ຫວຽດນາມ - ອີຢິບ ຊຸກຍູ້ການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດ

00:03 | 15/11/2026

ຍສໝ - ຕອນບ່າຍວັນທີ 12 ພະຈິກ, ທ່ານ ຫງວຽນ ນາມ ເຢືອງ, ເອກອັກຄະລັດຖະທູດຫວຽດນາມປະຈຳອີຢິບ ໄດ້ພົບປະເຮັດວຽກກັບທ່ານ Salah Suleiman Jamblatt, ລັດຖະມົນຕີກະຊວງອຸດສາຫະກຳປ້ອງກັນຊາດອີຢິບ, ເພື່ອແລກປ່ຽນບັນດາມາດຕະການເປີດກວ້າງການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ, ໂດຍສະເພາະໃນຂົງເຂດເຕັກໂນໂລຊີຂັ້ນສູງ.

ສະຫຼອງວັນຊາດ ອີຢິບ ຄົບຮອບ 74 ປີ: ຫວຽດນາມ ຢັ້ງຢືນການໃຫ້ຄວາມສຳຄັນ ຕໍ່ສາຍພົວພັນສອງຝ່າຍ ຫວຽດນາມ - ອີຢິບ ເປີດກວ້າງການຮ່ວມມື, ມຸ່ງໄປສູ່ການຄ້າ 1 ຕື້ USD

ໃນການພົບປະເຮັດວຽກ, ສອງຝ່າຍໄດ້ຕີລາຄາຜົນສຳເລັດຂອງການຮ່ວມມືດ້ານປ້ອງກັນຊາດຫວຽດນາມ - ອີຢິບ ໃນໄລຍະຜ່ານມາ, ໂດຍສະເພາະພາຍຫຼັງທີ່ສອງປະເທດໄດ້ຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມມືຮອບດ້ານ ໃນເດືອນສິງຫາ 2025. ພ້ອມກັນນັ້ນ, ສອງຝ່າຍຍັງໄດ້ປຶກສາຫາລືບັນດາທິດທາງເພື່ອເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະຕໍ່ໄປ.

ຫວຽດນາມ - ອີຢິບ ຊຸກຍູ້ການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດ
ພາບລວມບັນຍາກາດການພົບປະເຮັດວຽກລະຫວ່າງຜູ້ຕາງໜ້າຫວຽດນາມ ແລະ ອີຢິບ.

ທ່ານ Salah Suleiman Jamblatt, ລັດຖະມົນຕີກະຊວງອຸດສາຫະກຳປ້ອງກັນຊາດອີຢິບ ໄດ້ສະແດງຄວາມຍິນດີຕໍ່ແຜນການເປີດຫ້ອງການຜູ້ຊ່ວຍທູດຝ່າຍປ້ອງກັນຊາດຫວຽດນາມ ຢູ່ນະຄອນຫຼວງ Cairo. ທ່ານຢືນຢັນວ່າ ຈະນຳພາຄະນະຜູ້ແທນກະຊວງອຸດສາຫະກຳປ້ອງກັນຊາດອີຢິບ ເຂົ້າຮ່ວມງານວາງສະແດງປ້ອງກັນຊາດຫວຽດນາມ ຄັ້ງທີ 3, ເຊິ່ງຄາດວ່າຈະຈັດຂຶ້ນຢູ່ຮ່າໂນ້ຍ ໃນເດືອນທັນວາ 2026 ພາຍໃຕ້ຫົວຂໍ້ “ສັນຕິພາບ, ມິດຕະພາບ, ຮ່ວມມືກັນເພື່ອການພັດທະນາ”.

ຕາມທ່ານລັດຖະມົນຕີແລ້ວ, ການເຂົ້າຮ່ວມງານວາງສະແດງດັ່ງກ່າວ ເປັນບາດກ້າວດຳເນີນການຢ່າງເປັນຮູບປະທຳຕາມບັນດາຂໍ້ຕົກລົງລະຫວ່າງການນຳສອງປະເທດ, ແນໃສ່ຍົກສູງປະສິດທິຜົນ ແລະ ຄວາມເປັນຮູບປະທຳໃນການຮ່ວມມືດ້ານປ້ອງກັນຊາດ.

ໃນໂອກາດນີ້, ທ່ານ Salah Suleiman Jamblatt ຍັງສະແດງຄວາມປາຖະໜາຢາກສົມທົບການເຂົ້າຮ່ວມງານວາງສະແດງກັບການຢ້ຽມຢາມ ແລະ ເຮັດວຽກຢູ່ບັນດາສະຖານທີ່ຜະລິດດ້ານປ້ອງກັນຊາດ, ວິສາຫະກິດ ແລະ ກຸ່ມບໍລິສັດອຸດສາຫະກຳຂອງຫວຽດນາມຈຳນວນໜຶ່ງ.

ສະຖານທູດ ຫວຽດນາມ ປະຈຳ ອີ​ຢິບ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ຊາດ 2 ກັນຍາ ສະຖານທູດ ຫວຽດນາມ ປະຈຳ ອີ​ຢິບ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ຊາດ 2 ກັນຍາ
ຍສໝ - ວັນທີ 19 ສິງຫາ, ຢູ່ນະຄອນຫຼວງ Cairo, ສະຖານທູດ ຫວຽດນາມ ປະຈຳ ອີຢິບ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 79 ປີແຫ່ງວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2024).
ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຢິບ ແລກປ່ຽນກັບ Turkish Airlines, ຊຸກຍູ້ການຮ່ວມມືດ້ານການບິນ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຢິບ ແລກປ່ຽນກັບ Turkish Airlines, ຊຸກຍູ້ການຮ່ວມມືດ້ານການບິນ
ຍສໝ - ວັນທີ 19 ກຸມພາ, ຢູ່ສະຖານທູດ ຫວຽດນາມ ປະຈໍາ ອີຢິບ, ທ່ານເອກອັກຄະລັດຖະທູດ ຫງວຽນຮຸຍຢຸງ ໄດ້ພົບປະກັບທ່ານ Hamza Arslan ຜູ້ອໍານວຍການໃຫຍ່ຫ້ອງການຜູ້ຕາງຫນ້າສາຍການບິນ Turkish Airlines ປະຈໍາ ອີຢິບ ແລະ ໄດ້ຮັບຟັງການແນະນໍາກ່ຽວກັບຄວາມສາມາດພ້ອມກັບການຮ່ວມມືໃນປະຈຸບັນ ລະຫວ່າງ Turkish Airlines ແລະ ບັນດາຄູ່ຮ່ວມມື ຫວຽດນາມ.

ດວງດີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ