| ຄວາມໄວ້ວາງໃຈ ແລະ ການເສີມຈຸດແຂງໃຫ້ແກ່ກັນ ຊຸກຍູ້ສາຍພົວພັນຫວຽດນາມ - ສະວິດ ຫວຽດນາມ - ສະວິດ ກຳນົດບັນດາບູລິມະສິດການຮ່ວມມືໃນໄລຍະໃໝ່ |
ລາຍການດັ່ງກ່າວຈັດຂຶ້ນເນື່ອງໃນໂອກາດລະນຶກຄົບຮອບ 50 ປີ ແຫ່ງການຮ່ວມມືດ້ານສາທາລະນະສຸກຫວຽດນາມ - ສະວີເດັນ, ພ້ອມທັງເປັນຂີດໝາຍຄົບຮອບເຄິ່ງສະຕະວັດນັບແຕ່ການເລີ່ມກໍ່ສ້າງໂຮງໝໍຫວຽດນາມ - ສະວີເດັນ ອວງບີ໊ (ກວ໋າງນິງ) ໃນປີ 1976.
ສັບປະດາສາທາລະນະສຸກຄັ້ງນີ້ຈະມີການເຂົ້າຮ່ວມຂອງການນຳຂະແໜງສາທາລະນະສຸກ, ຜູ້ຕາງໜ້າໂຮງໝໍ, ມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ ແລະ ວິສາຫະກິດດ້ານວິທະຍາສາດຊີວະພາບຂອງສອງປະເທດ. ບັນດາກິດຈະກຳຈະສຸມໃສ່ສາທາລະນະສຸກດິຈິຕອນ, ການແພດແບບແມ່ນຍຳ, ການດູແລສຸຂະພາບຢ່າງຍືນຍົງ, ການປັບປຸງໂຮງໝໍໃຫ້ທັນສະໄໝ, ການຮ່ວມມືຄົ້ນຄວ້າ ແລະ ການຝຶກອົບຮົມບຸກຄະລາກອນ.
![]() |
| ກອງປະຊຸມກ່ຽວກັບນະວັດຕະກໍາດ້ານສຸຂະພາບລະຫວ່າງຫວຽດນາມ-ຊູແອັດ ຈະຈັດຂຶ້ນໃນປີ 2025. |
ການຮ່ວມມືດ້ານສາທາລະນະສຸກລະຫວ່າງຫວຽດນາມ ແລະ ສະວີເດັນ ໄດ້ເລີ່ມຕົ້ນຈາກບັນດາໂຄງການຊ່ວຍເຫຼືອການກໍ່ສ້າງໂຮງໝໍ, ໂດຍມີໂຮງໝໍຫວຽດນາມ - ສະວີເດັນ ອວງບີ໊ ແລະ ໂຮງໝໍເດັກນ້ອຍສູນກາງຢູ່ຮ່າໂນ້ຍ ເປັນຕົວຢ່າງທີ່ໂດດເດັ່ນ. ພາຍຫຼັງຜ່ານໄປຫ້າທົດສະວັດ, ການຮ່ວມມືໄດ້ສືບຕໍ່ຂະຫຍາຍໄປສູ່ຂົງເຂດການຄົ້ນຄວ້າທາງການແພດ, ເຕັກໂນໂລຊີ ແລະ ນະວັດຕະກຳ.
ທ່ານ Johan Ndisi, ເອກອັກຄະລັດຖະທູດສະວີເດັນປະຈຳຫວຽດນາມ, ເນັ້ນໜັກວ່າ ມໍລະດົກອັນຍິ່ງໃຫຍ່ທີ່ສຸດຂອງການຮ່ວມມືຕະຫຼອດ 50 ປີ ບໍ່ພຽງແຕ່ແມ່ນບັນດາສິ່ງປຸກສ້າງທີ່ໄດ້ກໍ່ສ້າງຂຶ້ນເທົ່ານັ້ນ, ແຕ່ຍັງລວມເຖິງຄວາມຮູ້, ທັກສະ ແລະ ສາຍພົວພັນທີ່ໄດ້ຮັກສາ ແລະ ພັດທະນາມາຢ່າງຕໍ່ເນື່ອງ. ຕາມທ່ານເອກອັກຄະລັດຖະທູດແລ້ວ, ສອງປະເທດຄວນສືບຕໍ່ສົ່ງເສີມພື້ນຖານດັ່ງກ່າວ ເພື່ອຊອກຫາວິທີແກ້ໄຂທີ່ຊ່ວຍຍົກສູງໂອກາດເຂົ້າເຖິງການບໍລິການສາທາລະນະສຸກທີ່ມີຄຸນນະພາບ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ.
ທ່ານ Marcus Persson, ທີ່ປຶກສາດ້ານການຄ້າ ຄວບຕຳແໜ່ງຜູ້ອຳນວຍການ Business Sweden ປະຈຳຫວຽດນາມ, ເຫັນວ່າ ບັນດາເປົ້າໝາຍພັດທະນາດ້ານສາທາລະນະສຸກຂອງຫວຽດນາມ ໄດ້ເປີດໂອກາດໃຫ້ນຳເອົາຄວາມຊ່ຽວຊານ ແລະ ເຕັກໂນໂລຊີຂອງສະວີເດັນ ມາປະສານກັບຄວາມຕ້ອງການຕົວຈິງພາຍໃນຫວຽດນາມ. ການຮ່ວມມືລະຫວ່າງວິສາຫະກິດ, ສະຖານບໍລິການສາທາລະນະສຸກ ແລະ ນັກຄົ້ນຄວ້າ ຈະປະກອບສ່ວນຍົກສູງຂີດຄວາມສາມາດ, ຊຸກຍູ້ການຫັນປ່ຽນດິຈິຕອນ ແລະ ພັດທະນາວິທີແກ້ໄຂທີ່ເໝາະສົມ.
ບັນດາຂົງເຂດທີ່ມີທ່າແຮງປະກອບມີ ເຕັກໂນໂລຊີທາງການແພດ, ວິທີແກ້ໄຂດ້ານດິຈິຕອນ, ສາທາລະນະສຸກປ້ອງກັນ ແລະ ໂຄງລ່າງພື້ນຖານດ້ານການດູແລສຸຂະພາບ.
ບັນດາອົງການ ແລະ ວິສາຫະກິດທີ່ເຂົ້າຮ່ວມລາຍການປະກອບມີ AstraZeneca, Diaverum, Ericsson, EviBody, Getinge, ສະຖາບັນ Karolinska, Surgical Science, Sweco ແລະ Swecare, ເຊິ່ງດຳເນີນງານໃນບັນດາຂົງເຂດຢາປິ່ນປົວພະຍາດ, ການດູແລສຸຂະພາບສະເພາະທາງ, ອຸປະກອນການແພດ, ການຈຳລອງສະຖານະການທາງຄລີນິກ, ການຄົ້ນຄວ້າ ແລະ ໂຄງລ່າງພື້ນຖານໂຮງໝໍ.
ສັບປະດາສາທາລະນະສຸກຄັ້ງນີ້ຈັດໂດຍສະຖານທູດສະວີເດັນປະຈຳຮ່າໂນ້ຍ, Business Sweden ແລະ ສະຖາບັນ Karolinska, ໂດຍປະສານສົມທົບກັບບັນດາຄູ່ຮ່ວມມື Team Sweden ພ້ອມດ້ວຍສະຖານບໍລິການສາທາລະນະສຸກ, ນັກຄົ້ນຄວ້າ ແລະ ວິສາຫະກິດຂອງສອງປະເທດ.
ເຫດການນີ້ມຸ່ງໝາຍເພີ່ມທະວີການແລກປ່ຽນປະສົບການ, ເສີມສ້າງສາຍພົວພັນການຮ່ວມມືທີ່ມີຢູ່ ແລະ ຂະຫຍາຍການຮ່ວມມືໃຫ້ກວ້າງຂວາງຂຶ້ນ, ເພື່ອນຳມາເຊິ່ງຜົນປະໂຫຍດອັນເປັນຮູບປະທຳໃຫ້ແກ່ບຸກຄະລາກອນທາງການແພດ, ຜູ້ປ່ວຍ ແລະ ຄອບຄົວ.
ຍສໝ - ນັບແຕ່ຊຸມປີ 1960-1970, ຊາວສະວິດຈຳນວນຫຼາຍໄດ້ເຂົ້າຮ່ວມຂະບວນການຄັດຄ້ານສົງຄາມ, ສົ່ງສຽງສະໜັບສະໜູນເອກະລາດ ແລະ ສັນຕິພາບໃຫ້ແກ່ ຫວຽດນາມ. ຫຼັງສົງຄາມ, ນ້ຳໃຈສາມັກຄີດັ່ງກ່າວຍັງສືບຕໍ່ຜ່ານບັນດາກິດຈະກຳມະນຸດສະທຳ, ການຊ່ວຍເຫຼືອຊຸມຊົນ ແລະ ການຮ່ວມເດີນຄຽງຂ້າງຜູ້ທີ່ຍັງຄົງຮັບຜົນກະທົບຈາກສົງຄາມ, ໃນນັ້ນມີຜູ້ເຄາະຮ້າຍຈາກສານພິດສີສົ້ມ/ໄດອອກຊິນ. |
ຍສໝ - ຕອນບ່າຍວັນທີ 17/10, ຢູ່ຮ່າໂນ້ຍ, ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ເຈລະຈາກັບທ່ານ Guy Parmelin, ປະທານປະເທດສະວິດ, ໂດຍໄດ້ເຫັນດີຮ່ວມກັນກ່ຽວກັບບັນດາທິດທາງເພື່ອເພີ່ມທະວີການຮ່ວມມືດ້ານການຄ້າ, ການລົງທຶນ, ວິທະຍາສາດ - ເຕັກໂນໂລຊີ ແລະ ເຮັດໃຫ້ສາຍພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດນັບມື້ນັບເລິກເຊິ່ງຂຶ້ນ. |
ດວງດີ
