| ເຊື່ອມຕໍ່ 3 ເສົາຄ້ຳ ເພື່ອຊຸກຍູ້ນະວັດຕະກຳ ອາຊຽນເພີ່ມທະວີການເຊື່ອມໂຍງດ້ານການຄົ້ນຄວ້າ, ຊຸກຍູ້ການຮ່ວມມືດ້ານເຕັກໂນໂລຊີ ແລະ ນະວັດຕະກຳ |
ຫັນແນວຄວາມຄິດເລີ່ມຕົ້ນທຸລະກິດໃຫ້ກາຍເປັນຜະລິດຕະພັນທີ່ມີຕະຫຼາດຮອງຮັບ
ກ່າວຄຳປາໄສໃນງານມະຫາກຳເລີ່ມຕົ້ນທຸລະກິດ ແລະ ນະວັດຕະກຳແຂວງກ່າເມົາ ປີ 2026 ແລະ ການສົນທະນາໃນເວທີນະວັດຕະກຳຫວຽດນາມ 2026 ພາຍໃຕ້ຫົວຂໍ້ “The New Tide - ກະແສນ້ຳໃໝ່”, ທ່ານ ຫງວຽນ ມິງ ລວນ, ຮອງປະທານຄະນະກຳມະການປະຊາຊົນແຂວງກ່າເມົາ, ເຫັນວ່າ ນະວັດຕະກຳບໍ່ພຽງແຕ່ເປັນຄວາມຈຳເປັນເພື່ອປັບຕົວເທົ່ານັ້ນ, ແຕ່ຍັງເປັນເສັ້ນທາງໃຫ້ທ້ອງຖິ່ນສາມາດລິເລີ່ມສ້າງຄຸນຄ່າໃໝ່ດ້ວຍຕົນເອງ.
ຕາມທ່ານ ຫງວຽນ ມິງ ລວນ ແລ້ວ, ສຳລັບປະຊາຊົນກ່າເມົາ, ກະແສນ້ຳຂຶ້ນລົງໄດ້ຜູກພັນກັບຈັງຫວະຊີວິດ ແລະ ວິທີການປັບຕົວເຂົ້າກັບທຳມະຊາດມາແຕ່ດົນນານ. ແຕ່ໃນໄລຍະການພັດທະນາໃໝ່, ທ້ອງຖິ່ນຈຳເປັນຕ້ອງກ້າວຂ້າມແນວຄິດທີ່ມຸ່ງແຕ່ການປັບຕົວ, ຫັນມານຳໃຊ້ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປ່ຽນດິຈິຕອນຢ່າງເປັນຝ່າຍລິເລີ່ມ ເພື່ອສ້າງແຮງຂັບເຄື່ອນການເຕີບໂຕໃໝ່.
ຈາກດິນແດນປາຍສຸດທາງພາກໃຕ້ຂອງປະເທດ, ກ່າເມົາສາມາດຂະຫຍາຍພື້ນທີ່ການພັດທະນາ ໂດຍເຊື່ອມໂຍງບັນດາຊັບພະຍາກອນທ້ອງຖິ່ນເຂົ້າກັບຄວາມຮູ້, ເຕັກໂນໂລຊີ ແລະ ຕະຫຼາດ.
ເມື່ອທົບທວນຄືນຂະບວນການສ້າງລະບົບນິເວດເລີ່ມຕົ້ນທຸລະກິດ, ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງໃຫ້ຮູ້ວ່າ ນັບແຕ່ການປະກວດເລີ່ມຕົ້ນທຸລະກິດຄັ້ງທຳອິດໃນປີ 2019 ຈົນເຖິງບັນດາຄັ້ງຂອງ CamaUP, ທ້ອງຖິ່ນໄດ້ບັນທຶກແນວຄວາມຄິດ ແລະ ໂຄງການທີ່ສະເໜີເຂົ້າມາເກືອບ 800 ຄັ້ງ.
ສະເພາະການປະກວດເລີ່ມຕົ້ນທຸລະກິດກ່າເມົາ ປີ 2026 (NEX 2026) ໄດ້ຮັບ 132 ແນວຄວາມຄິດ ແລະ ໂຄງການ ທີ່ໄດ້ຮັບການປະເມີນວ່າມີຄຸນຄ່າທາງພາກປະຕິບັດ ແລະ ມີຄວາມເປັນໄປໄດ້ສູງ.
![]() |
| ທ່ານ ຫງວຽນ ມິງ ລວນ, ຮອງປະທານຄະນະກຳມະການປະຊາຊົນແຂວງກ່າເມົາ, ຢືນຢັນວ່າ ກະແສນ້ຳຂຶ້ນລົງໄດ້ຜູກພັນກັບຈັງຫວະຊີວິດ ແລະ ວິທີທີ່ປະຊາຊົນທ້ອງຖິ່ນເຂົ້າໃຈທຳມະຊາດຢ່າງເລິກເຊິ່ງ ເພື່ອພະຍາຍາມກ້າວຂຶ້ນໄປຂ້າງໜ້າ. |
ຕາມທ່ານ ຫງວຽນ ມິງ ລວນ ແລ້ວ, ຕົວເລກເຫຼົ່ານີ້ສະທ້ອນເຖິງທ່າແຮງດ້ານຄວາມຄິດສ້າງສັນຂອງຊຸມຊົນ, ພ້ອມທັງວາງຄວາມຈຳເປັນໃນການຍົກສູງປະສິດທິຜົນການສະໜັບສະໜູນໂຄງການພາຍຫຼັງການປະກວດ.
“ແຕ່ພາຍຫຼັງການປະກວດ, ມີແນວຄວາມຄິດຈັກອັນທີ່ກາຍເປັນຜະລິດຕະພັນທີ່ມີລູກຄ້າ, ມີໂຄງການຈັກໂຄງການທີ່ກາຍເປັນວິສາຫະກິດທີ່ສາມາດເຕີບໃຫຍ່ໄດ້? ນັ້ນຈຶ່ງແມ່ນມາດຕະວັດແທກທີ່ແທ້ຈິງຂອງລະບົບນິເວດເລີ່ມຕົ້ນທຸລະກິດ”, ທ່ານເນັ້ນໜັກ.
ເມື່ອກ່າວເຖິງບັນດາຈຸດໄດ້ປຽບຂອງທ້ອງຖິ່ນ, ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງໃຫ້ຮູ້ວ່າ ກ່າເມົາມີແຫຼ່ງຊັບພະຍາກອນອຸດົມສົມບູນ, ນັບແຕ່ກຸ້ງ, ກະປູ, ປ່າຊາຍເລນ, ເຂດນ້ຳກອຍ ຈົນເຖິງພື້ນທີ່ທະເລອັນກວ້າງໃຫຍ່, ແຫຼ່ງພະລັງງານໝູນວຽນທີ່ອຸດົມສົມບູນ ແລະ ບັນດາຄຸນຄ່າວັດທະນະທຳອັນເປັນເອກະລັກຂອງດິນແດນພາກໃຕ້.
ແຕ່ຕາມທ່ານແລ້ວ, ຊັບພະຍາກອນຈະສ້າງຄຸນຄ່າໄດ້ຢ່າງແທ້ຈິງ ກໍຕໍ່ເມື່ອໄດ້ປະສານເຂົ້າກັບສະຕິປັນຍາຂອງມະນຸດ, ແນວຄິດແຫ່ງການປ່ຽນແປງໃໝ່, ຄວາມສາມາດໃນການຈັດຕັ້ງ ແລະ ຄວາມປາຖະໜາໃນການພັດທະນາ.
ຈາກສະພາບຕົວຈິງຂອງການຜະລິດ, ທ່ານ ຫງວຽນ ມິງ ລວນ ໄດ້ຍົກຕົວຢ່າງຂະແໜງການລ້ຽງກຸ້ງ. ເພື່ອຍົກສູງມູນຄ່າຜະລິດຕະພັນ, ຈຳເປັນຕ້ອງເອົາໃຈໃສ່ຄຸນນະພາບລູກພັນກຸ້ງ, ຄວບຄຸມພະຍາດລະບາດ, ນຳໃຊ້ຂໍ້ມູນໃນການລ້ຽງ, ພັດທະນາການປຸງແຕ່ງເຊິງເລິກ ແລະ ການກວດສອບຍ້ອນກັບແຫຼ່ງທີ່ມາຂອງຜະລິດຕະພັນ.
ສຳລັບເສດຖະກິດປ່າໄມ້, ການສ້າງອາຊີບ ແລະ ລາຍໄດ້ເພີ່ມເຕີມໃຫ້ປະຊາຊົນ ຕ້ອງຄຽງຄູ່ກັບການປົກປັກຮັກສາຊັບພະຍາກອນ, ພັດທະນາບັນດາຜະລິດຕະພັນ ແລະ ປະສົບການທີ່ມີຄຸນຄ່າ.
ຕາມທ່ານຮອງປະທານຄະນະກຳມະການປະຊາຊົນແຂວງແລ້ວ, ໃນທຸກຂັ້ນຕອນລ້ວນແຕ່ມີໂອກາດໃຫ້ນັກຄົ້ນຄວ້າ, ວິສາຫະກິດເຕັກໂນໂລຊີ ແລະ ຜູ້ເລີ່ມຕົ້ນທຸລະກິດແບບສ້າງສັນ ເຂົ້າຮ່ວມແກ້ໄຂບັນດາບັນຫາຕົວຈິງ, ປະກອບສ່ວນຍົກສູງມູນຄ່າຂອງບັນດາຂະແໜງເສດຖະກິດທີ່ເປັນຈຸດແຂງຂອງກ່າເມົາ.
ບົນຈິດໃຈແຫ່ງມະຕິເລກທີ 57-NQ/TW ຂອງກົມການເມືອງ ແລະ ແຜນງານນະວັດຕະກຳຂອງແຂວງ, ກ່າເມົາກຳນົດວ່າ ນະວັດຕະກຳຕ້ອງໄດ້ຮັບການດຳເນີນຢ່າງຕໍ່ເນື່ອງຕະຫຼອດຂະບວນການ ນັບແຕ່ການກຳນົດຄວາມຕ້ອງການຕົວຈິງ, ການຄົ້ນຄວ້າ, ການທົດລອງ ຈົນເຖິງການສ້າງເປັນຜະລິດຕະພັນ ແລະ ສິນຄ້າທີ່ມີເອກະລັກ ແລະ ຄຸນຄ່າຂອງທ້ອງຖິ່ນ.
ເພື່ອຫັນທິດທາງດັ່ງກ່າວໃຫ້ເປັນຈິງ, ແຂວງໄດ້ເອົາໃຈໃສ່ລົງທຶນພັດທະນາໂຄງລ່າງພື້ນຖານ ແລະ ການບໍລິການ, ລະດົມບັນດາແຫຼ່ງກຳລັງໃຫ້ໄດ້ສູງສຸດ, ສ້າງເງື່ອນໄຂໃຫ້ທົດລອງບັນດາວິທີແກ້ໄຂໃໝ່, ຊຸກຍູ້ການແບ່ງປັນຂໍ້ມູນ ແລະ ການນຳໃຊ້ຂໍ້ມູນໃນວຽກງານຄຸ້ມຄອງ ແລະ ບໍລິຫານ.
ເປົ້າໝາຍແມ່ນເຮັດໃຫ້ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ກາຍເປັນແຮງຂັບເຄື່ອນໃນການຍົກສູງຜະລິດຕະພາບ, ຄຸນນະພາບ, ຂະຫຍາຍຂະໜາດເສດຖະກິດ ແລະ ປັບປຸງລາຍໄດ້ຂອງປະຊາຊົນ, ຄ່ອຍໆສ້າງ “ຫົວເຮືອກ່າເມົາ” ໃຫ້ກາຍເປັນຂົ້ວການເຕີບໂຕທີ່ມີຄວາມຄ່ອງຕົວ, ໜ້າເຊື່ອຖື ແລະ ມີປະສິດທິຜົນ.
ໃນໄລຍະຕໍ່ໄປ, ກ່າເມົາປາຖະໜາໃຫ້ບັນດາຜູ້ຊ່ຽວຊານ, ວິສາຫະກິດ ແລະ ນັກລົງທຶນ ເຂົ້າຮ່ວມກຳນົດບັນດາຂົງເຂດພັດທະນາບຸລິມະສິດ, ສະເໜີວິທີແກ້ໄຂທີ່ເໝາະສົມກັບເງື່ອນໄຂຂອງທ້ອງຖິ່ນ ແລະ ສ້າງກົນໄກສະໜັບສະໜູນໃຫ້ບັນດາໂຄງການເລີ່ມຕົ້ນທຸລະກິດສາມາດພັດທະນາໄດ້ໃນໄລຍະຍາວ.
ຊຸກຍູ້ຊາວໜຸ່ມເຂົ້າຮ່ວມກິດຈະກຳນະວັດຕະກຳ
ງານມະຫາກຳເລີ່ມຕົ້ນທຸລະກິດ ແລະ ນະວັດຕະກຳແຂວງກ່າເມົາ ປີ 2026 ໄດ້ຈັດຂຶ້ນໃນສອງວັນ ຄື ວັນທີ 30-31/10, ດ້ວຍຫຼາຍກິດຈະກຳເຊື່ອມໂຍງ ແລະ ສຳຜັດປະສົບການ.
ລາຍການປະກອບມີ ການປະກວດເລີ່ມຕົ້ນທຸລະກິດ, ເວທີປາໄສການເລີ່ມຕົ້ນທຸລະກິດ ແລະ ນະວັດຕະກຳ, ງານມະຫາກຳສິລະປະສ້າງສັນ ແລະ ເຕັກໂນໂລຊີ, ລາຍການສົນທະນາ “ຊາວໜຸ່ມ ແລະ ຄວາມຄິດສ້າງສັນດິຈິຕອນ” ພ້ອມດ້ວຍງານວາງສະແດງການເລີ່ມຕົ້ນທຸລະກິດ ແລະ ນະວັດຕະກຳ.
ຜ່ານຊຸດກິດຈະກຳດັ່ງກ່າວ, ທ້ອງຖິ່ນມຸ່ງໝາຍເຜີຍແຜ່ຈິດໃຈແຫ່ງການເລີ່ມຕົ້ນທຸລະກິດໃນຊຸມຊົນ, ເຊື່ອມໂຍງບຸກຄົນ ແລະ ວິສາຫະກິດເລີ່ມຕົ້ນທຸລະກິດກັບຜູ້ຊ່ຽວຊານ, ນັກລົງທຶນ ແລະ ອົງການສະໜັບສະໜູນການເລີ່ມຕົ້ນທຸລະກິດທັງພາຍໃນ ແລະ ຕ່າງປະເທດ.
ນີ້ຍັງເປັນໂອກາດໃຫ້ກ່າເມົາແນະນຳທ່າແຮງ ແລະ ຈຸດໄດ້ປຽບດ້ານການພັດທະນາ ທີ່ຕິດພັນກັບທິດທາງເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ການຫັນປ່ຽນດິຈິຕອນ ແລະ ການພັດທະນາຢ່າງຍືນຍົງ.
ຕອນບ່າຍວັນທີ 30/10, ໃນຂອບເຂດງານມະຫາກຳ, ຮອບຊິງຊະນະເລີດການປະກວດເລີ່ມຕົ້ນທຸລະກິດກ່າເມົາ ປີ 2026 (NEX 2026) ໄດ້ຈັດຂຶ້ນ ໂດຍມີບັນດາແນວຄວາມຄິດ ແລະ ໂຄງການນະວັດຕະກຳທີ່ໂດດເດັ່ນຂອງທ້ອງຖິ່ນເຂົ້າຮ່ວມແຂ່ງຂັນ.
ຄຽງຄູ່ກັບການປະກວດ, ພື້ນທີ່ວາງສະແດງເຕັກໂນໂລຊີ, ເຂດວາງສະແດງຜະລິດຕະພັນເລີ່ມຕົ້ນທຸລະກິດ OCOP ແລະ ບັນດາກອງປະຊຸມເຊື່ອມໂຍງການຄ້າ ໄດ້ຈັດຂຶ້ນຕະຫຼອດໄລຍະດຳເນີນລາຍການ.
ບັນດາກິດຈະກຳເຫຼົ່ານີ້ໄດ້ສ້າງເງື່ອນໄຂໃຫ້ວິສາຫະກິດໜຸ່ມແນະນຳຜະລິດຕະພັນ, ສຶກສາຄວາມຕ້ອງການຂອງຕະຫຼາດ, ເຂົ້າເຖິງກອງທຶນລົງທຶນ, ລະບົບຈຳໜ່າຍ ແລະ ຄູ່ຮ່ວມມືທັງພາຍໃນ ແລະ ຕ່າງປະເທດ.
ຜ່ານການເພີ່ມທະວີການເຊື່ອມໂຍງລະຫວ່າງຜູ້ມີແນວຄວາມຄິດ, ວິສາຫະກິດ, ນັກລົງທຶນ ແລະ ບັນດາອົງການສະໜັບສະໜູນ, ກ່າເມົາປາຖະໜາທີ່ຈະສ້າງໂອກາດການພັດທະນາເພີ່ມເຕີມໃຫ້ແກ່ບັນດາໂຄງການເລີ່ມຕົ້ນທຸລະກິດ, ພ້ອມທັງຊຸກຍູ້ຊາວໜຸ່ມໃຫ້ເປັນຝ່າຍລິເລີ່ມເຂົ້າຮ່ວມແກ້ໄຂບັນດາບັນຫາເສດຖະກິດ - ສັງຄົມຂອງທ້ອງຖິ່ນ.
ນັບແຕ່ຂະແໜງການລ້ຽງກຸ້ງຈົນເຖິງເສດຖະກິດປ່າໄມ້, ແຂວງມຸ່ງໝາຍນຳເອົາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເຂົ້າຮ່ວມໂດຍກົງໃນຂະບວນການຍົກສູງມູນຄ່າການຜະລິດ. ໃນນັ້ນ, ຄວາມສາມາດໃນການນຳໃຊ້ຕົວຈິງ, ການສ້າງຜະລິດຕະພັນທີ່ມີຕະຫຼາດຮອງຮັບ ແລະ ການປັບປຸງລາຍໄດ້ຂອງປະຊາຊົນ ໄດ້ຖືກກຳນົດເປັນບັນດາມາດຕະວັດແທກທີ່ສຳຄັນຕໍ່ປະສິດທິຜົນຂອງກິດຈະກຳນະວັດຕະກຳ.
ຍສໝ - ຕອນບ່າຍວັນທີ 24/8, ທີ່ສຳນັກງານລັດຖະບານ, ໃນໂອກາດຕ້ອນຮັບ ສາດສະດາຈານ ເຈິ່ນແທັງເວິນ, ປະທານສະມາຄົມວິທະຍາສາດ “ພົບປະຫວຽດນາມ”, ຜູ້ອຳນວຍການສູນວິທະຍາສາດ ແລະ ການສຶກສາສາກົນລະຫວ່າງສາຂາ (ICISE), ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ຢືນຢັນວ່າ ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນ ແມ່ນແຮງຂັບເຄື່ອນຫຼັກ ເພື່ອນຳພາປະເທດພັດທະນາຢ່າງວ່ອງໄວ ແລະ ຍືນຍົງໃນໄລຍະໃໝ່. |
ຍສໝ - ວັນທີ 24/9 ຢູ່ New Delhi, ກອງສົນທະນາ “ຮ່າໂນ້ຍ - ອິນເດຍ ກ່ຽວກັບການຮ່ວມມືດ້ານເຕັກໂນໂລຊີສູງ ແລະ ນະວັດຕະກຳ” ໄດ້ເປີດໂອກາດໃຫ້ເພີ່ມທະວີການເຊື່ອມຕໍ່ການລົງທຶນ, ການຄົ້ນຄວ້າ, ການຖ່າຍທອດເຕັກໂນໂລຊີ ແລະ ດຶງດູດວິສາຫະກິດອິນເດຍເຂົ້າສູ່ເຂດເຕັກໂນໂລຊີສູງ ຮວ່າລາກ. |
ມິງດຶກ
