ຫວຽດນາມ - ກູບາ ເພີ່ມທະວີການຮ່ວມມືຢ່າງເປັນຮູບປະທຳ

17:54 | 13/11/2026

ຍສໝ - ຕອນເຊົ້າວັນທີ 13 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານ ເລ ມິງ ຮຸ່ງ, ນາຍົກລັດຖະມົນຕີຫວຽດນາມ ໄດ້ຕ້ອນຮັບທ່ານ Bruno Rodríguez Parrilla, ທູດພິເສດຂອງພັກ ແລະ ລັດຖະບານກູບາ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດກູບາ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ສືບສານມິດຕະພາບຫວຽດນາມ - ກູບາ ຜ່ານມໍລະດົກສອງຜູ້ນຳ ຮ່ວມກັນຂຽນຕໍ່ເລື່ອງລາວມິດຕະພາບ ຫວຽດນາມ - ກູບາ
ຫວຽດນາມ - ກູບາ ເພີ່ມທະວີການຮ່ວມມືຢ່າງເປັນຮູບປະທຳ
ທ່ານ ເລ ມິງ ຮຸ່ງ, ນາຍົກລັດຖະມົນຕີຫວຽດນາມ ໃນການຕ້ອນຮັບທ່ານ Bruno Rodríguez Parrilla, ທູດພິເສດຂອງພັກ ແລະ ລັດຖະບານກູບາ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດກູບາ.

ໃນການຕ້ອນຮັບ, ທ່ານ ເລ ມິງ ຮຸ່ງ, ນາຍົກລັດຖະມົນຕີ ໄດ້ຢືນຢັນວ່າ ຫວຽດນາມຍາມໃດກໍໃຫ້ຄວາມສຳຄັນຕໍ່ສາຍພົວພັນມິດຕະພາບອັນດັ້ງເດີມ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານກັບກູບາ.

ທ່ານນາຍົກລັດຖະມົນຕີສະເໜີໃຫ້ສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ກະສິກຳ ແລະ ສາທາລະນະສຸກ. ຫວຽດນາມພ້ອມທີ່ຈະແບ່ງປັນປະສົບການ 40 ປີ ແຫ່ງການປ່ຽນແປງໃໝ່, ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດຮ່ວມມືກັບກູບາ ແລະ ສືບຕໍ່ຊ່ວຍເຫຼືອປະເທດເພື່ອນມິດຕາມຄວາມສາມາດຂອງຕົນ.

ທ່ານ Bruno Rodríguez Parrilla, ທູດພິເສດ ໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດໃນການພັດທະນາຂອງຫວຽດນາມ, ພ້ອມທັງຢືນຢັນວ່າ ກູບາຍາມໃດກໍໃຫ້ຄວາມສຳຄັນ ແລະ ຖະໜອມຮັກສາສາຍພົວພັນພິເສດລະຫວ່າງສອງປະເທດ. ທ່ານໄດ້ສົ່ງຄຳຢ້ຽມຢາມຖາມຂ່າວຈາກການນຳກູບາ ພ້ອມທັງຄຳເຊີນໃຫ້ທ່ານ ເລ ມິງ ຮຸ່ງ, ນາຍົກລັດຖະມົນຕີ ໄປຢ້ຽມຢາມກູບາຢ່າງເປັນທາງການ.

ສອງຝ່າຍເຫັນດີເພີ່ມທະວີການປະສານງານຢູ່ບັນດາເວທີຫຼາຍຝ່າຍ, ເປີດກວ້າງການຕ່າງປະເທດປະຊາຊົນ, ການເຊື່ອມໂຍງລະຫວ່າງທ້ອງຖິ່ນ ແລະ ການແລກປ່ຽນວັດທະນະທຳ. ທ່ານນາຍົກລັດຖະມົນຕີໄດ້ມອບໝາຍໃຫ້ກະຊວງການຕ່າງປະເທດຂອງສອງປະເທດປະສານງານກັນເພື່ອຈັດແຈງການຢ້ຽມຢາມໃນເວລາທີ່ເໝາະສົມ.

ສະມາຄົມມິດຕະພາບຫວຽດນາມ - ກູບາ ໃນການເດີນທາງອັນສະຫງ່າລາສີ ຄົບຮອບ 75 ປີຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ສະມາຄົມມິດຕະພາບຫວຽດນາມ - ກູບາ ໃນການເດີນທາງອັນສະຫງ່າລາສີ ຄົບຮອບ 75 ປີຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ
ຍສໝ - ປີ 1950, ສົງຄາມຕໍ່ຕ້ານພວກລ່າເມືອງຂຶ້ນ ຝຣັ່ງ ໄດ້ເຂົ້າສູ່ສະພາບການໃໝ່, ເມື່ອການປະຕິວັດຫວຽດນາມ ມີການພົວພັນທາງການທູດກັບກຳລັງປະຕິວັດໂລກ, ໃນນັ້ນມີສະຫະພາບໂຊວຽດ ແລະ ຈີນ, ຄະນະ​ກຳມະການ​ປົກ​ປັກ​ຮັກສາ​ສັນຕິພາບ​ໂລກ​ຂອງ​ຫວຽດນາມ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຢູ່​ເຂດ​ທະຫານຫວຽດບັກ ​ເປັນ​ອົງການ​ການ​ຕ່າງປະ​ເທດ​ປະ​ຊາ​ຊົນແຫ່ງ​ທຳ​ອິດ, ອົງການທຳອິດຂອງສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ປະຈຸປັນ.
ຫວຽດນາມ - ກູບາ ເພີ່ມພູນຄູນສ້າງສາຍພົວພັນພິເສດ ຈາກຈິດໃຈ Giron ຫວຽດນາມ - ກູບາ ເພີ່ມພູນຄູນສ້າງສາຍພົວພັນພິເສດ ຈາກຈິດໃຈ Giron
ຍສໝ - ໃນວັນທີ 19 ເມສາ, ຢູ່ແຂວງ ຮຶງອຽນ ໄດ້ຈັດລາຍການ ພົບປະມິດຕະພາບ ຫວຽດນາມ - ກູບາ ເພື່ອສະເຫຼີມສະຫຼອງຄົບຮອບ 65 ປີ ແຫ່ງໄຊຊະນະ Giron. ເຫດການດັ່ງກ່າວແມ່ນຈັດຂຶ້ນໂດຍການຮ່ວມມືລະຫວ່າງ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ, ສະມາຄົມມິດຕະພາບ ຫວຽດນາມ - ກູບາ, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນແຂວງ ແລະ ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງ ຮຶງອຽນ.

ດວງດີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ