| ສື່ມວນຊົນເມັກຊິໂກຍົກສູງຄຸນຄ່າສັນຍະລັກມິດຕະພາບຫວຽດນາມ - ເມັກຊິໂກ ທີ່ Acapulco ວົງການຮູບເງົາຫວຽດນາມຂະຫຍາຍໂອກາດການຮ່ວມມືຢູ່ໂຕກຽວ |
ໃນຂອບກິດຈະກຳສັບປະດາດິຈິຕອນສາກົນຫວຽດນາມ 2026, ຕອນເຊົ້າວັນທີ 28/10, ທ່ານ ຫວູ ຫາຍ ກວັນ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ຕາງໜ້າໃຫ້ຫວຽດນາມ ໄດ້ມອບເອກະສານຂໍ້ຕົກລົງ Artemis ໃຫ້ແກ່ທ່ານນາງ Jennifer Wicks, ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳຫວຽດນາມ.
ກ່າວຄຳປາໄສໃນເຫດການ, ທ່ານລັດຖະມົນຕີ ຫວູ ຫາຍ ກວັນ ໄດ້ເນັ້ນໜັກວ່າ ຫວຽດນາມຖືວ່າວິທະຍາສາດ ແລະ ເຕັກໂນໂລຊີອະວະກາດເປັນຂົງເຂດສຳຄັນໃນການຍົກສູງຂີດຄວາມສາມາດດ້ານວິທະຍາສາດ ແລະ ເຕັກໂນໂລຊີຂອງຊາດ, ພ້ອມທັງປະກອບສ່ວນເຂົ້າໃນເປົ້າໝາຍການພັດທະນາທີ່ຍືນຍົງ.
![]() |
| ທ່ານ ຫວູ ຫາຍ ກວັນ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມອບເອກະສານສົນທິສັນຍາ Artemis ໃຫ້ແກ່ທ່ານນາງ Jennifer Wicks, ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳຫວຽດນາມ ຢູ່ນອກຂອບກິດຈະກຳສັບປະດາດິຈິຕອນ 2026 ທີ່ແຂວງກວ໋າງນິງ, ວັນທີ 28/10. |
ຕາມທ່ານລັດຖະມົນຕີແລ້ວ, ຫວຽດນາມສຸມໃສ່ຍົກສູງຂີດຄວາມສາມາດໃນການເພິ່ງພາຕົນເອງດ້ານເຕັກໂນໂລຊີ ແລະ ຂໍ້ມູນອະວະກາດ; ເລັ່ງຊຸກຍູ້ການນຳໃຊ້ເຕັກໂນໂລຊີອະວະກາດໃນການຄຸ້ມຄອງຊັບພະຍາກອນ, ປົກປ້ອງສິ່ງແວດລ້ອມ, ຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ປ້ອງກັນ, ຕ້ານໄພພິບັດທຳມະຊາດ.
ພ້ອມກັນນັ້ນ, ຫວຽດນາມຍັງຄ່ອຍໆສ້າງລະບົບນິເວດເສດຖະກິດອະວະກາດ ແລະ ຍົກສູງຂີດຄວາມສາມາດໃນການບໍລິຫານຈັດການບັນດາກິດຈະກຳທີ່ກ່ຽວຂ້ອງກັບອະວະກາດ.
ຜ່ານການເຂົ້າຮ່ວມຂໍ້ຕົກລົງ Artemis, ຫວຽດນາມປາຖະໜາຢາກເພີ່ມທະວີການປະສານງານກັບບັນດາປະເທດສະມາຊິກໃນການສຳຫຼວດ ແລະ ນຳໃຊ້ອະວະກາດ ບົນພື້ນຖານກົດໝາຍສາກົນ, ຮັບປະກັນບັນດາຫຼັກການແຫ່ງສັນຕິພາບ, ຄວາມປອດໄພ, ຄວາມສະເໝີພາບ, ຄວາມໂປ່ງໃສ ແລະ ຄວາມຍືນຍົງ. ບັນດາຄວາມພະຍາຍາມຮ່ວມມືເຫຼົ່ານີ້ມຸ່ງໄປສູ່ການນຳມາເຊິ່ງຜົນປະໂຫຍດອັນແທ້ຈິງໃຫ້ແກ່ມະນຸດ ແລະ ໂລກ.
ຂໍ້ຕົກລົງ Artemis ໄດ້ກຳນົດບັນດາຫຼັກການຮ່ວມເປັນພື້ນຖານໃນການກຳນົດທິດທາງການຮ່ວມມືສາກົນ ສຳລັບການສຳຫຼວດ ແລະ ນຳໃຊ້ດວງຈັນ, ດາວອັງຄານ ແລະ ວັດຖຸທ້ອງຟ້າອື່ນໆ ເພື່ອຈຸດປະສົງສັນຕິພາບ.
ບັນດາຫຼັກການດັ່ງກ່າວສຸມໃສ່ການເພີ່ມທະວີຄວາມໂປ່ງໃສ, ຮັບປະກັນຄວາມສາມາດໃນການເຮັດວຽກຮ່ວມກັນລະຫວ່າງບັນດາລະບົບ, ແບ່ງປັນຂໍ້ມູນທາງວິທະຍາສາດ, ຊ່ວຍເຫຼືອນັກບິນອະວະກາດ ແລະ ຊຸກຍູ້ການນຳໃຊ້ອະວະກາດຢ່າງມີຄວາມຮັບຜິດຊອບ ແລະ ຍືນຍົງ.
ນີ້ແມ່ນພື້ນຖານໃຫ້ບັນດາປະເທດເພີ່ມທະວີການປະສານງານ ແລະ ດຳເນີນກິດຈະກຳສຳຫຼວດອະວະກາດໄປໃນທິດທາງທີ່ປອດໄພ, ສັນຕິພາບ ແລະ ຍືນຍົງ.
ຍສໝ - ໂຄງການແລກປ່ຽນສະເພາະຫົວຂໍ້ ໂດຍສະຖານກົງສຸນໃຫຍ່ ຫວຽດນາມ ປະຈໍາ ຟູກູໂອກະ ຮ່ວມມືຈັດຂຶ້ນ ເມື່ອມໍ່ໆມານີ້ ໄດ້ໄຂໂອກາດການຮ່ວມມືໃໝ່ຫຼາຍຢ່າງ ລະຫວ່າງ ຫວຽດນາມ ແລະ ແຂວງ ໂອອິຕະ. |
ຍສໝ - ຜ່ານບັນດາກິດຈະກຳລະນຶກເຖິງບຸນຄຸນຂອງວິລະຊົນຜູ້ເສຍສະຫຼະຊີວິດ, ການເບິ່ງແຍງດູແລເພື່ອນຮ່ວມຮົບ, ການຊ່ວຍເຫຼືອອະດີດນັກຮົບລາວ, ການກັບຄືນໄປຢ້ຽມຢາມສະໜາມຮົບເກົ່າ ແລະ ການຊ່ວຍເຫຼືອນັກຮຽນໃນເຂດທຸລະກັນດານ, ບັນດາອະດີດທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານຫວຽດນາມທີ່ເຄີຍປະຕິບັດໜ້າທີ່ຢູ່ລາວ ແລະ ປັດຈຸບັນຢູ່ຮ່າໂນ້ຍ ຍັງຄົງສືບຕໍ່ທະນຸບຳລຸງສາຍພົວພັນມິດຕະພາບລະຫວ່າງສອງປະເທດ. |
ຄຳສີ
