ເປີດຕົວແຜນທີ່ດິຈິຕອນວັດທະນະທຳຫວຽດນາມ

09:49 | 02/11/2026

ຍສໝ - ວັນທີ 1/11, ຢູ່ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ເປີດຕົວແພລດຟອມແຜນທີ່ດິຈິຕອນວັດທະນະທຳຫວຽດນາມ (CMAP), ຊ່ວຍໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວຄົ້ນພົບບັນດາມໍລະດົກ, ເຫດການດ້ານວັດທະນະທຳ ແລະ ສະຖານທີ່ທ່ອງທ່ຽວຕ່າງໆ ໃນທົ່ວປະເທດ.

ຊາວໜຸ່ມຫວຽດນາມເຊື່ອມຕໍ່ວັດທະນະທຳຫວຽດນາມ - ຍີ່ປຸ່ນ ຜ່ານດົນຕີ ການແລກປ່ຽນວັດທະນະທຳ ປະກອບສ່ວນທະນຸບຳລຸງມິດຕະພາບ ຫວຽດນາມ - ລາວ
ເປີດຕົວແຜນທີ່ດິຈິຕອນວັດທະນະທຳຫວຽດນາມ
ໃນຕອນຄ່ຳວັນທີ 1/11, ຢູ່ວັນມຽວ - ກວກຕື໋ຢາມ (ຮ່າໂນ້ຍ), ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ຈັດພິທີເປີດຕົວແພລດຟອມແຜນທີ່ດິຈິຕອນວັດທະນະທຳຫວຽດນາມ (CMAP) ຜ່ານເວັບໄຊ cmap.vn, ເພື່ອມຸ່ງສູ່ວັນວັດທະນະທຳຫວຽດນາມ (24/11) ແລະ ວັນບຸນມະຫາສາມັກຄີທົ່ວປວງຊົນປີ 2026. ແພລດຟອມດັ່ງກ່າວໄດ້ລວມຂໍ້ມູນກ່ຽວກັບມໍລະດົກ, ຫໍພິພິທະພັນ, ງານບຸນ, ເຫດການດ້ານວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໃນ 34 ແຂວງ ແລະ ນະຄອນ, ຊ່ວຍໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວສາມາດຄົ້ນຫາຂໍ້ມູນ ແລະ ເລືອກເສັ້ນທາງເພື່ອສຳຜັດປະສົບການຕ່າງໆ. ພ້ອມກັນນັ້ນ, CMAP ຍັງຊ່ວຍໃຫ້ອົງການຄຸ້ມຄອງຕິດຕາມ ແລະ ນຳໃຊ້ຂໍ້ມູນດ້ານວັດທະນະທຳ, ພ້ອມທັງສ້າງໂອກາດໃນການໂຄສະນາໃຫ້ແກ່ວິສາຫະກິດ ແລະ ທ້ອງຖິ່ນ. ໃນໄລຍະຕໍ່ໜ້າ, ແພລດຟອມນີ້ຈະສືບຕໍ່ປັບປຸງຖານຂໍ້ມູນໃຫ້ສົມບູນ ແລະ ຂະຫຍາຍການເຊື່ອມຕໍ່ກັບ VNeID ແລະ ບັນດາລະບົບດິຈິຕອນທີ່ກ່ຽວຂ້ອງ.
ແມ່ຍິງຫວຽດນາມຢູ່ໂຮນລັງ ເຜີຍແຜ່ວັດທະນະທຳບ້ານເກີດເມືອງນອນ ແມ່ຍິງຫວຽດນາມຢູ່ໂຮນລັງ ເຜີຍແຜ່ວັດທະນະທຳບ້ານເກີດເມືອງນອນ
ຍສໝ - ເນື່ອງໃນໂອກາດວັນແມ່ຍິງຫວຽດນາມ 20/10, ສະມາຄົມແມ່ຍິງຫວຽດນາມຢູ່ໂຮນລັງ ໄດ້ຈັດງານບຸນແລກປ່ຽນວັດທະນະທຳຫວຽດນາມ - ໂຮນລັງ ທີ່ສະຖານທູດຫວຽດນາມ, ເປີດໂອກາດໃຫ້ຊຸມຊົນຊາວຫວຽດນາມ ແລະ ເພື່ອນມິດທ້ອງຖິ່ນໄດ້ແລກປ່ຽນ, ຮຽນຮູ້ບັນດາເອກະລັກອັນໂດດເດັ່ນຂອງວັດທະນະທຳຫວຽດນາມ.
ຮ່າໂນ້ຍ ແລະ ອາກຊັງຕິນ ຊຸກຍູ້ການຮ່ວມມືດ້ານວັດທະນະທຳ, ການຄ້າ ແລະ ການລົງທຶນ ຮ່າໂນ້ຍ ແລະ ອາກຊັງຕິນ ຊຸກຍູ້ການຮ່ວມມືດ້ານວັດທະນະທຳ, ການຄ້າ ແລະ ການລົງທຶນ
ຍສໝ - ວັນທີ 21/10, ທີ່ຮ່າໂນ້ຍ, ທ່ານ ຫວູ ດ້າຍ ຖັງ, ກຳມະການສູນກາງພັກ, ຮອງເລຂາຄະນະພັກນະຄອນ, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ຕ້ອນຮັບທ່ານ Alexis Am, ອຸປະທູດຊົ່ວຄາວສາທາລະນະລັດອາກຊັງຕິນປະຈຳຫວຽດນາມ ໃນການຢ້ຽມຢາມຕາມມາລະຍາດທາງການທູດ, ພ້ອມທັງແລກປ່ຽນບັນດາຂໍ້ສະເໜີເພື່ອເພີ່ມທະວີການແລກປ່ຽນວັດທະນະທຳ ແລະ ຂະຫຍາຍການຮ່ວມມືລະຫວ່າງສອງຝ່າຍ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ