| ເຊື່ອມຕໍ່ການພົບປະແລກປ່ຽນບັນດານັກທຸລະກິດຜູ້ຍິງຂອງຫວຽດນາມ, ຟີລິບປິນ ແລະ ກາຊັກສະຖານ ນັກທຸລະກິດແມ່ຍິງຫວຽດນາມ: ບຸກເບີກໃນການຫັນເປັນດິຈິຕອນ ແລະ ການພັດທະນາແບບຍືນຍົງ |
ວິສາຫະກິດຕ້ອງການນະໂຍບາຍທີ່ໝັ້ນຄົງເປັນບ່ອນອີງໃນໄລຍະຍາວ
ມະຕິເລກທີ 41-NQ/TW ລົງວັນທີ 10/10/2023 ວ່າດ້ວຍການສ້າງ ແລະ ສົ່ງເສີມບົດບາດຂອງຖັນແຖວນັກທຸລະກິດຫວຽດນາມໃນໄລຍະໃໝ່ ແລະ ມະຕິເລກທີ 68 ລົງວັນທີ 4/5/2025 ວ່າດ້ວຍການພັດທະນາເສດຖະກິດພາກເອກະຊົນ ລ້ວນແຕ່ໄດ້ກຳນົດຢ່າງຈະແຈ້ງເຖິງຖານະ ແລະ ບົດບາດຂອງວິສາຫະກິດ ແລະ ນັກທຸລະກິດ ຕໍ່ການພັດທະນາປະເທດ.
ມະຕິທັງສອງສະບັບເນັ້ນໜັກເຖິງຄວາມຈຳເປັນໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງວິສາຫະກິດ ແລະ ນັກທຸລະກິດ; ສ້າງຖັນແຖວນັກທຸລະກິດທີ່ມີຈັນຍາບັນ, ຄວາມກ້າຫານໜັກແໜ້ນ, ສະຕິປັນຍາ, ຈິດໃຈຮັກຊາດ ແລະ ຄວາມປາດຖະໜາຢາກອຸທິດສ່ວນ.
ປັດຈຸບັນ, ທົ່ວປະເທດມີວິສາຫະກິດຫຼາຍກວ່າ 1 ລ້ານແຫ່ງ, ຄົວເຮືອນປະກອບທຸລະກິດປະມານ 6 ລ້ານຄົວເຮືອນ ແລະ ສະຫະກອນຫຼາຍກວ່າ 36.000 ແຫ່ງ ທີ່ກຳລັງດຳເນີນງານ. ກຳລັງເຫຼົ່ານີ້ມີບົດບາດສຳຄັນໃນການຜະລິດ, ການດຳເນີນທຸລະກິດ ແລະ ການພັດທະນາເສດຖະກິດ.
![]() |
ທ່ານ ຫງວຽນ ບິກ ເລິມ, ອະດີດຫົວໜ້າກົມໃຫຍ່ສະຖິຕິ (ປັດຈຸບັນແມ່ນກົມສະຖິຕິ, ກະຊວງການເງິນ), ໄດ້ປະເມີນວ່າ ຖັນແຖວນັກທຸລະກິດຫວຽດນາມໄດ້ພັດທະນາຢ່າງແຂງແຮງດ້ານຈຳນວນ, ສະແດງໃຫ້ເຫັນຈິດໃຈເພິ່ງພາຕົນເອງ ແລະ ເຂັ້ມແຂງດ້ວຍຕົນເອງ, ພ້ອມທັງນັບມື້ນັບມີການປະກອບສ່ວນຫຼາຍຂຶ້ນໃຫ້ແກ່ປະເທດ.
ແນວໃດກໍຕາມ, ຕາມທ່ານ ຫງວຽນ ບິກ ເລິມ ແລ້ວ, ບັນດາຂໍ້ບົກຜ່ອງໃນລະບົບກົດໝາຍ ແລະ ຂະບວນການປະຕິບັດນະໂຍບາຍ ຍັງສ້າງອຸປະສັກບໍ່ໜ້ອຍໃຫ້ແກ່ການດຳເນີນທຸລະກິດ.
ເຖິງແມ່ນວ່າວຽກງານປະຕິຮູບລະບົບສະຖາບັນ ແລະ ປັບປຸງສະພາບແວດລ້ອມການລົງທຶນ ໄດ້ຮັບຜົນສຳເລັດທີ່ໜ້າຮັບຮູ້, ແຕ່ລະບົບກົດໝາຍຍັງມີບາງຂໍ້ກຳນົດທີ່ບໍ່ລະອຽດຈະແຈ້ງ, ຍັງບໍ່ຮັບປະກັນຄວາມໂປ່ງໃສ ແລະ ຄວາມໝັ້ນຄົງ.
ທ່ານ ຫງວຽນ ບິກ ເລິມ ເຫັນວ່າ ວິສາຫະກິດຫຼາຍແຫ່ງປະສົບຄວາມຫຍຸ້ງຍາກໃນການຄາດຄະເນການປ່ຽນແປງນະໂຍບາຍ, ໃນຂະນະທີ່ການແຊກແຊງໃນລັກສະນະບໍລິຫານຕໍ່ການດຳເນີນທຸລະກິດ ອາດເຮັດໃຫ້ຕົ້ນທຶນເພີ່ມຂຶ້ນ ແລະ ຈຳກັດຄວາມສາມາດໃນການພັດທະນາ.
ນອກຈາກຂໍ້ຕິດຂັດດ້ານລະບົບສະຖາບັນແລ້ວ, ວິສາຫະກິດຫວຽດນາມສ່ວນໃຫຍ່ຍັງມີຂະໜາດນ້ອຍ, ແຫຼ່ງທຶນຈຳກັດ, ຄວາມສາມາດດ້ານການບໍລິຫານ, ວິທະຍາສາດ ແລະ ເຕັກໂນໂລຊີ ລວມທັງການປ່ຽນແປງໃໝ່ຢ່າງສ້າງສັນ ຍັງບໍ່ຕອບສະໜອງຂໍ້ຮຽກຮ້ອງດ້ານການແຂ່ງຂັນຢ່າງຄົບຖ້ວນ.
ບັນດາຄວາມສ່ຽງຈາກສະພາບແວດລ້ອມທຸລະກິດຍັງເຮັດໃຫ້ນັກທຸລະກິດຈຳນວນບໍ່ໜ້ອຍມີຄວາມລະມັດລະວັງໃນການຕັດສິນໃຈລົງທຶນ, ໂດຍສະເພາະຕໍ່ບັນດາໂຄງການທີ່ຕ້ອງການທຶນຈຳນວນຫຼາຍ ແລະ ໃຊ້ເວລາດົນໃນການຄືນທຶນ.
ຈາກສະພາບຕົວຈິງຂອງວິສາຫະກິດ, ທ່ານນາງ ຫງວຽນ ທິ ຄວຽນ, ຜູ້ອຳນວຍການບໍລິສັດຈຳກັດ Nasaki ຫວຽດນາມ (ລາວກາຍ), ໄດ້ໃຫ້ຂໍ້ສັງເກດວ່າ ປະຊາຄົມນັກທຸລະກິດຫວຽດນາມມີຄວາມປາດຖະໜາຢາກພັດທະນາ ແຕ່ຕ້ອງການກົນໄກຊ່ວຍເຫຼືອທີ່ເຂັ້ມແຂງພຽງພໍ ແລະ ໝັ້ນຄົງ ເພື່ອຫັນບັນດາແຜນການໄລຍະຍາວໃຫ້ເປັນຈິງ.
ຕາມທ່ານນາງ ຄວຽນ ແລ້ວ, ສິ່ງທີ່ວິສາຫະກິດໃຫ້ຄວາມສົນໃຈເປັນອັນດັບທຳອິດ ແມ່ນສະພາບແວດລ້ອມນະໂຍບາຍທີ່ໂປ່ງໃສ, ສອດຄ່ອງກັນ ແລະ ສາມາດຄາດຄະເນໄດ້. ການຕັດສິນໃຈລົງທຶນໜຶ່ງອາດຜູກພັນກັບຍຸດທະສາດພັດທະນາໃນໄລຍະ 10-20 ປີ, ດັ່ງນັ້ນ ການປ່ຽນແປງນະໂຍບາຍໃນລະຫວ່າງທາງອາດສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ການຜະລິດ ແລະ ການດຳເນີນທຸລະກິດ.
ນອກຈາກນັ້ນ, ວິສາຫະກິດຍັງຕ້ອງການເຂົ້າເຖິງແຫຼ່ງທຶນໄລຍະກາງ ແລະ ໄລຍະຍາວ ດ້ວຍຕົ້ນທຶນທີ່ເໝາະສົມ, ໂດຍສະເພາະບັນດາຫົວໜ່ວຍທີ່ມີຄວາມຕ້ອງການລົງທຶນຂະໜາດໃຫຍ່ ແຕ່ປັດຈຸບັນຍັງຕ້ອງຈັດສັນແຫຼ່ງການເງິນດ້ວຍຕົນເອງ.
ທ່ານນາງ ຄວຽນ ຍັງສະເໜີໃຫ້ຮັບປະກັນສະພາບແວດລ້ອມການແຂ່ງຂັນທີ່ສະເໝີພາບລະຫວ່າງວິສາຫະກິດເອກະຊົນ, ວິສາຫະກິດລັດ ແລະ ວິສາຫະກິດທີ່ມີທຶນລົງທຶນໂດຍກົງຈາກຕ່າງປະເທດ (FDI), ພ້ອມທັງຮັບຮູ້ບົດບາດຂອງເສດຖະກິດພາກເອກະຊົນໃນລະບົບເສດຖະກິດຢ່າງຖືກຕ້ອງ.
ປັບປຸງລະບົບສະຖາບັນໃຫ້ສົມບູນ ເພື່ອປົດປ່ອຍແຫຼ່ງຊັບພະຍາກອນ
ມະຕິເລກທີ 68 ວ່າດ້ວຍການພັດທະນາເສດຖະກິດພາກເອກະຊົນ ໄດ້ວາງເປົ້າໝາຍວ່າ ຮອດປີ 2030, ທົ່ວປະເທດຈະມີວິສາຫະກິດທີ່ດຳເນີນງານ 2 ລ້ານແຫ່ງ; ອັດຕາການເຕີບໂຕສະເລ່ຍຂອງພາກເສດຖະກິດເອກະຊົນບັນລຸປະມານ 10-12% ຕໍ່ປີ, ປະກອບສ່ວນປະມານ 55-58% ຂອງ GDP ແລະ 35-40% ຂອງງົບປະມານລັດ.
ເພື່ອບັນລຸບັນດາເປົ້າໝາຍນີ້, ບັນດາຜູ້ຊ່ຽວຊານໄດ້ກຳນົດວ່າ ການສ້າງສະພາບແວດລ້ອມການລົງທຶນທີ່ເອື້ອອຳນວຍ, ສ້າງເງື່ອນໄຂໃຫ້ວິສາຫະກິດພັດທະນາທັງດ້ານຂະໜາດ ແລະ ຄຸນນະພາບ ແມ່ນໜ້າທີ່ສຳຄັນ.
ທ່ານ ດຣ. ເຈິ່ນ ວັນ ເທ໋, ປະທານສະພາບໍລິຫານບໍລິສັດຮ່ວມຮຸ້ນລົງທຶນ ແລະ ພັດທະນາ INDEL, ເຫັນວ່າ ຈຳເປັນຕ້ອງສືບຕໍ່ປັບປຸງລະບົບສະຖາບັນໃຫ້ສົມບູນ ຕາມທິດທາງທີ່ສອດຄ່ອງກັນ, ໂປ່ງໃສ ແລະ ໝັ້ນຄົງ, ໂດຍສະເພາະໃນບັນດາຂົງເຂດການລົງທຶນ, ທີ່ດິນ, ສິນເຊື່ອ ແລະ ການຮ່ວມມືລະຫວ່າງພາກລັດກັບພາກເອກະຊົນ.
ຕາມທ່ານ ດຣ. ເຈິ່ນ ວັນ ເທ໋ ແລ້ວ, ນະໂຍບາຍຕ້ອງຮັບປະກັນຄວາມສະເໝີພາບລະຫວ່າງບັນດາພາກສ່ວນເສດຖະກິດ, ຄ່ອຍໆລົບລ້າງກົນໄກ “ຂໍ - ໃຫ້”, ພ້ອມທັງເປີດກວ້າງໂອກາດໃຫ້ວິສາຫະກິດເອກະຊົນເຂົ້າຮ່ວມໃນບັນດາຂົງເຂດທີ່ກ່ອນໜ້ານີ້ສ່ວນໃຫຍ່ເປັນຂອງພາກລັດ.
ຂໍ້ຮຽກຮ້ອງອີກປະການໜຶ່ງແມ່ນການປະຕິຮູບຂັ້ນຕອນບໍລິຫານຢ່າງແທ້ຈິງ ເພື່ອຫຼຸດເວລາ ແລະ ຕົ້ນທຶນໃນການປະຕິບັດຕາມລະບຽບຂອງວິສາຫະກິດ; ຈັດການຢ່າງເຂັ້ມງວດຕໍ່ການກະທຳທີ່ສ້າງຄວາມລຳບາກ ແລະ ລົບກວນວິສາຫະກິດ, ພ້ອມທັງສ້າງກົນໄກຕອບສະໜອງດ້ານນະໂຍບາຍຢ່າງທັນການ ຕໍ່ບັນດາຂໍ້ຕິດຂັດຈາກສະພາບຕົວຈິງ.
ທ່ານ ດຣ. ເຈິ່ນ ວັນ ເທ໋ ຍັງສະເໜີໃຫ້ປັບປຸງຄວາມສາມາດໃນການເຂົ້າເຖິງແຫຼ່ງທຶນ, ທີ່ດິນ ແລະ ບຸກຄະລາກອນທີ່ມີຄຸນນະພາບສູງ ໃຫ້ແກ່ວິສາຫະກິດເອກະຊົນ.
ສຳລັບບັນດາວິສາຫະກິດທີ່ເປັນຜູ້ນຳໜ້າໃນການຄົ້ນຄວ້າ ແລະ ພັດທະນາ (R&D), ເຕັກໂນໂລຊີສີຂຽວ ແລະ ການປະຕິບັດດ້ານສິ່ງແວດລ້ອມ, ສັງຄົມ ແລະ ການບໍລິຫານ (ESG), ລັດຈຳເປັນຕ້ອງມີນະໂຍບາຍສິດທິພິເສດດ້ານພາສີ, ການຊ່ວຍເຫຼືອດ້ານການເງິນ ແລະ ການໃຫ້ຄຳປຶກສາທາງເຕັກນິກທີ່ເໝາະສົມ.
ຄຽງຄູ່ກັບນັ້ນ ແມ່ນການພັດທະນາລະບົບນິເວດການປ່ຽນແປງໃໝ່ຢ່າງສ້າງສັນຢູ່ທ້ອງຖິ່ນ, ເຊື່ອມຕໍ່ວິສາຫະກິດກັບສະຖາບັນຄົ້ນຄວ້າ, ສະຖາບັນການສຶກສາ ແລະ ນັກລົງທຶນ; ຊຸກຍູ້ການເຊື່ອມໂຍງຕາມກຸ່ມອຸດສາຫະກຳ ແລະ ຕ່ອງໂສ້ສະໜອງພາຍໃນປະເທດ, ພ້ອມທັງສ້າງເງື່ອນໄຂໃຫ້ພາກເອກະຊົນເຂົ້າຮ່ວມບັນດາໂຄງການລົງທຶນພາກລັດ ແລະ ຕ່ອງໂສ້ສະໜອງອຸດສາຫະກຳແຫ່ງຊາດ.
ທ່ານຍັງເນັ້ນໜັກເຖິງຄວາມຈຳເປັນໃນການຝຶກອົບຮົມ ແລະ ບຳລຸງສ້າງຖັນແຖວນັກທຸລະກິດທີ່ມີຄວາມສາມາດດ້ານການບໍລິຫານ, ມີຄວາມກ້າຫານໜັກແໜ້ນ ແລະ ສາມາດປັບຕົວເຂົ້າກັບຂໍ້ຮຽກຮ້ອງໃໝ່ຂອງການພັດທະນາ.
ໃນມຸມມອງດ້ານກົດໝາຍ, ທ່ານ ດຣ. ເລ ເຈື່ອງ ເຊີນ, ອະທິການບໍດີມະຫາວິທະຍາໄລກົດໝາຍນະຄອນໂຮ່ຈີມິນ, ໄດ້ປະເມີນວ່າ ການປະຕິຮູບລະບົບສະຖາບັນແມ່ນປັດໄຈສຳຄັນທີ່ສຸດ ຊ່ວຍໃຫ້ວິສາຫະກິດຍົກສູງຄວາມສາມາດໃນການແຂ່ງຂັນ ແລະ ຊຸກຍູ້ການເຕີບໂຕທາງເສດຖະກິດ.
ຕາມທ່ານ ດຣ. ເລ ເຈື່ອງ ເຊີນ ແລ້ວ, ລະບົບກົດໝາຍຕ້ອງສົ່ງເສີມບົດບາດໃນການສ້າງເງື່ອນໄຂໃຫ້ເກີດການພັດທະນາຢ່າງແທ້ຈິງ, ທັງຮັບປະກັນລະບຽບວິໄນ ແລະ ຄວາມໂປ່ງໃສ, ທັງປົກປ້ອງນັກທຸລະກິດຈາກຄວາມສ່ຽງທີ່ບໍ່ຈຳເປັນ.
ໃນນັ້ນ, ການຮັບປະກັນສິດຄອບຄອງກຳມະສິດ, ສິດໃນຊັບສິນ, ສິດເສລີພາບໃນການດຳເນີນທຸລະກິດ, ເສລີພາບໃນການເຮັດສັນຍາ ແລະ ຫຼັກການສະເໝີພາບລະຫວ່າງບັນດາພາກສ່ວນເສດຖະກິດ ມີຄວາມໝາຍສຳຄັນເປັນພິເສດ.
ທ່ານ ດຣ. ເລ ເຈື່ອງ ເຊີນ ເຫັນວ່າ ສະພາບແວດລ້ອມການແຂ່ງຂັນທີ່ເປັນທຳ ແລະ ເອື້ອອຳນວຍ ຈະຊ່ວຍປົດປ່ອຍແຫຼ່ງຊັບພະຍາກອນ, ຊຸກຍູ້ການລົງທຶນໄລຍະຍາວ ແລະ ສ້າງເງື່ອນໄຂໃຫ້ນັກທຸລະກິດສົ່ງເສີມຈິດໃຈກ້າຄິດ, ກ້າເຮັດ, ປະກອບສ່ວນໃຫ້ແກ່ການພັດທະນາປະເທດ.
ຈາກມຸມມອງຂອງບັນດາຜູ້ຊ່ຽວຊານ ແລະ ວິສາຫະກິດ, ເພື່ອໃຫ້ຖັນແຖວນັກທຸລະກິດຫວຽດນາມພັດທະນາໃຫ້ສົມກັບບົດບາດຂອງຕົນໃນລະບົບເສດຖະກິດ, ການເພີ່ມຈຳນວນວິສາຫະກິດຕ້ອງດຳເນີນຄຽງຄູ່ກັບການຍົກສູງຄຸນນະພາບການບໍລິຫານ, ຄວາມສາມາດດ້ານເຕັກໂນໂລຊີ ແລະ ຄວາມສາມາດໃນການແຂ່ງຂັນ.
ໃນຂະບວນການນັ້ນ, ນະໂຍບາຍທີ່ໝັ້ນຄົງ ແລະ ໂປ່ງໃສ, ສະພາບແວດລ້ອມທຸລະກິດທີ່ສະເໝີພາບ ແລະ ຄວາມສາມາດເຂົ້າເຖິງບັນດາແຫຼ່ງຊັບພະຍາກອນ ຈະເປັນເງື່ອນໄຂສຳຄັນເພື່ອໃຫ້ວິສາຫະກິດກ້າລົງທຶນ, ເປີດກວ້າງການຜະລິດ ແລະ ເຂົ້າຮ່ວມໃນຕະຫຼາດສາກົນຢ່າງເລິກເຊິ່ງຍິ່ງຂຶ້ນ.
ຍສໝ - ວັນທີ 18 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີລົງນາມໃນການຮ່ວມມືລະຫວ່າງເວທີປາໄສແມ່ຍິງ ຫວຽດນາມ ຢູ່ ເອີລົບ ກັບສະມາຄົມນັກທຸລະກິດຍິງນະຄອນ ຮ່າໂນ້ຍ |
ຍສໝ - ໃນໄລຍະເກືອບ 20 ປີແຫ່ງການດຳລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ, ນອກຈາກການເຄື່ອນໄຫວດຳເນີນທຸລະກິດ, ທ່ານ Jang Chin Hyuk, ປະທານສະພາບໍລິຫານ ບໍລິສັດຫຸ້ນສ່ວນ DK ENC ຫວຽດນາມ ໄດ້ເຂົ້າຮ່ວມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນກອງທຶນ, ລາຍການກຸສົນ, ຜ່ານນັ້ນ ໜູນຊ່ວຍບັນດາຄອບຄົວທຸກຍາກ, ຜູ້ຖືກເຄາະຮ້າຍຈາກໄພທຳມະຊາດ, ໂລກລະບາດ, ພະຍາດມະເຮັງ, ຫົວໃຈແຕ່ກໍາເນີດ…ໂດຍຮັບຮູ້ການປະກອບສ່ວນຂອງທ່ານ, ວັນທີ 18 ມິຖຸນາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດຕັ້ງພິທີມອບຫຼຽນກາ “ເພື່ອສັນຕິພາບ,ມິດຕະພາບລະຫວ່າງບັນດາປະຊາຊາດ” ໃຫ້ແກ່ທ່ານ Jang Chin Hyuk. |
ດວງດີ
