ແກ້ໄຂໂຈດ "ທຶນສີຂຽວ" ໃຫ້ແກ່ວິສາຫະກິດ ດາຫນັງ ຜ່ານຮູບແບບການຮ່ວມມືໃໝ່
ຍສໝ - ແນ່ໃສ່ແກ້ໄຂຄວາມຫຍຸ້ງຍາກ ໃນຂະບວນການຫັນເປັນສີຂຽວ, ສະຫະພັນບັນດາອົງການມິດຕະພາບ ນະຄອນ ດານັງ, ທະນາຄານ ນາມອາ ແລະ ອົງການ WUSC ຫາເກີດໄດ້ຕົກລົງຈັດຕັ້ງປະຕິບັດ ຮູບແບບການຮ່ວມມືຍຸດທະສາດ. ການເຊື່ອມໂຍງນີ້ ຮັບບົດບາດເປັນຂົວຕໍ່ ໄຂແຫຼ່ງການເງິນສາກົນ, ພ້ອມດຽວກັນນັ້ນ ກໍ່ປະກອບຄວາມສາມາດໃນການປະຕິບັດ ການພັດທະນາຢ່າງຍືນຍົງ ໃຫ້ແກ່ສັງຄົມວິສາຫະກິດທ້ອງຖິ່ນ.
 | | ວັນທີ 29/10, ສະຫະພັນບັນດາອົງການມິດຕະພາບ ນະຄອນ ດານັງ, ທະນາຄານ ນາມອາ (ພາກກາງ) ແລະ ອົງການ WUSC ໄດ້ປະຊຸມຫາລືການຮ່ວມມື ກ່ຽວກັບການເງິນສີຂຽວ ແລະ ການພັດທະນາຢ່າງຍືນຍົງ. ເປົ້າໝາຍຈຸດສຸມ ແມ່ນແກ້ໄຂຄວາມຫຍຸ້ງຍາກ, ຊ່ວຍໃຫ້ວິສາຫະກິດ ເຂົ້າເຖິງແຫຼ່ງທຶນສີຂຽວ, ລົງທຶນເຂົ້າໃນພະລັງງານທົດແທນ ແລະ ເຕັກໂນໂລຊີສະອາດ.ບັນດາຝ່າຍ ໄດ້ຕົກລົງປະສົມປະສານ ຈັດຕັ້ງການຝຶກອົບຮົມ ຍົກຮ່າງຄວາມສາມາດໃນການປະຕິບັດມາດຕະຖານ ESG ແລະ ເສດຖະກິດໝູນວຽນ ເພື່ອໃຫ້ວິສາຫະກິດ ມີຄວາມສະດວກ ເຂົ້າຮ່ວມຫ່ວງໂສ້ມູນຄ່າທົ່ວໂລກ. ຕາມຮູບແບບການເຊື່ອມໂຍງ, ສະຫະພັນ ຮັບບົດບາດເຊື່ອມໂຍງຄູ່ຮ່ວມມື, WUSC ໜູນຊ່ວຍດ້ານເຕັກນິກ ແລະ ຝຶກອົບຮົມ ESG, ສ່ວນ ທະນາຄານ ນາມອາ ສະໜອງບັນດາທາງອອກດ້ານການເງິນ.ການຮ່ວມມືຢ່າງຄ່ອງໂຕນີ້ ຄາດວ່າຈະຜະສົມຜະສານຢ່າງມີປະສິດທິຜົນ ລະຫວ່າງ ແຫຼ່ງການເງິນສາກົນ ແລະ ສິນເຊື່ອທະນາຄານ, ສ້າງທຶນກະຕຸ້ນ ໜູນຊ່ວຍວິສາຫະກິດທ້ອງຖິ່ນ ຫັນເປັນສີຂຽວ ຢ່າງສໍາເລັດຜົນ. | |
| |
ວິສາຫະກິດເຢຍລະມັນມີໂອກາດເພີ່ມຂຶ້ນໃນການຂະຫຍາຍການລົງທຶນຢູ່ຫວຽດນາມ ຍສໝ - ຫວຽດນາມພ້ອມສ້າງເງື່ອນໄຂອັນສະດວກໃຫ້ບັນດາວິສາຫະກິດເຢຍລະມັນຂະຫຍາຍການລົງທຶນ ແລະ ດຳເນີນທຸລະກິດ, ໂດຍສະເພາະໃນບັນດາຂົງເຂດຄື: ໂຄງລ່າງພື້ນຖານ, ທ່າກຳປັ່ນອັດສະລິຍະ, ພະລັງງານທົດແທນ, ທາງລົດໄຟຄວາມໄວສູງ, ວິທະຍາສາດ - ເຕັກໂນໂລຊີ ແລະ ການຝຶກອົບຮົມແຫຼ່ງຊັບພະຍາກອນມະນຸດຄຸນນະພາບສູງ. |
ວິສາຫະກິດຫວຽດນາມຫັນຈາກຄວາມໄດ້ປຽບດ້ານຕົ້ນທຶນ ສູ່ການເປັນເຈົ້າຂອງມູນຄ່າ ຍສໝ - ພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່, ຫວຽດນາມບັນລຸຜົນສຳເລັດສຳຄັນຫຼາຍປະການ, ແຕ່ຮູບແບບການພັດທະນາຄ່ອຍໆເຜີຍໃຫ້ເຫັນຂໍ້ຈຳກັດ ເມື່ອການເຕີບໂຕຍັງເພິ່ງພາທຶນ, ຊັບພະຍາກອນ ແລະ ແຮງງານລາຄາຖືກຫຼາຍ; ຊັບພະຍາກອນມະນຸດ, ເຕັກໂນໂລຊີ ແລະ ນະວັດຕະກຳຢູ່ວິສາຫະກິດຈຳນວນໜຶ່ງຍັງບໍ່ທັນຕອບສະໜອງຄວາມຕ້ອງການ. ເມື່ອແຮງງານລາຄາຖືກບໍ່ແມ່ນຄວາມໄດ້ປຽບອີກຕໍ່ໄປ, ວິສາຫະກິດຫວຽດນາມຕ້ອງຫັນມາແຂ່ງຂັນດ້ວຍຜະລິດຕະພາບ, ຄຸນນະພາບ ແລະ ຄວາມສາມາດກ້າວຂຶ້ນເປັນເຈົ້າຂອງຕ່ອງໂສ້ມູນຄ່າ. |
ແທັງຮັ່ງ