ຫວຽດນາມ - ໂປໂລຍ ຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ

19:34 | 27/10/2026

ຍສໝ - ການຢ້ຽມຢາມຫວຽດນາມຢ່າງເປັນທາງການ ແຕ່ວັນທີ 24-26/10 ຂອງທ່ານ Donald Tusk, ນາຍົກລັດຖະມົນຕີໂປໂລຍ ໄດ້ເປັນຂີດໝາຍແຫ່ງບາດກ້າວພັດທະນາໃໝ່ໃນສາຍພົວພັນສອງຝ່າຍ, ເມື່ອສອງປະເທດຕັດສິນໃຈຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ, ຮັບຮອງແຜນປະຕິບັດງານໄລຍະ 2026-2030 ແລະ ວາງເປົ້າໝາຍໃຫ້ມູນຄ່າການຄ້າບັນລຸ 6 ຕື້ໂດລາສະຫະລັດ ໃນປີ 2030. ໃນໂອກາດນີ້, ທ່ານ ໂງ ເລ ວັນ, ຮອງລັດຖະມົນຕີການຕ່າງປະເທດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບຜົນການຢ້ຽມຢາມ ແລະ ແນວໂນ້ມການຮ່ວມມືລະຫວ່າງສອງປະເທດ.

ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການຮ່ວມມືຫຼາຍຝ່າຍ ກັບໂປໂລຍ ຄອນເສີດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ໂປໂລຍ ຄົບຮອບ 76 ປີ
ຫວຽດນາມ - ໂປໂລຍ ຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ
ທ່ານ ໂງ ເລ ວັນ, ຮອງລັດຖະມົນຕີການຕ່າງປະເທດ. (ພາບ: ກະຊວງການຕ່າງປະເທດຫວຽດນາມ)

- ຂໍຮຽນທ່ານຮອງລັດຖະມົນຕີ, ກະລຸນາໃຫ້ຮູ້ເຖິງຄວາມໝາຍຂອງການຢ້ຽມຢາມຫວຽດນາມຢ່າງເປັນທາງການ ແຕ່ວັນທີ 24 ຫາ 26/10 ຂອງທ່ານ Donald Tusk, ນາຍົກລັດຖະມົນຕີໂປໂລຍ ໄດ້ບໍ?

ທ່ານ ໂງ ເລ ວັນ, ຮອງລັດຖະມົນຕີ: ການຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງທ່ານ Donald Tusk, ຕາມຄຳເຊີນຂອງທ່ານ ເລ ມິງ ຮຶງ, ນາຍົກລັດຖະມົນຕີຫວຽດນາມ ໄດ້ເປັນຂີດໝາຍສຳຄັນໃນໄລຍະ 76 ປີແຫ່ງການສ້າງຕັ້ງສາຍພົວພັນການທູດຫວຽດນາມ - ໂປໂລຍ.

ການກັບມາຢ້ຽມຢາມຫວຽດນາມອີກຄັ້ງຫຼັງຈາກ 16 ປີ, ທ່ານ Donald Tusk ແລະ ການນຳຫວຽດນາມ ໄດ້ເຫັນດີກັນຍົກລະດັບສາຍພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດ, ເປີດໄລຍະການຮ່ວມມືໃໝ່ ບົນພື້ນຖານມິດຕະພາບມູນເຊື້ອ ແລະ ຄວາມໄວ້ວາງໃຈທາງການເມືອງທີ່ຫຼາຍຮຸ່ນຄົນໄດ້ສ້າງຂຶ້ນ ແລະ ທະນຸບຳລຸງມາ.

ການຢ້ຽມຢາມຄັ້ງນີ້ມີ 4 ຄວາມໝາຍທີ່ໂດດເດັ່ນ.

ທີໜຶ່ງ, ສ້າງບາດກ້າວພັດທະນາໃໝ່ໃນສາຍພົວພັນລະຫວ່າງສອງປະເທດເພື່ອນມິດມູນເຊື້ອ. ການສ້າງຕັ້ງຂອບສາຍພົວພັນຄູ່ຮ່ວມມືຍຸດທະສາດ ສະແດງເຖິງຄວາມຕັ້ງໃຈໃນການເພີ່ມທະວີຄວາມໄວ້ວາງໃຈທາງການເມືອງ, ເຊື່ອມໂຍງຜົນປະໂຫຍດ ແລະ ຂະຫຍາຍການຮ່ວມມື ບົນພື້ນຖານວິໄສທັດໄລຍະຍາວ.

ຫວຽດນາມກຳນົດໃຫ້ໂປໂລຍເປັນໜຶ່ງໃນບັນດາຄູ່ຮ່ວມມືທີ່ໄດ້ຮັບບູລິມະສິດສູງສຸດໃນພາກພື້ນເອີຣົບກາງ ແລະ ຕາເວັນອອກ. ສ່ວນໂປໂລຍຖືວ່າຫວຽດນາມເປັນຄູ່ຮ່ວມມືອັນດັບຕົ້ນໃນອາຊີຕາເວັນອອກສຽງໃຕ້ ແລະ ເປັນໜຶ່ງໃນບັນດາຄູ່ຮ່ວມມືທີ່ສຳຄັນທີ່ສຸດຂອງໂປໂລຍໃນອາຊີ.

ທີສອງ, ເປີດໂອກາດໃໝ່ໃນການພັດທະນາ ແລະ ການຮ່ວມມື. ໂປໂລຍມີທ່າແຮງໃນຂົງເຂດອຸດສາຫະກຳ, ວິທະຍາສາດ, ເຕັກໂນໂລຊີ, ການສຶກສາ ແລະ ເສດຖະກິດທາງທະເລ, ເຊິ່ງສອດຄ່ອງກັບຄວາມຕ້ອງການພັດທະນາຂອງຫວຽດນາມ.

ການປະສານທ່າແຮງເຫຼົ່ານັ້ນກັບຕະຫຼາດ, ຄວາມສາມາດດ້ານການຜະລິດ ແລະ ທີ່ຕັ້ງຂອງຫວຽດນາມໃນຕ່ອງໂສ້ການສະໜອງຂອງພາກພື້ນ ຈະສ້າງໂອກາດການຮ່ວມມືເພີ່ມຕື່ມໃຫ້ແກ່ວິສາຫະກິດສອງປະເທດ, ພ້ອມທັງຊຸກຍູ້ການເຊື່ອມຕໍ່ລະຫວ່າງອາຊຽນ ແລະ ສະຫະພາບເອີຣົບ (EU).

ທີສາມ, ສ້າງພື້ນຖານເພື່ອຫັນສາຍພົວພັນມິດຕະພາບໃຫ້ເປັນຜົນການຮ່ວມມືທີ່ເປັນຮູບປະທຳ. ຄຽງຄູ່ກັບຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດ, ສອງຝ່າຍໄດ້ຮັບຮອງແຜນປະຕິບັດງານໄລຍະ 2026-2030, ກຳນົດບັນດາຂົງເຂດບູລິມະສິດ ແລະ ທິດທາງຜັນຂະຫຍາຍຂອບການຮ່ວມມືໃໝ່.

ຜົນສຳເລັດນີ້ຍັງປະກອບສ່ວນຫັນແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ຫຼາຍຝ່າຍ ແລະ ຫຼາກຫຼາຍຮູບແບບຂອງຫວຽດນາມໃຫ້ເປັນຮູບປະທຳ, ໃນນັ້ນສືບຕໍ່ໃຫ້ຄວາມສຳຄັນແກ່ສາຍພົວພັນກັບບັນດາຄູ່ຮ່ວມມື ແລະ ເພື່ອນມິດມູນເຊື້ອ.

ທີສີ່, ເສີມສ້າງເຄືອຂ່າຍສາຍພົວພັນຄູ່ຮ່ວມມືຂອງຫວຽດນາມໃນເອີຣົບ ແລະ ຊຸກຍູ້ການຮ່ວມມືຫວຽດນາມ - EU.

ການຢ້ຽມຢາມຄັ້ງນີ້ດຳເນີນຂຶ້ນທັນທີຫຼັງຈາກການເດີນທາງໄປເຮັດວຽກຂອງທ່ານ ໂຕ ເລິມ, ເລຂາທິການໃຫຍ່ ແລະ ປະທານປະເທດ ຢູ່ເດນມາກ, EU ແລະ ແບນຊິກ, ໃນສະພາບການທີ່ສາຍພົວພັນຫວຽດນາມ - EU ໄດ້ຮັບການຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

ການສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດກັບໂປໂລຍ ຈະສືບຕໍ່ຂະຫຍາຍ ແລະ ເຮັດໃຫ້ສາຍພົວພັນຂອງຫວຽດນາມກັບບັນດາຄູ່ຮ່ວມມືສຳຄັນໃນເອີຣົບເລິກເຊິ່ງຍິ່ງຂຶ້ນ, ສ້າງແຮງຂັບເຄື່ອນເພີ່ມຕື່ມໃຫ້ແກ່ການພັດທະນາການຮ່ວມມືລະຫວ່າງຫວຽດນາມ ແລະ EU ໃນທິດທາງທີ່ເປັນຮູບປະທຳ ແລະ ມີປະສິດທິຜົນ.

ສິ່ງສຳຄັນແມ່ນຂອບສາຍພົວພັນໃໝ່ຕ້ອງໄດ້ສະແດງອອກຜ່ານຄຸນນະພາບການຮ່ວມມືທີ່ນັບມື້ນັບສູງຂຶ້ນ, ບັນດາໂຄງການຮ່ວມທີ່ມີປະສິດທິຜົນ ແລະ ຜົນປະໂຫຍດອັນແທ້ຈິງທີ່ມອບໃຫ້ແກ່ປະຊາຊົນ ແລະ ວິສາຫະກິດຂອງສອງປະເທດ.

- ຂໍຮຽນທ່ານຮອງລັດຖະມົນຕີ, ກະລຸນາໃຫ້ຮູ້ເຖິງບັນດາຜົນສຳເລັດທີ່ໂດດເດັ່ນຈາກການຢ້ຽມຢາມຄັ້ງນີ້ໄດ້ບໍ? ສອງຝ່າຍຈະດຳເນີນການແນວໃດເພື່ອຜັນຂະຫຍາຍບັນດາຜົນສຳເລັດດັ່ງກ່າວ?

ທ່ານ ໂງ ເລ ວັນ, ຮອງລັດຖະມົນຕີ: ນອກຈາກການສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດ ແລະ ການຮັບຮອງແຜນປະຕິບັດງານໄລຍະ 2026-2030, ການນຳສອງປະເທດຍັງບັນລຸຄວາມເຫັນດີເປັນເອກະພາບໃນລະດັບສູງກ່ຽວກັບບັນດາເປົ້າໝາຍ ແລະ ທິດທາງການຮ່ວມມື ເພື່ອນຳສາຍພົວພັນຫວຽດນາມ - ໂປໂລຍ ໃຫ້ພັດທະນາຢ່າງກວ້າງຂວາງ, ເລິກເຊິ່ງ ແລະ ມີປະສິດທິຜົນຍິ່ງຂຶ້ນ.

ສາມາດສະຫຼຸບບັນດາຜົນສຳເລັດທີ່ໂດດເດັ່ນໄດ້ໃນ 5 ດ້ານ.

ໜຶ່ງ, ເພີ່ມທະວີຄວາມໄວ້ວາງໃຈທາງການເມືອງ ແລະ ຍົກສູງປະສິດທິຜົນຂອງບັນດາກົນໄກການຮ່ວມມື.

ຜ່ານບັນດາການພົບປະ ແລະ ແລກປ່ຽນລະຫວ່າງທ່ານ Donald Tusk ກັບການນຳຂັ້ນສູງຫວຽດນາມ, ສອງຝ່າຍໄດ້ຢືນຢັນຄວາມຕັ້ງໃຈຮັກສາການພົວພັນຕິດຕໍ່ຢ່າງສະໝ່ຳສະເໝີໃນທຸກລະດັບ ແລະ ທຸກຊ່ອງທາງ, ໂດຍສະເພາະລະດັບສູງ.

ສອງປະເທດເຫັນດີສົ່ງເສີມປະສິດທິຜົນຂອງບັນດາກົນໄກການຮ່ວມມືທີ່ມີຢູ່, ໃນນັ້ນລວມມີການຟື້ນຟູການຈັດປະຊຸມຂອງຄະນະກຳມະການຮ່ວມລັດຖະບານວ່າດ້ວຍການຮ່ວມມືດ້ານເສດຖະກິດ ແລະ ຮັກສາກົນໄກການປຶກສາຫາລືທາງການເມືອງໃນລະດັບຮອງລັດຖະມົນຕີການຕ່າງປະເທດ.

ການຮ່ວມມືລະຫວ່າງອົງການນິຕິບັນຍັດຂອງສອງປະເທດກໍໄດ້ຮັບຄວາມສຳຄັນ ເພື່ອປະກອບສ່ວນປັບປຸງສະພາບແວດລ້ອມທາງກົດໝາຍ ແລະ ເພີ່ມທະວີການຕິດຕາມກວດກາຂະບວນການປະຕິບັດບັນດາຂໍ້ຕົກລົງ.

ສອງ, ວາງເປົ້າໝາຍທີ່ເປັນຮູບປະທຳໃນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ.

ສອງຝ່າຍເຫັນດີສູ້ຊົນໃຫ້ມູນຄ່າການຄ້າສອງຝ່າຍບັນລຸ 6 ຕື້ໂດລາສະຫະລັດ ໃນປີ 2030, ໃນທິດທາງທີ່ມີຄວາມດຸ່ນດ່ຽງ, ຍືນຍົງ ແລະ ຮັບປະກັນຜົນປະໂຫຍດໃຫ້ແກ່ທັງສອງປະເທດ.

ຫວຽດນາມ ແລະ ໂປໂລຍ ຈະສືບຕໍ່ນຳໃຊ້ຢ່າງມີປະສິດທິຜົນສັນຍາການຄ້າເສລີຫວຽດນາມ - EU (EVFTA), ຊຸກຍູ້ການແກ້ໄຂບັນດາອຸປະສັກທາງການຄ້າ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ສິນຄ້າຂອງສອງປະເທດເຂົ້າເຖິງຕະຫຼາດຂອງກັນແລະກັນ.

ສອງຝ່າຍຍັງຊຸກຍູ້ການຜັນຂະຫຍາຍບັນດາໂຄງການລົງທຶນໃນຂະແໜງການທີ່ມີທ່າແຮງເສີມຊ່ວຍເຊິ່ງກັນແລະກັນ, ລວມມີອຸດສາຫະກຳປຸງແຕ່ງ, ຜະລິດ, ເຕັກໂນໂລຊີຂໍ້ມູນຂ່າວສານ, ຢາປົວພະຍາດ, ພະລັງງານ ແລະ ໂລຈິສຕິກ.

ຜ່ານນັ້ນ, ຫວຽດນາມ ແລະ ໂປໂລຍ ສາມາດສົ່ງເສີມບົດບາດຂອງຕົນໃນຖານະປະຕູເຊື່ອມຕໍ່ກັບສອງຕະຫຼາດອາຊຽນ ແລະ EU ໄດ້ດີຍິ່ງຂຶ້ນ.

ສາມ, ຂະຫຍາຍການຮ່ວມມືໃນບັນດາຂົງເຂດທີ່ຕອບສະໜອງໂດຍກົງຕໍ່ຄວາມຕ້ອງການພັດທະນາ ແລະ ການຮັບປະກັນຄວາມໝັ້ນຄົງ.

ສອງປະເທດເຫັນດີເພີ່ມທະວີການປະສານສົມທົບໃນຂົງເຂດວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປ່ຽນດິຈິຕອນ; ຊຸກຍູ້ການເຊື່ອມໂຍງລະຫວ່າງບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ ແລະ ວິສາຫະກິດ.

ຈຸດສຸມແມ່ນການເຊື່ອມໂຍງການຝຶກອົບຮົມກັບການຄົ້ນຄວ້າ, ການຖ່າຍທອດເຕັກໂນໂລຊີ ແລະ ຄວາມຕ້ອງການດ້ານການຜະລິດ, ພ້ອມທັງນຳໃຊ້ທ່າແຮງການຮ່ວມມືໄລຍະຍາວໃນຂົງເຂດເສດຖະກິດທາງທະເລ, ພະລັງງານສະອາດ ແລະ ເຕັກໂນໂລຊີຂັ້ນສູງ.

ໃນຂົງເຂດປ້ອງກັນຊາດ ແລະ ຄວາມໝັ້ນຄົງ, ສອງຝ່າຍສືບຕໍ່ຊຸກຍູ້ການຮ່ວມມືໃຫ້ສອດຄ່ອງກັບຄວາມຕ້ອງການ ແລະ ຄວາມສາມາດຕົວຈິງ, ໂດຍໃຫ້ຄວາມສຳຄັນແກ່ການຝຶກອົບຮົມ, ອຸດສາຫະກຳປ້ອງກັນຊາດ, ການຕໍ່ສູ້ປ້ອງກັນ ແລະ ຕ້ານອາຊະຍາກຳຂ້າມຊາດ ແລະ ອາຊະຍາກຳທີ່ນຳໃຊ້ເຕັກໂນໂລຊີຂັ້ນສູງ.

ສີ່, ຊຸກຍູ້ການແລກປ່ຽນປະຊາຊົນ, ການຮ່ວມມືດ້ານການສຶກສາ ແລະ ການທ່ອງທ່ຽວ.

ໃນຂອບການຢ້ຽມຢາມ, ນາຍົກລັດຖະມົນຕີສອງປະເທດໄດ້ເປັນສັກຂີພິຍານໃນພິທີແລກປ່ຽນເອກະສານການຮ່ວມມື 2 ສະບັບ ກ່ຽວກັບການສຶກສາຂັ້ນອຸດົມສຶກສາ ແລະ ການທ່ອງທ່ຽວ, ປະກອບສ່ວນຂະຫຍາຍການເຊື່ອມຕໍ່ໂດຍກົງລະຫວ່າງປະຊາຊົນສອງປະເທດ.

ສອງຝ່າຍສະແດງຄວາມຍິນດີຕໍ່ການທີ່ສາຍການບິນ LOT ໄດ້ຟື້ນຟູເສັ້ນທາງບິນກົງ, ຜ່ານນັ້ນສ້າງຄວາມສະດວກເພີ່ມຕື່ມໃຫ້ແກ່ກິດຈະກຳທ່ອງທ່ຽວ, ການຄ້າ, ການລົງທຶນ ແລະ ການແລກປ່ຽນປະຊາຊົນ.

ຫວຽດນາມ ແລະ ໂປໂລຍ ຍັງເຫັນດີສືບຕໍ່ສ້າງເງື່ອນໄຂໃຫ້ພົນລະເມືອງສອງປະເທດໄດ້ພັກອາໄສ, ເຮັດວຽກ ແລະ ສຶກສາຮ່ຳຮຽນ; ພ້ອມທັງສົ່ງເສີມບົດບາດຂອງປະຊາຄົມຊາວຫວຽດນາມຢູ່ໂປໂລຍ ໃນການເຊື່ອມຕໍ່ ແລະ ເພີ່ມທະວີຄວາມເຂົ້າໃຈລະຫວ່າງສອງຊາດ.

ຫ້າ, ເພີ່ມທະວີການປະສານສົມທົບໃນບັນດາກົນໄກຫຼາຍຝ່າຍ ແລະ ກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ.

ສອງຝ່າຍສືບຕໍ່ຢືນຢັນບົດບາດເປັນໃຈກາງຂອງສະຫະປະຊາຊາດ, ເຊີດຊູກົດໝາຍສາກົນ ແລະ ຫຼັກການແກ້ໄຂຂໍ້ຂັດແຍ່ງດ້ວຍວິທີການສັນຕິ.

ຫວຽດນາມ ແລະ ໂປໂລຍ ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ການຮ່ວມມື ແລະ ການພັດທະນາໃນແຕ່ລະພາກພື້ນ ແລະ ທົ່ວໂລກ; ຮັບປະກັນຄວາມປອດໄພ, ເສລີພາບໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ ບົນພື້ນຖານກົດໝາຍສາກົນ, ໂດຍສະເພາະສົນທິສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍທະເລ ປີ 1982 (UNCLOS 1982).

ພ້ອມກັນນັ້ນ, ສອງປະເທດຍັງເຫັນດີເພີ່ມທະວີການຮ່ວມມືໃນບັນດາຂອບການຮ່ວມມືຫວຽດນາມ - EU, ໂປໂລຍ - ອາຊຽນ ແລະ ອາຊຽນ - EU.

ເພື່ອນຳບັນດາຜົນສຳເລັດທີ່ບັນລຸໄດ້ເຂົ້າສູ່ການປະຕິບັດຕົວຈິງ, ໜ້າທີ່ສະເພາະໜ້າແມ່ນການຫັນແຜນປະຕິບັດງານໄລຍະ 2026-2030 ໃຫ້ເປັນບັນດາໂຄງການ, ໂຄງການລົງທຶນ ແລະ ໜ້າວຽກທີ່ເປັນຮູບປະທຳ, ໂດຍກຳນົດອົງການປະສານງານຫຼັກ, ແຫຼ່ງຊັບພະຍາກອນ, ໄລຍະເວລາດຳເນີນງານ ແລະ ຜົນທີ່ຕ້ອງບັນລຸໃຫ້ຈະແຈ້ງ.

ຄຽງຄູ່ກັບນັ້ນ, ສອງຝ່າຍຕ້ອງຮີບຮ້ອນນຳບັນດາກົນໄກການຮ່ວມມືເຂົ້າສູ່ການເຄື່ອນໄຫວຢ່າງມີປະສິດທິຜົນ, ເລືອກເຟັ້ນບັນດາໂຄງການບູລິມະສິດທີ່ມີຄວາມເປັນໄປໄດ້ ແລະ ສາມາດສ້າງຜົນກະທົບແຜ່ຂະຫຍາຍໃນວົງກວ້າງ; ປະເມີນຄວາມຄືບໜ້າຢ່າງສະໝ່ຳສະເໝີ ແລະ ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດຢ່າງທັນການ.

ປະສິດທິຜົນຂອງສາຍພົວພັນຄູ່ຮ່ວມມືຍຸດທະສາດ ຈະໄດ້ຮັບການປະເມີນຜ່ານລະດັບການປະຕິບັດບັນດາຄຳໝັ້ນສັນຍາ, ຜົນການຜັນຂະຫຍາຍບັນດາໂຄງການ ແລະ ຜົນປະໂຫຍດອັນເປັນຮູບປະທຳທີ່ປະຊາຊົນ ແລະ ວິສາຫະກິດສອງປະເທດໄດ້ຮັບ.

ດ້ວຍພື້ນຖານມິດຕະພາບມູນເຊື້ອອັນຍາວນານ ແລະ ຄວາມຕັ້ງໃຈທາງການເມືອງຂອງການນຳສອງປະເທດ, ພວກເຮົາມີພື້ນຖານທີ່ຈະເຊື່ອໝັ້ນວ່າ ສາຍພົວພັນຫວຽດນາມ - ໂປໂລຍ ຈະສືບຕໍ່ພັດທະນາໃຫ້ສົມຄູ່ກັບທ່າແຮງ ແລະ ຂອບການຮ່ວມມືໃໝ່.

- ຂໍຂອບໃຈທ່ານ!

ເຊີນລາ ແລະ ແທງຮວ໋າ ສະແດງຄວາມຮູ້ບຸນຄຸນຕໍ່ທະຫານອາສາສະໝັກຫວຽດນາມທີ່ຊ່ວຍເຫຼືອລາວ ເຊີນລາ ແລະ ແທງຮວ໋າ ສະແດງຄວາມຮູ້ບຸນຄຸນຕໍ່ທະຫານອາສາສະໝັກຫວຽດນາມທີ່ຊ່ວຍເຫຼືອລາວ
ຍສໝ - ວັນທີ 25/10, ຢູ່ແຂວງເຊີນລາ ແລະ ແທງຮວ໋າ, ບັນດາຄະນະປະສານງານທະຫານອາສາສະໝັກ ແລະ ຊ່ຽວຊານທະຫານຫວຽດນາມທີ່ຊ່ວຍເຫຼືອການປະຕິວັດລາວ ໄດ້ຈັດກິດຈະກຳລະນຶກ 77 ປີແຫ່ງວັນມູນເຊື້ອ (30/10/1949 - 30/10/2026). ບັນດາກິດຈະກຳດັ່ງກ່າວແນໃສ່ສະແດງຄວາມຮູ້ບຸນຄຸນຕໍ່ການປະກອບສ່ວນ ແລະ ການເສຍສະຫຼະຂອງທະຫານອາສາສະໝັກ ແລະ ຊ່ຽວຊານທະຫານຫວຽດນາມຫຼາຍຮຸ່ນຄົນ, ພ້ອມທັງສືບຕໍ່ປູກຝັງຄວາມສາມັກຄີພິເສດ ແລະ ມິດຕະພາບອັນມີມາແຕ່ດົນນານລະຫວ່າງສອງປະເທດ.
ຍຸດທະການ 500 ວັນຄືນ ເກັບກູ້ອັດຖິວິລະຊົນຜູ້ເສຍສະຫຼະຊີວິດໄດ້ 3.895 ຊຸດ ຍຸດທະການ 500 ວັນຄືນ ເກັບກູ້ອັດຖິວິລະຊົນຜູ້ເສຍສະຫຼະຊີວິດໄດ້ 3.895 ຊຸດ
ຍສໝ​ - ນັບມາຮອດວັນທີ 26/10, ຍຸດທະການ 500 ວັນຄືນ ເພື່ອເລັ່ງລັດການຊອກຫາ, ເກັບກູ້ ແລະ ລະບຸຕົວຕົນອັດຖິວິລະຊົນຜູ້ເສຍສະຫຼະຊີວິດ ໄດ້ເກັບກູ້ອັດຖິ 3.895 ຊຸດ, ບັນລຸ 55,64% ຂອງເປົ້າໝາຍທີ່ວາງໄວ້. ສະເພາະຢູ່ສວນສາທາລະນະ ເລ ທິ ຣຽງ (ນະຄອນໂຮ່ຈີມິນ), ກຳລັງເຈົ້າໜ້າທີ່ໄດ້ຊອກພົບອັດຖິວິລະຊົນ 832 ຊຸດ. ພ້ອມກັນນັ້ນ, ວຽກງານເກັບຕົວຢ່າງ ADN ແລະ ການເກັບກູ້ລະເບີດ, ລູກລະເບີດ ແລະ ວັດຖຸລະເບີດ ຍັງຄົງໄດ້ຮັບການເລັ່ງລັດຢ່າງຕໍ່ເນື່ອງ.

ຄຳສີ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ