວຽດນາມ ຜູກພັນກັບວັນບຸນມະຫາສາມັກຄີທົ່ວປວງຊົນ ປີ 2026, ບັນດາກິດຈະກຳຈະໄດ້ຮັບການຜັນຂະຫຍາຍຢ່າງພ້ອມພຽງກັນໃນຂອບເຂດທົ່ວປະເທດ. ນີ້ແມ່ນປີທຳອິດທີ່ວັນວັດທະນະທຳຫວຽດນາມ (24/11) ໄດ້ຈັດຂຶ້ນໃນລະດັບທົ່ວປະເທດ.

ໃນກອງປະຊຸມທີ່ຈັດຂຶ້ນຕອນເຊົ້າວັນທີ 12/10 ໂດຍມີທ່ານນາງ ຟ້າມ ທິ ແທງ ຈ່າ, ເລຂາຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ ເປັນປະທານ, ເຊື່ອມຕໍ່ຈຸດປະຊຸມສຳນັກງານລັດຖະບານກັບ 34 ແຂວງ, ນະຄອນ, ຜູ້ຕາງໜ້າບັນດາທ້ອງຖິ່ນໄດ້ລາຍງານຄວາມຄືບໜ້າຂອງວຽກງານກະກຽມ ແລະ ແຜນຈັດບັນດາກິດຈະກຳຈຸດສຸມ.

ນອກຈາກບັນດາລາຍການຂະໜາດໃຫຍ່ແລ້ວ, ຫຼາຍທ້ອງຖິ່ນຍັງໃຫ້ຄວາມສຳຄັນຕໍ່ການນຳກິດຈະກຳວັດທະນະທຳໄປສູ່ເຂດຊຸມຊົນ, ສ້າງເງື່ອນໄຂໃຫ້ປະຊາຊົນເຂົ້າຮ່ວມ, ປະຕິບັດ ແລະ ຊົມໃຊ້ຄຸນຄ່າວັດທະນະທຳມູນເຊື້ອໂດຍກົງ.

ບັນດາທ້ອງຖິ່ນກຽມພ້ອມຈັດວັນວັດທະນະທຳຫວຽດນາມ ປີ 2026
ບັນດາທ້ອງຖິ່ນລາຍງານວຽກງານກະກຽມຈັດວັນວັດທະນະທຳຫວຽດນາມ ທີ່ຜູກພັນກັບວັນບຸນມະຫາສາມັກຄີທົ່ວປວງຊົນ ປີ 2026 ໃນກອງປະຊຸມທາງໄກທົ່ວປະເທດ ວັນທີ 12/10.

ຮ່າໂນ້ຍກະກຽມລາຍການສິລະປະຂະໜາດໃຫຍ່ ຮອງຮັບຜູ້ຊົມ 60.000 ຄົນ

ທ່ານນາງ ຫວູ ທູ ຮ່າ, ຮອງປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ ນະຄອນໄດ້ເປັນຝ່າຍລິເລີ່ມສ້າງບັນດາກຸ່ມໜ້າທີ່ ແລະ ມາດຕະການ ເພື່ອຜັນຂະຫຍາຍວັນວັດທະນະທຳຫວຽດນາມໃນຫຼາຍຂົງເຂດ ແລະ ພື້ນທີ່.

ທັນທີຫຼັງຈາກກົມການເມືອງອອກມະຕິເລກທີ 80-NQ/TW ວ່າດ້ວຍການພັດທະນາວັດທະນະທຳ, ຮ່າໂນ້ຍໄດ້ຫັນບັນດາທິດທາງທີ່ກ່ຽວຂ້ອງໃຫ້ເປັນຮູບປະທຳໃນແຜນງານປະຕິບັດ ແລະ ແຜນການດຳເນີນງານຂອງນະຄອນ.

ບົນພື້ນຖານຄຳສັ່ງເລກທີ 35/CT-TTg ລົງວັນທີ 30/9/2026 ແລະ ບັນດາຂໍ້ສະຫຼຸບຂອງຄະນະຊີ້ນຳ, ຮ່າໂນ້ຍສືບຕໍ່ກວດກາຄືນ ແລະ ເພີ່ມເຕີມໜ້າທີ່, ພ້ອມທັງປະສານສົມທົບກັບຄະນະກຳມະການແນວໂຮມປິຕຸພູມຫວຽດນາມປະຈຳນະຄອນ ເພື່ອສ້າງແຜນການຮ່ວມ. ການປະສານສົມທົບນີ້ແນໃສ່ຮັບປະກັນໃຫ້ບັນດາກິດຈະກຳຂານຮັບວັນວັດທະນະທຳຫວຽດນາມ ແລະ ສັບປະດາວັດທະນະທຳ - ມະຫາສາມັກຄີທົ່ວປວງຊົນ ປີ 2026 ໄດ້ຈັດຂຶ້ນຢ່າງເປັນເອກະພາບ ແລະ ພ້ອມພຽງກັນ.

ຕາມທ່ານນາງ ຫວູ ທູ ຮ່າ ແລ້ວ, ບາງລາຍການເລີ່ມຕົ້ນໄດ້ຮັບການຜັນຂະຫຍາຍໂດຍນະຄອນແຕ່ຕົ້ນເດືອນ 10.

ໃນສອງວັນທີ 3-4/10, ຮ່າໂນ້ຍໄດ້ຈັດພິທີປຸກລະດົມຂານຮັບວັນວັດທະນະທຳຫວຽດນາມ ທີ່ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາຊົນເຜົ່າຫວຽດນາມ. ກິດຈະກຳນີ້ໄດ້ດຳເນີນຫຼັງຈາກລັດຖະບານມອບໂອນໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາຊົນເຜົ່າຫວຽດນາມ ໃຫ້ນະຄອນຮ່າໂນ້ຍຄຸ້ມຄອງ.

ເພື່ອສົ່ງເສີມບົດບາດຂອງພື້ນທີ່ວັດທະນະທຳແຫ່ງນີ້, ຮ່າໂນ້ຍໄດ້ປະສານສົມທົບກັບ 10 ແຂວງ, ນະຄອນ ລົງນາມໃນລະບຽບການຈັດກິດຈະກຳຢູ່ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາຊົນເຜົ່າຫວຽດນາມ, ສ້າງເງື່ອນໄຂເປີດກວ້າງບັນດາລາຍການແລກປ່ຽນ ແລະ ແນະນຳເອກະລັກວັດທະນະທຳຂອງປະຊາຊົນບັນດາຊົນເຜົ່າ.

ໃນໄລຍະຈຸດສຸມເດືອນ 11, ຮ່າໂນ້ຍຄາດວ່າຈະຈັດຊຸດກິດຈະກຳວັນວັດທະນະທຳຫວຽດນາມ ຢູ່ບໍລິເວນທະເລສາບຮວ່ານກຽມ ແຕ່ວັນທີ 21-24/11/2026.

ຕາມແຜນການ, ບັນດາຊ່າງສິລະປະພື້ນເມືອງ, ນັກສິລະປະ, ຜູ້ປະຕິບັດມໍລະດົກ ແລະ ປະຊາຊົນຈຳນວນຫຼາຍ ຈະເຂົ້າຮ່ວມສະແດງ, ແນະນຳ ແລະ ສຳຜັດປະສົບການກັບຮູບແບບວັດທະນະທຳ ແລະ ສິລະປະຕ່າງໆໂດຍກົງ. ນະຄອນມຸ່ງສ້າງພື້ນທີ່ດຳເນີນກິດຈະກຳວັດທະນະທຳທີ່ເປີດກວ້າງ, ບ່ອນທີ່ຊຸມຊົນເປັນທັງຜູ້ຈັດດຳເນີນ ແລະ ຜູ້ໄດ້ຮັບປະໂຫຍດ.

ຄຽງຄູ່ກັບບັນດາເຫດການຢູ່ເຂດໃຈກາງນະຄອນ, ກິດຈະກຳວັດທະນະທຳຈະໄດ້ຈັດຂຶ້ນຢູ່ບັນດາຕາແສງ ແລະ ຄຸ້ມ. ອຳນາດການປົກຄອງຂັ້ນຮາກຖານກຳລັງປະສານສົມທົບກັບແນວໂຮມປິຕຸພູມຫວຽດນາມປະຈຳນະຄອນ ເພື່ອຜັນຂະຫຍາຍບັນດາລາຍການທີ່ເໝາະສົມກັບເງື່ອນໄຂຂອງແຕ່ລະພື້ນທີ່.

ຈຸດເດັ່ນໃນແຜນການຂອງຮ່າໂນ້ຍ ແມ່ນລາຍການສິລະປະພິເສດລະດັບຊາດ, ຄາດວ່າຈະຈັດຂຶ້ນໃນຕອນຄ່ຳວັນທີ 24/11/2026 ທີ່ສະໜາມກິລາແຫ່ງຊາດ ໝີ້ດິ່ງ, ດ້ວຍຂະໜາດຜູ້ຊົມປະມານ 60.000 ຄົນ.

ນີ້ແມ່ນລາຍການທີ່ຮ່າໂນ້ຍເປັນເຈົ້າພາບຫຼັກ, ປະສານສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເພື່ອຈັດຂຶ້ນ.

ທ່ານນາງຮອງປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ ວຽກງານກະກຽມດ້ານບົດລະຄອນ ແລະ ເນື້ອໃນຂອງລາຍການໄດ້ສຳເລັດໂດຍພື້ນຖານແລ້ວ. ນະຄອນຄາດວ່າຈະສືບຕໍ່ເຮັດວຽກກັບບັນດາກະຊວງ, ຄະນະ ແລະ ຂະແໜງການທີ່ກ່ຽວຂ້ອງ ເພື່ອຮັບຟັງຄຳເຫັນ ແລະ ປັບປຸງແຜນຈັດງານໃຫ້ສົມບູນຕາມການຊີ້ນຳຂອງນາຍົກລັດຖະມົນຕີ.

ດ້ວຍຂະໜາດຂອງລາຍການທີ່ໃຫຍ່, ຮ່າໂນ້ຍໄດ້ເປັນຝ່າຍລິເລີ່ມກະກຽມບັນດາເງື່ອນໄຂທີ່ຈຳເປັນ ແລະ ລະດົມກຳລັງເຂົ້າຮ່ວມຮັບໃຊ້ການຈັດງານ.

ກ່ຽວກັບເວລາ, ນະຄອນສະເໜີໃຫ້ຮັກສາການຈັດລາຍການສິລະປະພິເສດໃນຕອນຄ່ຳວັນທີ 24/11 ພໍດີ, ເຊິ່ງແມ່ນວັນທາງການຂອງວັນວັດທະນະທຳຫວຽດນາມ, ເພື່ອສ້າງຈຸດເດັ່ນໃຫ້ແກ່ປີທຳອິດທີ່ຈັດງານໃນຂອບເຂດທົ່ວປະເທດ.

ສຳລັບສະຖານທີ່, ຮ່າໂນ້ຍເຫັນວ່າ ສະໜາມກິລາແຫ່ງຊາດ ໝີ້ດິ່ງ ຕອບສະໜອງຄວາມຕ້ອງການດ້ານລັກສະນະ ແລະ ຂະໜາດຂອງລາຍການສິລະປະລະດັບຊາດ. ນະຄອນໄດ້ສະເໜີໃຫ້ກະຊວງປ້ອງກັນຊາດເອົາໃຈໃສ່ປະສານສົມທົບໃນຂະບວນການກະກຽມ ແລະ ຈັດງານ.

ນອກຈາກນັ້ນ, ການນຳຮ່າໂນ້ຍຍັງໃຫ້ຄວາມສຳຄັນຕໍ່ການກຳນົດຕາຕະລາງເວລາໃຫ້ເປັນເອກະພາບລະຫວ່າງບັນດາທ້ອງຖິ່ນໃນໄລຍະຈຸດສຸມແຕ່ວັນທີ 18-24/11. ເນື່ອງຈາກຈະມີຫຼາຍກິດຈະກຳດຳເນີນພ້ອມກັນໃນຂະໜາດທີ່ແຕກຕ່າງກັນ, ການກວດກາຄືນ ແລະ ປະສານຕາຕະລາງເວລາຈັດງານຈຶ່ງຖືວ່າຈຳເປັນ ເພື່ອຫຼີກລ້ຽງຄວາມຊ້ຳຊ້ອນ ແລະ ຮັບປະກັນການຊີ້ນຳທີ່ລວມສູນ.

ລາວກາຍ ແລະ ບັກນິງ ນຳວັດທະນະທຳໄປສູ່ຊຸມຊົນ

ຢູ່ລາວກາຍ, ວຽກງານກະກຽມວັນວັດທະນະທຳຫວຽດນາມ ທີ່ຜູກພັນກັບວັນບຸນມະຫາສາມັກຄີທົ່ວປວງຊົນ ໄດ້ຜັນຂະຫຍາຍບົນພື້ນຖານການສົ່ງເສີມຄຸນຄ່າວັດທະນະທຳອັນເປັນເອກະລັກຂອງບັນດາຊົນເຜົ່າໃນທ້ອງຖິ່ນ.

ໃນໄລຍະຜ່ານມາ, ແຂວງໄດ້ສ້າງ ແລະ ປະຕິບັດຫຼາຍໂຄງການ ແລະ ແຜນພັດທະນາວັດທະນະທຳບັນດາຊົນເຜົ່າ, ຮັກສາກິດຈະກຳສິລະປະ, ກິລາ, ບຸນປະເພນີ ແລະ ເຫດການວັດທະນະທຳຕ່າງໆ.

ບາງງານບຸນໄດ້ກາຍເປັນຜະລິດຕະພັນວັດທະນະທຳ ແລະ ທ່ອງທ່ຽວທີ່ປະຊາຊົນ ແລະ ນັກທ່ອງທ່ຽວຈຳນວນຫຼາຍສົນໃຈ, ເຊັ່ນ ງານບຸນວັດທະນະທຳທ່ອງທ່ຽວ ເມື່ອງລໍ່, ເທດສະການແຄນມົ້ງ ແລະ ເທດສະການດອກກຸຫຼາບ.

ສຳລັບວັນບຸນມະຫາສາມັກຄີທົ່ວປວງຊົນ, ບັນດາເຂດຊຸມຊົນມັກຈະປະສົມປະສານພາກພິທີການກັບກິດຈະກຳແລກປ່ຽນສິລະປະ, ກິລາ, ການສະແດງຊຸດແຕ່ງກາຍມູນເຊື້ອ ແລະ ແນະນຳອາຫານທ້ອງຖິ່ນ.

ບັນດາລາຍການນີ້ສ້າງໂອກາດໃຫ້ປະຊາຊົນໄດ້ພົບປະ, ແລກປ່ຽນ ແລະ ເພີ່ມທະວີຄວາມເຂົ້າໃຈກັນ, ພ້ອມທັງປະກອບສ່ວນເສີມສ້າງຄວາມສາມັກຄີໃນຊຸມຊົນ.

ເນື້ອໃນໜຶ່ງທີ່ລາວກາຍໃຫ້ຄວາມສຳຄັນເປັນພິເສດ ແມ່ນການນຳກິດຈະກຳວັດທະນະທຳໃຫ້ກາຍເປັນການດຳເນີນຊີວິດປະຈຳຢູ່ຂັ້ນຮາກຖານ, ແທນທີ່ຈະຈັດລວມສູນສະເພາະໃນໂອກາດງານບຸນ ຫຼື ເທດສະການເທົ່ານັ້ນ.

ຫຼັງຈາກມະຕິເລກທີ 80-NQ/TW ຂອງກົມການເມືອງວ່າດ້ວຍການພັດທະນາວັດທະນະທຳໄດ້ຮັບການປະກາດໃຊ້, ທ້ອງຖິ່ນໄດ້ສ້າງນະໂຍບາຍຊ່ວຍເຫຼືອບັນດາສະໂມສອນວັດທະນະທຳ, ສິລະປະ ແລະ ກິລາ ໃຫ້ເປັນກຳລັງຫຼັກຢູ່ຂັ້ນຮາກຖານ.

ຕາມນະໂຍບາຍນີ້, ສະໂມສອນຂັ້ນຕາແສງແຕ່ລະແຫ່ງທີ່ສ້າງຕັ້ງໃໝ່ຈະໄດ້ຮັບເງິນຊ່ວຍເຫຼືອ 150 ລ້ານດົ່ງ; ງົບປະມານຊ່ວຍເຫຼືອເພື່ອຮັກສາການດຳເນີນງານປະຈຳປີແມ່ນ 50 ລ້ານດົ່ງ.

ບັນດາສະໂມສອນຖືກຄາດຫວັງວ່າຈະສົ່ງເສີມຮູບແບບສິລະປະ ແລະ ກິລາທີ່ມີເອກະລັກສະເພາະຂອງແຕ່ລະພາກພື້ນ, ພ້ອມທັງສ້າງພື້ນທີ່ເພີ່ມເຕີມໃຫ້ປະຊາຊົນເຂົ້າຮ່ວມກິດຈະກຳວັດທະນະທຳ.

ລາວກາຍຍັງໃຫ້ຄວາມສຳຄັນຕໍ່ການຊ່ວຍເຫຼືອບັນດາສະຖາບັນການສຶກສາໃນການຈັດກິດຈະກຳຮຽນຮູ້ ແລະ ສຳຜັດປະສົບການກັບສິລະປະ ແລະ ມໍລະດົກວັດທະນະທຳ, ຊ່ວຍໃຫ້ນັກຮຽນມີເງື່ອນໄຂເຂົ້າເຖິງ ແລະ ຝຶກປະຕິບັດຮູບແບບວັດທະນະທຳມູນເຊື້ອ.

ຄຽງຄູ່ກັບການຮັກສາກິດຈະກຳວັດທະນະທຳປະຈຳທຸກເດືອນ, ແຂວງຄ່ອຍໆພັດທະນາບັນດາຈຸດດຳເນີນກິດຈະກຳຊຸມຊົນ, ເພີ່ມໂອກາດການແລກປ່ຽນລະຫວ່າງຄົນຕ່າງຮຸ່ນ.

ຕາມທິດທາງຂອງທ້ອງຖິ່ນ, ການນຳວັດທະນະທຳເຂົ້າສູ່ໂຮງຮຽນ, ເປີດກວ້າງກິດຈະກຳຢູ່ຂັ້ນຮາກຖານ ແລະ ສົ່ງເສີມບົດບາດຂອງປະຊາຊົນ ມີຄວາມໝາຍໃນໄລຍະຍາວຕໍ່ວຽກງານອະນຸລັກ ແລະ ສົ່ງເສີມເອກະລັກຂອງຊາດ.

ໂດຍສະເພາະ, ຄົນຮຸ່ນໜຸ່ມຖືກກຳນົດໃຫ້ເປັນກຳລັງສືບທອດ, ປະກອບສ່ວນຮັກສາຄຸນຄ່າວັດທະນະທຳໃນຊີວິດປະຈຳວັນ. ວິທີການນີ້ມາຈາກສະພາບຕົວຈິງຂອງການອະນຸລັກມໍລະດົກຜ່ານການປະຕິບັດຂອງຊຸມຊົນ.

ເພື່ອຂານຮັບວັນວັດທະນະທຳຫວຽດນາມ ປີ 2026, ລາວກາຍໄດ້ສ້າງແຜນຈັດຊຸດກິດຈະກຳຊື່ວ່າ “ສີສັນວັດທະນະທຳລາວກາຍ” ພາຍໃຕ້ຫົວຂໍ້ “ສີສັນແຫ່ງການລວມຕົວ”.

ລາຍການຈະໄດ້ຜັນຂະຫຍາຍໃນລະດັບແຂວງ ແລະ ຢູ່ 99 ຕາແສງ, ຄຸ້ມ, ປະສົມປະສານກິດຈະກຳວັດທະນະທຳ, ສິລະປະ, ກິລາ ແລະ ການແລກປ່ຽນຊຸມຊົນ.

ໃນໄລຍະໃກ້ນີ້, ວັນທີ 16/10, ທ້ອງຖິ່ນຄາດວ່າຈະຈັດງານບຸນວັດທະນະທຳທ່ອງທ່ຽວ ເມື່ອງລໍ່ ໂດຍມີຈຸດເດັ່ນແມ່ນລາຍການສິລະປະທີ່ມີນັກສະແດງມວນຊົນເກືອບ 3.000 ຄົນເຂົ້າຮ່ວມ.

ໜຶ່ງໃນເນື້ອໃນໂດດເດັ່ນຂອງງານບຸນແມ່ນສິລະປະຟ້ອນແຊ່ວຂອງຊົນເຜົ່າໄທ, ເຊິ່ງເປັນຮູບແບບສິລະປະທີ່ໄດ້ຮັບການຂຶ້ນບັນຊີໃນລາຍຊື່ມໍລະດົກວັດທະນະທຳນາມມະທຳຕົວແທນຂອງມວນມະນຸດຊາດ.

ການລະດົມປະຊາຊົນເຂົ້າຮ່ວມສະແດງ ແລະ ປະຕິບັດມໍລະດົກໂດຍກົງ ຍັງຄົງໄດ້ຮັບການໃຫ້ຄວາມສຳຄັນຈາກທ້ອງຖິ່ນ, ຜ່ານນັ້ນສົ່ງເສີມບົດບາດເຈົ້າຂອງຂອງຊຸມຊົນໃນກິດຈະກຳງານບຸນ.

ໃນເດືອນ 11/2026, ລາວກາຍຈະຈັດງານລະດັບແຂວງ “ສີສັນວັດທະນະທຳລາວກາຍ”, ເຊິ່ງຖືກກຳນົດເປັນກິດຈະກຳຈຸດສຸມເພື່ອຂານຮັບວັນວັດທະນະທຳຫວຽດນາມ ທີ່ຜູກພັນກັບວັນບຸນມະຫາສາມັກຄີທົ່ວປວງຊົນ.

ແຂວງຍັງໄດ້ຊີ້ນຳ 99 ຕາແສງ, ຄຸ້ມ ໃຫ້ຈັດບັນດາລາຍການທີ່ເໝາະສົມກັບລັກສະນະຂອງທ້ອງຖິ່ນ, ຮັບປະກັນຄວາມເປັນຈິງ, ຄວາມປອດໄພ, ປະສິດທິຜົນ ແລະ ຄວາມປະຢັດ.

ລາວກາຍວາງເປົ້າໝາຍມຸ່ງນຳກິດຈະກຳລົງສູ່ຂັ້ນຮາກຖານຢ່າງແຂງແຮງ, ເຂົ້າຮ່ວມຢ່າງຫ້າວຫັນໃນບັນດາລາຍການທີ່ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ປຸກລະດົມ, ຜ່ານນັ້ນເຜີຍແຜ່ຄຸນຄ່າວັດທະນະທຳ ແລະ ເພີ່ມທະວີຄວາມຜູກພັນລະຫວ່າງບັນດາຊຸມຊົນປະຊາຊົນ.

ຢູ່ບັກນິງ, ວຽກງານກະກຽມກໍໄດ້ຮັບການເລັ່ງລັດ ໂດຍມີເປົ້າໝາຍຈັດກິດຈະກຳທີ່ຫຼາກຫຼາຍ, ສ້າງເງື່ອນໄຂໃຫ້ປະຊາຊົນເຂົ້າເຖິງ ແລະ ເຂົ້າຮ່ວມສ້າງສັນ, ຊົມໃຊ້ວັດທະນະທຳໂດຍກົງ.

ທ້ອງຖິ່ນໄດ້ສ້າງແຜນຈັດວັນວັດທະນະທຳຫວຽດນາມ, ແບ່ງວຽກງານ, ກຳນົດມາດຕະການ ແລະ ຄວາມຮັບຜິດຊອບຂອງບັນດາອົງການ ແລະ ຫົວໜ່ວຍທີ່ກ່ຽວຂ້ອງ.

ບັນດາກິດຈະກຳໄດ້ຜັນຂະຫຍາຍຕາມທິດທາງເຊື່ອມໂຍງອຳນາດການປົກຄອງ, ແນວໂຮມປິຕຸພູມ, ບັນດາອົງການມະຫາຊົນ ແລະ ຊຸມຊົນປະຊາຊົນ, ປະສົມປະສານການອະນຸລັກມໍລະດົກກັບການພັດທະນາສະພາບແວດລ້ອມວັດທະນະທຳ ແລະ ຍົກສູງຊີວິດຈິດໃຈຂອງປະຊາຊົນ.

ຕາມແຜນການ, ຊຸດກິດຈະກຳຢູ່ບັກນິງຈະດຳເນີນແຕ່ວັນທີ 18-24/11/2026, ເຊື່ອມຕໍ່ 3 ວັນສຳຄັນ ປະກອບມີ ວັນບຸນມະຫາສາມັກຄີທົ່ວປວງຊົນ, ວັນມໍລະດົກວັດທະນະທຳຫວຽດນາມ ແລະ ວັນວັດທະນະທຳຫວຽດນາມ.

ບັນດາລາຍການຈະໄດ້ຈັດຂຶ້ນໃນຫຼາຍພື້ນທີ່, ນັບແຕ່ເຂດໃຈກາງໄປຮອດບັນດາຕາແສງ, ຄຸ້ມ ແລະ ເຂດຊຸມຊົນ, ແນໃສ່ສ້າງບັນດາກິດຈະກຳວັດທະນະທຳຢ່າງກວ້າງຂວາງ.

ໜຶ່ງໃນໜ້າທີ່ທີ່ບັກນິງໃຫ້ບູລິມະສິດ ແມ່ນການເພີ່ມທະວີແນະນຳປະຫວັດສາດ, ມໍລະດົກ, ຜູ້ຄົນ ແລະ ເອກະລັກວັດທະນະທຳກິງບັກ ຜ່ານສື່ມວນຊົນ ແລະ ພື້ນຖານດິຈິຕອນ.

ທ້ອງຖິ່ນຄາດວ່າຈະປະສານສົມທົບກັບອົງການວິທະຍຸ ແລະ ໂທລະພາບ ເພື່ອສ້າງບັນດາລາຍການສະເພາະ, ສາລະຄະດີຂ່າວ ແລະ ລາຍການສຳຜັດປະສົບການວັດທະນະທຳຫວຽດນາມ ປີ 2026.

ຄຽງຄູ່ກັບການເຂົ້າຮ່ວມຂອງສື່ມວນຊົນ, ຖັນແຖວນັກສິລະປະ, ຊ່າງສິລະປະພື້ນເມືອງ, ຜູ້ຊ່ຽວຊານ ແລະ ຜູ້ສ້າງສັນເນື້ອໃນ ຈະປະກອບສ່ວນແນະນຳຮູບແບບວັດທະນະທຳມູນເຊື້ອຕໍ່ສາທາລະນະຊົນ.

ກິດຈະກຳໂຄສະນາຜ່ານສື່ສາຍຕາຍັງຈະໄດ້ຜັນຂະຫຍາຍຢູ່ບັນດາສະຖານທີ່ພັກເຊົາ ແລະ ທ່ອງທ່ຽວ, ປະສົມປະສານການຈັດກິດຈະກຳສຳຜັດປະສົບການກັບເພງພື້ນເມືອງ ກວານຫໍ້, ການຂັບຮ້ອງແຈ່ວ, ການຂັບຮ້ອງຊຳ, ການແນະນຳອາຫານ ແລະ ຜະລິດຕະພັນບ້ານຫັດຖະກຳ OCOP.

ໃນກຸ່ມລາຍການຈຸດສຸມ, ບັກນິງຄາດວ່າຈະຈັດວາງສະແດງຮູບແຕ້ມພື້ນເມືອງ ດົງໂຮ່, ແນະນຳມໍລະດົກວັດທະນະທຳຂອງບັນດາຊົນເຜົ່າ ແລະ ກິດຈະກຳສຳຜັດປະສົບການທີ່ຫໍພິພິທະພັນບັກນິງ ແລະ ສູນອະນຸລັກຮູບແຕ້ມພື້ນເມືອງ ດົງໂຮ່.

ຫໍສະໝຸດບັກນິງຈະຈັດວາງສະແດງປຶ້ມ, ໜັງສືພິມ ແລະ ເອກະສານກ່ຽວກັບປະຫວັດສາດ, ວັດທະນະທຳ ແລະ ຜູ້ຄົນທ້ອງຖິ່ນ. ບັນດາງານວາງສະແດງພາບໂຄສະນາໄດ້ວາງແຜນຈັດຂຶ້ນທີ່ຈະຕຸລັດ 3/2 ແລະ ຈະຕຸລັດສູນວັດທະນະທຳກິງບັກ.

ນອກຈາກນັ້ນ, ທ້ອງຖິ່ນຈະຈັດງານຊຸມນຸມບັນດາບ້ານກວານຫໍ້ຕົ້ນກຳເນີດ ແລະ ບ້ານທີ່ຍັງປະຕິບັດສິລະປະກວານຫໍ້, ປະກອບສ່ວນຮັກສາພື້ນທີ່ແລກປ່ຽນ ແລະ ສະແດງຮູບແບບສິລະປະມູນເຊື້ອອັນເປັນເອກະລັກຂອງເຂດກິງບັກ.

ວັນທີ 23/11/2026, ລາຍການສິລະປະລວມສຳລັບຄົນຮຸ່ນໜຸ່ມ ຄາດວ່າຈະຈັດຂຶ້ນທີ່ສູນວັດທະນະທຳ ແລະ ວາງສະແດງຂອງນະຄອນ, ໂດຍປະສົມປະສານອົງປະກອບສິລະປະມູນເຊື້ອ ແລະ ສິລະປະຮ່ວມສະໄໝ.

ຕໍ່ຈາກນັ້ນ, ເວລາ 20:00 ໂມງ ວັນທີ 24/11, ລາຍການຂັບຮ້ອງເພງພື້ນເມືອງກວານຫໍ້ເທິງເຮືອ ຈະໄດ້ຈັດຂຶ້ນຢູ່ທະເລສາບ ຫງວຽນ ຟີ ອີ້ ລານ.

ບັກນິງຍັງໄດ້ວາງແຜນຈັດງານບຸນອາຫານບັກນິງແບບເປີດກວ້າງ, ປະສົມປະສານກິດຈະກຳວັດທະນະທຳຕາມຖະໜົນ, ການຫຼິ້ນພື້ນເມືອງ, ການສຳຜັດປະສົບການວັດທະນະທຳ ແລະ ການແນະນຳຜະລິດຕະພັນບ້ານຫັດຖະກຳ ແລະ OCOP ຢູ່ບັນດາຄຸ້ມໃຈກາງ.

ນອກຈາກບັນດາລາຍການຂະໜາດໃຫຍ່ແລ້ວ, ກິດຈະກຳແລກປ່ຽນສິລະປະມວນຊົນ, ການສະແດງສິລະປະມູນເຊື້ອ ແລະ ການດຳເນີນກິດຈະກຳວັດທະນະທຳຊຸມຊົນ ຍັງຈະສືບຕໍ່ຜັນຂະຫຍາຍຢູ່ຂັ້ນຮາກຖານ.

ອຳນາດການປົກຄອງບັນດາຕາແສງ, ຄຸ້ມ ໄດ້ຮັບມອບໝາຍໃຫ້ປະສານສົມທົບກັບແນວໂຮມປິຕຸພູມຫວຽດນາມຂັ້ນດຽວກັນ, ບັນດາອົງການມະຫາຊົນ ແລະ ເຂດຊຸມຊົນ ເພື່ອຈັດກິດຈະກຳສິລະປະ, ກິລາ, ແນະນຳອາຊີບມູນເຊື້ອ ແລະ ບັນດາຜະລິດຕະພັນດີເດັ່ນຂອງທ້ອງຖິ່ນ.

ການນຳໃຊ້ບັນດາສະຖານທີ່ ແລະ ສິ່ງອຳນວຍຄວາມສະດວກດ້ານວັດທະນະທຳ ພ້ອມດ້ວຍພື້ນທີ່ສາທາລະນະ ໄດ້ຮັບການໃຫ້ຄວາມສຳຄັນ ເພື່ອສ້າງເງື່ອນໄຂໃຫ້ປະຊາຊົນເຂົ້າຮ່ວມບັນດາລາຍການທີ່ເໝາະສົມກັບຄວາມຕ້ອງການຕົວຈິງ.

ບັນດາກິດຈະກຳນີ້ໄດ້ຜູກພັນກັບວັນບຸນມະຫາສາມັກຄີທົ່ວປວງຊົນ, ສົ່ງເສີມບົດບາດຂອງຊ່າງສິລະປະພື້ນເມືອງ, ນັກສິລະປະ, ສະໂມສອນ ແລະ ຊຸມຊົນປະຊາຊົນ ໃນການຈັດງານ, ປະຕິບັດ ແລະ ເຜີຍແຜ່ຄຸນຄ່າວັດທະນະທຳ.

ຕາມບົດລາຍງານທີ່ກອງປະຊຸມ, ບັນດາອົງການ, ຫົວໜ່ວຍ ແລະ ທ້ອງຖິ່ນຢູ່ບັກນິງ ກຳລັງສືບຕໍ່ປັບປຸງລາຍການ, ແຜນຈັດງານ ແລະ ບັນດາເງື່ອນໄຂຮັບໃຊ້ການຈັດງານໃຫ້ສົມບູນ, ຮັບປະກັນຂໍ້ກຳນົດດ້ານຄວາມຄືບໜ້າ, ຄວາມປອດໄພ, ຄວາມປະຢັດ ແລະ ປະສິດທິຜົນ.

ໃນໄລຍະຕໍ່ໜ້າ, ບັກນິງຈະສືບຕໍ່ກວດກາຄືນວຽກງານກະກຽມ, ເພີ່ມທະວີການປະສານສົມທົບລະຫວ່າງບັນດາຂັ້ນ, ເຊື່ອມໂຍງລາຍການຈຸດສຸມກັບກິດຈະກຳວັດທະນະທຳຢູ່ເຂດຊຸມຊົນ, ພ້ອມທັງສົ່ງເສີມປະສິດທິຜົນຂອງບັນດາພື້ນທີ່ດຳເນີນກິດຈະກຳຊຸມຊົນ.

ທ້ອງຖິ່ນຍັງໄດ້ສະເໜີໃຫ້ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແນະນຳຢ່າງເປັນເອກະພາບກ່ຽວກັບເນື້ອໃນ, ຮູບແບບ ແລະ ມາດຖານປະເມີນຜົນການຈັດວັນວັດທະນະທຳຫວຽດນາມ ທີ່ຜູກພັນກັບວັນບຸນມະຫາສາມັກຄີທົ່ວປວງຊົນ.

ບັກນິງປາດຖະໜາຈະສືບຕໍ່ໄດ້ຮັບການຊ່ວຍເຫຼືອໃນການໂຄສະນາມໍລະດົກ, ແນະນຳບັນດາຜະລິດຕະພັນວັດທະນະທຳທີ່ມີເອກະລັກຜ່ານພື້ນຖານດິຈິຕອນ ແລະ ບັນດາຊ່ອງທາງສື່ສານວັດທະນະທຳລະດັບຊາດ.

ນອກຈາກນັ້ນ, ທ້ອງຖິ່ນຍັງສະເໜີໃຫ້ມີການແນະນຳການປັບປຸງຂໍ້ມູນ ແລະ ຫັນຂໍ້ມູນກ່ຽວກັບມໍລະດົກ, ສະຖານທີ່ວັດທະນະທຳ ແລະ ຈຸດທ່ອງທ່ຽວ ໃຫ້ເປັນດິຈິຕອນ ຢູ່ເທິງພື້ນຖານແຜນທີ່ດິຈິຕອນວັດທະນະທຳຫວຽດນາມ.

ດ້ວຍບັນດາແຜນການທີ່ກຳລັງຜັນຂະຫຍາຍຢູ່ຮ່າໂນ້ຍ, ລາວກາຍ, ບັກນິງ ແລະ ບັນດາທ້ອງຖິ່ນທົ່ວປະເທດ, ສັບປະດາວັດທະນະທຳ - ມະຫາສາມັກຄີທົ່ວປວງຊົນ ປີ 2026 ມຸ່ງໄປສູ່ການເຊື່ອມໂຍງກິດຈະກຳວັດທະນະທຳຈາກລະດັບຊາດລົງສູ່ຂັ້ນຮາກຖານ, ເປີດກວ້າງພື້ນທີ່ປະຕິບັດມໍລະດົກ, ແລກປ່ຽນຊຸມຊົນ ແລະ ສ້າງເງື່ອນໄຂໃຫ້ປະຊາຊົນຈຳນວນຫຼາຍເຂົ້າຮ່ວມ ແລະ ຊົມໃຊ້ຄຸນຄ່າວັດທະນະທຳໂດຍກົງ.

ເວທີປາໄສທະເລຫວຽດນາມ 2026 ເຊື່ອມໂຍງແຫຼ່ງກຳລັງສາກົນ ເພື່ອເປົ້າໝາຍສ້າງປະເທດທາງທະເລທີ່ເຂັ້ມແຂງ ເວທີປາໄສທະເລຫວຽດນາມ 2026 ເຊື່ອມໂຍງແຫຼ່ງກຳລັງສາກົນ ເພື່ອເປົ້າໝາຍສ້າງປະເທດທາງທະເລທີ່ເຂັ້ມແຂງ
ຍສໝ - ວັນທີ 2/10 ທີ່ ຮ່າໂນ້ຍ, ກະຊວງການຕ່າງປະເທດຈະເປັນປະທານຈັດເວທີປາໄສທະເລຫວຽດນາມ 2026 ພາຍໃຕ້ຫົວຂໍ້ “ການຮ່ວມມື ແລະ ການເຊື່ອມໂຍງສາກົນໃນການສ້າງຫວຽດນາມໃຫ້ກາຍເປັນປະເທດທາງທະເລທີ່ເຂັ້ມແຂງ”, ຄາດວ່າຈະມີຜູ້ແທນພາຍໃນ ແລະ ສາກົນຫຼາຍກວ່າ 200 ຄົນເຂົ້າຮ່ວມ, ສຸມໃສ່ແລກປ່ຽນກ່ຽວກັບການລະດົມແຫຼ່ງກຳລັງ, ເຕັກໂນໂລຊີ, ຄວາມຮູ້ ແລະ ບົດຮຽນສາກົນ ເພື່ອຮັບໃຊ້ການພັດທະນາທະເລ.
ບາດກ້າວສຳຄັນນຳພາວິສາຫະກິດຫວຽດນາມກ້າວເຂົ້າສູ່ລະບົບຕ່ອງໂສ້ການສະໜອງການບິນໂລກທີ່ VAF 2026 ບາດກ້າວສຳຄັນນຳພາວິສາຫະກິດຫວຽດນາມກ້າວເຂົ້າສູ່ລະບົບຕ່ອງໂສ້ການສະໜອງການບິນໂລກທີ່ VAF 2026
ຍສໝ - ການເຂົ້າຮ່ວມຂອງບັນດາກຸ່ມບໍລິສັດຜະລິດຍົນທີ່ມີຊື່ສຽງລະດັບໂລກໃນເວທີປາໄສອຸດສາຫະກຳການບິນຫວຽດນາມ 2026 (VAF 2026) ຖືກຄາດຫວັງວ່າຈະສ້າງແຮງຊຸກຍູ້ອັນໃຫຍ່ຫຼວງ, ເປີດກວ້າງປະຕູແຫ່ງການເຊື່ອມໂຍງໃຫ້ແກ່ເຄືອຂ່າຍການສະໜອງການບິນພາຍໃນປະເທດ.

ຄຳສີ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ