| ສື່ມວນຊົນອົດສະຕາລີກ່າວເຖິງທ່າແຮງໃໝ່ຂອງສາຍພົວພັນກັບຫວຽດນາມ ການນຳຫວຽດນາມ - ອົດສະຕາລີ ພົບປະກັບສື່ມວນຊົນ |
ວັນທີ 15 ຕຸລາ, ຄະນະພັກນະຄອນຮ່າໂນ້ຍ ໄດ້ຈັດພິທີມອບລາງວັນສື່ມວນຊົນກ່ຽວກັບການພັດທະນາວັດທະນະທຳ ແລະ ການສ້າງຄົນຮ່າໂນ້ຍທີ່ມີມາລະຍາດງົດງາມ ແລະ ມີອາລະຍະທຳ ຄັ້ງທີ IX ປີ 2026 ຢູ່ຫໍວັດທະນະທຳແຮງງານມິດຕະພາບຫວຽດນາມ - ໂຊວຽດ. ລາງວັນປີນີ້ດຶງດູດຜົນງານ 244 ຊິ້ນ ຈາກອົງການ ແລະ ໜ່ວຍງານສື່ມວນຊົນ 40 ແຫ່ງ, ສະແດງໃຫ້ເຫັນຄວາມສົນໃຈຂອງວົງການສື່ມວນຊົນຕໍ່ຂົງເຂດວັດທະນະທຳ ແລະ ບັນດາບັນຫາທີ່ວາງອອກໃນຂະບວນການພັດທະນານະຄອນຫຼວງ.
ສື່ມວນຊົນຮ່ວມເດີນທາງໄປກັບນະຄອນຫຼວງ
ລາງວັນດັ່ງກ່າວໄດ້ຈັດຂຶ້ນຕາມແຜນການເລກທີ 40-KH/TU ລົງວັນທີ 27 ກຸມພາ 2026 ຂອງຄະນະປະຈຳພັກນະຄອນຮ່າໂນ້ຍ, ໂດຍມຸ່ງສົ່ງເສີມບັນດາຜົນງານທີ່ມີຄຸນນະພາບ, ສະທ້ອນຊີວິດວັດທະນະທຳ ແລະ ປະກອບສ່ວນໂຄສະນາ, ເຜີຍແຜ່ບັນດາຄຸນຄ່າຂອງທັງລອງ - ຮ່າໂນ້ຍ. ຜ່ານການຈັດງານ 9 ຄັ້ງ, ກິດຈະກຳນີ້ໄດ້ຄ່ອຍໆສ້າງເວທີສ້າງສັນດ້ານສື່ມວນຊົນ, ເຊື່ອມໂຍງຂໍ້ຮຽກຮ້ອງດ້ານການພັດທະນາວັດທະນະທຳກັບສະພາບຕົວຈິງຂອງຊີວິດສັງຄົມ.
![]() |
| ທ່ານ ເຈິ່ນ ດຶກ ທັງ, ເລຂາຄະນະພັກນະຄອນຮ່າໂນ້ຍ (ຜູ້ທີ 4 ນັບຈາກຊ້າຍມື), ມອບລາງວັນໃຫ້ແກ່ບັນດານັກຂ່າວທີ່ໄດ້ຮັບລາງວັນ. (ພາບ: ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວຮ່າໂນ້ຍ) |
ເພື່ອຄັດເລືອກບັນດາຜົນງານດີເດັ່ນ, ການຕັດສິນລາງວັນໄດ້ດຳເນີນຜ່ານ 2 ຮອບ ຄື ຮອບຄັດເລືອກ ແລະ ຮອບສຸດທ້າຍ. ຈາກຜົນງານເຂົ້າປະກວດ 244 ຊິ້ນ, ສະພາກຳມະການຮອບຄັດເລືອກໄດ້ເລືອກ 80 ຜົນງານເຂົ້າຮອບສຸດທ້າຍ. ວັນທີ 14 ກັນຍາ 2026, ສະພາກຳມະການຮອບສຸດທ້າຍໄດ້ເຫັນດີຄັດເລືອກຜົນງານດີເດັ່ນ 34 ຊິ້ນ, ປະກອບມີ ລາງວັນພິເສດ 1 ລາງວັນ, ລາງວັນ A 3 ລາງວັນ, ລາງວັນ B 5 ລາງວັນ, ລາງວັນ C 10 ລາງວັນ ແລະ ລາງວັນຊົມເຊີຍ 15 ລາງວັນ. ອົງການສື່ມວນຊົນ 2 ແຫ່ງ ທີ່ໄດ້ຮັບການຄັດເລືອກໃຫ້ເປັນໜ່ວຍງານດີເດັ່ນຮ່ວມກັນ ແມ່ນອົງການໜັງສືພິມ ແລະ ວິທະຍຸ - ໂທລະພາບຮ່າໂນ້ຍ ແລະ ສຳນັກຂ່າວສານຫວຽດນາມ.
ລາງວັນປີນີ້ມີຜົນງານໜັງສືພິມ 37 ຊິ້ນ, ຜົນງານໜັງສືພິມອອນລາຍ 139 ຊິ້ນ ແລະ ຜົນງານວິທະຍຸ - ໂທລະພາບ 68 ຊິ້ນ. ການເຂົ້າຮ່ວມຂອງບັນດາອົງການສື່ມວນຊົນສູນກາງ, ຂະແໜງການ ແລະ ຮ່າໂນ້ຍ ໄດ້ສ້າງເງື່ອນໄຂໃຫ້ບັນດາບັນຫາວັດທະນະທຳໄດ້ຮັບການສະທ້ອນຜ່ານຫຼາຍຮູບແບບ, ນັບແຕ່ບົດຂຽນວິເຄາະເຈາະເລິກ ໄປຈົນເຖິງຜົນງານວິທະຍຸ, ໂທລະພາບ ແລະ ສື່ມວນຊົນຫຼາຍສື່.
ນອກຈາກຜົນສຳເລັດດ້ານວິຊາຊີບແລ້ວ, ປະສົບການຈັດງານຕະຫຼອດ 9 ຄັ້ງຜ່ານມາ ຍັງມີຄວາມໝາຍໃນສະພາບການທີ່ຮ່າໂນ້ຍມີທິດທາງຫັນໄປຈັດລາງວັນສື່ມວນຊົນລວມຂອງນະຄອນນັບແຕ່ປີ 2027. ການສືບທອດປະສົບການໃນການລະດົມຜົນງານ, ຈັດຕັ້ງການຕັດສິນຄັດເລືອກ ແລະ ເຜີຍແຜ່ຜົນສຳເລັດ ຈະປະກອບສ່ວນຮັກສາຄວາມສົນໃຈຂອງວົງການສື່ມວນຊົນຕໍ່ບັນດາໜ້າທີ່ພັດທະນານະຄອນຫຼວງ.
ຈຸດທີ່ໜ້າສົນໃຈໃນບັນຊີຜົນງານທີ່ໄດ້ຮັບການຍົກຍ້ອງປີນີ້ ແມ່ນຄວາມຫຼາກຫຼາຍຂອງຫົວຂໍ້, ພ້ອມທັງການປາກົດຂອງຄວາມເຊື່ອມໂຍງລະຫວ່າງການອະນຸລັກຄຸນຄ່າດັ້ງເດີມກັບຂໍ້ຮຽກຮ້ອງດ້ານການປ່ຽນແປງໃໝ່ ແລະ ພັດທະນາ. ວັດທະນະທຳບໍ່ໄດ້ຖືກມອງພຽງແຕ່ຜ່ານມໍລະດົກ, ຮີດຄອງປະເພນີ ຫຼື ວິຖີຊີວິດເທົ່ານັ້ນ, ແຕ່ຍັງເຊື່ອມໂຍງກັບການວາງແຜນຜັງ, ການບໍລິຫານຕົວເມືອງ, ພື້ນທີ່ສ້າງສັນ ແລະ ຄວາມສາມາດໃນການສ້າງບັນດາຂະແໜງເສດຖະກິດໃໝ່.
ຈາກມໍລະດົກສູ່ການບໍລິຫານຕົວເມືອງ
ຕາມຄະນະຈັດງານ, ລາງວັນພິເສດໄດ້ມອບໃຫ້ກຸ່ມຜູ້ຂຽນຂອງອົງການໜັງສືພິມ ແລະ ວິທະຍຸ - ໂທລະພາບຮ່າໂນ້ຍ ດ້ວຍຜົນງານ “ປຸກລະດົມແຫຼ່ງກຳເນີດມໍລະດົກ, ສ້າງສາຮ່າໂນ້ຍທີ່ມີອາລະຍະທຳ”. ນັບແຕ່ແນວທາງການເຂົ້າເຖິງທີ່ສະແດງຜ່ານຊື່ຜົນງານ, ບົດຂຽນໄດ້ວາງມໍລະດົກໃນຄວາມສຳພັນກັບການສ້າງສາຮູບໂສມຂອງນະຄອນຫຼວງ. ນີ້ກໍແມ່ນບັນຫາທີ່ມີຄວາມໝາຍຕົວຈິງ: ການອະນຸລັກບໍ່ສາມາດຢຸດຢູ່ພຽງການຮັກສາບັນດາຄຸນຄ່າທີ່ມີຢູ່, ແຕ່ຕ້ອງຊອກຫາວິທີເພື່ອໃຫ້ມໍລະດົກສືບຕໍ່ປາກົດຢູ່ໃນຊີວິດຮ່ວມສະໄໝ.
![]() |
| ຈຸດທີ່ໜ້າສົນໃຈໃນບັນຊີຜົນງານທີ່ໄດ້ຮັບການຍົກຍ້ອງໃນປີນີ້ ແມ່ນຄວາມຫຼາກຫຼາຍຂອງຫົວຂໍ້, ພ້ອມທັງມີການເຊື່ອມໂຍງລະຫວ່າງການອະນຸລັກຄຸນຄ່າດັ້ງເດີມກັບຂໍ້ຮຽກຮ້ອງດ້ານການປ່ຽນແປງໃໝ່ ແລະ ການພັດທະນາ. (ພາບ: ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວຮ່າໂນ້ຍ) |
ລາງວັນ A ທັງ 3 ລາງວັນ ໄດ້ຂະຫຍາຍເລື່ອງລາວໄປຕາມທິດທາງທີ່ແຕກຕ່າງກັນ. ຜົນງານ “ຮ່າໂນ້ຍໃນວິໄສທັດ 100 ປີ: ຈາກຮາກຖານອາລະຍະທຳສູ່ຮູບໂສມແຫ່ງອະນາຄົດ” ຂອງກຸ່ມຜູ້ຂຽນໜັງສືພິມຕຽນຟອງ ໄດ້ເຊື່ອມໂຍງຮາກຖານອາລະຍະທຳກັບແນວຄິດການພັດທະນາໄລຍະຍາວ. ຜົນງານ “ຮ່າໂນ້ຍ - ເສັ້ນທາງເອີ້ນຂານຊື່ບັນດາຜູ້ທີ່ສ້າງປະຫວັດສາດ” ຂອງກຸ່ມຜູ້ຂຽນໜັງສືພິມກວັກຟ່ອງທູໂດ ໄດ້ດຶງດູດຄວາມສົນໃຈໄປສູ່ຄົນ ແລະ ບັນດາຜົນງານປະກອບສ່ວນທີ່ສ້າງປະຫວັດສາດ.
ຂະນະທີ່ຜົນງານ “ຮ່າໂນ້ຍ: ການບໍລິຫານແບບໃໝ່, ໃກ້ຊິດປະຊາຊົນ” ຂອງກຸ່ມຜູ້ຂຽນອົງການໜັງສືພິມ ແລະ ວິທະຍຸ - ໂທລະພາບຮ່າໂນ້ຍ ໄດ້ວາງບັນຫາການບໍລິຫານໃນຄວາມສຳພັນກັບປະຊາຊົນ.
| ຜ່ານບັນດາຜົນງານເຂົ້າປະກວດ, ສາມາດເຫັນໄດ້ວ່າວັດທະນະທຳຮ່າໂນ້ຍພວມຖືກວາງໄວ້ໃນພື້ນທີ່ການພັດທະນາທີ່ກວ້າງຂວາງກວ່າເກົ່າ, ບ່ອນທີ່ມໍລະດົກ, ຄົນ, ເຕັກໂນໂລຊີ, ສິລະປະ ແລະ ເສດຖະກິດ ມີຄວາມສຳພັນອັນແໜ້ນແຟ້ນ. ຄຸນຄ່າຂອງສື່ມວນຊົນບໍ່ພຽງແຕ່ຢູ່ທີ່ການແນະນຳຄວາມງາມ ຫຼື ຜົນສຳເລັດເທົ່ານັ້ນ, ແຕ່ຍັງຢູ່ທີ່ຄວາມສາມາດໃນການຄົ້ນພົບບັນຫາ, ຕັ້ງຄຳຖາມກ່ຽວກັບວິທີການອະນຸລັກ, ນຳໃຊ້ ແລະ ສົ່ງເສີມບັນດາແຫຼ່ງກຳລັງທາງວັດທະນະທຳ. |
ໃນກຸ່ມລາງວັນ B, ບັນດາຜົນງານສືບຕໍ່ເປີດມຸມມອງກ່ຽວກັບຄວາມສາມາດໃນການຫັນຄຸນຄ່າວັດທະນະທຳໃຫ້ກາຍເປັນແຫຼ່ງກຳລັງພັດທະນາ. ຜົນງານ “ນະຄອນຫຼວງຮ່າໂນ້ຍໃນວິໄສທັດກ້າວຂ້າມສະຕະວັດ” ຂອງສູນວິທະຍຸ - ໂທລະພາບກອງທັບ ແລະ ຜົນງານ “ຮ່າໂນ້ຍ 100 ປີ, ສ້າງສາອະນາຄົດຈາກຮາກຖານວັດທະນະທຳອັນເລິກເຊິ່ງ” ຂອງສຳນັກງານປະຈຳຂອງສຳນັກຂ່າວສານຫວຽດນາມຢູ່ຮ່າໂນ້ຍ ລ້ວນແຕ່ມຸ່ງໄປສູ່ຄວາມສຳພັນລະຫວ່າງຮາກຖານວັດທະນະທຳກັບອະນາຄົດຂອງຕົວເມືອງ.
ຂະນະທີ່ຜົນງານ “ເພື່ອໃຫ້ອາຫານການກິນກາຍເປັນ ‘ທູດວັດທະນະທຳ’ ຂອງນະຄອນຫຼວງ” ຂອງໜັງສືພິມກວັນໂດ້ຍເຍິນເຢິນ ໄດ້ເປີດມຸມມອງກ່ຽວກັບທ່າແຮງໃນການໂຄສະນາເອກະລັກຂອງຮ່າໂນ້ຍຜ່ານອາຫານການກິນ; ຜົນງານ “ເສດຖະກິດກິດຈະກຳ: ເສົາຄ້ຳໃໝ່ຂອງອຸດສາຫະກຳວັດທະນະທຳ” ຂອງອົງການໜັງສືພິມ ແລະ ວິທະຍຸ - ໂທລະພາບຮ່າໂນ້ຍ ໄດ້ວາງວັດທະນະທຳໃນຄວາມສຳພັນກັບກິດຈະກຳທາງເສດຖະກິດ.
ສິ່ງທີ່ໜ້າສົນໃຈແມ່ນ ບັນດາຜົນງານທີ່ໄດ້ຮັບລາງວັນ C ໄດ້ນຳເລື່ອງລາວວັດທະນະທຳໄປສູ່ພື້ນທີ່ ແລະ ບັນຫາທີ່ເປັນຮູບປະທຳຫຼາຍຂຶ້ນ. ຜົນງານ “ເຮັດໃຫ້ຄວາມໄຝ່ຝັນດ້ານສິລະປະເພື່ອເພີ່ມຄຸນຄ່າໃຫ້ພື້ນທີ່ສາທາລະນະກາຍເປັນຈິງໂດຍໄວ” ຂອງໜັງສືພິມເຍິນເຢິນ ໄດ້ກ່າວເຖິງຄວາມສຳພັນລະຫວ່າງສິລະປະກັບສິ່ງແວດລ້ອມຕົວເມືອງ. ຜົນງານ “15 ປີ ແຫ່ງການປຸກຄຸນຄ່າພະລາຊະວັງທັງລອງ” ຂອງໜັງສືພິມກິລາ ແລະ ວັດທະນະທຳ - ສຳນັກຂ່າວສານຫວຽດນາມ ໄດ້ມຸ່ງໄປສູ່ເສັ້ນທາງການສົ່ງເສີມຄຸນຄ່າມໍລະດົກ.
ຜົນງານ “ກົດລະບຽບບ້ານ, ຂໍ້ຕົກລົງຊຸມຊົນ: ບັນດາຂໍ້ຜູກພັນທີ່ກຳນົດຮູບແບບການປະພຶດປະຕິບັດ” ຂອງອົງການໜັງສືພິມ ແລະ ວິທະຍຸ - ໂທລະພາບຮ່າໂນ້ຍ ໄດ້ເຊື່ອມໂຍງວັດທະນະທຳກັບບັນດາມາດຕະຖານໃນຊີວິດຊຸມຊົນ.
ໃນສະພາບການທີ່ນະຄອນຫຼວງສືບຕໍ່ປ່ຽນແປງໃໝ່ວິທີການບໍລິຫານ ແລະ ຊອກຫາແຮງຂັບເຄື່ອນການພັດທະນາ, ບັນດາບັນຫາເຫຼົ່ານີ້ຮຽກຮ້ອງໃຫ້ສື່ມວນຊົນຕິດຕາມຢ່າງຍາວນານ. ນັບແຕ່ການສະທ້ອນສະພາບຕົວຈິງໄປສູ່ການວິເຄາະນະໂຍບາຍ, ຈາກການຍົກຍ້ອງຄຸນຄ່າດັ້ງເດີມໄປສູ່ການສະເໜີວິທີການໃໝ່, ບັນດາຜົນງານສື່ມວນຊົນສາມາດປະກອບສ່ວນເຊື່ອມໂຍງທິດທາງການພັດທະນາກັບຄວາມຕ້ອງການຂອງຊຸມຊົນ, ຜ່ານນັ້ນຊຸກຍູ້ການສ້າງຮ່າໂນ້ຍໃຫ້ເປັນນະຄອນຫຼວງທີ່ມີມໍລະດົກອາລະຍະທຳ, ມີອາລະຍະທຳ ແລະ ທັນສະໄໝ.
ຍສໝ - ສຳນັກຂ່າວ ແລະ ອົງການສື່ມວນຊົນຫຼາກຫຼາຍແຫ່ງຂອງຟິລິບປິນ ໄດ້ເນັ້ນໜັກເຖິງຄວາມໝາຍທາງດ້ານປະຫວັດສາດ ແຫ່ງການຢ້ຽມຢາມທາງລັດຖະກິດ ຢູ່ທີ່ປະເທດຟິລິບປິນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm). |
ຍສໝ - ທ່າມກາງການພັດທະນາຂອງຍຸກດິຈິຕອນ, ສື່ມວນຊົນຈຳເປັນຕ້ອງສະແດງບົດບາດເປັນກຳລັງແນວໜ້າໃນການຊີ້ນຳຫາງສຽງສັງຄົມ, ນຳເອົາເນື້ອໃນສຳຄັນຂອງພັກເຂົ້າສູ່ຊີວິດປະຊາຊົນຢ່າງເລິກເຊິ່ງ ແລະ ເໝາະສົມກັບສະພາບຕົວຈິງ. |
ດວງດີ

