ຮ່າໂນ້ຍຮ່ວມມືກັບຄູ່ຮ່ວມມືເດນມາກ ດ້ານການສຶກສາ ແລະ ການພັດທະນາແບບຍືນຍົງ

10:13 | 22/10/2026

ຍສໝ - ຜ່ານການຮ່ວມມືກັບກຸ່ມບໍລິສັດ LEGO ໃນຂົງເຂດການສຶກສາ STEAM ແລະ ການຊຸກຍູ້ສາຍພົວພັນກັບອຳນາດການປົກຄອງນະຄອນ Copenhagen, ຮ່າໂນ້ຍໄດ້ເປັນຝ່າຍລິເລີ່ມເຂົ້າເຖິງບັນດາຮູບແບບສ້າງສັນ, ປະສົບການພັດທະນາສີຂຽວ ແລະ ດຳເນີນບັນດາໂຄງການຮ່ວມມືທີ່ເປັນຮູບປະທຳ.

ການຢ້ຽມຢາມເດນມາກ, EU ແລະ ແບນຊິກ ເປີດໂອກາດໃໝ່ໃນການຮ່ວມມືຍຸດທະສາດໃຫ້ແກ່ຫວຽດນາມ ຫວຽດນາມ - ເດນມາກ ຂະຫຍາຍການຮ່ວມມືດ້ານການພັດທະນາສີຂຽວ

ໃນຂອບເຂດການຢ້ຽມຢາມລະດັບລັດຢູ່ເດນມາກ, ການຢ້ຽມຢາມຢ່າງເປັນທາງການສະຫະພາບເອີຣົບ (EU) ແລະ ລາຊະອານາຈັກແບນຊິກ ຂອງທ່ານ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ແລະ ປະທານປະເທດ ຫວຽດນາມ ພ້ອມພັນລະຍາ ແຕ່ວັນທີ 19-24 ຕຸລາ 2026, ຄະນະຜູ້ແທນຂັ້ນສູງນະຄອນຮ່າໂນ້ຍ ນຳໂດຍທ່ານ ເຈິ່ນ ດຶກ ທັງ, ເລຂາຄະນະພັກນະຄອນ ແລະ ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດນະຄອນຮ່າໂນ້ຍ ໄດ້ພົບປະເຮັດວຽກກັບບັນດາຄູ່ຮ່ວມມືທີ່ເປັນວິສາຫະກິດ ແລະ ອຳນາດການປົກຄອງຢູ່ນະຄອນ Copenhagen.

ບັນດາກິດຈະກຳໄດ້ສຸມໃສ່ຂົງເຂດການສຶກສາ, ການປ່ຽນແປງໃໝ່ສ້າງສັນ ແລະ ການພັດທະນາແບບຍືນຍົງ, ປະກອບສ່ວນເປີດກວ້າງການຮ່ວມມືສາກົນທີ່ຕິດພັນກັບຄວາມຕ້ອງການພັດທະນາຂອງນະຄອນຫຼວງ.

ປະສົມປະສານການພັດທະນາການສຶກສາກັບການຫຼິ້ນ ແລະ ການຮຽນຮູ້ຜ່ານປະສົບການ

ຕອນບ່າຍວັນທີ 19 ຕຸລາ, ຄະນະຜູ້ແທນຂັ້ນສູງນະຄອນຮ່າໂນ້ຍ ໄດ້ພົບປະເຮັດວຽກກັບກຸ່ມບໍລິສັດ LEGO (ເດນມາກ), ແລກປ່ຽນກ່ຽວກັບການຮ່ວມມືພັດທະນາການສຶກສາ STEAM ຜ່ານວິທີການຮຽນຮູ້ທີ່ປະສົມປະສານການຫຼິ້ນ ແລະ ການຮຽນຮູ້ຜ່ານປະສົບການ.

ສອງຝ່າຍໄດ້ເຫັນດີກຳນົດທິດທາງການຮ່ວມມືໃນ 4 ເນື້ອໃນ ຄື: ພັດທະນາສື່ການຮຽນການສອນ ແລະ ວິທີການສິດສອນ; ຍົກສູງຄວາມສາມາດຂອງຄູອາຈານ; ທົດລອງດຳເນີນໂຄງການຢູ່ສະຖານສຶກສາພາກລັດຈຳນວນໜຶ່ງ; ແລະ ສ້າງພື້ນທີ່ການຮຽນຮູ້ ແລະ ຮຽນຮູ້ຜ່ານປະສົບການສຳລັບເດັກນ້ອຍ ແລະ ຊຸມຊົນ.

ຮ່າໂນ້ຍຮ່ວມມືກັບຄູ່ຮ່ວມມືເດນມາກ ດ້ານການສຶກສາ ແລະ ການພັດທະນາແບບຍືນຍົງ
ທ່ານ ເຢືອງ ດຶກ ຕວັນ, ຮອງປະທານປະຈຳຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ແລະ ທ່ານ Edward Lewin, ຮອງປະທານຝ່າຍພົວພັນລັດຖະບານ ແລະ ການພົວພັນພາຍນອກຂອງກຸ່ມບໍລິສັດ LEGO ລົງນາມໃນຂໍ້ຕົກລົງຮ່ວມມືໂຄງການດ້ານການສຶກສາ STEAM. (ພາບ: ພະແນກການຕ່າງປະເທດຮ່າໂນ້ຍ)

ໃນຂອບເຂດການພົບປະເຮັດວຽກ, ທ່ານ ເຢືອງ ດຶກ ຕວັນ, ຮອງປະທານປະຈຳຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ແລະ ທ່ານ Edward Lewin, ຮອງປະທານຝ່າຍພົວພັນລັດຖະບານ ແລະ ການພົວພັນພາຍນອກຂອງ LEGO ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືກ່ຽວກັບໂຄງການການສຶກສາ STEAM.

ວັນທີ 20 ຕຸລາ, ບົດບັນທຶກຄວາມເຂົ້າໃຈລະຫວ່າງຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ແລະ LEGO ໄດ້ຮັບການແນະນຳໃນພິທີມອບເອກະສານຮ່ວມມືຫວຽດນາມ - ເດນມາກ 16 ສະບັບ, ໃນຂອບເຂດເວທີປາໄສທຸລະກິດຫວຽດນາມ - ເດນມາກ, ໂດຍມີທ່ານ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ແລະ ປະທານປະເທດຫວຽດນາມ ແລະ ກະສັດເດນມາກ Frederik X ເປັນສັກຂີພິຍານ.

ການຮ່ວມມືດັ່ງກ່າວມຸ່ງໄປສູ່ການເປີດກວ້າງໂອກາດໃນການເຂົ້າເຖິງວິທີການສຶກສາທີ່ຖືເອົາເດັກນ້ອຍເປັນໃຈກາງ, ສົ່ງເສີມແນວຄິດສ້າງສັນ ແລະ ຄວາມສາມາດໃນການນຳໃຊ້ຄວາມຮູ້. ການດຳເນີນຢູ່ບັນດາໂຮງຮຽນພາກລັດຍັງສ້າງເງື່ອນໄຂໃຫ້ນັກຮຽນໄດ້ເຂົ້າເຖິງຮູບແບບການຮຽນຮູ້ຜ່ານປະສົບການໃນສະພາບແວດລ້ອມການສຶກສາທາງການ.

ຜູ້ແທນ LEGO ໃຫ້ຮູ້ວ່າ ການຮ່ວມມືກັບຮ່າໂນ້ຍເປັນຂີດໝາຍການເປີດກວ້າງກິດຈະກຳຢູ່ຫວຽດນາມ ຈາກຂົງເຂດການຜະລິດໄປສູ່ການສະໜັບສະໜູນການສຶກສາ ແລະ ພັດທະນາຄວາມສາມາດຂອງຄົນຮຸ່ນໜຸ່ມ.

ທ່ານ ເຈິ່ນ ດຶກ ທັງ, ເລຂາຄະນະພັກນະຄອນຮ່າໂນ້ຍ ໄດ້ຕີລາຄາສູງສາຍພົວພັນຮ່ວມມືຫວຽດນາມ - ເດນມາກ, ເນັ້ນໜັກວ່າ ໂຮງງານ LEGO Manufacturing Vietnam ເປັນຫຼັກຖານສະແດງເຖິງທິດທາງການຜະລິດສີຂຽວ, ນຳໃຊ້ພະລັງງານໝູນວຽນ 100%, ສອດຄ່ອງກັບຄຳໝັ້ນສັນຍາຂອງຫວຽດນາມໃນການບັນລຸການປ່ອຍອາຍພິດສຸດທິເປັນສູນໃນປີ 2050.

ນອກຈາກຂົງເຂດການສຶກສາແລ້ວ, ຮ່າໂນ້ຍຍັງປາຖະໜາຢາກຍູ້ແຮງການຮ່ວມມືກັບ LEGO ໃນການພັດທະນາພື້ນທີ່ສ້າງສັນ, ແບ່ງປັນປະສົບການຫຼຸດຜ່ອນການປ່ອຍອາຍພິດ, ຄົ້ນຄວ້າຜະລິດຕະພັນທີ່ມີເອກະລັກດ້ານວັດທະນະທຳ - ສະຖາປັດຕະຍະກຳຂອງນະຄອນຫຼວງ ແລະ ເຊື່ອມໂຍງບັນດາວິສາຫະກິດອຸດສາຫະກຳສະໜັບສະໜູນໃນທ້ອງຖິ່ນກັບຕ່ອງໂສ້ສະໜອງຂອງກຸ່ມບໍລິສັດ. ນະຄອນຍັງຍິນດີຕ້ອນຮັບບັນດາຂໍ້ສະເໜີລົງທຶນ ແລະ ພ້ອມສ້າງເງື່ອນໄຂໃຫ້ LEGO ຄົ້ນຄວ້າບັນດາໂຄງການທີ່ເໝາະສົມ.

ການເປີດກວ້າງການຮ່ວມມືໄປສູ່ຂົງເຂດການສຶກສາ ແລະ ການສ້າງສັນ ໄດ້ສ້າງຂອບເຂດໃໝ່ໃນການເຊື່ອມໂຍງລະຫວ່າງຮ່າໂນ້ຍກັບ LEGO, ພ້ອມທັງວາງອອກຂໍ້ຮຽກຮ້ອງໃຫ້ຫັນຂໍ້ຕົກລົງເປັນບັນດາໂຄງການທີ່ມີປະສິດທິຜົນ ແລະ ສາມາດເຂົ້າເຖິງປະຊາຊົນໄດ້ຢ່າງກວ້າງຂວາງ.

ຊຸກຍູ້ການຮ່ວມມືທີ່ເປັນຮູບປະທຳ

ໃນລາຍການພົບປະເຮັດວຽກຢູ່ເດນມາກ, ທ່ານ ເຈິ່ນ ດຶກ ທັງ, ເລຂາຄະນະພັກນະຄອນຮ່າໂນ້ຍ ໄດ້ພົບປະກັບທ່ານນາງ Sisse Marie Welling, ເຈົ້າຄອງນະຄອນ Copenhagen, ແລກປ່ຽນກ່ຽວກັບທິດທາງການຍູ້ແຮງສາຍພົວພັນລະຫວ່າງສອງນະຄອນຫຼວງ.

ບົນພື້ນຖານຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມໃນປີ 2013, ຮ່າໂນ້ຍໄດ້ສະເໜີໃຫ້ສອງຝ່າຍສືບຕໍ່ສົ່ງເສີມບັນດາຜົນສຳເລັດທີ່ບັນລຸໄດ້, ເປີດກວ້າງການຮ່ວມມືໃນໄລຍະໃໝ່ ແລະ ແລກປ່ຽນປະສົບການໃນບັນດາຂົງເຂດທີ່ Copenhagen ມີທ່າແຮງ.

ຮ່າໂນ້ຍຮ່ວມມືກັບຄູ່ຮ່ວມມືເດນມາກ ດ້ານການສຶກສາ ແລະ ການພັດທະນາແບບຍືນຍົງ
ຂໍ້ສະເໜີການຮ່ວມມືຫຼາຍຂໍ້ໄດ້ຮັບການປຶກສາຫາລືໃນການພົບປະເຮັດວຽກລະຫວ່າງຄະນະຜູ້ແທນຂັ້ນສູງນະຄອນຮ່າໂນ້ຍ ແລະ ບັນດາຄູ່ຮ່ວມມືເດນມາກ. (ພາບ: Hanoi.gov.vn)

ສອງຝ່າຍໄດ້ເຫັນດີມອບໝາຍໃຫ້ບັນດາອົງການວິຊາການທົບທວນ, ປັບປຸງ ແລະ ຕໍ່ອາຍຸບັນດາຂໍ້ຕົກລົງທີ່ໄດ້ລົງນາມ, ຮັບປະກັນໃຫ້ສອດຄ່ອງກັບສະພາບການ ແລະ ທິດທາງການພັດທະນາໃນປັດຈຸບັນ. ນີ້ແມ່ນບາດກ້າວສຳຄັນເພື່ອກຳນົດບັນດາເນື້ອໃນບຸລິມະສິດ, ສ້າງພື້ນຖານໃຫ້ແກ່ບັນດາໂຄງການປະສານງານທີ່ເປັນຮູບປະທຳ ແທນທີ່ຈະຢຸດຢູ່ພຽງບັນດາຄຳໝັ້ນສັນຍາລວມໆ.

ສຳລັບຮ່າໂນ້ຍ, ການຍູ້ແຮງການແລກປ່ຽນກັບ Copenhagen ໄດ້ເປີດໂອກາດໃນການສຶກສາຮ່ຳຮຽນປະສົບການສາກົນ ເພື່ອຮັບໃຊ້ເປົ້າໝາຍການເຕີບໂຕສີຂຽວ ແລະ ການພັດທະນາແບບຍືນຍົງ. ການນຳໃຊ້ບັນດາປະສົບການເຫຼົ່ານີ້ຕ້ອງຕິດພັນກັບເງື່ອນໄຂຕົວຈິງ ແລະ ຂໍ້ຮຽກຮ້ອງດ້ານການພັດທະນາຂອງນະຄອນ.

ໃນໂອກາດນີ້, ທ່ານ ເຈິ່ນ ດຶກ ທັງ, ເລຂາຄະນະພັກນະຄອນ ໄດ້ເຊີນທ່ານນາງ Sisse Marie Welling, ເຈົ້າຄອງນະຄອນ Copenhagen ພ້ອມຄະນະຜູ້ແທນອຳນາດການປົກຄອງນະຄອນ ມາຢ້ຽມຢາມຮ່າໂນ້ຍ ເພື່ອສືບຕໍ່ແລກປ່ຽນ ແລະ ຊຸກຍູ້ການຮ່ວມມື. ທ່ານນາງ Sisse Marie Welling ໄດ້ຕີລາຄາໃນທາງບວກຕໍ່ການພັດທະນາຂອງຮ່າໂນ້ຍ, ໂດຍສະເພາະບັນດາທິດທາງການເຕີບໂຕສີຂຽວ ແລະ ການພັດທະນາແບບຍືນຍົງ; ພ້ອມທັງເຫັນດີຍູ້ແຮງສາຍພົວພັນລະຫວ່າງສອງນະຄອນ ແລະ ຕອບຮັບຄຳເຊີນມາຢ້ຽມຢາມຮ່າໂນ້ຍ.

ຈາກການຮ່ວມມືດ້ານການສຶກສາກັບ LEGO ໄປສູ່ການຮັດແໜ້ນສາຍພົວພັນກັບ Copenhagen, ການເດີນທາງໄປເຮັດວຽກຄັ້ງນີ້ໄດ້ປະກອບສ່ວນເປີດກວ້າງການເຊື່ອມໂຍງຂອງຮ່າໂນ້ຍໃນບັນດາຂົງເຂດການສຶກສາ, ການປ່ຽນແປງໃໝ່ສ້າງສັນ ແລະ ການພັດທະນາແບບຍືນຍົງ. ການເຊື່ອມໂຍງບັນດາຂໍ້ຕົກລົງກັບໂຄງການດຳເນີນງານທີ່ເປັນຮູບປະທຳ ຈະເປັນປັດໄຈຕັດສິນປະສິດທິຜົນຂອງການຮ່ວມມື, ຜ່ານນັ້ນປະກອບສ່ວນເຂົ້າໃນການພັດທະນານະຄອນຫຼວງ ແລະ ເຮັດໃຫ້ສາຍພົວພັນຫວຽດນາມ - ເດນມາກ ນັບມື້ນັບເລິກເຊິ່ງຍິ່ງຂຶ້ນ.

ສາຍພົວພັນຄູ່ຮ່ວມມືຍຸດທະສາດສີຂຽວ ຫວຽດນາມ - ເດນມາກ ຢືນຢັນບຸລິມະສິດຕໍ່ກັບ ຫວຽດນາມ ສາຍພົວພັນຄູ່ຮ່ວມມືຍຸດທະສາດສີຂຽວ ຫວຽດນາມ - ເດນມາກ ຢືນຢັນບຸລິມະສິດຕໍ່ກັບ ຫວຽດນາມ
ຍສໝ - ເລື່ອງສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດສີຂຽວ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງບັນດາບຸລິມະສິດ ແລະຄຳໝັ້ນສັນຍາຂອງ ເດນມາກ ຕໍ່ ຫວຽດນາມ ໃນຂະບວນການຫັນເປັນສີຂຽວ.
ຫວຽດນາມ - ເດນມາກ ຊຸຸກຍູ້ຮ່ວມມືການຫັນປ່ຽນເປັນສີຂຽວ ແລະ ພັດທະນາແບບຍືນຍົງ ຫວຽດນາມ - ເດນມາກ ຊຸຸກຍູ້ຮ່ວມມືການຫັນປ່ຽນເປັນສີຂຽວ ແລະ ພັດທະນາແບບຍືນຍົງ
ຍສໝ - ລັດຖະມົນຕີ 2 ທ່ານໄດ້ເປັນເອກກະພາບກັນຊຸກຍູ້ບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງໃນເວລາຈະມາເຖິງ

ມິງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ