| APEC 2027: ຫວຽດນາມຜັນຂະຫຍາຍ 3 ລະດັບການປະສານສົມທົບໃນວຽກງານຈັດຕັ້ງ APEC 2027 ສ້າງແຮງຂັບເຄື່ອນໃຫ້ການພັດທະນາການທ່ອງທ່ຽວ MICE ຂອງຫວຽດນາມ |
ເວທີປາໄສເສດຖະກິດໃໝ່ Bloomberg ປີ 2026 ມີຫົວຂໍ້ “ໂລກກຳລັງປ່ຽນແປງ: ກຳນົດບັນດາປັດໄຈຂັບເຄື່ອນອຳນາດໃໝ່”, ດຶງດູດຜູ້ແທນກວ່າ 500 ຄົນ ເຊິ່ງເປັນຜູ້ນຳລັດຖະບານ, ທຸລະກິດ, ນັກລົງທຶນ, ຜູ້ກໍ່ຕັ້ງບໍລິສັດເຕັກໂນໂລຊີ ແລະ ບັນດາຜູ້ຊ່ຽວຊານສາກົນ. ທ່ານ Narendra Modi, ນາຍົກລັດຖະມົນຕີອິນເດຍ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສເປີດເວທີປາໄສ.
ບັນດາວາລະປຶກສາຫາລືໄດ້ສຸມໃສ່ວິເຄາະການຜັນແປດ້ານພູມສາດການເມືອງ, ຄວາມສ່ຽງ ແລະ ໂອກາດຂອງເສດຖະກິດໂລກ, ພ້ອມທັງເຮັດໃຫ້ເຫັນແຈ້ງບົດບາດຂອງເຕັກໂນໂລຊີ, ພະລັງງານ, ແຮ່ທາດສຳຄັນ ແລະ ລະບົບຊຳລະເງິນສາກົນ ຕໍ່ການພັດທະນາໃນອະນາຄົດ.
ຜູ້ແທນຫຼາຍທ່ານເຫັນວ່າ ປັນຍາປະດິດ (AI) ແລະ ການຄ້າບໍລິການ ກຳລັງກາຍເປັນບັນດາແຮງຂັບເຄື່ອນສຳຄັນຂອງການເຕີບໂຕທົ່ວໂລກ. ໃນສະພາບທີ່ສະພາບແວດລ້ອມສາກົນນັບມື້ນັບຄາດຄະເນໄດ້ຍາກ, ບັນດາລະບົບເສດຖະກິດຈຳເປັນຕ້ອງຍົກສູງຄວາມສາມາດໃນການປັບຕົວ, ເສີມຂະຫຍາຍຄວາມສາມາດເປັນເຈົ້າຕົນເອງທາງຍຸດທະສາດ ແລະ ພັດທະນາສາຍພົວພັນຄູ່ຮ່ວມມືທີ່ໜ້າເຊື່ອຖື.
ບັນດາຜູ້ຕາງໜ້າທຸລະກິດຍັງໄດ້ແລກປ່ຽນກ່ຽວກັບທ່າອ່ຽງການປັບໂຄງສ້າງໃໝ່ ແລະ ການຫັນຕ່ອງໂສ້ສະໜອງໃຫ້ມີຄວາມຫຼາກຫຼາຍ, ພ້ອມທັງຢືນຢັນວ່າ ຈະສືບຕໍ່ດຳເນີນບັນດາແຜນການລົງທຶນໄລຍະຍາວ.
![]() |
| ທ່ານນາງ ຫງວຽນ ມິງ ຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພົບປະກັບທ່ານ Michael Bloomberg, ຜູ້ກໍ່ຕັ້ງກຸ່ມບໍລິສັດ Bloomberg, ນອກຂອບເວທີປາໄສເສດຖະກິດໃໝ່ Bloomberg ປີ 2026 ທີ່ອິນເດຍ. |
ຫວຽດນາມໃຫ້ຄວາມສຳຄັນແກ່ການຄ້າພະຫຸພາຄີ, ດຶງດູດການລົງທຶນຄຸນນະພາບສູງ
ໃນລາຍການຂອງເວທີປາໄສ, ທ່ານນາງ ຫງວຽນ ມິງ ຮັ່ງ ໄດ້ເຂົ້າຮ່ວມວາລະຮັບປະທານອາຫານເຊົ້າພ້ອມປະຊຸມເຮັດວຽກລະດັບສູງ ແລະ ກ່າວຄຳປາໄສໃນການສົນທະນາໂຕະມົນ ກ່ຽວກັບອະນາຄົດຂອງການຄ້າ, ຕ່ອງໂສ້ສະໜອງ ແລະ ການລົງທຶນທົ່ວໂລກ.
ການສົນທະນາໂຕະມົນດັ່ງກ່າວ ມີທ່ານ Piyush Goyal, ລັດຖະມົນຕີການຄ້າ ແລະ ອຸດສາຫະກຳອິນເດຍ ແລະ ທ່ານນາງ Gina Raimondo, ອະດີດລັດຖະມົນຕີການຄ້າສະຫະລັດອາເມລິກາ ຮ່ວມເປັນປະທານ.
ຜູ້ເຂົ້າຮ່ວມປະກອບມີ ທ່ານ Michael R. Bloomberg, ຜູ້ກໍ່ຕັ້ງກຸ່ມບໍລິສັດ Bloomberg; ທ່ານ Gan Kim Yong, ຮອງນາຍົກລັດຖະມົນຕີສິງກະໂປ; ບັນດາເຈົ້າໜ້າທີ່ຂັ້ນສູງຈາກຫຼາຍປະເທດ ພ້ອມດ້ວຍຜູ້ຕາງໜ້າບັນດາກຸ່ມບໍລິສັດທີ່ດຳເນີນທຸລະກິດໃນຂົງເຂດການເງິນ, ຢາປົວພະຍາດ, ເຫຼັກກ້າ ແລະ ການຜະລິດອຸດສາຫະກຳ.
ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບຜົນກະທົບຂອງພາສີອາກອນ, ສິ່ງກີດຂວາງທີ່ບໍ່ແມ່ນພາສີ, ການເຄື່ອນຍ້າຍຂອງກະແສການຄ້າ ແລະ ທ່າອ່ຽງການຫັນຕ່ອງໂສ້ສະໜອງໃຫ້ມີຄວາມຫຼາກຫຼາຍ. ການຜັນແປທີ່ຄາດຄະເນໄດ້ຍາກຂອງນະໂຍບາຍການຄ້າ ແລະ ແຮງກົດດັນຕໍ່ລະບົບການຄ້າທີ່ອີງໃສ່ກົດລະບຽບ ກໍເປັນບັນດາເນື້ອໃນທີ່ໄດ້ຮັບຄວາມສົນໃຈ.
ກ່າວຄຳປາໄສໃນການສົນທະນາໂຕະມົນ, ທ່ານນາງ ຫງວຽນ ມິງ ຮັ່ງ ເຫັນວ່າ ການແຂ່ງຂັນດ້ານພູມສາດການເມືອງ ກຳລັງສົ່ງຜົນກະທົບຢ່າງຈະແຈ້ງນັບມື້ນັບຫຼາຍຂຶ້ນຕໍ່ການຄ້າ, ການລົງທຶນ ແລະ ຕ່ອງໂສ້ສະໜອງທົ່ວໂລກ. ໃນນັ້ນ, ຕ່ອງໂສ້ສະໜອງບໍ່ພຽງແຕ່ຮັບໃຊ້ກິດຈະກຳທາງເສດຖະກິດເທົ່ານັ້ນ ແຕ່ຍັງກາຍເປັນປັດໄຈທາງຍຸດທະສາດຕໍ່ຄວາມໝັ້ນຄົງທາງເສດຖະກິດຂອງບັນດາປະເທດ.
ພ້ອມກັນນັ້ນ, AI, ເຕັກໂນໂລຊີ ແລະ ການຫັນປ່ຽນເປັນດິຈິຕອນ ກຳລັງສ້າງການປ່ຽນແປງຢ່າງເລິກເຊິ່ງຕໍ່ວິທີການຈັດຕັ້ງການຄ້າ ແລະ ການລົງທຶນສາກົນ.
ຕາມທ່ານນາງຮອງລັດຖະມົນຕີ ແລ້ວ, ບັນດາປະເທດພວມພັດທະນາທີ່ມີລະດັບການເປີດກວ້າງທາງເສດຖະກິດສູງ ຕ້ອງປະເຊີນກັບສິ່ງທ້າທາຍຫຼາຍດ້ານ ເມື່ອສະພາບແວດລ້ອມສາກົນມີການຜັນແປ. ດ້ວຍເຫດນັ້ນ, ຫວຽດນາມຈຶ່ງສືບຕໍ່ສະໜັບສະໜູນລະບົບການຄ້າພະຫຸພາຄີທີ່ເປີດກວ້າງ ແລະ ອີງໃສ່ກົດລະບຽບ.
ທ່ານນາງຮອງລັດຖະມົນຕີເນັ້ນໜັກວ່າ ການຫັນຕ່ອງໂສ້ສະໜອງໃຫ້ມີຄວາມຫຼາກຫຼາຍ ແລະ ການປັບປຸງບັນດາກົດລະບຽບການຄ້າສາກົນ ຈຳເປັນຕ້ອງດຳເນີນໄປຕາມທິດທາງທີ່ກວມລວມທຸກຝ່າຍ, ຮັບປະກັນຜົນປະໂຫຍດໃຫ້ແກ່ທຸກປະເທດ, ໂດຍສະເພາະບັນດາປະເທດພວມພັດທະນາ.
ໃນການແນະນຳສະພາບເສດຖະກິດຫວຽດນາມ, ທ່ານນາງ ຫງວຽນ ມິງ ຮັ່ງ ໃຫ້ຮູ້ວ່າ ໃນ 9 ເດືອນຕົ້ນປີ 2026, ການເຕີບໂຕຂອງ GDP ບັນລຸຫຼາຍກວ່າ 9%, ມູນຄ່າການຄ້າລວມເກືອບ 890 ຕື້ໂດລາສະຫະລັດ, ທຶນລົງທຶນໂດຍກົງຈາກຕ່າງປະເທດ (FDI) ທີ່ຈົດທະບຽນ ສູງກວ່າ 50 ຕື້ໂດລາສະຫະລັດ, ເພີ່ມຂຶ້ນຫຼາຍກວ່າ 75% ເມື່ອທຽບກັບໄລຍະດຽວກັນຂອງປີກ່ອນ.
ຕາມທ່ານນາງຮອງລັດຖະມົນຕີ ແລ້ວ, ບັນດາຜົນສຳເລັດນີ້ສະທ້ອນເຖິງບົດບາດໃນການສ້າງຄວາມໝັ້ນຄົງທາງຍຸດທະສາດຂອງຫວຽດນາມ ໃນຕ່ອງໂສ້ສະໜອງທົ່ວໂລກ.
ໃນໄລຍະພັດທະນາໃໝ່, ຫວຽດນາມມີທິດທາງປ່ຽນຈຸດສຸມການດຶງດູດ FDI ຈາກປະລິມານໄປສູ່ຄຸນນະພາບ. ແທນທີ່ຈະສຸມໃສ່ການຜະລິດ ແລະ ປະກອບຊິ້ນສ່ວນເປັນຫຼັກ, ຫວຽດນາມໃຫ້ຄວາມສຳຄັນແກ່ບັນດາໂຄງການທີ່ມີມູນຄ່າເພີ່ມສູງ, ຊຸກຍູ້ການຖ່າຍທອດເຕັກໂນໂລຊີ ແລະ ເພີ່ມທະວີການເຊື່ອມໂຍງລະຫວ່າງທຸລະກິດພາຍໃນປະເທດກັບພາກສ່ວນ FDI.
ທ່ານນາງຮອງລັດຖະມົນຕີຍັງຢືນຢັນວ່າ ຫວຽດນາມມີຄວາມເດັດຂາດໃນການຄວບຄຸມແຫຼ່ງກຳເນີດສິນຄ້າ, ປ້ອງກັນການສໍ້ໂກງແຫຼ່ງກຳເນີດສິນຄ້າ ແລະ ການຂົນຖ່າຍສິນຄ້າຜ່ານແດນຢ່າງຜິດກົດໝາຍ.
ເພີ່ມທະວີການຮ່ວມມືດ້ານສື່ມວນຊົນໃນປີ APEC 2027
ນອກຂອບເວທີປາໄສເສດຖະກິດໃໝ່ Bloomberg, ທ່ານນາງ ຫງວຽນ ມິງ ຮັ່ງ ໄດ້ມີການພົບປະກັບບັນດາຜູ້ນຳຂັ້ນສູງຂອງອິນເດຍ, ຜູ້ຕາງໜ້າບາງປະເທດໃນພາກພື້ນ ແລະ ຄະນະນຳຂອງຫຼາຍທຸລະກິດ.
ບັນດາການແລກປ່ຽນໄດ້ສຸມໃສ່ການເຮັດໃຫ້ສາຍພົວພັນຮ່ວມມືໃນຫຼາຍຂົງເຂດນັບມື້ນັບເລິກເຊິ່ງຂຶ້ນ, ຊອກຫາໂອກາດຮ່ວມມືໃໝ່ ແລະ ຊຸກຍູ້ການຂະຫຍາຍການລົງທຶນຢູ່ຫວຽດນາມ.
ສິ່ງທີ່ໜ້າສົນໃຈແມ່ນ ໃນການແລກປ່ຽນກັບທ່ານ Michael R. Bloomberg ຜູ້ກໍ່ຕັ້ງກຸ່ມບໍລິສັດ ແລະ ການພົບປະເຮັດວຽກກັບຄະນະນຳຂັ້ນສູງຂອງກຸ່ມບໍລິສັດ Bloomberg, ທ່ານນາງ ຫງວຽນ ມິງ ຮັ່ງ ໄດ້ສະແດງຄວາມຂອບໃຈຕໍ່ກຸ່ມບໍລິສັດທີ່ໄດ້ເຊີນຫວຽດນາມເຂົ້າຮ່ວມເວທີປາໄສ.
ສອງຝ່າຍໄດ້ປຶກສາຫາລືບັນດາມາດຕະການເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ ແລະ Bloomberg, ໂດຍສະເພາະໃນຂົງເຂດສື່ມວນຊົນ, ການແນະນຳພາບພົດຂອງປະເທດ ແລະ ການໂຄສະນາສະພາບແວດລ້ອມການລົງທຶນຂອງຫວຽດນາມ ເນື່ອງໃນໂອກາດ APEC 2027.
ສ່ວນຝ່າຍ Bloomberg, ຄະນະນຳກຸ່ມບໍລິສັດໄດ້ຕີລາຄາສູງຕໍ່ບົດບາດ ແລະ ທ່າແຮງການພັດທະນາເສດຖະກິດຂອງຫວຽດນາມ, ພ້ອມທັງຢືນຢັນວ່າ ຈະປະສານສົມທົບຢ່າງໃກ້ຊິດໃນການປະຕິບັດບັນດາກິດຈະກຳດ້ານສື່ມວນຊົນ ເພື່ອຮັບໃຊ້ປີ APEC 2027.
ກິດຈະກຳແລກປ່ຽນໃນເວທີປາໄສຄັ້ງນີ້ ໄດ້ປະກອບສ່ວນຂະຫຍາຍການເຊື່ອມຕໍ່ລະຫວ່າງຫວຽດນາມກັບບັນດາຄູ່ຮ່ວມມືຈາກພາກລັດຖະບານ, ທຸລະກິດ ແລະ ນັກລົງທຶນສາກົນ, ພ້ອມທັງສ້າງໂອກາດເພີ່ມເຕີມໃນການແນະນຳທ່າແຮງການຮ່ວມມື ແລະ ການລົງທຶນຂອງຫວຽດນາມໃນໄລຍະພັດທະນາໃໝ່.
ຍສໝ - ຕອນບ່າຍວັນທີ 22/9 ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານ ຫງວຽນມິງຫວູ, ລັດຖະມົນຕີຊ່ວຍວ່າການຜູ້ປະຈຳ, ຫົວໜ້າຄະນະເລຂາແຫ່ງຊາດ APEC 2027 ໄດ້ເປັນປະທານກອງປະຊຸມກວດຄືນຄວາມຄືບໜ້າ, ຊຸກຍູ້ບັນດາໜ້າທີ່ກະກຽມສຳລັບປີ APEC 2027, ໃນນັ້ນ ເນັ້ນໜັກຂໍ້ຮຽກຮ້ອງໃຫ້ຜັນຂະຫຍາຍວຽກງານສື່ສານແຕ່ຫົວທີ, ສ້າງສານແຫ່ງຊາດທີ່ສອດຄ່ອງຕະຫຼອດ ແລະ ເພີ່ມທະວີການປະສານງານລະຫວ່າງບັນດາອົງການທີ່ກ່ຽວຂ້ອງ. |
ຍສໝ - ວັນທີ 1-2/10 ທີ່ ຮ່າໂນ້ຍ, ກອງເລຂາແຫ່ງຊາດ APEC 2027, ກະຊວງການຕ່າງປະເທດຫວຽດນາມ ປະສານສົມທົບກັບກະຊວງການຕ່າງປະເທດສະຫະລັດອາເມລິກາ ຈັດກອງສຳມະນາ “ການກະກຽມສຳລັບປີ APEC 2027: ຍົກສູງຄວາມສາມາດດ້ານການຈັດຕັ້ງ ແລະ ການປະສານສົມທົບ”, ສຸມໃສ່ແລກປ່ຽນບົດຮຽນການບໍລິຫານ, ປັບປຸງກົນໄກການປະສານສົມທົບ ແລະ ຍົກສູງຄວາມສາມາດໃນການກະກຽມສຳລັບປີ APEC ຫວຽດນາມ 2027. |
ຄຳສີ
